ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປິດເມືອງຂອງ ຈີນ ເຮັດໃຫ້ມີການປ່ອຍອາຍພິດຄາບອນ ຫຼຸດລົງ, ແຕ່ຈະເປັນແບບນີ້ໄດ້ດົນປານໃດ?


ແຟ້ມ-ຢູ່ໃນຮູບທີ່ຖ່າຍໃນວັນທີ 28 ປີ 2019 ນີ້ ໄດ້ເປີດເຜີຍໃຫ້ເຫັນກຸ່ມຄົນທີ່ລອຍຂຶ້ນສູ່ອາກາດຈາກໂຮງງານປຸງແຕ່ງຖ່ານຫິນ ຢູ່ເມືອງເຫຈິນ ແຂວງຊານຊີ ເຊິ່ງຕັ້ງຢູ່ທາງພາກກາງຂອງປະເທດຈີນ.
ແຟ້ມ-ຢູ່ໃນຮູບທີ່ຖ່າຍໃນວັນທີ 28 ປີ 2019 ນີ້ ໄດ້ເປີດເຜີຍໃຫ້ເຫັນກຸ່ມຄົນທີ່ລອຍຂຶ້ນສູ່ອາກາດຈາກໂຮງງານປຸງແຕ່ງຖ່ານຫິນ ຢູ່ເມືອງເຫຈິນ ແຂວງຊານຊີ ເຊິ່ງຕັ້ງຢູ່ທາງພາກກາງຂອງປະເທດຈີນ.

ການປິດເມືອງຍ້ອນໂຄວິດຂອງຈີນ ແມ່ນສາເຫດອັນນຶ່ງໃນການຫຼຸດການປ່ອຍອາຍພິດຄາບອນໃນປີນີ້, ແຕ່ມັນຈະຍັງອີກດົນບໍ? ເຊີເມນ ລີ ມີລາຍງານເລື້ອງນີ້ ຈາກນະຄອນຫຼວງເບີລິນ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາ ສະເໜີທ່ານໃນອັນດັບຕໍ່ໄປ.

ເນື່ອງຈາກຂໍ້ຈໍາກັດທາງດ້ານໂຄວິດທີ່ເຂັ້ມງວດຂອງຈີນ ໄດ້ເຮັດໃຫ້ມີການປ່ອຍອາຍພິດຄາບອນໜ້ອຍລົງ, ແຕ່ນັກຊ່ຽວຊານກ່າວວ່າ ການຫຼຸດລົງດັ່ງກ່າວ ຈະຢູ່ພາຍໃນຊ່ວງເວລາທີ່ສັ້ນໆເທົ່ານັ້ນ.

ຢູ່ທີ່ກອງປະຊຸມ COP27 ໃນປະເທດອີຈິບ ເຊິ່ງໄດ້ລວມງົບປະມານກ່ຽວກັບທາດຄາບອນຢູ່ໃນທົ່ວໂລກປະຈໍາປີ 2022, ບົດລາຍງານທີ່ມີການຂຽນຂຶ້ນໃນທຸກໆປີໂດຍກຸ່ມນັກຄົ້ນຄວ້າຂອງໂຄງການປະຈໍາປີນີ້ເປີດເຜີຍວ່າ ໃນປີນີ້ ການປ່ອຍທາດພິດຄາບອນຂອງປະເທດຈີນ ແມ່ນຫຼຸດລົງປະມານ 1 ເປີເຊັນ, ໃນຂະນະທີ່ພາກສ່ວນອື່ນໆ ຢູ່ໃນທົ່ວໂລກເຫັນວ່າ ມີຈໍານວນທີ່ເພີ້ມຂຶ້ນ.

ເມື່ອພາກສ່ວນຕ່າງໆຢູ່ໃນທົ່ວໂລກ ຍອມຮັບເອົາຍຸກສະໄໝລຸນຫຼັງການລະບາດໃຫຍ່ຂອງພະຍາດໂຄວິດ-19, ຈີນ ຊໍ້າພັດຍັງຄົງນໍາໃຊ້ກົດຂໍ້ບັງຄັບໃນການປິດເມືອງ ພາຍໃຕ້ນະໂຍບາຍ “ສູນໂຄວິດ.”

ຄາດການວ່າ ນະໂຍບາຍດັ່ງກ່າວນີ້ຈະຍັງຄົງດໍາເນີນຢູ່ຕໍ່ໄປ, ໃນຂະນະທີ່ປະ ທານປະເທດຈີນ ທ່ານສີ ຈິ້ນຜິງ ກ່າວຢູ່ທີ່ກອງປະຊຸມສະພາແຫ່ງຊາດຄັ້ງທີ 20 ໃນເດືອນຕຸລາທີ່ຜ່ານມາວ່າ ຄວາມມຸ້ງໝັ້ນຂອງລັດຖະບານປັກກິ່ງຈະບໍ່ມີການປ່ຽນແປງ.

ຢູ່ໃນໄຕມາດທີສອງຂອງປີນີ້, ການປ່ອຍທາດຄາບອນຂອງປະເທດໃນປີນີ້ ຫຼຸດລົງເຖິງ 8 ເປີເຊັນ ເມື່ອສົມທຽບໃສ່ປີທີ່ຜ່ານມາ, ອີງຕາມການວິເຄາະແບບສັ້ນໆກ່ຽວກັບທາດຄາຣ໌ບອນ.

ຢ່າງໃດກໍຕາມ, ທ່ານອາເລັກສ໌ ໂຮ (Alex Ho), ຜູ້ບັນຍາຍອະວຸໂສກ່ຽວກັບການປ່ຽນແປງຂອງສະພາບອາກາດ ແຫ່ງມະຫາວິທະຍາໄລແວລລິງຕັນ (Wellington) ໃນປະເທດນິວຊີແລນ ກ່າວວ່າ ການຫຼຸດລົງຂອງການປ່ອຍທາດພິດຄາບອນດັ່ງກ່າວ ຈະບໍ່ໃຊ້ເວລາດົນ, ເຊິ່ງ ທ່ານໄດ້ກ່າວວ່າ:

“ພວກເຮົາມອງອອກໄປອີກ 5 ປີຂ້າງໜ້າ, ແລະນັ້ນອາດຈະກາຍເປັນປະສົບການທີ່ເປັນຕາຢ້ານກ່ຽວກັບການປ່ອຍທາດພິດຄາບອນ ເຊິ່ງມັນກໍາລັງຈະມີຜົນກະທົບໃສ່ຄວາມໝັ້ນໃຈໃນການລົງທຶນ. ດ້ວຍສາເຫດອັນໃດຈຶ່ງເຮັດໃຫ້ການລົງທຶນມີຄວາມສໍາຄັນຢູ່ໃນຂົງເຂດນີ້? ເຊິ່ງບໍ່ພຽງແຕ່ເປັນການລົງທຶນຢູ່ໃນພາກສ່ວນອຸດສາຫະກໍາທີ່ມີການປ່ອຍມົນລະພິດສູງເທົ່ານັ້ນ, ແຕ່ມັນຍັງໄດ້ລວມເອົາການລົງທຶນໃນດ້ານພະລັງງານໝູນວຽນ, ເຊິ່ງເຫັນໄດ້ໂດຍຈະແຈ້ງວ່າ ເປັນການທົດແທນພະລັງງານຈາກຊາກສັດດຶກດໍາບັນ.”

ແຟ້ມ-ກຸ່ມຄັວນ ແລະອາຍນໍ້າ ທີ່ລອຍຂຶ້ນມາຈາກໂຮງກັ່ນຖ່ານຫິນ ຢູ່ໃນເມືອງເຫຈິນ, ແຂວງຊານຊີ, ທາງພາກກາງຂອງປະເທດຈີນ, ວັນທີ 28 ພະຈິກ 2019.
ແຟ້ມ-ກຸ່ມຄັວນ ແລະອາຍນໍ້າ ທີ່ລອຍຂຶ້ນມາຈາກໂຮງກັ່ນຖ່ານຫິນ ຢູ່ໃນເມືອງເຫຈິນ, ແຂວງຊານຊີ, ທາງພາກກາງຂອງປະເທດຈີນ, ວັນທີ 28 ພະຈິກ 2019.

ທ່ານ ໂຮ ກ່າວເພີ້ມເຕີມວ່າ ລັດຖະບານຈີນຈໍາເປັນຕ້ອງຫັນປ່ຽນການໃຊ້ພະ ລັງງານຈາກຖ່ານຫິນ ໄປເປັນການສະໜອງພະລັງງານ ທີ່ຍືນຍົງເພີ້ມຂຶ້ນ. ປະເທດດັ່ງກ່າວໄດ້ໃຫ້ສັນຍາວ່າ ຈະຍຸຕິການປ່ອຍທາດພິດຄາບອນລົງພາຍໃນປີ 2030 ແລະຈະກາຍມາເປັນປະເທດທີ່ນໍາໃຊ້ທາດຄາບອນແບບສົມດຸນກັນພາຍໃນປີ 2060.

ປະເທດດັ່ງກ່າວຖືກມອງວ່າ ເປັນຜູ້ຜັກດັນການຜະລິດຖ່ານຫິນ ເພື່ອຮັບມືກັບ ຄື້ນຄວາມຮ້ອນທີ່ຮຸນແຮງ, ເຊິ່ງນັກຊ່ຽວຊານໄດ້ຄາດການວ່າອາດຈະເພີ້ມຫຼາຍຂຶ້ນໃນອະນາຄົດຂ້າງໜ້າ ເນື່ອງຈາກມະນຸດເປັນຜູ້ເຮັດໃຫ້ສະພາບອາກາດມີການປ່ຽແປງ.

ທ່ານແດນຽລ ເວັທເຊລ (Daniel Wetzel), ຫົວໜ້ານ່ວຍຕິດຕາມການປ່ຽນ ແປງທີ່ຍືນຍົງ ຢູ່ທີ່ໜ່ວຍງານທາງດ້ານພະລັງງານສາກົນ ກ່າວວ່າ ການເລັ່ງຜ່ານຄວາມໄວຈາກພະລັງງານປ່ຽນແປງ ໄປສູ່ພະລັງງານໝູນວຽນ ເປັນວິທີທາງທີ່ທົນທານກວ່າ ສໍາລັບຕັດການປ່ອຍອາຍພິດຄາບອນລົງ. , ເຊິ່ງ ທ່ານເວັທເຊລ ກ່າວວ່າ:

“ສິ່ງທີ່ພວກເຮົາຈໍາເປັນຕ້ອງເຫັນແທ້ໆກໍຄື ການປ່ຽນແປງແບບເປັນລະບົບດ້ວຍ ການປ່ຽນທິດທາງຂອງປະຊາຊົນ ໃນການນໍາໃຊ້ເຄື່ອງຍົນທີ່ເຜົາໄໝ້ທາງໃນໄປ ສູ່ການນໍາໃຊ້ພະຫະນະໄຟຟ້າ, ປ່ຽນຈາກການນໍາໃຊ້ຖ່ານຫິນມາເປັນພະລັງງານ ໝູນວຽນ.”

ຈີນ ມີແຜນທີ່ຈະຜະລິດພະລັງງານນຶ່ງສ່ວນສາມຂອງພະລັງງານໝູນວຽນພາຍໃນປີ 2025 ນີ້. ໃນປີ 2021, ຕົວເລກຢ່າງເປັນທາງການສະແດງໃຫ້ເຫັນວ່າ ຕົວເລກດັ່ງກ່າວນີ້ ຫຍັບໃກ້ເຂົ້າຮອດ 30 ເປີເຊັນ.

ທ່ານເວັທເຊລ ກ່າວວ່າ:

“ຍັງມີຫຼາຍສໍາລັບຈີນ ທີ່ຈະດໍາເນີນງານໃນການຜະລິດພະລັງງານໝູນວຽນໃຫ້ ເໜືອຈຸດເປົ້າໝາຍຂອງປະເທດໃນປັດຈຸບັນ.”

China’s COVID lockdowns are a reason for the drop in its carbon emissions this year, but will it last? Chermaine Lee reports from Berlin.

China’s stringent COVID lockdowns have pushed carbon emissions down, but experts say the drop will be short-lived.

At COP27 in Egypt that just concluded, the Global Carbon Budget 2022, this year’s edition of a report written annually by a group of researchers projected China’s carbon emissions to drop about 1% this year, while much of the world is likely to see an increase.

When much of the world is embracing much of a post-pandemic era, China is still imposing lockdowns on cities under its “zero-COVID” policy.

This policy is expected to continue, as Chinese President Xi Jinping said at the 20th National Congress in October that Beijing’s commitment to it will not change.

In the second quarter this year, the country’s carbon emissions fell by a record 8% from a year before, according to Carbon Brief’s analysis.

However, Alex Ho, senior lecturer on climate change at the Victoria University of Wellington in New Zealand, said the carbon emissions drop won't last long.

HO ACT

“We are looking at five years and that could be a nightmare in terms of carbon emissions. It's affecting investment confidence. Why investment is being important here, not just about investment in those high-emission intensive industry, but also including investment in renewable energy, which is obviously a substitute to fossil fuels.”

Ho added that local Chinese governments might turn to coal for a more stable energy supply. The nation vowed to peak carbon emissions by 2030 and become carbon neutral by 2060.

The country was seen to boost its coal output to cope with the severe heatwaves this summer, which climate experts expect to become more frequent in the future because of human-caused climate change.

Daniel Wetzel, head of tracking sustainable transitions unit at the International Energy Agency, said accelerating energy transition to renewables is a more durable way to slash carbon emissions.

WETZEL ACT

“What we actually need to be seeing is the systematic changes in shifting away people from using internal combustion engines towards electric vehicles, shifting away from coal to renewables.”

China plans to generate a third of its energy from renewables by 2025. In 2021, official figures show that this figure is approaching 30%.

WETZEL ACT

“There’s more opportunity [for China] to move above its current targets for renewables.”

XS
SM
MD
LG