ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫ້ອງທົດລອງຂອງຈີນ ທີ່ມີການຮັກສາຄວາມປອດໄພສູງ ດຶງດູດຄວາມສົນໃຈຈາກສາກົນ


ພະນັກງານຈີນຄົນນຶ່ງ ທີ່ເຮັດວຽກຢູ່ໃນຫ້ອງທົດລອງ ໃນເມືຶອງ ວູຫານ ປະເທດຈີນ.
ພະນັກງານຈີນຄົນນຶ່ງ ທີ່ເຮັດວຽກຢູ່ໃນຫ້ອງທົດລອງ ໃນເມືຶອງ ວູຫານ ປະເທດຈີນ.

ໃນໄລຍະສີ່ເດືອນກວ່າໆທີ່ຜ່ານມານີ້ ນັບແຕ່ຈີນໄດ້ລາຍງານການລະບາດ ຂອງປອດ
ບວມຊະນິດໃໝ່ຢູ່ແຂວງຮູເບ ໄວຣັສໂຄໂຣນາໄດ້ລະບາດໄປເກືອບທຸກໆແຈ ຂອງໂລກ ແຕ່ຍັງບໍ່ມີຄໍາຕອບ ທີ່ໄດ້ຮັບການຢືນຢັນວ່າ ມັນເລີ້ມມາຈາກໃສກັນແທ້.

ຈີນໄດ້ກ່າວວ່າ ຄົນທີ່ຕິດໄວຣັສເທື່ອທຳອິດ ຈາກພວກສັດທີ່ມີຊີວິດ ຂາຍຢູ່ຕະຫຼາດຂາຍ
ສັດສົດໃນເມືອງວູຫານ ທີ່ເປັນເມືອງສຳຄັນຂອງແຂວງຮູເບ. ແຕ່ວ່າ ນັບແຕ່ມີການລາຍ
ງານຢ່າງເປີດເຜີຍຂອງການແຜ່ລະບາດອອກໄດ້ປາກົດອອກ ມາໃນເດືອນທັນວາທີ່
ຜ່ານມາ ບັນດາຜູ້ສັງເກດການຫຼາຍຄົນໄດ້ໃຫ້ຂໍ້ສັງເກດວ່າ ຫ້ອງທົດລອງລັບລະດັບທີສີ່
ຂອງຄວາມປອດໄພວິທະຍາຈີນ ທີ່ປະຕິບັດການຄົ້ນ ຄວ້າກ່ຽວກັບໄສຮັສໂຄໂຣນາສັດ
ຕັ້ງງຢູ່ບໍ່ເທົ່າໃດກິໂລແມັດ ຫ່າງຈາກຕະຫຼາດ ຂາຍສັດສົດ.

ມັນເປັນເລື້ອງໂດຍບັງເອີນບໍ? ຫຼືວ່າຫ້ອງທົດລອງນີ້ ມີບົດບາດທີ່ສຳຄັນຫຼາຍ ກວ່ານັ້ນ
ໃນການແຜ່ລະບາດ? ໂດຍປາດສະຈາກຫຼັກຖານທີ່ເຂັ້ມແຂງ ເຕັມໄປ ດ້ວຍການຊ່າລື
ທີ່ເຊື່ອບໍ່ໄດ້. ນີ້ແມ່ນສິ່ງທີ່ພວກເຮົາຮູ້.

ຫ້ອງທົດລອງວິທະຍາທີ່ມີການຮັກສາຄວາມປອດໄພສູງດັ່ງກ່າວຕັ້ງຢູ່ເທິງພູນອກ ເມືອງວູຫານ ເປັນຫ້ອງທົດລອງ ທີ່ມີການຮັກສາຄວາມປອດໄພຢ່າງສູງສຸດ ທີ່ ເກັບຮັກສາຫຼາຍເຊື້ອໄວຣັສຫຼາຍກວ່າ 1,500 ຊະນິດ.

ນອກນັ້ນ ມັນຍັງເປັນແຫຼ່ງໃນຄວາມເປັນຫ່ວງສຳລັບພວກເຈົ້າໜ້າທີ່ສະຫະລັດ ເມື່ອ
ສອງປີທີ່ຜ່ານມາແລ້ວ.

ໂທລະເລກຂອງກະຊວງຕ່ງປະເທດສະຫະລັດສອງສະບັບ ສະແດງໃຫ້ເຫັນວ່າ ພວກ
ເຈົ້າໜ້າທີ່ສະຖານທູດອາເມຣິກັ ຢູ່ໃນນະຄອນຫຼວງປັກກິ່ງໄດ້ໄປຢ້ຽມຢາມ ສະຖານທີ່
ຄົ້ນຄວ້າຫຼາຍຄັ້ງ ແລະໄດ້ສົ່ງຄຳເຕືອນເປັນທາງການກັບຄືນມາວໍໍຊິງ ຕັນ ໃນຕົ້ນປີ 2018
ກ່ຽວກັບຫ້ອງທົດລອງ ທີ່ຂາດມາດຕະການຄວາມປອດ ໄພ. ນີ້ແມ່ນເວລາທີ່ພວກນັກ
ຄົ້ນຄວ້າພາກັນສ່ຽງຕໍ່ການປະຕິບັດການສຶກສາກ່ຽວ ກັບໄວຣັສໂຄໂຣນາຈາກເຈຍ ທີ່
ໜັງມືພິມວໍຊິງຕັນໂພສທ໌ໄດ້ລາຍງານໂດຍອ້າງແຫຼ່ງຂ່າວສືບລັບ.

ພວກເຈົ້າໜ້າທີ່ສືບລັບໃນປັດຈຸບັນ ແລະອະດີດຂອງສະຫະລັດ ຫວ່າງມໍໆມານີ້

ຍັງໄດ້ບອກອົງການຂ່າວ ຢູ່ໃນສະຫະລັດວ່າ ປະຊາຄົມສືບລັບກຳລັງ ພິຈາລະ ນາວ່າ
ໄວຣັສໂຄໂຣນາ ໄດ້ປາກົດໂຕອອກມາໂດຍອຸບັດເຫດ ຈາກຫ້ອງທົດລອງຫຼືບໍ່ ແລະ
“ຄົນປ່່ວຍນ້ຳເບີສູນ” ເຮັດວຽກຢູ່ນັ້ນຫຼືບໍ່.

ເຖິງຢ່າງໃດກໍດີ ແຫຼ່ງຂ່າວສືບລັບໄດ້ບອກ ວີໂອເອ ວ່າ ປະຊາຄົມສຶືບລັບສະຫະລັດ
“ບໍ່ໄດ້ລົງຄວາມເຫັນກ່ຽວກັບທິດສະດີໃດໆ” ໃນເລື້ອງທີ່ມາຂອງໄວຣັສໂຄໂຣນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG