ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊົມຈີນມີອິດທິພົນ ຕໍ່ Hollywood (ວີດິໂອລາວ/ອັງກິດ)


ປ້າຍ Hollywood ທີ່ຕັ້ງຂອງອຸດສາຫະກໍາຮູບເງົາຂອງສະຫະລັດ
ຢູ່ Los Angeles ລັດແຄລິຟໍເນຍ.
ປ້າຍ Hollywood ທີ່ຕັ້ງຂອງອຸດສາຫະກໍາຮູບເງົາຂອງສະຫະລັດ ຢູ່ Los Angeles ລັດແຄລິຟໍເນຍ.

ອິດທິພົນຂອງຕະຫລາດຮູບເງົາຈີນ ໄດ້ພາໃຫ້ມີການດັດແກ້ ບົດຮູບເງົາຕ່າງໆຂອງຮອລລີວູດ ເພື່ອໃຫ້ຖືກໃຈຜູ້ຊົມຊາວຈີນ.

ປັດຈຸບັນນີ້ຈີນໄດ້ກາຍເປັນຕະຫຼາດຮູບເງົາທີ່ໃຫຍ່ທີ່ສຸດອັນດັບ
ສອງຂອງ ໂລກ ຮອງຈາກອະເມຣິກາເໜືອ ແລະລາຍໄດ້ຈາກ
ໂຮງສາຍຮູບ​ເງົາຕ່າງໆ ຂອງຈີນກໍເພິ່ມຂຶ້ນເຖິງ 30 ເປີເຊັນໃນ
ແຕ່ລະປີ. ນອກນີ້ແລ້ວຈີນຍັງເສີມຂະຫຍາຍການລົງທຶນຮ່ວມ
ໃນ ພາກສ່ວນການບັນເທີງກັບຕ່າງປະເທດ. ຜູ້ສື່ຂ່າວວີໂອເອ
Mike O’Sullivan ລາຍງານວ່າ ນັ້ນສົ່ງຜົນໃຫ້ມີການປ່ຽນແປງໃນວິທີການທີ່ອຸດສາຫະ
ກໍາຮູບເງົາ Hollywood ທໍາທຸລະກິດຂອງຕົນ. ທອງປານ ມີເລຶ່ອງນີ້ມາສະເໜີທ່ານ.

ເບິ່ງວີດິໂອ ພາສາລາວ:



ກອງທັບຕ່າງປະເທດບຸກລຸກສະຫະລັດໃນຮູບເງົາ ເລຶ່ອງ Red Dawn ທີ່ສ້າງຄືນໃໝ່ ໃນປີກາຍນີ້ ແຕ່ຜູ້ອໍານວຍການຜະລິດຮູບເງົາເລຶ່ອງນີ້ໄດ້ ປ່ຽນແປງບາງສາກ ກ່ອນຈະ
ນໍາອອກສາຍໃນທົ່ວໂລກ. ມັນເປັນເລຶ່ອງລາວ ຂອງຊາວອະເມລິກັນສູ້ລົບກັບກອງທັບ
ບຸກລຸກ ຊຶ່ງໃນເລຶ່ອງທໍາອິດນັ້ນແມ່ນເປັນທະຫານຈີນ ຊຶ່ງບັດນີ້ໄດ້ປ່ຽນມາເປັນທະຫານ
ເກົາຫຼີເໜືອແທນ ເພື່ອ ຫລີກລ່ຽງການສ້າງຄວາມບໍ່ພໍໃຈ ໃຫ້ແກ່ບັນດາຜູ້ເບິ່ງຫຼືພວກກວດ
ກາເຊັນເຊີ້ຊາວຈີນ.

ຮູບເງົາຫລື​ຊິ​ເນໃຫຍ່ໆປະເພດບູ້ຍິງຟັນກັນບາງເລຶ່ອງ ກໍມີການເຊື່ອມໂຍງກັບຈີນ. ເຊ່ນ
ເລຶ່ອງ Iron Man 3 ຫຼືມະນຸດເຫຼັກ ພາກສາມ ທີ່ຈະນໍາອອກສາຍ ໃນບໍ່ຊ້ານີ້ ມີບາງສາກ
ທີ່ຖ່າຍທໍາໃນຈີນ ແລະບົດຊີເນເລຶ່ອງນີ້ ກໍໄດ້ຖືກກວດສອບຢ່າງລະອຽດ ຖີ່ຖ້ວນໂດຍທາງການຈີນ.

Stanley Rosen ຈາກມະຫາວິທະຍໄລພາກໃຕ້ລັດແຄລິຟໍເນຍ ຫລື University of Southern California ທີ່ສຶກສາອຸດສາຫະກໍາຮູບເງົາ ຂອງຈີນ ເວົ້າວ່າ ຄວາມວິຕົກ
ຢ້ານວ່າ ຈະໄປແຕະຕ້ອງຄວາມຮູ້ສຶກອ່ອນໄຫວງ່າຍຂອງຊາວຈີນນັ້ນ ກໍໄດ້ມີອິດທິພົນ
ຕໍ່ບົດຂອງຮູບເງົາໃຫຍ່ກ່ຽວ​ກັບ ​ໄພພິບັດ ເລຶ່ອງ 2012. ທ່ານ ໂຣເຊິ່ນ ເວົ້າວ່າ:

“ເຖິງວ່າ ບໍ່​ໄດ້​ຖ່າຍ​ທໍາຢູ່ໃນຈີນກໍ​ຕາມ ​ແຕ່ຊິເນໃຫຍ່ໆ ເຊັ່ນເລຶ່ອງ 2012 ນີ້
ກໍຈະຕ້ອງ​ໄດ້ລະມັດລະວັງທີ່​ສຸດ​ແລະ​ຮວມ​ເອົາ
ການເອີ່ຍ​ເຕື້ອງ​ໄປ​ເຖິງຈີນ
ໃນ​ທາງ​ບວກ ຄືຖ້າມີຄວາມກ່ຽວພັນໃນທາງລົບແລ້ວ ມັນ​ກໍຈະທໍາລາຍ
ຕະຫຼາດໄດ້.


ຕົວຢ່າງ ຊີເນສາຍລັບເຈມສ໌ບອນ ເລຶ່ອງ Skyfall ກໍມີບາງສາກທີ່ຖືກຕັດອອກເພື່ອຜູ້ຊົມ
ຊາວຈີນ.

ແລະຮູບ​ເງົາອິງວິທະຍາສາດ ເລຶ່ອງ Cloud Atlas ກໍ​ໄດ້​ຖືກ​ຕັດບົດບູ້ສູ້ກັນອອກ ​ເຖິງ
40 ນາທີ.

ແຕ່ວ່າຜູ້ເບິ່ງຊິເນຊາວຈີນມັກເບິ່ງຊິເນເລຶ່ອງໃຫຍ່ໆທີ່ ເຕັມໄປດ້ວຍລະບົບເທັກນິກພິເສດ
ສະນັ້ນ ລາຍ​ຮັບ​ເຄິ່ງນຶ່ງ​ຂອງ​ໂຮງ​ຊິ​ເນ​ຈີນ​ທັງ​ໝົດ ກໍ​ແມ່ນໄດ້​ຈາກຮູບ​ເງົາ Hollywood.

ດາລາ​ຮູບ​ເງົາ Lisa Lu ທີ່ເກີດຢູ່ຈີນ ສະແດງເປັນຈັກກະພັດດິນີ ທີ່ຂຶ້ນ​ຄອງ​ບັນລັງ​ຮັກ
ສາ​ການ​ແທນ​ຈັກກະພັດທີ່​ຍັງ​ນ້ອຍ ໃນຊິເນເລຶ່ອງ The Last Emperor ຫຼືຈັກກະພັດ
ອົງສຸດທ້າຍ ທີ່​ສ້າງ​ຂຶ້ນ​ໃນປີ 1987 ຂອງ Bernardo Bertolucci ທີ່ມີຊາວຈີນຮ່ວມລົງ
ທຶນສ້າງນໍາ ​ແລະຖ່າຍທໍາຢູ່ ໃນຈີນ​ ເປັນສ່ວນໃຫຍ່.

Lisa Lu ເວົ້າວ່າ ຕະຫຼາດຮູບ​ເງົາສູ່ມື້ນີ້ ​ແມ່ນ​ໄດ້​ສ້າງ​ບົດ​ອັນ​ແໜ້ນໜາ ​ໃຫ້ນັກສະແດງ
ເອເຊຍ ຊຶ່ງບໍ່ເປັນຄວາມຈິງ ໃນຊຸມປີ 1950. Lisa Lu ເວົ້າວ່າ

“ພວກບົດທີ່ພວກເຂົາເຈົ້າຂຽນ​ໃນ​ສະ​ໄໝນັ້ນ ແມ່ນບົດກໍາມະກອນ
ຫຼືບໍ່ ກໍບົດແມ່ຍິງຊັກເຄື່ອງ ຫຼືບໍ່ຊັ້ນ ກໍແມ່ຍິງຮ້າຍໆ ທີ່​ເປັນ​ເຈົ້າ​ຂອງ
ຮ້ານອາຫານ.”


ເບິ່ງວີດິໂອ ພາສາອັງກິດ:

China-Hollywood Connection Changes Movie Business
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ


ພວກຊົນຊັ້ນກາງຈີນ ທີ່ເຕີບໃຫຍ່ຂຶ້ນໄປນັບມື້ຢູ່ໃນຂະນະນີ້ ກໍ​ມີ​ສ່ວນຊ່ວຍກະຕຸ້ນວົງການ
ອຸດສາຫະກໍາຮູບ​ເງົາຂອງຈີນຢ່າງໃຫຍ່.

ຮູບ​ເງົາແນວຕະຫຼົກ ເລຶ່ອງ Lost In Thailand ຂອງປີຜ່ານມາ ຈາກຜູ້ກໍາກັບ Xu Zheng
​ໄດ້ກາຍເປັນຊິເນທີ່ປະສົບຜົນສໍາເລັດ ຊຶ່ງໄຕ່ຂື້ນມາເປັນອັນດັບສອງ​ໃນ​ດ້ານສ້າງລາຍໄດ້
ຂອງຊິເນຈີນ ຮອງຈາກຊິເນ ເລຶ່ອງ Avatar ຂອງ Hollywood

Lisa Lu ເວົ້າວ່າ ນອກນີ້ ຈີນຍັງມີທິວທັດສໍາລັບສ້າງຊິເນທີ່ສວຍງາມ ແລະບໍ່ສິ້ນເປືອງ
ຄ່າໃຊ້ຈ່າຍຫຼາຍອີກ ແລະມີສະຖານ​ທີ່​ທີ່​ເໝາະ​ສົມ ​ສໍາລັບຫຼາຍໆສາກ ຊຶ່ງ Lisa Lu ເວົ້າວ່າ:

ຖ້າເຮົາໄປຖ່າຍທໍາຢູ່ທີ່ນັ້ນ ເຮົາຈະໄດ້ສາກທຸກຢ່າງທີ່ຕ້ອງການ.”

Stanley Rosen ປະຈໍາມະຫາວິທະຍາໄລ University of Southern Californina ເວົ້າອີກວ່າ ບໍລິສັດສ້າງຊິເນຂອງ Hollywood ກໍກໍາລັງດຶງເອົາບໍລິສັດຈີນມາຮ່ວມສ້າງ
ຫລາຍ​ຂຶ້ນ. ​ໃນ​ຂະນະ​ດຽວ​ກັນ ບໍລິສັດ Disney ແລະບໍລິສັດຮູບ​ເງົາ​ກາ​ຕຸ​ນ Dream
Work Animation ກໍກໍາລັງລົງທຶນໃສ່ການ​ກໍ່ສ້າງສະຖານ​ທີ່​ພັກຜ່ອນທ່ອງ​ທ່ຽວ ສໍາລັບດຶງດູດເອົານັກທ່ອງທ່ຽວ ໃນນະຄອນ​ຊຽງ​ໄຮ້. ທ່ານ ໂຣເຊິ່ນ ເວົ້າວ່າ:

“ມັນເປັນຄວາມສໍາພັນທີ່​ວິວັດທະນາ​ການ​ໄປ​ເລື້ອຍໆ ແລະ Hollywood ກໍຕ້ອງການຈີນ ​ເພາະວ່າຕະຫຼາດຊີເນຂອງອະເມຣິກາເໜືອ​ໄດ້ຊົບເຊົາ
ມາ​ດົນ​ແລ້ວ ແຕ່ຈີນກໍຕ້ອງການ Hollywood ຄືກັນ ດັ່ງທີ່ ຮົາເຫັນກັນ
ເນາະວ່າ ບໍລິສັດ DreamWorks ແລະ Disney ກໍກໍາລັງເຂົ້າໄປໃນຈີນ.”


ແລະຈີນກໍກໍາລັງເຂົ້າມາ​ຍັງ Hollywood ​ເຊ່ນ​ກັນ. ບໍລິສັດ TCL ຂອງຈີນ ໄດ້ຊື້ເອົາສິດ
ໃນການຕັ້ງຊື່​ໃໝ່ ໂຮງຊິເນຈີນ Grauman ທີ່ສໍາຄັນ ເກົ່​າແກ່ ຕັ້ງຢູ່ຖະໜົນ Hollywood
ນັ້ນ. ​ແລະ​ກຸ່ມບໍລິສັດຍັກ​ໃຫຍ່ Dalian Wanda Group ຂອງຈີນ ກໍໄດ້ຊື້​ເຄືອໂຮງຊິເນ
ຍັກໃຫຍ່ AMC ຂອງ​ສະຫະລັດ. ຄວາມສໍາພັນລະຫວ່າງຈີນ ແລະ Hollywood ຄາດວ່າ ຈະຈະເລີ​ນເຕີບໂຕຂຶ້ນໄປເລື້ອຍໆ ໃນອະນາຄົດ.
XS
SM
MD
LG