ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສ້າງ​ທາງ​ລົດ​ໄຟ ເຊື່ອມ​ຕໍ່ ຈີນ ລາວ ແລະ ໄທ ຈະ​ເສັດ​ສິ້ນ​ລົງ​ ໃນ​ປີ 2023


ຄະ​ນະ​ຜູ້​ຕາງ​ໜ້າ​ຈີນ ລາວ ໄທ ກຳ​ລັງ​ຊ້ວນ​ດິນ ເປັນ​ສັນ​ຍາ​ລັກ ກໍ່​ສ້າງ​ທາງ​ລົດ​ໄຟ.
ຄະ​ນະ​ຜູ້​ຕາງ​ໜ້າ​ຈີນ ລາວ ໄທ ກຳ​ລັງ​ຊ້ວນ​ດິນ ເປັນ​ສັນ​ຍາ​ລັກ ກໍ່​ສ້າງ​ທາງ​ລົດ​ໄຟ.

ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລະ​ຫວ່າງ​ຈີນ-ລາວ-ໄທ ຈະ​ແລ້ວ​ສຳ​ເລັດ​ໃນ​ທ້າຍ​ປີ
2023 ແລະ​ຈະ​ສາ​ມາດ​ເລີ້ມ​ການ​ເດີນ​ລົດ​ໄຟ​ໂດຍ​ສານ ແລະ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ
3 ປະ​ເທດ​ໃນ​ຕົ້ນ​ປີ 2024 ຊຶ່ງ​ຊົງ​ລິດ ໂພນ​ເງິນ​ ນັກ​ຂ່າວ ວີ​ໂອ​ເອ ມີ​ລາ​ຍ​ງານ​ຈາກ​
ບາງກອກ.

ທ່ານ​ອາ​ຄົມ ເຕີມ​ພິ​ດທະ​ຍາ​ໄພ​ສິດ ລັດ​ຖະ​ມົນ​ຕີວ່າ​ການ​ ກະ​ຊວງ​ຄົມ​ມະ​ນາ​ຄົມຂ​ອງ
​ໄທ ຢືນ​ຢັນ​ວ່າ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ໄທ ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ ແລ​ະ
​ຈີນ ຈະ​ສຳ​ເລັດ​ທັງ 100 ເປີ​ເຊັນ ໃນ​ທ້າຍ​ປີ 2023 ແລະ​ຈະສາ​ມາດ​ເລີ້ມ​ການ​ເດີນ​ລົດ
​ໄຟ​ໂດຍ​ສານ ແລະ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ໃນ​ຕົ້ນ​ປີ 2024 ທີ່​ເປັ​ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​
ເມືອງ​ຄຸນໝິງ ໃນ​ແຂວງ​ຢູ​ນານຂອງ​ຈີນ ກັບ​ນະ​ຄອນ​ວຽງ​ຈັນ ແລະ​ບາງກອກ ໂດຍ​
ການ​ກໍ່​ສ້າງ​ທ່າງ​ລົດ​ໄຟ​ໃນ​ໄທ ​ໄດ້​ແບ່ງ​ເປັນ 2 ໄລຍະ​ກໍ​ຄື​ລະ​ຍະ​ທີ 1 ທີ່​ກຳ​ລັງ​ກໍ່​ສ້າງ​ຢູ່
​ໃນ​ເວ​ລາ​ນີ້ ເປັນ​ການ​ເຊື່ອມ​ຕໍ່​ຈາກ​ບາງກອກ​ໄປນະ​ຄອນ​ລາດ​ຊະ​ສີ​ມາ (ໂຄ​ຣາດ)
ສ່ວນ​ໄລ​ຍະ​ທີ 2 ກໍ​ຈະ​ເປັນ​ການ​ເຊື່ອມ​ຕໍ່​ຈາກ​ໂຄ​ຣາດ​ໄປໜອງ​ຄາຍ ທັງ​ຍັງ​ຈະ​ກໍ່​ສ້າງ​
ຂົວ​ລົດ​ໄຟຂ້າມ​ແມ່​ນ້ຳ​ຂອງ ເພື່ອ​ໄປ​ເຊື່ອມ​ຕໍ່​ລົດ​ໄຟ​ລາວ ທີ່​ນະ​ຄອນ​ວຽງ​ຈັນ​ດ້ວຍ ດັ່ງ​
ທີ່​ທ່ານ​ອາ​ຄົມ ໃຫ້​ການ​ຢືນ​ຢັນ​ວ່າ:

“ໄລ​ຍະ​ທີ 2 ກໍ​ຈະ​ເປັນ​ຊ່ວງ​ຈາກ​ນະ​ຄອນ​ລາດ​ຊະ​ສີ​ມາ ເຖິ​ງ​ໜອງ​ຄາຍ ຊ່ວງ​ນີ້​ກໍ​ໄລ​
ຍະທາງ​ທັງ​ໝົດ 355 ກິ​ໂລ​ແມັດ ແລ້ວ​ກໍ​ໄດ້​ເປັນ​ທີ່​ຕົກ​ລົງ​ກັບ​ຝ່າຍ​ຈີນວ່າ ທາງ​ກະ​
ຊວງ​ເອງ​ກັບ ທາງ​ການ​ລົດ​ໄຟ​ເອງ​ ກໍ​ຈະ​ເປັນ​ຜູ້​ອອກ​ແບບ​ຄວາມ​ໄວ​ສູງ​ສຸດ​ກໍ 250
ກິ​ໂລ​
ແມັດ ຕໍ່ຊົ່ວ​ໂມງ ຄາດ​ວ່າ​ຈະ​ໄດ້​ໂຕ​ຜູ້​ຮັບ​ຈ້າງ​ໃນ​ຕົ້ນ​ປີ ພ​.ສ 2563 ສ່ວນ​ທີ 3
ນັ້ນ ກໍ​
ຈະ​ເປັນ​ຊ່ວງຂົວ​ຂ້າມ​ແມ່​ນ້ຳ​ຂອງ​ຈາກ ສະ​ຖາ​ນີ​ໜອງ​ຄາຍ​ ອັນ​ທີ 2 ກໍ​ຈະ​
ເປັນ​ຂົວ​ລົດ​ໄຟ
ຊຶ່ງ​ຂົວ​ໂຕ​ນີ້ກໍ​ຈະ​ສົ່ງ​ລົດ​ໄຟ​ຂ້າມ​ໄປ​ທີ່​ສະ​ຖາ​ນີ ວຽງ​ຈັນ ຄາດ​ວ່າ
​ຈະ​ແລ້ວ​ເສັດ​
ພາຍ​ໃນ​ປີ 2566.”

ທາງ​ດ້ານ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ປະ​ທານ​ປະ​ເທດ​ລາວ ຖະ​ແຫຼງ​ຢືນ​ຢັນ​ໃນ​ໂອ​ກາດ​ການ​
ກວດ​ຢ້ຽມ ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ສ່ວນ​ທີ່​ເປັນ​ສະ​ຖາ​ນີ​ໃຫຍ່​ນະ​ຄອນ​ຫຼວງ
ວຽງ​ຈັນ ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ການທຸ້ມ​ເທ​ທັງ​ບຸກ​ຄະ​ລາ​ກອນ ແລະ​ເງິນທຶນ​ເຂົ້າ​ໃນ​ການ
​ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ເຊື່ອມ​ຕໍ່​ລາວ​ກັບ​ຈີນ​ນັບແຕ່​ທ້າຍ​ປີ 2016 ເປັນ​ຕົ້ນ​ມາ ຖື​ເປັນ​
ສັນ​ຍາ​ລັກ​ຂອງ​ການ​ເປັນ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ ຢ່າງ​ຮອບ​ດ້ານ​ລະ
​ຫວ່າງ​ລາ​ວ-ຈີນ ທີ່​ຢູ່​ພາຍໃຕ້​ຂໍ້​ລິ​ເລີ້ມ​ນຶ່ງ​ແລວ-ນຶ່ງ​ເສັ້ນ​ທາງ ຂອງ​ທ່ານ​ສີ ຈິນຜິງ ປະ
​ທານ​ປະ​ເທດ​ຈີນ ທີ່​ໄດ້​ເນັ້ນ​ໜັກເຖິງ​ການ​ເປັນ​ຫຸ້ນ​ສ່ວນ 4 ດີ ລະ​ຫວ່າງ​ລາວ​ກັ​ບ​ຈີນ​ກໍຄື​
ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ເປັນ​ມິດ​ທີ່​ດີ ເປັນ​ສະ​ຫາຍ​ທີ່​ດີ ແລະ​ເປັນ​ຄູ່​ຮວມ​ມື​ທີ່​ດີ ລະ​
ຫວ່າງ 2 ຊາດ​ລາວ​ຈີນ.

ສ່ວນ​ທ່ານ​ໂຈ ຊຽວ​ເ​ຊຍ ຫົວ​ໜ້າ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ຊ່ວງ​ທີ 1 ຢືນ​ຢັນ
​ວ່າ ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ຄືບ​ໜ້າ​ໄປ​ແລ້ວ 60 ເປີ​ເຊັນ ຂອງ​ແຜ​ນ​ການ​
ທັງ​ໝົດ ໂດຍ​ສະ​ເພາະ​ເດືອນ​ມີ​ນາ 2019 ກໍ​ໄດ້​ສຳ​ເລັດ​ການ​ເຈາະ ແລະ​ກໍ່​ສ້າງ​ອຸ​ໂມງ​ບໍ່
​ເຕັນ ຢູ່​ເຂດ​ເມືອ​ຫຼວງ​ນ້ຳ​ທາ ທີ່​ມີ​ໄລ​ຍະ​ທາງ​ຍາວ 6,453.5 ແມັດ ທີ່​ເປັນ 1 ໃນ 10 ອຸ​
ໂມງ​ທີ່​ມີ​ໄລຍະ​ທາງຍາວກວ່າ 5,000 ແມັດ​ຂຶ້ນ​ໄປ ຫາກ​ແຕ່​ສຳ​ລັບ​ການ​ເຈາະ ແລະ​ກໍ່​
ສ້າງ​ອຸ​ໂມງ ເພື່ອ​ເຊື່ອ​ມ​ຕໍ່​ຈາກ​ຈີນ ມາ​ທີ່​ດ່ານ​ບໍ່​ເຕັນ ຊຶ່ງ​ມີໄລ​ຍະ​ທາງ​ຍາວກວ່າ 9,000
ແມັດ​ນັ້ນ ​ກໍ​ຕ້ອງ​ໄດ້​ໂຈະ​ໄວ້​ຊົ່ວ​ຄາວ ເພາະ​ວ່າ​ໄດ້​ເຈາະ​ໄປ​ຖືກ​ແຮ່​ເກືອ ທີ່​ມີ​ປະ​ລິ​ມານ
​ຫຼາຍ​ສົມ​ຄວ​ນ​ຈຶ່ງ​ຕ້ອງໄດ້​ມີ​ການ​ສຶກ​ສາ​ວິ​ໄຈ​ຢ່າງ​ລະ​ອຽດ​ເສຍ​ກ່ອນ.

ທັງ​ນີ້​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ເຊື່ອມ​ຕໍ່​ຈາກ​ບໍ່​ເຕັນ​ໄປ​ຍັງ​ນະ​ຄອນຫຼວງວຽງ​ຈັນ ຈະ​
ຕ້ອງ​ຂຸດ​ເຈາະ ແລະ​ກໍ​ສ້າງ​ອຸ​ໂມງ​ຈຳ​ນວນ 75 ອຸ​ໂມງ ຄື​ໃນ​ຕະ​ຫຼອດ​ເສັ້ນ​ທາງລົດ​ໄຟ ທີ່
​ມີ​ໄລ​ຍະ​ທາງ​ຍາວ​ທັງ​ໝົດ 414 ກິໂລ​ແມັດ ຊຶ່ງ​ຈາກ​ກາ​ນ​ດຳ​ເນີນ​ງານ​ນັບ​ແຕ່​ທ້າຍ​ປີ
2016 ເປັນ​ຕົ້ນ​ມາ ​ທີ່ມີ​ກາ​ນຳ​ໃຊ້​ນາຍ​ຊ່າງ ແລະ​ກຳ​ລັງ​ແຮງ​ງານ​ຈາກ​ຈີນ ຫຼາຍກວ່າ
30,000 ຄົນ​ໃນ​ປັດ​ຈຸ​ບັນ​ນີ້​ກໍເຮັດ​ໃຫ້​ສະ​ພາບ​ບໍລິ​ຫານບໍ​ລິ​ສັດ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ
ຊຶ່ງ​ມີ​ທ່ານ​ຈູ ກົວະ​ຈຽງ ເປັນ​ປະ​ທານ​ນັ້ນ ມີ​ຄວາມ​ໝັ້ນ​ໃຈ​ວ່າ​ ການ​ກໍ່​ສ້າງ​ທາງ​ລົດ​ໄຟ
​ລາວ-ຈີນ ຈະ​ແລ້ວ​ເສັດ​ຕາມ​ກຳ​ນົດ​ພາຍ​ໃນ​ທ້າຍ​ປີ 2021 ຢ່າງ​ແນ່ນອນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະ​ນະ​ໄກ່​ເກ່ຍຂອງ​ໂຄງ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ​-ຈີນ ຍັງ​ຄົງ​ສືບ
​ຕໍ່​ການ​ເຈ​ລະ​ຈາ​ ກັບ​ບັນ​ດາ​ຫົວ​ໜ່ວຍທຸລະ​ກິດ ແລະ​ປະ​ຊາ​ຊົນ​ຜູ້​ເປັນ​ເຈົ້າ​ຂອງ​ທີ່​ດິນ
ແລະ​ສິ່ງ​ປູກ​ສ້າງ​ຕ່າງໆ ທີ່​ຢູ່​ໃນ​ເຂດ​ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ຈະ​ເຮັດ​ຂໍ້ຕົກ​ລົງ​ຮ່ວມ​ກັນ​
ກ່ຽວ​ກັບ​ອັດ​ຕາ​ຄ່າ​ເວນ​ຄືນ​ໃຫ້​ໄດ້​ຢ່າງ​ສົມ​ບູນ ໂດຍ​ຄະ​ນະ​ຄຸ້ມ​ຄອງໂຄງ​ການ​ກໍ່​ສ້າງ​
ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ສົ່ງ​ມອບ​ທີ່​ດິນ​ໃຫ້​ກັບ ບໍ​ລິ​ສັດ​ຈີນ​ແລ້ວ 84 ເປີ​ເຊັນ ແລະ​ຍັງ​
ເຫຼືອ 242 ລ​າຍ ທີ່​ຍັງ​ຕົກ​ລົງ​ກັນ​ບໍ່​ໄດ້​ໃນ​ປັດ​ຈຸ​ບັນ​ນີ້.

XS
SM
MD
LG