ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ທາງ​ການ ຈີນ ຍັງ​ບໍ່​ອະ​ນຸ​ຍາດ​ໃຫ້​ຂົນ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ ​ຈາກ​ລາວ​ໄປ​ຈີນ ​ໂດຍ​ທາງ​ລົດ​ໄຟ​ ເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ໂຄວິດ-19


ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງບໍ່​ເຕັນ.
ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງບໍ່​ເຕັນ.

​ທາງ​ການ ຈີນ ຍັງ​ບໍ່​ອະ​ນຸ​ຍາດ​ໃຫ້​ຂົນ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ຈາກ​ລາວ​ໄປ​ຈີນ​ໂດຍ​ທາງ​ລົດ​ໄຟ​ດ້ວຍ​ເຫດ​ຜົນ​ເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ໂຄວິດ-19 ໂດຍ​ອະ​ນຸ​ຍາດ​ໃຫ້​ຂົນ​ສົ່ງ​ໄດ້​ພຽງ​ແຮ່​ເຫຼັກ​ກັບ​ຢາງ​ພາ​ລາ​ເທົ່າ​ນັ້ນ​.

ນັກ​ທຸ​ລະ​ກິດ​ການ​ຄ້າ​ຂາ​ເຂົ້າ ແລະ ຂາ​ອອກ​ໃນ​ລາວ​ເປີດ​ເຜີຍ​ວ່າ​ທາງ​ການ ຈີນ ຍັງ​ສືບ​ຕໍ່​ດຳ​ເນີນ​ມາດ​ຕະ​ການ​ປ້ອງ​ກັນ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ຢູ່​ດ່ານ​ຊາຍ​ແດນ​ລະ​ຫວ່າງ​ລາວ​ກັບ​ຈີນ​ຢ່າງ​ເຂັ້ມ​ງວດ​ໂດຍ​ການ​ຫ້າມ​ການ​ເດີນ​ທາງ​ໄປ​ມາ​ລະ​ຫວ່າງ​ປະ​ຊາ​ຊົນ​ລາວ-ຈີນ ແລະ​ຊາວ​ຕ່າງ​ປະ​ເທດ​ລວມ​ເຖິງ​ການ​ຄວບ​ຄຸມ​ການ​ຂົນ​ສົ່ງ​ສິນ​ຄ້າ​ທຸກ​ຊະ​ນິດ​ຈ​າກ​ລາວ​ໄປ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ສິນ​ຄ້າ​ກະ​ສິ​ກຳ​ນັ້ນ ນອກ​ຈາກ​ຈະ​ຕ້ອງ​ຜ່ານ​ການກວດ​ໂຣກ​ພືດ​ຕາມ​ມາດ​ຕະ​ຖານ​ຢູ່​ທີ່​ດ່ານ​ຊາຍ​ແດນ​ບໍ່​ຫານ​ຂອງ​ຈີນ​ແລ້ວ ກໍ​ຍັງ​ຈະ​ຕ້ອງ​ຂົນ​ສົ່ງ​ຜົນ​ຜະ​ລິດ​ກະ​ສິ​ກຳ​ດັ່ງ​ກ່າວ​ໂດຍ​ລົດ​ບັນ​ທຸກ​ສິ​ນ​ຄ້າ​ເທົ່າ​ນັ້ນ​ອີກ​ດ້ວຍ ທັງ​ນີ້​ທາງ​ການ​ຈີນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຂົນ​ສົ່ງ​ໂດຍ​ລົດ​ໄຟ​ຢ່າງ​ເດັດ​ຂາດ​ເພາະ​ວ່າ​ຍັງ​ບໍ່​ມີ​ຄວາມ​ພ້ອມ​ໃນ​ການກວດ​ໂຣກ​ພືດ​ດັ່ງ​ກ່າວ.

ໃນ​ປັດ​ຈຸ​ບັນ​ນີ້​ລັດ​ຖະ​ບານ ຈີນ ອະ​ນຸ​ຍາດ​ໃຫ້​ຂົນ​ສົ່ງ​ສິນ​ຄ້າ​ລາວ​ໄປ​ຈີນ​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ພຽງ​ແຮ່​ເຫຼັກ​ກັບ​ຢາງ​ພາ​ລາ​ເທົ່າ​ນັ້ນ​ໂດຍ​ໄດ້​ຍົກ​ເລີກ​ການ​ອະ​ນຸ​ຍາດ​ໃຫ້​ຂົນ​ສົ່ງ​ຖ່ານ​ໄມ້​, ມັນ​ຕົ້ນ ແລະ ແປ້ງ​ມັນ​ຕົ້ນ​ນັບ​ຈາກ​ເດືອນ​ມັງ​ກອນ 2022 ເປັນ​ຕົ້ນ​ມາ​ຈຶ່ງ​ເຮັດ​ໃຫ້​ສິນ​ຄ້າ​ລາວ​ຕ້ອງ​ຂົນ​ສົ່ງ​ໂດຍ​ລົດ​ບັນ​ທຸກ​ສິນ​ຄ້າ​ເລື້ອຍ​ມາ ຊຶ່ງ​ມີ​ອັດ​ຕາ​ຄ່າ​ຂົນ​ສົ່ງ​ສູງກວ່າ​ການ​ຂົນ​ສົ່ງ​ໂດຍ​ທາງ​ລົດ​ໄຟ​ເຖິງ 3 ເທົ່າ​ຕົວ​ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ການ​ແຂ່ງ​ຂັນ​ດ້ານ​ລາ​ຄາ​ສິນ​ຄ້າ​ຂອງ​ລາວ​ໃນ​ຕະຫຼາດ​ຈີນ ແຕ່​ຖາ​ຫາກວ່າ​ລາວ​ສາ​ມາ​ດ​ຂົນ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ໄປ​ຈີນ​ໂດຍ​ທາງ​ລົດ​ໄຟ​ໄດ້​ເມື່ອ​ໃດ​ກໍ​ຍ່ອ​ມ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ລາວ​ໄປ​ຈີນ​ໄດ້​ເພີ່ມ​ຂຶ້ນ​ໂດ​ຍ​ທາງ​ການ​ລາວ​ຄ​າດ​ຫວັງ​ວ່າ​ທາງ​ການ​ຈີນ​ຈະ​ອະ​ນຸ​ຍາດ​ດັ່ງ​ກ່າວ​ພາຍ​ໃນ​ເດືອນ​ຫົກຫຼື​ເດືອນ​ເຈັດ 2022 ນີ້ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ໃນ​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ປັດ​ຈຸ​ບັນ​ນີ້​ການ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ພວກ​ເຮົາ​ສ່ວ​ນຫຼາຍ​ຈະ​ແມ່ນ​ເປັນ​ປະ​ເພດ​ແຮ່​ເຫຼັກ, ຢາ​ງ​ພາ​ລາ ເລື່ອງ​ພືດ​ກະ​ສິ​ກຳ​ຕ່າງໆ​ກະ​ຄິດ​ວ່າ​ຈະ​ປະ​ມານ​ເດືອນ​ເຈັດ​ເນາະ ຈຶ່ງ​ຈະ​ສາ​ມາດ​ຂົນ​ສົ່ງ​ໄດ້​ເນື່ອງ​ຈາກວ່າ​ພືດ​ກະ​ສິ​ກຳ​ມັນ​ໄດ້​ຜ່ານ​ລະ​ບົບ​ການກວດ​ກາ​ທາງ​ການ​ກັກ​ກັນ​ພືດ​ເພາະ​ວ່າ​ສູນ​ກັກ​ກັນ​ພືດ​ຂອງ​ທາງ​ລົດ​ໄຟ​ເບື້ອງບໍ່​ຫານຫຼື​ເບື້ອງ​ຈີນ​ເພິ່ນ​ຍັງ​ບໍ່​ທັນ​ມີ​ຄວາມ​ພ້ອມ ແປ​ວ່າ​ປະ​ເພດ​ນີ້​ພວກ​ເຮົາ​ຍັງ​ຂົນ​ສົ່ງ​ບໍ່​ໄດ້​ເທື່ອ​ຈະ​ຕ້ອງ​ລໍ​ຖ້າ​ປະ​ມານ​ທ້າຍ​ເດືອນ​ຫົກຫຼື​ຕົ້ນ​ເດືອນ​ເຈັດ​ເພິ່ນ​ຈຶ່ງ​ຈະ​ສຳ​ເລັດ​ທາງ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ຂົນ​ສົ່ງ​ສິນ​ຄ້າ​ປະ​ເພດ​ກະ​ສິ​ກຳ​ນີ້​ໄດ້.”

ທັງ​ນີ້​ຄາດ​ວ່າ​ຈະ​ມີ​ສິນ​ຄ້າ​ກະ​ສິ​ກຳ​ຂົນ​ສົ່ງ​ຈາກ​ແຂວງຫຼວງ​ນ້ຳ​ທາ​ໄປ​ຈີນ 1,651,830 ໂຕນ, ແຂວງ​ຜົ້ງ​ສາ​ລີ 248,455 ໂຕນ, ໄຊ​ຍະ​ບູ​ລີ 195,650 ໂຕນ, ອຸ​ດົມ​ໄຊ 88,873 ໂຕນ, ຫຼວງ​ພະ​ບາງ 24,586 ໂຕນ​ໃນ 6 ເດືອນ​ຕົ້ນ​ປີນີ້ ແລະ ຈະ​ເພີ່ມ​ຂຶ້ນກວ່າ 2 ເທົ່າ​ໃນ 6 ເດືອນ​ທ້າຍ​ປີ​ຫາກ​ໄດ້​ມີ​ການ​ຂົນ​ສົ່ງ​ທາງ​ລົ​ດ​ໄຟ.

ກ່ອນ​ໜ້ານີ້​ພະ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ແຂວງ​ອຸ​ດົມ​ໄຊ​ໄດ້​ມີ​ໜັງ​ສື​ແຈ້ງ​ການ​ໄປ​ເຖິງ​ບັນ​ດາ​ຜູ້​ປະ​ກອບ​ການ​ລົດ​ບັນ​ທຸກ​ສິນ​ຄ້າ​ທີ່​ຈະ​ເດີນ​ທາງ​ຜ່ານ​ຖະ​ໜົນ​ເລກ 13 ເໜືອ​ເຂົ້າ​ໄປ​ໃນ​ແຂວງ​ອຸ​ດົມ​ໄຊ​ເພື່ອ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ຍັງ​ຊາຍ​ແດນ​ລາ​ວ-ຈີນ​ທີ່​ດ່ານບໍ່​ເຕັນ, ແຂວງຫຼວງ​ນ້ຳ​ທາ ຫຼື​ໄປ​ຍັງ​ຊາຍ​ແດນ​ລາວ-ໄທ​ທີ່​ຂົວ​ມິດ​ຕະ​ພາບ​ລາວ-ໄທ ໃນ​ແຂວງບໍ່​ແກ້​ວ​ນັ້ນ ຕ້ອງ​ລະ​ງັບ​ການ​ເດີນ​ທາງ​ໄວ້​ກ່ອນ​ເປັນ​ການ​ຊົ່ວ​ຄາວ ເນື່ອງ​ຈາກວ່າ​ຍັງ​ຄົງ​ມີ​ປະ​ລິ​ມານ​ລົດ​ບັນ​ທຸກ​ທີ່​ຈອດ​ລໍ​ຂ້າມ​ຂົວ​ດ່ານບໍ່​ເຕັນ​ເພີ່ມ​ເຂົ້າ​ໄປ​ສົ່ງ​ສິນ​ຄ້າ​ໃນ​ຝັ່ງ​ຈີນ​ຢູ່​ເປັນ​ຈຳ​ນວນຫຼາຍ ຈຶ່ງ​ເຮັດ​ໃຫ້​ມີ​ລົດບັນ​ທຸກ​ຕິດ​ສະ​ສົມ​ຈາກ​ໜ້າ​ດ່ານບໍ່​ເຕັນ​ໄປ​ຕາມ​ຖະ​ໜົນ R3a ແລະ ເລີຍ​ສາມ​ແຍກ​ບ້ານ​ນາ​ເຕີຍ​ໄປ​ຕາມ​ຖະ​ໜົນ​ເລກ 13 ເໜືອ​ໄປ​ເຖິງ​ບ້ານ​ປາງ​ທອງ, ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ຊຶ່ງ​ກໍ​ເຮັດ​ໃຫ້​ການ​ຈະ​ລາ​ຈອນ​ຕາມ​ຖະ​ໜົນ​ເລກ 13 ເໜືອ​ຕິດ​ຂັດ​ຢ່າງ​ໜັກ ແລະ ລົດ​ບັນ​ທຸກ​ສິນ​ຄ້າ​ຕ້ອງ​ຈອດ​ລຽງ​ກັນ​ເປັນ​ໄລ​ຍະ​ທາງ​ຍາວກວ່າ 50 ກິ​ໂລ​ແມັດ​ເພື່ອ​ລໍ​ການ​ອະ​ນຸ​ຍາດ​ຂ້າມ​ຊາຍ​ແດນ​ໄປ​ຈີນ.

ໂດຍ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ດັ່ງ​ກ່າວ​ກໍ​ເພາະ​ວ່າ​ທາງ​ການ​ຈີນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການກວດ​ສຸ​ຂະ​ພາບ​ຂອງ​ຄົນ​ຂັບ​ລົດ​ບັນ​ທຸກ ແລະ ກວດ​ກາ​ສິນ​ຄ້າ​ທຸ​ກ​ຊະ​ນິດ​ຢ່າງ​ລະ​ອຽດ​ທັງ​ນີ້​ເພື່ອ​ສະ​ກັດ​ກັ້ນ​ໄວ​ຣັ​ສ​ໂຄວິດ-19 ບໍ່​ໃຫ້​ແຜ່​ລະ​ບາດ​ຈາກ​ລາວ​ເຂົ້າ​ໄປ​ໃນ​ຈີນ​ຈຶ່ງ​ອະ​ນຸ​ຍາດ​ໃຫ້​ລົດ​ບັນ​ທຸກ​ສິນ​ຄ້າ​ຈາກ​ລາວ​ເຂົ້າ​ໄປ​ຈີນ​ໄດ້​ພຽງ 150 ຄັນ​ຕໍ່​ວັນ​ເທົ່າ​ນັ້ນ​ໃນ​ຂະ​ນະ​ທີ່​ມີ​ລົດ​ບັນ​ທຸກ​ຂົນ​ສົ່ງ​ສິນ​ຄ້າ​ລາວ​ໄປ​ຈີນຫຼາຍກວ່າ 350 ຄັນ​ຕໍ່​ວັນ​ຈຶ່ງ​ເຮັດ​ໃຫ້​ມີ​ລົດ​ບັນ​ທຸກ​ສິນ​ຄ້າ​ຕົກ​ຄ້າງ​ໃນ​ລາວ​ສະ​ເລ່ຍ​ເຖິງ 200 ຄັນ​ໃນ​ແຕ່​ລະ​ວັນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG