ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນ ປະທ້ວງຈີນ ກ່ຽວກັບ ເລື້ອງເກາະ Okinawa


ເດັກຊາຍຊາວ Okinawa ເອົາມືໄປຈັບເບິ່ງແຜນທີ່ຂອງເກາະ Okinawa ທີ່ແກະສະລັກໃສ່ໜ້າກ້ອນຫີນວາງຢູ່ໃກ້ຄ້າຍ ທະຫານອາກາດ ແລະມາຣິນຂອງສະຫະລັດ Futenma ທີ່ເມືອງ Ginowan ໃນເກາະ Okinawa ຂອງຍີ່ປຸ່ນ. (File)
ເດັກຊາຍຊາວ Okinawa ເອົາມືໄປຈັບເບິ່ງແຜນທີ່ຂອງເກາະ Okinawa ທີ່ແກະສະລັກໃສ່ໜ້າກ້ອນຫີນວາງຢູ່ໃກ້ຄ້າຍ ທະຫານອາກາດ ແລະມາຣິນຂອງສະຫະລັດ Futenma ທີ່ເມືອງ Ginowan ໃນເກາະ Okinawa ຂອງຍີ່ປຸ່ນ. (File)
ຍີ່ປຸ່ນໄດ້ສົ່ງ “ໜັງສືປະທ້ວງ” ຢ່າງແຮງເຖິງຈີນ ລຸນຫລັງທີ່ໜັງ
ສືພິມທີ່ດໍາເນີນງານໂດຍພັກຄອມມີວນີສຈີນ ໄດ້ພິມເຜີຍແຜ່
ບົດຄວາມເລື້ອງນຶ່ງ ທີ່ຕັ້ງຂໍ້ສົງໄສ ກ່ຽວກັບການເປັນເຈົ້າຂອງ
ຫຼືມີກໍາມະສິດຂອງກຸງໂຕກຽວ ຕໍ່ເຂດປົກຄອງ Okinawa ທີ່
ຢູ່ພາກໃຕ້ຂອງຍີ່ປຸ່ນ.

ໜັງສືພິມ People’s Daily ໃນວັນພຸດວານນີ້ ໄດ້ອ້າງເຖິງຄໍາ
ເວົ້າຂອງນັກຊ່ຽວຊານ ໃນອົງການຄົ້ນຄວ້າຂອງລັດທີ່ເວົ້າວ່າ ມັນເຖິງເວລາແລ້ວທີ່ຈະຕ້ອງພິຈາລະນາຄືນໃໝ່ ກ່ຽວກັບອະທິ
ປະໄຕຂອງຍີ່ປຸ່ນ ເໜືອໝູ່ເກາະ Ryukyu ຊຶ່ງລວມທັງເກາະ
Okinawa ນຳດ້ວຍ.

ທ່ານ Yoshihide Suga ຫົວໜ້າຫ້ອງການຂອງຄະນະລັດຖະບານຍີ່ປຸ່ນກ່າວໃນວັນ ພະຫັດມື້ນີ້ວ່າ “ມັນເປັນເລື້ອງທີ່ຮັບເອົາບໍ່ໄດ້ເດັດຂາດ” ຖ້າຫາກວ່າບົດຄວາມດັ່ງກ່າວ ສະແດງໃຫ້ເຫັນເຖິງທັດສະນະຂອງລັດຖະບານຈີນ. ທ່ານເວົ້າວ່າ ຝ່າຍຈີນໄດ້ຕອບວ່າ ຄວາມຄິດເຫັນໃນບົດຄວາມ ແມ່ນເປັນພຽງຂອງພວກນັກຄົ້ນຄວ້າເທົ່ານັ້ນ.

ສາຍສໍາພັນລະຫວ່າງຈີນ ແລະຍີ່ປຸ່ນ ແມ່ນເຄັ່ງຕຶງຢູ່ແລ້ວ ຍ້ອນບັນຫາຂັດແຍ້ງເມື່ອໄວໆ ມານີ້ກ່ຽວກັບໝູ່ເກາະນ້ອຍໆແຕ່ມີລັກສະນະຍຸດທະສາດ ຢູ່ໃນເຂດທະເລຈີນຕາເວັນອອກ.

ຈີນ ມັກສົ່ງເຮືອລາດຕະເວນເຂົ້າໄປໃກ້ໝູ່ເກາະທີ່ຄວບຄຸມໂດຍຍີ່ປຸ່ນດັ່ງກ່າວຢູ່ເປັນປະຈຳ ຊຶ່ງພາໃຫ້ມີຄວາມຢ້ານກົວວ່າ ຈະເກີດບັນຫາຂັດແຍ້ງທາງທະຫານຂຶ້ນ. ໝູ່ເກາະທີ່ບໍ່ມີຄົນ ຢູ່ອາໄສ ທີ່ຮູ້ກັນໃນພາສາຍີ່ປຸ່ນວ່າ Senkaku ແລະ Diaoyo ໃນພາສາຈີນນັ້ນເປັນເຂດ ທີ່ຫ້ອມລ້ອມດ້ວຍພື້ນທີ່ຫາປາ ທີ່ອຸດົມສົມບູນ ແລະອາດມີບໍ່ພະລັງງານສຳຮອງອີກດ້ວຍ.
ບົດຄວາມຢູ່ໃນໜັງສືພິມ People’s Daily ໄດ້ລຶ້ມຄືນຂໍ້ຖົກຖຽງກ່ຽວກັບກໍາມະສິດ ຂອງ ໝູ່ເກາະດັ່ງກ່າວ ທີ່ຍີ່ປຸ່ນໄດ້ຮວມເຂົ້າເປັນດິນແດນຂອງຕົນໃນທ້າຍສັດຕະວັດທີ 19 ແຕ່ ຈີນໄດ້ເອົາອ້າງກຳມະສິດ ໃນປີ 1971.

ເກາະ Okinawa ທີ່ຕັ້ງຢູ່ທາງເໜືອສຸດຂອງໝູ່ເກາະດັ່ງກ່າວ ເປັນບ່ອນທີ່ກຳລັງທະຫານ ສະຫະລັດຈຳນວນຫຼວງຫຼາຍປະຈຳການ ແລະມີປະຊາຊົນອາໄສຢູ່ 1 ລ້ານ 3 ແສນຄົນ.
XS
SM
MD
LG