ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໃຊ້ການເຄື່ອນໄຫວ ດ້ານການທະຫານ ເພື່ອສ້າງຄວາມຕື່ນຕົກໃຈ ໃຫ້ແກ່ໄຕ້ຫວັນ

ເຮືອບິນລົບ ທີ່ເຣດາບໍ່ສາມາດຈັບໄດ້ J-20 ເປີດໂຕ ໃນລະຫວ່າງ ງານສະແດງເຄື່ອງບິນ ຢູ່ໃນນະຄອນ ຊູຫາຍ (Zhuhai) ແຂວງກວາງດົງ (Guangdong Province) ຂອງຈີນ, ເມື່ອວັນທີ 1 ພະຈິກ 2016.
ເຮືອບິນລົບ ທີ່ເຣດາບໍ່ສາມາດຈັບໄດ້ J-20 ເປີດໂຕ ໃນລະຫວ່າງ ງານສະແດງເຄື່ອງບິນ ຢູ່ໃນນະຄອນ ຊູຫາຍ (Zhuhai) ແຂວງກວາງດົງ (Guangdong Province) ຂອງຈີນ, ເມື່ອວັນທີ 1 ພະຈິກ 2016.

ໄຕ້ຫວັນ ກຳລັງປະເຊີນກັບ ແຫລ່ງຄວາມກົດດັນໃໝ່ ຈາກຄູ່ປໍລະປັກ ກໍຄື ຈີນນັ້ນ ໃນ
ຂະນະທີ່ ລັດຖະບານ ຄອມມິວນິສ ເພີ່ມການສົ່ງເຮືອບິນລົບ ບິນເຂົ້າໄປໃກ້ບໍລິເວນ
ຂອບເຂດຂອງເກາະ ຢູ່ເລື້ອຍມາ ອັນເປັນການທ້າທາຍ ຕໍ່ກຳລັງຕິດອາວຸດຂອງ
ທ້ອງຖິ່ນດັ່ງກ່າວ.

ປະທານາທິບໍດີ ຂອງໄຕ້ຫວັນ ທ່ານນາງ ເຊ້ຍ ອິ່ງ-ເວັນ (Tsai Ing-wen) ໂບກມືຫຼັງຈາກ ການຈຳລອງຊ້ອມລົບດ້ານການທະຫານ ປະຈຳປີ ເອີ້ນວ່າ ຫານ ກວາງ (Han Kuang) ເຊິ່ງເປັນການບຸກຂຶ້ນເກາະ ຂອງກອງທັບປົດປ່ອຍ ປະຊາຊົນຈີນ ຫຼື (PLA), ໃນເມືອງ ປິງຕັງ, ຢູ່ທາງພາກໃຕ້ຂອງໄຕ້ຫວັນ, ວັນທີ 25 ສິງຫາ 2016.

ພວກເຮືອບິນ ຈາກຈີນ ໄດ້ບິນເຂົ້າໄປໃກ້ເກາະໄຕ້ຫວັນ ໃນເດືອນພະຈິກ ແລະທັນວາ
ໂດຍກໍ່ໃຫ້ເກີດມີຄວາມເປັນຫ່ວງ ເມື່ອສັບປະດາແລ້ວນີ້ ຢູ່ທີ່ສຳນັກງານປະທານາທິບໍດີ
ໃນນະຄອນຫຼວງໄຕເປ. ຕະຫຼອດໄລຍະ ສອງປີຜ່ານມາ ພວກໜ່ວຍກອງທັບຂອງຈີນ
ໄດ້ສົ່ງເຮືອບິນ ເຂົ້າໄປ 10 ເທື່ອ ຢູ່ນອກ ແລະບໍ່ໄກຈາກເຂດປ້ອງກັນນ່ານຟ້າຂອງ
ໄຕ້ຫວັນ ດັ່ງທີ່ອະດີດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຂອງໄຕ້ຫວັນ ທ່ານ
ແອນດຣູ ຢາງ ໄດ້ຄຳນວນໄວ້.

ພວກທະຫານ ຂອງກອງທັບປົດປ່ອຍປະຊາຊົນຈີນ ເຂົ້າຮ່ວມ ໃນພິທີເປີດຖານທັບໃໝ່ ຂອງຈີນ ໃນນະຄອນ ຈີບູຕີ ຂອງປະເທດ ຈີບູຕີ, ວັນທີ 1 ສິງຫາ 2017.
ພວກທະຫານ ຂອງກອງທັບປົດປ່ອຍປະຊາຊົນຈີນ ເຂົ້າຮ່ວມ ໃນພິທີເປີດຖານທັບໃໝ່ ຂອງຈີນ ໃນນະຄອນ ຈີບູຕີ ຂອງປະເທດ ຈີບູຕີ, ວັນທີ 1 ສິງຫາ 2017.

ຈີນຖືວ່າ ໄຕ້ຫວັນທີ່ປົກຄອງຕົນເອງ ເປັນສ່ວນນຶ່ງຂອງດິນແດນຂອງຕົນ ທີ່ໃນທີ່ສຸດ
ກໍຈະຕ້ອງຮ່ວມເຂົ້າກັນເປັນນຶ່ງດຽວ. ບັນດາເຈົ້າໜ້າທີ່ ໃນປັກກິ່ງ ໄດ້ສົ່ງຫລັກການ
“ຈີນດຽວ” ໄປໃຫ້ປະທານາທິບໍດີ ຂອງໄຕ້ຫວັນ ທ່ານນາງ ເຊ້ຍ ອິ່ງ-ເວັນ ອີກເທື່ອນຶ່ງ
ທີ່ທ່ານນາງ ບໍ່ຍອມຮັບເອົາ ເຊິ່ງຈະເປັນຂໍ້ຜູກມັດໃຫ້ ທັງສອງ ຢູ່ພາຍໃຕ້ ທຸງອັນດຽວ
ກັນ ອັນເປັນເງື່ອນໄຂຂອງການເຈລະຈາໃດໆ.

ກຳປັ່ນບັນທຸກເຮືອບິນ ຂອງຈີນ ຊື່ວ່າ Liaoning ຕິດຕາມໄປກັບຝຸງກຳປັ່ນ ທີ່ກຳລັງຊ້ອມລົບ ໃນບໍລິເວນແຫ່ງນຶ່ງ ຂອງທະເລຈີນໃຕ້, ໃນພາບທີ່ຖ່າຍ ເມື່ອເດືອນທັນວາ 2016.
ກຳປັ່ນບັນທຸກເຮືອບິນ ຂອງຈີນ ຊື່ວ່າ Liaoning ຕິດຕາມໄປກັບຝຸງກຳປັ່ນ ທີ່ກຳລັງຊ້ອມລົບ ໃນບໍລິເວນແຫ່ງນຶ່ງ ຂອງທະເລຈີນໃຕ້, ໃນພາບທີ່ຖ່າຍ ເມື່ອເດືອນທັນວາ 2016.

ຈີນ ກຳລັງດຳເນີນການບິນໄລຍະໄກ ອັນເປັນສ່ວນນຶ່ງ ເພື່ອເຕືອນໄຕ້ຫວັນ ບໍ່ໃຫ້
ເຄື່ອນໄຫວ ໄປສູ່ການເປັນເອກກະລາດ ຢ່າງເປັນທາງການ ທີ່ຈະສ່ຽງຕໍ່ການໂຈມຕີ
ທາງດ້ານທະຫານ ດັ່ງທີ່ບັນດານັກວິເຄາະກ່າວໄປນັ້ນ.

ທ່ານນາງ ເຊນ ລີ ນັກລັດຖະສາດ ຢູ່ທີ່ ມະຫາວິທະຍາໄລ ຈາງ ຈຸງ ຄຣິສຕຽນ ໃນ
ໄຕ້ຫວັນ ກ່າວວ່າ “ພວກເຂົາເຈົ້າ ຈະພະຍາຍາມ ທົດສອບ ຄວາມຕັ້ງໃຈຂອງລັດ
ຖະບານ ໄຕ້ຫວັນ ທີ່ຈະປ້ອງກັນ ຕົນເອງຫຼືບໍ່. ພວກເຂົາເຈົ້າເຊື່ອວ່າ ຈະສືບຕໍ່
ຂົ່ມຂູ່ແທ້ໆ ຈົນກວ່າໄຕ້ຫວັນ ຈະອ່ຽງໄປຂຶ້ນກັບຈີນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG