ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຈີນ​ ກັບ 21 ປະ​ເທດ ຮ່ວມກັນ​ສ້າງ​ຕັ້ງ​ ທະນາຄານ​ພັດທະນາ ​ໂຄງ​ລ່າງ​ພື້ນຖານ​ ຂອງ​ເອ​ເຊຍ ​(ວີດີໂອ ຮຽນພາສາອັງກິດ)


ປະທານປະເທດຈີນ ທ່ານ Xi Jinping (ກາງ) ຮ່ວມກັບແຂກ ໃນພິທີລົງນາມ ການສ້າງຕັ້ງ ທະນາຄານລົງທຶນ ດ້ານໂຄງລ່າງພື້ນຖານຂອງເອເຊຍ ຢູ່ສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ, ວັນທີ 24 ຕຸລາ 2014.

ຈີນ​ກັບ​ອີກ 21 ປະ​ເທດ ​ໄດ້​ຕົກລົງ​ກັນ ທີ່​ຈະ​ສ້າງ​ຕັ້ງທະນາຄານ
​ພັດທະນາ​ໃໝ່ຂຶ້ນ​ມາ ​ເພື່ອ​ສະໜອງ​ທຶນ​ໃຫ້​ແກ່ໂຄງການ​ກໍ່ສ້າງ​
ໂຄງ​ລ່າງ​ພື້ນຖານ​ຕ່າງໆ ​ເຊັ່ນ ຖະໜົນ​ຫົນທາງ ທ່າ​ເຮືອ ​ແລະ​
ທາງ​ລົດ​ໄຟ ​ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ. ​ແຕ່​ສະຫະລັດ​ໄດ້​ຕິຕຽນ​ຂໍ້
​ສະ​ເໜີ​ທີ່​ຈະສ້າງ​ຕັ້ງ​ທະນາຄານ​ດັ່ງກ່າວ ​ແລະ​ສາມ​ປະ​ເທດ​ທີ່​
ຖືກເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ ​ໄດ້​ປະຕິ​ເສດ. ດາຣາມີ​ລາຍ​ລະອຽດ
​ມາສະ​ເໜີ​ທ່ານ ຈາກ​ລາຍງານ​ຂອງ​ນັກ​ຂ່າວ​ວີ​ໂອ​ເອ Shannon
Van Sant ທີ່​ປັກ​ກິ່ງ.

ເບິ່ງວີດີໂອ ຮຽນພາສາອັງກິດ ກ່ຽວກັບລາຍງານນີ້:

ຈີນ​ແລະ​ອີກ 21 ປະ​ເທດ ​ໄດ້​ຕົກລົງ​ກັນ ທີ່​ຈະ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ​ລະຫວ່າງ​ປະ
ເທດ​ຂຶ້ນ​ມາ ທີ່ຈະ​ເອີ້ນ​ວ່າ ທະນາຄານ​ລົງທຶນ​ດ້ານ​ໂຄງ​ລ່າງ​ພື້ນຖານ​ຂອງ​ເອ​ເຊຍ ​ຫລື the
Asian Infrastructure Investment Bank ເອີ້ນຫຍໍ້ວ່າ AIIB. ພວກປະເທດ​ສະມາ
ຊິກ ​ແມ່ນ​ມີ​ຮວມທັງ ມຽນມາ ຫວຽດນາມ ສປປ ລາວ ກຳປູ​ເຈຍ ​ແລະ​ຟີ​ລິບ​ປິນ. ​ໃນ​ບັນດາ
ປະ​ເທດເອ​ເຊຍ​ໃຕ້ ກໍ​ມີ ອິນ​ເດຍ ປາ​ກິ​ສຖານ ​ບັງກະລາ​ແດ​ສ ​ແລະ​ເນ​ປາລ.

ທີ່​ປັກ​ກິ່ງ ​ໂຄສົກ​ຍິງຂອງ​ກະຊວງຕ່າງປະ​ເທດ​ຈີນ ທ່ານ​ນາງ Hua Chunying ກ່າວວ່າ
ບັນດາ​ລັດຖະມົນຕີ​ການ​ເງິນຂອງ​ພວກ​ປະ​ເທດ​ສະມາຊິກ ​ແມ່ນ​ມີ​ຄວາມກະ​ລື​ລົ້ນຢາກຈະ
​ເຫັນ​ວ່າ ທະ​ນາຄາ​ນ AIIB ຈະ​ສາມາດ​ຊ່ວຍ​ປັບປຸງ ປະ​ເທດ​ຂອງພວກ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ
ໄດ້​ແນວ​ໃດ.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ແທນ​ຂອງ​ໝົດ​ທັງ 21 ປະ
ເທດ ​ແລະກ່າວ​ວ່າ ພວກ​ເຂົາ​ເຈົ້າ​ທັງໝົດ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ ທີ່​ຈະດຳ
ເນີນການ​ພັດທະນາ​ຮ່ວມ​ກັນ. ທ່ານ Xi ​ເວົ້າ​ວ່າ ທະນາຄານ AIIB ຈະສະໜັບສະໜຸນ
ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະຈະ​ຮວມ​ເອົາ​ໝົດ​ທຸກ​ພັກ​ຝ່າຍ ​ທັງຈະ​ເປີດ​ກວ້າງ ​ແລະ
​ມີ​ຄວາ​ມ​ໂປ່​ງ​ໃສ.

ແຕ່ສາມ​ປະ​ເທດ​ບໍ່​ໄດ້​ເຂົ້າ​ຮ່ວມ​ນຳ ​ໃນ​ມື້​ເປີດ​ໂຕ​ໂຄງການ​ ​ເມື່ອ​ວັນ​ທີ 24 ​ເດືອນຕຸລານັ້ນ.
ອິນ​ໂອ​ເນ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ ໃນ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້
ບໍ່​ໄດ້​ໄປ​ມີໜ້າ ​ເຊັ່ນ​ດຽວ​ກັນກັບ ອອສ​ເຕຣ​ເລຍ ​ແລະ​ເກົາຫລີ​ໃຕ້ ​ເຖິງ​ແມ່ນ​ເກົາຫລີ​ໃຕ້ໄດ້
ກ່າວວ່າ ​ບໍ່​ມີ​ເຫດຜົນ​ອັນ​ໃດ ທີ່ຈະ​ຂັດຂວາງ​ບໍ່​ໃຫ້ຕົນ​ເຂົ້າ​ຮ່ວມ​ໃນ​ທະນາຄານ​ນີ້ ຖ້າຫາກ
ວ່າ​ເງື່ອນ​ໄຂ​ບາງ​ຢ່າງ​ໄດ້​ຮັບ​ການ​ຕອບສະໜອງ.


ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຕິຕຽນ​ຂໍ້​ສະ​ເໜີ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ
ດັ່ງກ່າວຢ່າງໃຫຍ່. ​ໂຄສົກ​ຍິງ​ຂອງ​ກະຊວງ ທ່ານ​ນາງ Jen Psaki ​ກ່າວ​ວ່າ ລັດຖະມົນຕີ
ຕ່າງປະ​ເທດ John Kerry ​ ໄດ້​ກ່າວ​ໃຫ້​ເປັນ​ທີ່​ແຈ່ມ​ແຈ້ງ​ແກ່​ລັດຖະບານ​ຈີນ​ວ່າ ວໍ​ຊິງ​ຕັນ
ຍິນ​ດີ​ນຳ​ແນວ​ຄິດ ທີ່​ຈະ​ສ້າງ​ຕັ້ງທະນາຄານພັດທະນາ​ໂຄງ​ລ່າງ​ພື້ນຖານ ສຳລັບ​ຂົງ​ເຂດ
​ເອ​ເຊຍ​ນັ້ນ ​ແຕ່​ກໍໄດ້​ຊຸກຍູ້ຢ່າງ​ແຂງ​ຂັນວ່າ ທະນາຄານ​ແບບ​ນັ້ນ​ຕ້ອງຈັດ​ຕັ້ງ​ຂຶ້ນໃຫ້​ຖືກ
ຕ້ອງ​ຕາມມາດຕະຖານຂອງ​ສາກົນ ​ໃນ​ດ້ານ​ການ​ປົກຄອງ​ຫລືການ​ບໍລິຫານ​ທີ່​ດີ ​ແລະ
ດ້ານຄວາມ​ໂປ່​ງ​ໃສ ກໍ​ຄື​ການເປີດ​ກ້ວາງ. ທ່ານ​ນາງ Psaki ກ່າວ​ອີກວ່າ ສະຫະລັດ​ມີ
​ຄວາ​ມກັງວົນນຳ ລັກສະນະ​ອັນບໍ່​ແຈ້ງຂາວ​ຂອງ ​ຂໍ້​ສະ​ເໜີ​ກ່ຽວ​ກັບທະນາຄານ AIIB
ຕາມ​ທີ່​ເປັນ​ຢູ່ໃນ​ເວລາ​ນີ້.

ວໍ​ຊິງ​ຕັນຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ທະນາຄານ​ດັ່ງກ່າວ​ຈະ​ບັ່ນ​ທອນ ຫລືຂັດແຍ້ງ
ກັນກັບ ທະນາຄານໂລກ ແລະທະນາຄານ​ພັດທະນາ​ເອເຊຍ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ຖະ​ແຫລ​ງຕອບ​ຕໍ່​ຄຳ​ຕິຕຽນ​ນັ້ນ ​ໂດຍ​ກ່າວ​ວ່າຈຸດປະສົງ
ຂອງ​ທະນາຄານ​ນີ້ ແມ່ນ​ເພື່ອ​ສະໝອງ​ຄວາມຕ້ອງການ​ດ້ານ​ໂຄງ​ລ່າງພື້ນຖານຂອງຂົງ​ເຂດເອເຊຍ.

​ໂຄສົກ Hua Chunying ກ່າວ​ວ່າ ປະ​ເທດ​ຈີນ​ເອົາ​ບາດກ້າວ​ດັ່ງກ່າວ​ນີ້ ກໍ​ເພື່ອ​ສົ່ງ​ເສີມ
ຄວາມ​ເປັນ​ເອກະ​ພາບຂອງ​ຂົງ​ເຂດ ​ແລະ​ວ່າ ທະນາຄານ AIIB ຈະໄປ​ເສີມ​ທະນາຄານ
ອື່ນໆ ບໍ່​ແມ່ນ​ໄປ​ບັ່ນ​ທອນ ຫລື​ບ່ອນ​ທຳລາຍ. ​ໃນ​ເລື່ອງ​ຂອງ​ຄວາມ​ໂປ່​ງ​ໃສ​ນັ້ນ ​ໂຄສົກ
Hua ກ່າວ​ວ່າ ຈີນ​ແລ​ະສະມາຊິກ​ອື່ນໆອີກ 21 ປະ​ເທດ​ນັ້ນ ຈະ​ຮ່ວມ​ມື​ກັນ​ເພື່ອ​ເຮັດ​ໃຫ້
ໂຄງ​ສ້າງ​ທາງ​ການ​ເງິນ​ຂອງ​ທະນາຄານ AIIB ​ເປີດ​ກ້ວາງ ​ແລະຮວມ​ເອົາ​ທຸກ​ພັກ​ຝ່າຍ.

​ຈີນ​ໄດ້​ສະ​ເໜີ​ໃຫ້​ຈັດ​ຕັ້ງທະນາຄານ​ນີ້​ຂຶ້ນ​ ເມື່ອ​ໜຶ່ງ​ປີ​ກ່ອນ ​ແລະ​ຄາດ​ວ່າ ທະນາຄານ​ຈະ
​ເ​ລີ້​ມ​ເປີດ​ດຳ​ເນີນ​ກິດຈະການໃນ​ປີໜ້າ. ນອກ​ນັ້ນ ທະນາຄານ​ນີ້​ຍັງ​ໄດ້​ຕື່ມ​ເຊື້ອ​ໄຟ​ໃສ່
​ຄວາມ​ເປັນ​ຫ່ວງ​ທີ່​ວ່າ ມັນ​ຈະ​ອຳນວຍ​ໃຫ້​ຈີນ​ມີ​ອິດ​ທິພົນ​ຫລາຍ​ຂຶ້ນຢູ່​ໃນ​ເອ​ເຊຍ ​ໂດຍ​ບໍ່​
ຈຳ​ເປັນ. ຈີນ​ຈະ​ເປັນ​ຜູ້​ຖື​ຫຸ້ນ​ລາຍ​ໃຫຍ່​ທີ່​ສຸດ ​ໃນ​ທະນາຄານ​ດັ່ງກ່າວ ຄື 50 ​ເປີ​ເຊັນ ​ແລະ
ຈະປະກອບສ່ວນ 50 ຕື້​ດອລລ່າ ໃສ່​ຕົ້ນ​ທຶນ.​

ບັນດາ​ຜູ້​ສະໜັບສະໜຸນ ຂໍ້​ສະ​ເໜີ​ກ່ຽວ​ກັບ​ແຜນການນີ້ ກ່າວ​ວ່າ ບໍ່​ຄືກັບ​ທະນາຄານ​ໂລກ
ແລະ​ທະນາຄານ​ພັດທະນາ​ເອ​ເຊຍ ທະນາຄາ​ນນີ້ແມ່ນຈະ​ສຸມ​ໃສ່​ໂຄງການ​ກໍ່ສ້າງ​ໂຄງ​ລ່າງ
ພື້ນຖານ​ຕ່າງໆ ​ແທນທີ່​ຈະ​ເພ່ງ​ເລັງໃສ່​ການຫລຸດຜ່ອນ​ຄວາມທຸກ​ຈົນ. ​ໃນ​ປີ 2009 ທະນາ
ຄານພັດທະນາ​ເອ​ເຊຍ ປະ​ເມີນ​ວ່າ ຂົງ​ເຂດ​ເອ​ເຊຍ​ຈະ​ຕ້ອງການ ການ​ລົງທຶນ​ໃສ່​ໂຄງ​ລ່າງ
ພື້ນຖານ ​ເຖິງ 8 ພັນ​ຕື້​ດອລລ່າ ພາຍ​ໃນ​ປີ 2020.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG