ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ຈັບນັກທຸລະກິດ ແມ່ຍິງອາເມຣິກັນ ໃນຖານສົງໄສ ລັກເອົາຄວາມລັບ


China Jails US Businesswoman on Suspicion of Spying
please wait

No media source currently available

0:00 0:02:25 0:00

ການ​ຢ້ຽມຢາມ ​ນະຄອນຫລວງວໍ​ຊິງ​ຕັນ ຂອງປະທານ​ປະ​ເທດ​
ຈີນ ທ່ານ Xi Jingping ​ໄດ້​ມີ​ຂື້ນ​ພຽງ​ບໍ່​ເທົ່າ​ໃດ​ມຶ້ ຫລັງ​ຈາກ​ບັນ
ດາ​ເຈົ້າ​ໜ້າ​ທີ່​ຈີນ ໄດ້​ຈັບ ​ກຸມຄຸມຂັງ​ນັກທຸລະກິດ​ສະຫະລັດຄົນ​
ນຶ່ງ​ຢ່າງ​ເປັນ​ທາງ​ການ ທີ່​ມາ​ຈາກນະຄອນ Houston ​ໃນ​ຖານ
​ສົງ​ໄສເປັນ​ນັກສືບ​ ​ແລະ​ລັກ​ເອົາ​ຄວາມ​ລັບ​ຂອງປະ​ເທດ. ຜູ້​
ຕ້ອງ​ສົງ​ໄສ​ແມ່ນ​ ທ່ານນາງ Sandy Phan-Gillis ຜູ້​ບໍລິຫານ
ບໍລິສັດ​ ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ທຸລກິດທີ່ພົວພັນ​ລະຫວ່າງບໍລິ
ສັດສະຫະລັດແລະຈີນ. ທ່ານ​ນາງ ​ Phan-Gillis ໄດ້​ເດີ​ນທາງ​
ໄປປັກ​ກິ່ງ​ ໃນ​ເດືອນ​ມີນາ ​ເວລາ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ ທ່ານ​
ນາງ ​ແລະ​ກັກບໍລິເວນທ່ານ​ນາງ ​ທີ່ບ້ານພັກແຫ່ງນຶ່ງ. Greg
Flakus ນັກ​ຂ່າວ VOA ມີລາຍ​ງານ​ຈາກນະຄອນ Houston
ບ່ອນ​ທີ່​ສາມີ ທ່ານ​ນາງ ທ່ານ Jeff Gillis ຮຽກຮ້ອງ​ໃຫ້​ປ່ອຍ​
ໂຕທ່ານນາງ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາ​ສະ​ເໜີທ່ານ​ ໃນ​ອັນ​
ດັບ​ຕໍ່​ໄປ.

ທ່ານ Jeff Willis ນັ່ງ​ຢູ່​ເຮືອນ​ຜູ້​ດຽວ ແລະມີ​ຄວາມ​ກັງວົນ​ໃຈ​ວ່າ ​ເວລາ​ໃດ ທ່ານຈຶ່ງຈະ​
ເຫັນສະຕີ ທີ່​ທ່ານ​ໄດ້​ແຕ່ງງານ​ນຳໃນ​ປີ 2002.

ທ່ານ Jeff Gillis ສາມີ​ຂອງທ່ານ​ນາງ Sandy Phan-Gillis ກ່າວ​ວ່າ “ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ບໍ່​ແມ່ນ​ນັກ​ສື​ບ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ບໍ່​ແມ່ນ​ຂະ​ໂມ​ຍ ລາວ​ບໍ່​ໄດ້
​ທຳ​ຄວາ​ມຜິດ. ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ ​ເປັນ​ນັກທຸລະກິດ​ທີ່​ເຮັດ​ວຽກ​ໜັກ ທີ່
​ໄດ້
ໃຊ້​ເວລາ​ຫລາຍ​ປີ ​ເຮັດ​ວຽກ​ທຸກ​ສິ່ງ​ທຸກຢ່າງ ທີ່​ສາມາດ​ຊ່ວຍໃຫ້ມີການ​ຮ່ວມມື ລະຫວ່າງນະຄອນ Houston ​ແລະ​ປະ​ເທດ​ຈີນ.”

ນັບ​ແຕ່ທ່ານ​ນາງ Sandy Phan-Gillis ​ໄດ້ຖືກ​ຈັບ ໃນປະ​ເທດ​ຈີນ​ ເມື່ອຫົກ​ເດືອນ​ກ່ອນ
ທ່ານ​ນາງ Gillis ​ໄດ້​ໂອ້ລົມ​ກັບ​ພຽງແຕ່​ເອື້ອຍ​ນ້ອງ​ ຄອບຄົວ​ຂອງ ລາວ ​ແລະ​ບັນດາໝູ່
​ເພື່ອນ​ທີ່​ໃກ້ຊິດ ​ແລະ​ຫວັງ​ວ່າ ພວກ​ເຈົ້າ​ໜ້າ​ທີ່ ສະຫະລັດ ສາມາດ​ເຈລະຈາເພືື່ອໃຫ້ມີ
ການ​ປ່ອຍ​ໂຕ​ຂອງ​ທ່ານນາງ.

ແຕ່ບັດ​ນີ້ ທ່ານ​ໄດ້​ຮຽກຮ້້ອງ​ຢ່າງ​ເປີດ​ເຜີຍ​ຕໍ່ ປະທານາທິບໍດີ Obama ໃຫ້ຍົກເອົາຄະດີ
​ດັ່ງກ່າວ ​ຂື້ນ​ມາໂອ້ລົມກັບຜູ້ນຳ​ຈີນ​ເວລາ​ພວກທ່ານ​ພົບ​ປະກັນ​ໃນ​ວັນ​ສຸກ​ແລ້ວນີ້.

​ເຖິງ​ແມ່ນ​ວ່າ ທ່ານ​ໄດ້​ຈ້າງ​ບັນດາ​ທະນາຍຄວາມ ​ທ່ານ Gillis ກ່າວ​ວ່າ ມັນ​ລຳ​ບາກຫຼາຍ
ທີ່​ຈະ​ໄດ້ຮັບລາຍ​ລະ​ອຽດ​ໃດໆຈາກ​ທ່ານນາງ ຫລື​ກ່ຽວ​ກັບທ່ານ​ນາງໄດ້.

ທ່ານ Jeff Gillis ກ່າວ​ວ່າ “ຂ້າພະ​ເຈົ້າ ສາມາດ​ຕິດ​ຕໍ່ໄດ້ ພຽງ​ແຕ່​ຜ່ານ ກົງ​ສຸນ​
ສະຫະລັດ ທີ່​ນະຄອນ Guangzhou. ບໍ່​ມີ​ສະມາຊິກຄອບຄົວ ສາມາດ​ໂອ້ລົມ
ໄດ້​ກັບ
ທ່ານ​ນາງ ຫລືເພື່ອນ​ຝູງ ​ແມ່ນກະທັງພວກທະນາຍຄວາມ​ຂອງທ່ານນາງ.”

ຢູ່​ໃນ​ການ​ພົບ​ປະ​ເທື່ອ​ຫລ້າ​ສຸດ ​ເມື່ອວັນ​ທີ 23 ກັນຍາຜ່ານມານີ້ ທ່ານ​ນາງ Sandy ​ໄດ້​
ສົ່ງ​ຂ່າວ​ມາ​ຫາ​ສາມີ​ຂອງ​ທ່ານ​ນາງ ຊຶ່ງ​ພາກສ່ວນ​ນຶ່ງ​ມີໃຈຄວາມວ່າ “ນີ້​ເປັນ​ຄະດີ​ການ​
ເມືອງ. ຂ້ອຍ​ຫວັງ​ວ່າ ​ເຈົ້າ​ສາມາດ​ວິ່ງເຕັ້ນ​ໃຫ້​ມີ​ການ​ແລກປ່ຽນນັກ​ໂທດ​ການ​ເມືອງ.
ຂ້ອຍ​ ຮູ້​ວ່າ​ມັນ​ຈະ​ບໍ່​ງ່າຍເລີຍ.”

ສະຫະລັດ ​ໄດ້​ຍົກ​ຄະດີ​ນີ້​ ຂື້ນ​ມາ​ໂອ້ລົມກັບລັດຖະບານ​ຈີນ ​ອີງ​ຕາມ​ໂຄສົກກະຊວງ​ຕ່າງ
ປະ​ເທດສະຫະລັດ ທ່ານ Mark Toner. ທ່ານ Mark Toner ກ່າວ​ວ່າ “ພວກ​ເຮົາແມ່ນ
ຈະແຈ້ງ ກຳລັງ
ຕິດຕາມເບິ່ງຄະດີ​ດັ່ງກ່າວຢ່າງ​ໃກ້ຊິດ. ພວກ​ເຮົາ​ ໄດ້​ໄປ​ຢ້ຽມຢາມ
ທ່ານ​ນາງ​ ຫົກເທຶ່ອ​ແລ້ວ ນັບ​ແຕ່​ທ່ານ​ນາງ​ ໄດ້​ຖືກ​ຈັບ ​ແລະ​ພວ​ກເຮົາ​ໄດ້​ຍົກ​ເອົາ
ຄະດີ​ຂອງທ່ານ​ນາງຂຶ້ນມາໂອ້ລົມ​ກັບບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ​ຈີນ ​ໃນ​
ຫລາຍໆ​ໂອກາດ
ຢູ່​ໃນລະດັບ​ສູງ.”

Greg Flakus ນັກ​ຂ່າວວີ​ໂອ​ເອ ກ່າວ​ວ່າ “ການ​ຈັບ​ກຸມ​ ທ່ານ​ນາງ Sandy Phan-Gillis
​ໄດ້ສ້າງຄວາມຕື່ນ​ຕົກ​ໃຈ ໃຫ້​ແກ່ທັງ​ປະຊາ​ຄົມຫວຽດນາມ ​ແລະ​ປະຊາຄົມຈີນ ຢູ່ທີ່ນະ
ຄອນ Houston.”

​ເຖິງ​ແມ່ນ​ວ່າ ທ່ານ​ນາງ​ມີ​ເຊື້ອສາຍ​ມາ​ຈາກ​ຈີນ ແຕ່ທ່ານ​ນາງ​ໄດ້​ເກີດ​ຢູ່ ປະ​ເທດ​ຫວຽດນາມ ​ແລະ​ໄດ້​ມາ​ທີ່​ນີ້ ​ຈາກ​ປະ​ເທດ​ດັ່ງກ່າວ ​ໃນ​ນາມ​ອົບ​ພະຍົບເມື່ອ 40 ປີ​ກ່ອນ.

ຫລາຍ​ປີ​ທີ່​ຜ່ານ​ມາ ທຸລະ​ກິດຕ່າງໆໃນນະຄອນ Houston ໄດ້ພັດທະ​ນາຄວາມສຳພັນ
ກັບບັນດາບໍລິສັດ​ຈີນ ​ແຕ່​ການ​ຈັບ​ກຸມທ່ານ​ນາງ Phan-Gillis ໄດ້ເຮັດ​ ໃຫ້​ຫລາຍໆ​ຄົນ
​ບໍ່​ສະບາຍ​ໃຈ.

ທ່ານ Jeff Gillis ສາມີ​ຂອງທ່ານ​ນາງ Sandy Phan-Gillis ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ໄດ້​
ຍິນ​ຈາກຊາວ​ຈີນໃນເຂດ​ທ້ອງ​ຖິ່ນວ່າ ບໍ່ມີຜູ້​ໃດກັບ​ຄືນ​ໄປ​ປະ​ເທ​ດຈີນ ນັບ​ແຕ່​

ທ່ານ​ນາງ Sandy ​ໄດ້​ຖືກ​ຈັບ​ ​ເພາະວ່າ​ເຂົາ​ເຈົ້າ​ຢ້ານ.”

​ແລະ ທ່ານ Gillis ກ່າວ​ວ່າ​ ທ່ານຢ້ານກົວວ່າ ຖ້າ​ຫາກທ່ານ​ນາງ​ບໍ່​ຖືກ​ປ່ອຍ​ໂຕ​ພາຍ​ໃນ​
ສອງ​ສາມ​ອາທິດຂ້າງ​ໜ້ານີ້ ທ່ານ​ອາດ​ຈະ​ບໍ່​ເຫັນພັນ​ລະ​ຍາ​ຂອງ​ທ່ານ​ອີກ​ເປັນ​ເວລາ​
ຫລາຍ​ປີ ​ຫລື​ບໍ່​ກໍຕະຫລອດ​ໄປ.


The visit of Chinese President Xi JinPing to Washington comes only days after Chinese authorities formally arrested and jailed a U.S. businesswoman from Houston on suspicion of spying and stealing state secrets. The suspect is Sandy Phan-Gillis, who runs a consulting firm that facilitates business dealings between U.S. and Chinese companies. She was on a trip to China in March, when authorities detained Phan-Gillis and placed her in a residential detention facility. VOA's Greg Flakus reports from Houston where her husband, Jeff Gillis, is calling for her release.

Sitting at home alone, Jeff Willis wonders when he will next see the woman he married in 2002.

"My wife is not a spy, my wife is not a thief. She is not a criminal. My wife is a hard-working businesswoman who has spent years working on any kind of thing that can help create cooperation between Houston and China."

Since Sandy Phan-Gillis was detained in China six months ago, Gillis has spoken only to his sisters, his wife's family, and close friends, hoping that U.S. officials could negotiate her release.

Now, he is publicly asking President Obama to bring the case up with the Chinese leader when they meet Friday.

Although he has hired lawyers, Gillis says it has been difficult to get any information from her or about her.

"I am able to communicate only through the U.S. consulate in Guangzhou. No family is able to talk to her, or friends, or even her lawyers."

In the latest meeting, on September 23, Sandy sent a message to her husband, part of which reads: "This is a political case. I hope you can lobby for an exchange of political prisoners. I know it's not easy."

The U.S. has raised the case with the Chinese government, according to U.S. State Department spokesman Mark Toner.

"We, obviously, are monitoring this case very closely. We've been to visit her six times since her arrest, and we've raised her case with Chinese government officials on multiple occasions at a very senior level."

"The arrest of Sandy Phan-Gillis has come as a shock to both Houston's Vietnamese and Chinese communities."

Although she is of Chinese descent, she was born in Vietnam and came here from that country as a refugee 40 years ago.

Over the years, many businesses here have developed relationships with Chinese firms, but the arrest of Phan-Gillis makes some uneasy.

"I have heard of many local Chinese who have not gone back to China since Sandy was detained because they are afraid."

And Gillis says he is afraid if she is not freed within a few weeks, he may not see his wife for years, if ever.

XS
SM
MD
LG