ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ຄັດຄ້ານ ຕໍ່ການເດີນທາງມາ ສະຫະລັດ ຂອງປະທານາທິບໍດີ ໄຕ້ຫວັນ


ປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສາຍ ອິ່ງ ເຫວີຍ, ທີສາມ
ຈາກຊ້າຍ, ຢືນຢູ່ກັບບັນດາຜູ້ແທນ ແລະ ສະມາຊິກສວນອຸດ
ທະຍານແຫ່ງຊາດທີ່ອະນຸສອນສະຖານກຳປັ່ນ USS Arizona ທີ່ອ່າວ Pearl Harbor ໃກ້ກັບນະຄອນ ໂຮໂນລູລູ, ເກາະ ຮາ
ວາຍ. 28 ຕຸລາ, 2017.
ປະທານາທິບໍດີ ໄຕ້ຫວັນ ທ່ານນາງ ສາຍ ອິ່ງ ເຫວີຍ, ທີສາມ ຈາກຊ້າຍ, ຢືນຢູ່ກັບບັນດາຜູ້ແທນ ແລະ ສະມາຊິກສວນອຸດ ທະຍານແຫ່ງຊາດທີ່ອະນຸສອນສະຖານກຳປັ່ນ USS Arizona ທີ່ອ່າວ Pearl Harbor ໃກ້ກັບນະຄອນ ໂຮໂນລູລູ, ເກາະ ຮາ ວາຍ. 28 ຕຸລາ, 2017.

ປະທານາທິບໍດີຂອງ ໄຕ້ຫວັນ ໄດ້ເລີ່ມການເດີນທາງໃນວັນເສົາວານນີ້ ແລະ ຈີນ ກໍບໍ່
ພໍໃຈກັບເຂົາເຈົ້າ.

ການເດີນທາງນຶ່ງສັບປະດາຂອງທ່ານນາງ ສາຍ ອິ່ງ ເຫວີຍ ແມ່ນການຢ້ຽມຢາມພັນທະ
ມິດສາມປະເທດໝູ່ເກາະໃນມະຫາສະໝຸດ ປາຊີຟິກ ຄືປະເກາະ ຕູວາລູ, ເກາະ
ໂຊໂລມັອນ ແລະ ໝູ່ເກາະ ມາຣຊໍ, ດ້ວຍການເດີນທາງຜ່ານນະຄອນ ໂຮໂຮລູລູ ແລະ
ເກາະ ກວາມ ທີ່ເປັນດິນແດນຂອງ ສະຫະລັດ.

ຈີນ ໄດ້ອ້າງອຳນາດອະທິປະໄຕ ຕໍ່ເກາະໄຕ້ຫວັນ ທີ່ມີປະຊາທິປະໄຕ ແລະ ປົກຄອງ
ຕົນເອງ ແລະ ເຊື່ອວ່າທ່ານນາງ ສາຍ ແມ່ນກຳລັງພະຍາຍາມປະກາດເອກະລາດຢ່າງ
ເປັນທາງການຈາກ ຈີນ.

ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ເກັງ ຊວ່າງ ໄດ້ກ່າວວ່າ “ວໍຊິງຕັນ
ບໍ່ຄວນອະນຸຍາດໃຫ້ທ່ານນາງ ສາຍ ຢຸດແວ່ໃນ ສະຫະລັດ “ເພື່ອຫຼີກລ່ຽງຂໍ້ຄວາມເຂົ້າ
ໃຈຜິດໃດໆ ຕໍ່ການກົດດັນແຍກຕົວເປັນເອກະລາດຂອງ ໄຕ້ຫວັນ.”

ທ່ານນາງ ສາຍ ໄດ້ກ່າວວ່າ ເພິ່ນຢາກຮັກສາຄວາມສັນຕິກັບ ຈີນ ໄວ້, ແຕ່ຈະປົກປ້ອງ
ປະຊາທິປະໄຕ ແລະ ຄວາມປອດໄພຂອງ ໄຕ້ຫວັນ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວໃນສັບປະດາທີ່ຜ່ານມາວ່າ ການເດີນ
ທາງຜ່ານສະຖານທີ່ຕ່າງໆຂອງ ສະຫະລັດ ໂດຍທ່ານນາງ ສາຍ ຈະເປັນ “ເລື່ອງສ່ວນ
ຕົວ ແລະ ບໍ່ເປັນທາງການ.”

ຈີນ ໄດ້ອ້າງອຳນາດອະທິປະໄຕຕໍ່ເກາະ ໄຕ້ຫວັນ ນັບຕັ້ງແຕ່ປີ 1949 ເປັນຕົ້ນມາ,
ເມື່ອກອງກຳລັງຄອມມູນິສ ຂອງທ່ານ ໝາວ ເຊຕຸງ ໄດ້ຊະນະສົງຄາມກາງເມືອງ
ຈີນ ແລະ ພວກຊາດນິຍົມ ຈຽງ ໄຄ ເຊັກ ໄດ້ຫຼົບໜີໄປເກາະ ໄຕ້ຫວັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG