ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານຈີນ ຈັດ ແບ່ງບັນດາວິສາຫະກິດຈີນ ອອກເປັນ 2 ປະເພດ ເພື່ອແນໃສ່ຂະຫຍາຍການລົງທຶນ ໃນປະເທດສະມາຊິກອາຊຽນ ໃຫ້ເພີ່ມຂຶ້ນຢ່າງບໍ່ຢຸດຍັ້ງ


ລົດບັນທຸກແຮ່ທາດຫາຍາກຂອງບໍລິສັດລົງທຶນຈີນ
ລົດບັນທຸກແຮ່ທາດຫາຍາກຂອງບໍລິສັດລົງທຶນຈີນ

ລັດຖະບານຈີນຈັດ ແບ່ງບັນດາວິສາຫະກິດຈີນອອກເປັນ 2 ປະເພດ ເພື່ອແບ່ງຄວາມຮັບຜິດຊອບລະຫວ່າງກັນຢ່າງຈະແຈ້ງ ແນໃສ່ການຂະຫຍາຍການລົງທຶນໃນປະເທດສະມາຊິກອາຊຽນ ໃຫ້ເພີ່ມຂຶ້ນຢ່າງບໍ່ຢຸດຍັ້ງ. ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ດຣ. ໄພຈິດ ວິບູນທະນະສານ ຮອງປະທານ ແລະ ເລຂາທິການ ຫໍການຄ້າໄທໃນຈີນ ເປີດເຜີຍວ່າ ການທີ່ອາຊຽນເປັນຄູ່ຄ້າອັນດັບ 1 ຂອງຈີນ ໃນສະພາບການທີ່ຂໍ້ຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ກັບຈີນ ຍັງບໍ່ມີທີທ່າວ່າຈະຫາທາງແກ້ໄຂ້ບັນຫາລະຫວ່າງກັນໄດ້ເລີຍນັ້ນ ຖືເປັນປັດໄຈສຳຄັນທີ່ທາງການຈີນ ໄດ້ໃຫ້ຄວາມສຳຄັນເປັນພິເສດໃນການສົ່ງເສີມ ບັນດາວິສາຫະກິດຈີນເພື່ອໃຫ້ເພີ່ມການລົງທຶນເຂົ້າໃນກຸ່ມອາຊຽນຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍເນັ້ນໜັກການລົງທຶນໃນ 4 ດ້ານດ້ວຍກັນ ຄືດ້ານສະບຽງອາຫານ ດ້ານເທັກໂນໂລຈີ ດ້ານພະລັງງານ ແລະ ດ້ານຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ເພື່ອຕອບສະໜອງໃຫ້ກັບການພັດທະນາ Semi-conductor ຊຶ່ງຈີນຕ້ອງການທີ່ຈະເພິ່ງພາຕົນເອງໃຫ້ໄດ້ຢ່າງແທ້ຈິງນັ້ນ ກໍ່ຄືເປົ້າໝາຍສຳຄັນ ທີ່ສຸດ ເນື່ອງຈາກເປັນປັດໄຈທີ່ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດຈີນ ນັ້ນເອງ.

ທັງນີ້ ລັດຖະບານຈີນໄດ້ຈັດແບ່ງບັນດາວິສາຫະກິດຈີນອອກເປັນ 2 ປະເພດດ້ວຍກັນ ຄືລັດວິສາຫະກິດ ກັບວິສາຫະກິດເອກະຊົນ ໂດຍມີເປົ້າໝາຍເພື່ອແບ່ງຄວາມຮັບຜິດຊອບລະຫວ່າງ 2 ວິສາຫະກິດຢ່າງຊັດເຈນ ດ້ວຍການກຳນົດໃຫ້ວິສາຫະກິດເອກະຊົນຈີນ ເນັ້ນໜັກການລົງທຶນຮ່ວມກັບພາກເອກະຊົນອາຊຽນເປັນຫຼັກ ສ່ວນການຮ່ວມມືໃນບັນດາໂຄງການພັດທະນາຂອງລັດຖະບານນັ້ນ ກໍ່ໃຫ້ເປັນບົດບາດຂອງລັດວິສາຫະກິດຈີນເປັນຫຼັກ ເພາະວ່າບັນດາລັດວິສາຫະກິດຕ້ອງປະຕິບັດຕາມແນວນະໂຍບາຍຂອງລັດຖະບານຈີນ ທີ່ແນ່ໃສ່ການເສີມສ້າງຄວາມສຳພັນອັນດີລະຫວ່າງຈີນກັບອາຊຽນເປັນສຳຄັນ ດັ່ງທີ່ ດຣ. ໄພຈິດໃຫ້ການຢືນຢັນວ່າ:

ອັນນີ້ ອັນນີ້ ຕ້ອງແຍກກັນລະຫວ່າງທຸລະກິດທີ່ເປັນມືອາຊີບ ກັບທຸລະກິດທີ່ເປັນລາຍຍ່ອຍ ຄືທຸລະກິດທີ່ເຂົາເປັນມືອາຊີບທີ່ເປັນລາຍໃຫຍ່ໆນິ ບາງທີ່ເຂົາເປັນພວກລັດວິສາຫະກິດດ້ວຍຊໍ້າໄປ ເພາະສະນັ້ນ ເວລາເຂົາອອກໄປລົງທຶນໃນຕ່າງປະເທດນິ ເຂົາບໍ່ໄດ້ມາໃນເລື້ອງຂອງມິຕິເຊິງເສດຖະກິດເທົ່ານັ້ນ ແຕ່ເຂົາຍັງເອົາເລື້ອງຄວາມສຳພັນລະຫວ່າງປະເທດມາດ້ວຍ ເພາະສະນັ້ນເຂົາຈະບໍ່ກ້າເຮັດຫຍັງທີ່ມັນບໍ່ຄ່ອຍດີ ແຕ່ທຸລະກິດຈີນຫັ້ນ ຈະມີມິຕິເລື້ອງຂອງການແຂ່ງຂັນຫັ້ນມັນເຂັ້ມຂຸ້ນຫຼາຍ ດັ່ງນັ້ນ ເວລາເຂົາໄປຕ່າງປະເທດ ເຂົາກໍ່ມີເປົ້າໝາຍວ່າເຂົ້າຈະຕ້ອງມີຂີດຄວາມສາມາດໃນການແຂ່ງຂັນ ທັງໃນເລື້ອງຂອງລາຄາ ແລະຄຸນນະພາບ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງການຄ້າຂອງໄທ ເປີດເຜີຍວ່າ ການເຊື່ອມຕໍ່ທາງລົດໄຟລະຫວ່າງຈີນ-ລາວ-ໄທ ຖືເປັນປັດໄຈສຳຄັນທີ່ເຮັດໃຫ້ການຄ້າລະຫວ່າງ 3 ປະເທດເພີ່ມຂຶ້ນນັບມື້ ໂດຍເຫັນໄດ້ຈາກການສົ່ງສິນຄ້າຈາກໄທໄປຈີນດ້ວຍລົດໄຟລາວ-ຈີນ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນ ດັ່ງທີ່ເຈົ້າໜ້າທີຂັ້ນສູງ ໃນກະຊວງການຄ້າຂອງໄທ ໃຫ້ການຢືນຢັນກ່ຽວກັບການສົ່ງໝາກໄມ້ໄທຜ່ານລາວໄປຈີນວ່າ:

“ຜູ້ປະກອບການໄທສາມາດສົ່ງອອກໝາກໄມ້ໄປຈີນໄດ້ເພີ່ມຂຶ້ນ ຈາກ 90.41 ລ້ານບາດ ໃນປີ 2022 ແຕ່ພໍມີລົດໄຟຈີນ-ລາວເປີດໃຊ້ບໍລິການ ກໍ່ພົບວ່າມູນຄ່າ ໃນປີ 2023 ອອກຈາກດ່ານໜອງຄາຍຜ່ານ ສປປ ລາວ ໄປຈີນນັ້ນເພີ່ມເປັນ 1,964.89 ລ້ານບາດ ແລ້ວໃນຊ່ວງ 5 ເດືອນທຳອິດຂອງປີນີ້ກໍ່ເພີ່ມເປັນ 2,848.41 ລ້ານບາດ ກໍ່ຈະເຫັນການເຕີບໂຕໄດ້ຢ່າງຈະແຈ້ງ.”

ທັງນີ້ ສຳນັກງານພາສີການຄ້າປະຈຳເຂດສິບສອງພັນນາ ໃນແຂວງຢຸນນານຂອງຈີນ ລາຍງານວ່າ ໃນໄລຍະ 5 ເດືອນຕົ້ນປີ 2023 ລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງ 2 ປະເທດ ຄິດເປັນປະລິມານລວມ ກວ່າ 1.74 ລ້ານໂຕນ ໃນນີ້ ເປັນການຂົນສົ່ງສິນຄ້າຈາກລາວໄປຈີນ 1.58 ລ້ານໂຕນ ແລະ ຂົນສົ່ງສິນຄ້າຈາກຈີນມາລາວ 160,000 ກວ່າໂຕນ ແລະ ໃຫ້ບໍລິການ ແກ່ຜູ້ ໂດຍສານ 30,000 ກວ່າຄົນ ຕໍ່ວັນ ໂດຍຄາດວ່າໃນຕະຫຼອດປີ 2023 ນີ້ ຈະມີຜູ້ໂດຍສານໃຊ້ບໍລິການລົດໄຟລາວ-ຈີນຫຼາຍກວ່າ 11 ລ້ານຄົນທັງໃນຈີນ ແລະ ລາວ ສ່ວນການຂົນສົ່ງສິນຄ້າຂ້າມຊາຍແດນ ກໍ່ຄາດຈະມີປະລິມານລວມເກີນ 4.2 ລ້ານໂຕນ.

XS
SM
MD
LG