ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້​າ​ໜ້າ​ທີ່ ຈີນ ແລະ ຍີ່​ປຸ່ນ ພົບ​ປະ​ກັນ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ ກ່ຽວ​ກັບ ໄຕ້​ຫວັນ


ໃນ​ພາບນີ້​ທີ່​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ທ່ານ ຢາງ ເຈຍ​ຈີ, ຂວາ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິ​ສ ຈີນ, ຖ່າຍ​ຮູບ​ກັບທ່ານ ອະ​ກິ​ບະ ທາ​ເກ​ໂອະ, ຫົວ​ໜ້າ​ເລ​ຂາ​ທິ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຍີ​ປຸ່ນ, ໃນ​ພາ​ກ​ເໜືອ​ຂອງ ຈີນ, 17 ສິງ​ຫາ, 2022. 
ໃນ​ພາບນີ້​ທີ່​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ, ທ່ານ ຢາງ ເຈຍ​ຈີ, ຂວາ, ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິ​ສ ຈີນ, ຖ່າຍ​ຮູບ​ກັບທ່ານ ອະ​ກິ​ບະ ທາ​ເກ​ໂອະ, ຫົວ​ໜ້າ​ເລ​ຂາ​ທິ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຍີ​ປຸ່ນ, ໃນ​ພາ​ກ​ເໜືອ​ຂອງ ຈີນ, 17 ສິງ​ຫາ, 2022. 

ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ແລະ ຍີ່​ປຸ່ນ ໄດ້​ພົບ​ປະ​ກັນ​ໃນ​ພາກ​ເໜືອ​ຂອງ ຈີນ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່ ກ່ຽວ​ກັບ ໄພ​ຂົ່ມ​ຂູ່​ທາງ​ທະ​ຫານ​ຂອງ ປັກ​ກິ່ງ ຕໍ່ ໄຕ້​ຫວັນ ແລະ ຫຼັງ​ຈາກ ໂຕ​ກຽວ ໄດ້​ປະ​ທ້ວງ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຂອງ ຈີນ ເຂົ້າ​ໄປ​ສູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ຍີ່​ປຸ່ນ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ເມື່ອບໍ່​ດົນ​ມານີ້.

ການ​ປະ​ຊຸມ​ຂອງວັນ​ພຸດ​ວານນີ້​ ລະ​ຫວ່າງ​ທີ່​ປຶກ​ສາ​ອາ​ວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ຢາງ ເຈຍ​ຈີ ແລະ ຫົວ​ໜ້າ​ເລ​ຂາ​ທິ​ການ​ດ້ານ​ຄວາມໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ ຍີ່​ປຸ່ນ ທ່ານ ອະ​ກິ​ບະ ທາ​ເກ​ໂອະ ໄດ້​ມີ​ຂຶ້ນ​ລຸນ​ຫຼັງ​ການ​ຍົກ​ເລີກກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ທັງ​ສອງ​ປະ​ເທດ ​ໂດຍ ຈີນ ຫຼັງ​ຈາກ ຍີ່​ປຸ່ນ ໄດ້​ເຊັນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ກຸ່ມ​ 7 ປະ​ເທດ​ອຸດ​ສາ​ຫະ​ກຳ ທີ່​ຕຳ​ໜິ​ວິ​ຈານ​ການ​ຂົ່ມ​ຂູ່​ເຮັດ​ສົງ​ຄາມ​ຂອງ ຈີນ ຢູ່​ອ້ອມ ໄຕ້​ຫວັນ ໃນ​ຕົ້ນ​ເດືອນນີ້.

ຍີ່​ປຸ່ນ ໄດ້​ປະ​ກາດ​ການ​ປະ​ທ້ວງ​ທາງ​ການ​ທູດ ກ່ຽວ​ກັບ ການ​ຍິງ​ລູກ​ສອນ​ໄຟ​ຂອງ ຈີນ ເຂົ້າ​ໄປ​ໃສ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ເຂົາ​ເຈົ້າ​ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ນັ້ນ, ເຊິ່ງ​ໄດ້​ມີ​ເຮືອ​ບິນ​ລົບ ຈີນ ແລະ ກຳ​ປັ່ນ​ກອງ​ທັບ​ເຮືອ​ເດີນ​ທາງ​ຂ້າມ​ເຂດ​ເຄິ່ງ​ກາງ​ຂອງ​ຊ່ອງ​ແຄບ ໄຕ້​ຫວັນ ທີ່​ໄດ້​ເປັນ​ເສັ້ນ​ກັ້ນ​ເຄິ່ງ​ກາງ​ມາ​ດົນ​ນານ ​ລະ​ຫວ່າງ​ສອງຝ່າຍ​ທີ່​ວ່າ​ນັ້ນ. ຈີນ ໄດ້​ອ້າງວ່າ ໄຕ້​ຫວັນ ເປັນ​ດິນ​ແດນ​ຂອງ​ຕົນ, ຈະ​ຖືກ​ເຂົ້າ​ຄວບ​ຄຸມ​ດ້ວຍ​ກຳ​ລັງ​ຖ້າ​ມີ​ຄວາມ​ຈຳ​ເປັນ. ອະ​ດີດ​ຫົວ​ເມືອງ​ຂຶ້ນຂອງຍີ່​ປຸ່ນ ດັ່ງ​ກ່າວ ​ແມ່ນ​ໄດ້​ຢູ່​ພາຍ​ໃຕ້​ໄພ​ຂົ່ມ​ຂູ່​ທາງ​ທະ​ຫານ ຈີນ ນັບ​ຕັ້ງ​ແຕ່​ລັດ​ຖະ​ບານ​ຊາດ​ນິ​ຍົມ ຈຽງ ໄຄ ເຊັກ ທີ່​ໄດ້ຫຼົບ​ໜີ​ໄປ​ເກາະ​ນັ້ນ​ ໃນ​ປີ 1949 ໃນ​ຂະ​ນະ​ທີ່​ພັກ​ຄອມ​ມູ​ນິ​ສ ​ໝ​າວ ເຈີ​ຕົງ ໄດ້​ຍຶດ​ການ​ຄວບ​ຄຸມ​ຈີນ​ແຜ່ນ​ດິນ​ໃຫຍ່.

ໃນ​ຄຳ​ເຫັນ​ຂອງ​ທ່ານ​ຕໍ່​ທ່ານ ທາ​ເກ​ໂອະ ນັ້ນ, ທ່ານ ຢາງ ໄດ້​ກ່າວ​ວ່າ “ຄຳ​ຖາມ ກ່ຽວ​ກັບ ໄຕ້​ຫວັນ ມີ​ຜົນ​ກະ​ທົບ​ຕໍ່​ພື້ນ​ຖານ​ທາງ​ການ​ເມືອງ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ ຈີນ ກັບ ຍີ່​ປຸ່ນ ແລະ ຄວາມ​ເຊື່ອ​ຖື​ພື້ນ​ຖານ ແລະ ເຈ​ຕະ​ນາ​ດີ​ລະ​ຫວ່າງ​ສອງ​ປະ​ເທດ,” ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ຊິນ​ຫົວ ຂອງ​ທາງ​ການ​ຈີນ ໃນ​ວັນ​ພະ​ຫັດ​ມື້ນີ້.

ອົງ​ການ​ຂ່າວ ຊິນ​ຫົວ ໄດ້​ຢ້ຳ​ຄຳ​ເວົ້າ​ຂອງ​ທ່ານ ຢາງ ວ່າ “ຍີ່​ປຸ່ນ ຄວນ​ປ່ຽນ​ທັດ​ສະ​ນະ​ຄະ​ຕິ​ທີ່​ຖືກ​ຕ້ອງ ກ່ຽວ​ກັບ ຈີນ, ສືບ​ຫາ​ນະ​ໂຍ​ບາຍ ຈີນ ທີ່​ເປັນ​ແງ່​ບວກ, ເນັ້ນ​ການ​ປະ​ຕິ​ບັດ ແລະ ມີ​ເຫດ​ຜົນ ແລະ ສະ​ໜັບ​ສະ​ໜູນ​ທິດ​ທາງ​ທີ່​ຖືກ​ຕ້ອງ ກ່ຽວ​ກັບ ການ​ພັດ​ທະ​ນາ​ທີ່​ສັນ​ຕິ.”

ກາ​ນ​ຊ້ອ​ມ​ລົບ​ເກືອບ​ສອງ​ອາ​ທິດ​ຂອງ ຈີນ ຢູ່​ອ້ອມ ໄຕ​ຫວັນ ໄດ້​ມີ​ຂຶ້ນຫຼັງ​ຈາກ​ປະ​ທານ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານນ​າງ ແນນ​ຊີ ເພ​ໂລ​ຊີ ໄດ້​ໄປ​ຢ້ຽມ​ຢາມ​ເກາະ​ດັ່ງ​ກ່າວ ໃນ​ການຄັດ​ຄ້ານ​ຕໍ່​ການ​ຂົ່ມ​ຂູ່​ຂອງ ປັກ​ກິ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG