ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການລົງທຶນຂອງ ຈີນ ຢູ່ໃນ ສປປ ລາວ ໄດ້ເພີ້ມຂຶ້ນ ຫຼາຍກວ່າ 110 ໂຄງການ ໃນໄລຍະ 6 ເດືອນ​ຕົ້ນ​ປີນີ້


ລົດຈົກຂອງບໍລິສັດຂຸດຄົ້ນແຮ່ທາດຂອງຈີນ ຢູ່ບໍ່ແຮ່ແຫ່ງນຶ່ງໃນ ສປປ ລາວ.
ລົດຈົກຂອງບໍລິສັດຂຸດຄົ້ນແຮ່ທາດຂອງຈີນ ຢູ່ບໍ່ແຮ່ແຫ່ງນຶ່ງໃນ ສປປ ລາວ.

ການລົງທຶນຂອງ ຈີນ ໃນລາວຍັງຄົງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນຊ່ວງ 6 ເດືອນຕົ້ນປີ 2022 ບັນດາບໍລິສັດຈີນ ໄດ້ລົງທຶນໃນລາວເຖິງ 112 ໂຄງການທີ່ສ່ວນໃຫຍ່ເປັນການລົງທຶນຂຸດຄົ້ນແຮ່ທາດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີຖະແຫຼງວ່າ ໃນຊ່ວງປີ 1988-2021 ລັດຖະບານລາວໄດ້ອະນຸມັດການລົງທຶນຂອງບັນດາບໍລິສັດຕ່າງປະເທດໃນລາວ ຈໍານວນ 4,775 ໂຄງການ ໂດຍມີມູນຄ່າລົງທຶນລວມກວ່າ 45 ພັນຫຼ້າໂດລາ ໃນນີ້ເປັນການລົງທຶນຂອງບໍລິສັດຈີນ ເຖິງ 821 ໂຄງການ ທີ່ມີມູນຄ່າລົງທຶນລວມກວ່າ 16 ພັນລ້ານໂດລາ ກວມເອົາເກີນກວ່າ 35 ເປີເຊັນຂອງການລົງທຶນຕ່າງປະເທດໃນລາວ ແລະສະເພາະໃນຊ່ວງ 6 ເດືອນຕົ້ນປີ 2022 ນີ້ ບັນດາບໍລິສັດຈີນກໍໄດ້ເຂົ້າມາລົງທຶນໃນລາວເພີ້ມຂຶ້ນອີກເຖິງ 112 ໂຄງການ ອັນໄດ້ເຮັດໃຫ້ຈີນມີການລົງທຶນໃນລາວເຖິງ 933 ໂຄງານ ທີ່ມີມູນຄ່າລົງທຶນລວມເກີນກວ່າ 18 ພັນລ້ານໂດລາ ຈຶ່ງຍັງເປັນກຸ່ມລົງທຶນອັນດັບ 1 ໃນລາວຕໍ່ໄປ ໂດຍສະເພາະແມ່ນໃນພາກການຂຸດຄົ້ນແຮ່ທາດນັ້ນ ກໍປາກົດວ່າມີບັນດາບໍລິສັດຈີນ ໄດ້ເຂົ້າມາລົງທຶນເພີ້ມຂຶ້ນເປັນພິເສດ ອັນໄດ້ສ້າງລາຍຮັບເພີ້ມຂຶ້ນໃຫ້ແກ່ລັດຖະບານລາວເຊັ່ນກັນ, ດັ່ງທີ່ທ່ານສອງໄຊ ໄດ້ໃຫ້ການຢືນຢັນວ່າ:

“ຂຸດຄົ້ນແຮ່ທາດຈໍານວນ 50 ບໍລິສັດ ແລະກໍຍັງອີກ 7 ບໍລິສັດກະກຽມເຊັນສັນຍາ ເຊິ່ງສາມາດສ້າງເກັບລາຍຮັບເຂົ້າງົບປະມານໄດ້ 52 ລ້ານ 650 ພັນໂດລາສະຫະລັດ ແລະ 321 ຕື້ 68 ລ້ານກີບ ໃນນີ້ມີ 9 ບໍລິສັດໄດ້ສະເໜີສົ່ງອອກຜະລິດຕະພັນແຮ່ເຫຼັກຈໍານວນ 515,000 ໂຕນ ໂດຍຈະສົ່ງໄປຈໍາໜ່າຍຢູ່ ສປ ຈີນ ພ້ອມນັ້ນກໍໄດ້ມອບພັນທະໃຫ້ລັດຖະບານ 8 ລ້ານໂດລາສະຫະລັດ ແລະໄດ້ສົ່ງອອກແລ້ວຈໍານວນ 81,609 ໂຕນ, ລວມການຂົນສົ່ງແຮ່ທົດລອງຮອດເດືອນ 6 ແມ່ນບັນລຸໄດ້ 133,607 ໂຕນ.”

ທາງດ້ານ ທ່ານໄພຈິດ ວິບູນທະນະສານ, ເລຂາທິການຫໍການຄ້າໄທໃນຈີນ ໃຫ້ທັດສະນະວ່າ ການທີ່ ຈີນ ມີການລົງທຶນໃນລາວຫຼາຍທີ່ສຸດນັ້ນ ຍ່ອມຈະເຮັດໃຫ້ເງິນຢວນຂອງ ຈີນ ມີອິດທິພົນຕໍ່ເສດຖະກິດໃນລາວເພີ້ມຂຶ້ນເຊັ່ນກັນ ເພາະວ່າຖືເປັນໂອກາດຂອງບັນດານັກທຸລະກິດ ຈີນ ທີ່ຈະນໍາໃຊ້ເງິນຢວນໃນການລົງທຶນດໍາເນີນທຸລະກິດໃນລາວຫຼາຍຂຶ້ນ ເຊິ່ງລວມເຖິງການຊໍາລະລາຄາສິນຄ້າ ແລະບໍລິການເພີ້ມຂຶ້ນນັບມື້ອີກດ້ວຍ, ດັ່ງທີ່ທ່ານໄພຈິດ ໄດ້ໃຫ້ການຢືນຢັນວ່າ:

“ສປປ ລາວ ມີສັດສ່ວນຂອງຄົນຈີນ ຜູ້ປະກອບການຈີນທີ່ໄປໃຊ້ຊີວິດຢູ່ໃນລາວນີ້ ມີສັດສ່ວນຂ້ອນຂ້າງສູງ ແນ່ນອນ ຄົນເຫຼົ່ານີ້ເຂົາມາຈາກຈີນ ເຂົາກໍມີຊ່ອງທາງທີ່ຈະເລືອກໃຊ້ເງິນຢວນໄດ້ ມັນກໍຈະສະດວກກັບເຂົາ ແລະສໍາລັບຄົນລາວເອງນີ້, ແນ່ນອນ ເຂົາກໍຢາກມອງຫາເງິນທີ່ມີປະສິດທິພາບສູງກວ່າຖ້າເປັນທຸລະກໍາລະຫວ່າງປະເທດ ມີມູນຄ່າບໍ່ສູງຫຼາຍປານໃດ ຂ້ອຍວ່າ ເງິນຢວນມີບົດບາດເພີ້ມຂຶ້ນຫຼາຍເລີຍ ໃນປະເທດລາວ ແລະອັນນີ້ ມັນກໍເປັນປະເດັນກ່ຽວຂ້ອງກັບເລື້ອງຂອງສະຖຽນລະພາບ ແລະຄວາມໝັ້ນຄົງທາງດ້ານເສດຖະກິດ ແລະການເງິນ.”

ພິທີເຊັນສັນຍາກັບບໍລິສັດ CSU ນະວັດຕະກໍາໃໝ່ທາງດ້ານກະສິກໍາ ເພື່ອສ້າງຄວາມຍືນຍົງໃຫ້ແກ່ຊາວກະສິກອນຢູ່ໃນເຂດຊົນນະບົດຂອງ ສປປ ລາວ.
ພິທີເຊັນສັນຍາກັບບໍລິສັດ CSU ນະວັດຕະກໍາໃໝ່ທາງດ້ານກະສິກໍາ ເພື່ອສ້າງຄວາມຍືນຍົງໃຫ້ແກ່ຊາວກະສິກອນຢູ່ໃນເຂດຊົນນະບົດຂອງ ສປປ ລາວ.

ທາງດ້ານຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວເປີດເຜີຍວ່າ ບັນຫາທີ່ມີຄວາມຫຍຸ້ງຍາກ ແລະເກີດຂຶ້ນຢ່າງກວ້າງຂວາງຢູ່ໃນລາວ ກໍຄື ການຂັດແຍ້ງກ່ຽວກັບສໍາປະທານຂຸດຄົ້ນແຮ່ທາດ ລະຫວ່າງປະຊາຊົນລາວກັບພາກລັດ ແລະຜູ້ລົງທຶນໃນໂຄງການ ໂດຍມີສາເຫດມາຈາກການທີ່ພາກເອກະຊົນລາວ ໄດ້ຂາຍຕໍ່ສໍາປະທານໃຫ້ບໍລິສັດຕ່າງຊາດ ແຕ່ພະນັກງານລັດທີ່ກ່ຽວຂ້ອງມອງວ່າ ເປັນການປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງເປັນຄະດີຢູ່ໃນສານ ແລະໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງປະຊາຊົນລາວ ທີ່ຢູ່ໃນເຂດສໍາປະທານທີ່ຂັດແຍ້ງກັນດັ່ງກ່າວດ້ວຍນັ້ນເອງ.

ໂດຍໃນໄລຍະຜ່ານມາ ໄດ້ສໍາຫຼວດພົບແຮ່ທາດໃນລາວ ຫຼາຍກວ່າ 570 ແຫ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ ທັງນີ້ທາງການລາວ ໄດ້ອະນຸຍາດສໍາປະທານໃຫ້ແກ່ເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ກໍລະນີ ໃນຈໍານວນ 942 ກິດຈະການທົ່ວປະເທດ.
ສ່ວນແຫຼ່ງຜະລິດໄຟຟ້າ 90 ແຫ່ງທີ່ມີກໍາລັງຕິດຕັ້ງເກືອບ 11,000 ເມກາວັດ ແລະໄດ້ສົ່ງອອກໄປຂາຍໃຫ້ໄທ 5,620 ເມກາວັດນັ້ນ ກໍສ້າງລາຍຮັບໄດ້ເພີ້ມຂຶ້ນນັບມື້ ຫາກແຕ່ວ່າລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວ ກໍຄື ສ່ວນທີ່ນໍາໃຊ້ເພື່ອຊໍາລະໜີ້ເງິນກູ້ຕ່າງປະເທດ ສ່ວນເຄືອຂ່າຍການພັດທະນາແບບເປີດ (Open Development Network) ລາຍງານວ່າ ລັດຖະບານລາວໄດ້ອະນຸມັດສໍາປະທານທີ່ດິນໃຫ້ກັບນັກທຸລະກິດຕ່າງຊາດ 1,758 ໂຄງການ ມີພື້ນທີ່ສໍາປະທານລວມ 11 ລ້ານແຮັກຕ້າ ແຕ່ມີການນໍາໃຊ້ໂຕຈິງພຽງ 5 ແສນ 5 ໝື່ນແຮັກຕ້າ ຫຼືບໍ່ເຖິງ 5 ເປີເຊັນ ຂອງພື້ນທີ່ສໍາປະທານທັງໝົດ.

XS
SM
MD
LG