ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ​ລິ​ສັດ ອິນ​ເຕີ​ເນັດ ຈີນ ກວດ​ສອບ ເງື່ອນ​ໄຂ ແລະ ການ​ຕຳ​ໜິ​ວິ​ຈານ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ຕອນ​ຕົ້ນ ​ຂອງ​ການ​ແຜ່​ລະ​ບາດ


ພາບ​ໜ້າ​ຈໍ​ໂທ​ລະ​ສັບ ສະ​ແດງ​ໃຫ້​ເຫັນ​ໂລ​ໂກ້​ຂອງ​ແອັບ​ພ​ລີ​ເຄ​ຊັ້ນ ສົ່ງ​ຂໍ້​ຄວາມ WeChat .
ພາບ​ໜ້າ​ຈໍ​ໂທ​ລະ​ສັບ ສະ​ແດງ​ໃຫ້​ເຫັນ​ໂລ​ໂກ້​ຂອງ​ແອັບ​ພ​ລີ​ເຄ​ຊັ້ນ ສົ່ງ​ຂໍ້​ຄວາມ WeChat .

ສື່​ສັງ​ຄົມ​ຕ່າງໆ​ຂອງ ຈີນ ໄດ້​ເລີ່ມ​ການກວດ​ກາ​ການ​ອ້າງ​ອີງ​ຕ່າງໆຕໍ່​ໄວ​ຣັ​ສ​ໂຄ​ໂຣ​ນາ ແລະ ຄຳ​ເວົ້າ​ທີ່​ສຳ​ຄັນ​ທີ່​ຕຳ​ໜິ​ວິ​ຈານ ການ​ຮັບ​ມື​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ ການ​ຕິດ​ຕໍ່​ໂຣກ ຢ້ອນ​ກັບ​ໄປ​ເຖິງ​ເດືອນ​ທັນ​ວາ, ອີງ​ຕາມ​ການ​ກ່າວ​ໃນ​ລາຍ​ງານ​ສະ​ບັບ​ນຶ່ງ​ຂອງ​ກຸ່ມ Citizen Lab ເຊິ່ງ​ແມ່ນ​ກຸ່ມ​ຄົ້ນ​ຄວ້າ​ທາງ​ຄອມ​ພິວ​ເຕີ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ ໂຕ​ຣອນ​ໂຕ ປະ​ເທດ ກາ​ນາ​ດາ.

ລາຍ​ງານ​ໄດ້​ຄົ້ນ​ພົບ​ວ່າ ແອັບ​ພ​ລີ​ເຄ​ຊັ້ນ ສົ່ງ​ຂໍ້​ຄວາມ ຈີນ WeChat, ເຊິ່ງ​ບໍ​ລິ​ສັດ Tencent Holdings Ltd ເປັນ​ເຈົ້າ​ຂອງ ແລະ ແອັບ​ພ​ລີ​ເຄ​ຊັ້ນ YY ຂອງ​ບໍ​ລິ​ສັດ JOYY ໄດ້​ລະ​ງັບ​ການ​ລວມ​ລະ​ຫັດ​ຕ່າງໆ ​ທີ່​ລວມ​ມີ​ການ​ຕຳ​ໜິ​ວິ​ຈານ​ປະ​ທາ​ນ​ປະ​ເທດ ສີ ຈິ່ນ​ຜິງ, ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ ແລະ ນະ​ໂຍ​ບາຍ​ຕ່າງໆ​ທີ່​ເຊື່ອມ​ໂຍງ​ກັບ​ໄວ​ຣັ​ສ​ດັ່ງ​ກ່າວ.

ກຸ່ມ Citizen Lab ໄດ້​ກ່າວ​ວ່າ ການ​ຄົ້ນ​ພົບ​ຕ່າງໆ, ທີ່​ຖືກ​ລວບ​ລວມ​ໃນ​ລະ​ຫວ່າງ​ເດືອນທັນ​ວາ ແລະ ກຸມ​ພາ, ໄດ້​ຊີ້​ໃຫ້​ເຫັນ​ວ່າ ບໍ​ລິ​ສັດ​ທັງຫຼາຍ “ໄດ້​ຮັບ​ການ​ແນະ​ນຳ​ຈາກ​ທາງ​ການ” ກ່ຽວ​ກັບ ວິ​ທີ​ທີ່​ຈະ​ຈັດ​ການ​ກັບ​ຫົວ ກ່ຽວ​ກັບ ໄວ​ຣັ​ສ ໃນ​ຂັ້ນ​ຕອນ​ຕົ້ນໆ​ຂອງ​ການ​ແຜ່​ລະ​ບາດ, ເຊິ່ງ​ຂະ​ຫຍາຍ​ອອກ​ໄປ​ເຖິງ​ຕະຫຼອດ​ໄລ​ຍະ​ການກວດ​ກາ.

ເງື່ອນ​ໄຂ​ການ​ລະ​ງັບ​ນັ້ນ​ຍັງ​ລວມ​ມີ ຄຳ​ເວົ້າ​ທີ່ບໍ່​ເປັນ​ການ​ຕຳ​ໜິ​ວິ​ຈານ ທີ່​ກ່ຽວ​ກັບ​ຂ້ອງ​ກັບ​ກົດ​ລະ​ບຽບ​ສາ​ທາ​ລະ​ນະ​ສຸກ ແລະ ທ້ອງ​ຖິ່ນ, ລວມ​ທັງ “ການ​ຫ້າມ​ເດີນ​ທາງ” ແລະ “ການ​ຕິດ​ຕໍ່​ຈາກ​ຄົນ​ຫາ​ຄົນ.”

ບໍ​ລິ​ສັດ Tencent ແລະ YY ບໍ່​ໄດ້​ອອກ​ມາ​ຕອບ​ ສຳ​ລັບ​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ​ໃນ​ວັນ​ອັງ​ຄານ​ວານນີ້.

ບັນ​ດາ​ບໍ​ລິ​ສັດ​ສື່​ສັງ​ຄົມ ຈີນ ແມ່ນໄດ້​ຖືກ​ບັງ​ຄັບ​ໃຫ້​ປະ​ຕິ​ບັດ​ຕາມ​ກົດ​ໝາຍທີ່​ເຄັ່ງ​ຄັດ ເຊິ່ງ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ກວດ​ກາ​ຂໍ້​ມູນ​ທີ່ “ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ສັງ​ຄົມ” ຫຼື ຈັບ​ຜິດ​ລັດ​ຖະ​ບານ​ກາງ, ການ​ຄວບ​ຄຸມ​ຕ່າງໆ​ທີ່​ຖື​ກ​ຮັດ​ກຸມ​ພາຍ​ໃຕ້​ທ່ານ ສີ.

ອົງ​ການ Cyberspace ຂອງ ຈີນ, ເຊິ່ງ​ຄວບ​ຄຸມ​ກົດ​ໝາຍ​ຂໍ້​ມູນ​ໃນ​ອິນ​ເຕີ​ເນັດ, ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ວັນ​ອັງ​ຄານ​ວານນີ້.

ນະ​ໂຍ​ບານ​ການກວດ​ສອບ​ຂອງ ຈີນ ແມ່ນ​ໄດ້​ຖືກກວດ​ກາ​ຢ່າງ​ຖີ່​ຖ້ວນ​ນັບ​ຕັ້ງ​ແຕ່​ການ​ລະ​ບາດ​ຂອງ​ໄວ​ຣັ​ສໄດ້​ເລີ່ມ​ຂຶ້ນ ທ່າມ​ກາງ​ການ​ກ່າວ​ຫາ​ຕ່າງໆ​ຈາກ​ປະ​ຊາ​ຊົນ​ຜູ້​ໃຊ້​ອິນ​ເຕີ​ເນັດ ແລະ ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ ທີ່ວ່າເຂົາ​ເຈົ້າ​ອາດ​ປິດ​ບັງ​ຄວາມ​ຮ້າຍ​ແຮງ​ຂອງ​ການ​ລະ​ບາດ​ໃນ​ໄລ​ຍະ​ຕົ້ນໆ​ຂອງ​ມັນ​ນັ້ນ.

ລາຍ​ງານ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ບໍ​ລິ​ສັດ YY ໄດ້​ເພີ່ມ​ຄຳ​ເວົ້າ​ທີ່​ສຳ​ຄັນ 45 ຄຳ​ໃນ​ບັນ​ຊີ​ດຳ​ພາຍ​ໃນ​ ສະ​ບັບ​ນຶ່ງ, ລວມ​ທັງ “ໂຣກ​ປອດບວມ​ ວູ​ຮານ ທີ່​ລຶກ​ລັບ,” ແລະ “ຕະຫຼາດ​ອາ​ຫານ​ທະ​ເລ ວູ​ຮານ” ໃນ​ວັນ​ທີ 31 ທັນ​ວາ, ນຶ່ງວັນຫຼັງ​ຈາກ 8 ຄົນ, ລວມ​ທັງ ດ​ຣ. ຫຼີ ເວິນຫຼຽງ, ໄດ້​ອອກ​ມາ​ເຕືອນ ກ່ຽວ​ກັບ ໄວ​ຣັ​ສ​ໃນ​ກຸ່ມ WeChat ແລະ ໃນ​ເວ​ລາ​ຕໍ່​ມາ​ຖືກ​ລົງ​ໂທດ​ໂດຍ​ຕຳຫຼວດ ສຳ​ລັບ “ການ​ແຜ່​ກະ​ຈາຍ​ຂ່າວ​ລື.”

ທ່ານ ຫຼີ ໄດ້​ເສຍ​ຊີ​ວິດ​ຍ້ອນ​ໄວ​ຣັ​ສ​ດັ່ງ​ກ່າວ​ໃນ​ຕົ້ນ​ເດືອນ​ກຸມ​ພາ, ຈົນ​ກໍ່​ໃຫ້​ເກີ​ດ​ການ​ໄວ້​ອາ​ໄລ​ໃນ​ສາ​ທາ​ລະ​ນະ​ຢ່າງກວ້າງ​ຂວາງ ແລະ ມີ​ການ​ຕຳ​ໜິ​ວິ​ຈານ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ທາງ​ອອນ​ໄລ​ນ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG