ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງກວາງໂຈຂອງຈີນ ເລີ່ມໃຫ້ ເຈົ້າໜ້າທີ່ເມືອງ ເປີດເຜີຍຊັບສິນ (ວີດິໂອ ລາວ/ອັງກິດ)


ຕຶກດາດຟ້າ ສູງ 600 ແມັດ ຂອງມະຫານະຄອນກວາງໂຈ ຂອງຈີນ ຢູ່ແຄມແມ່ນໍ້າ ໄຂ່ມຸກ ຫລື Pearl.
ຕຶກດາດຟ້າ ສູງ 600 ແມັດ ຂອງມະຫານະຄອນກວາງໂຈ ຂອງຈີນ ຢູ່ແຄມແມ່ນໍ້າ ໄຂ່ມຸກ ຫລື Pearl.
ໃນຂະນະທີ່ບັນດາຜູ້ນໍາພັກຄອມມີວນີສຈີນເພີ່ມທະວີຄວາມພະ
ຍາຍາມ ​ໃນ​ການປາບປາມການສໍ້ລັດບັງຫຼວງຕື່ມອີກ ເຂດນຶ່ງທີ່
ມີການພັດທະນາຢ່າງວ່ອງໄວ ຂອງມະຫານະຄອນກວາງໂຈ
ທາງພາກໃຕ້ຂອງຈີນນັ້ນ ແມ່ນກໍາລັງນໍາພາໃນເລຶ່ອງນີ້ ກ່າວຄື
ໃນບໍ່ຊ້ານີ້ ບັນດາເຈົ້າໜ້າທີ່ໃນເຂດນຶ່ງຂອງກວາງໂຈ ເມືອງ
ຫຼວງຂອງແຂວງ ກວາງຕຸ້ງນັ້ນ ຈະຕ້ອງໄດ້ພາກັນ ແຈ້ງລາຍ ລະອຽດດ້ານການເງິນຂອງຕົນ ຫລາຍໆ​ຢ່າງໃຫ້ສາທາລະນະ
ຊົນຮູ້ ເຊັ່ນ​ໄດ້ເງິນເດືອນ​ເທົ່າ​ໃດ ມີລົດຈັກຄັນ ມີບ້ານຈັກ​ຫລັງ
​ແລະ​ໄດ້ເດີນ ທາງອອກນອກປະເທດ ໄປໃສແດ່​ແລະ​ຍາມ​ໃດ
ດັ່ງນີ້ເປັນຕົ້ນ. William Ide ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວ​
ກັບ​ວ່າ ແຜນການດັ່ງກ່າວກໍາລັງຊຸກຍູ້ໃຫ້ບາງຄົນກ້າຮຽກຮ້ອງ ໃຫ້ມີຄວາມໂປ່ງໃສຫຼາຍຂຶ້ນ ຈາກບັນດາຜູ້ນໍາສູງສຸດຂອງຈີນ
ຊຶ່ງທອງປານຈະ ນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ກວາງໂຈເປັນມະຫາ​ນະຄອນ ທີ່ດຶງ​ດູດຄວາມສົນໃຈຢູ່ແລ້ວ ຍ້ອນເຂດການ ເງິນທີ່ເຕີບໂຕ
ຂຶ້ນນັບມື້ຂອງ​ເມືອງ ຍ້ອນການ​ເຂົ້າ​ເຖິງ​ເສັ້ນທາງການຄ້າທາງທະເລ​ໄດ້ໂດຍກົງ ມີໂຮງ
ລະຄອນສວຍງາມຕາ ພ້ອມທັງມີຕຶກ​ດາດ​ຟ້າສູງ 600 ແມັດ.

ແຕ່ທີ່ສໍາຄັນໄປກວ່າຫລັກ​ເມືອງເຫລົ່ານັ້ນ ຊາວຈີນກໍາລັງພາກັນ​ມອງ​ເບິ່ງ​ຫລາຍ​ຂຶ້ນ​
ເລື້ອຍໆ ແຜນການຂອງທາງ​ການເມືອງກວາງໂຈ ສໍາລັບ​ແກ້ໄຂບັນຫາການສໍ້ລາດບັງ
ຫຼວງຢ່າງ​ແຜ່​ຫລາຍຂອງເຈົ້າໜ້າທີ່.

ຫຼາຍໆຄົນກໍເຫັນດີນໍາວ່າ ການບັງຄັບ​ໃຫ້ເປີດເຜີຍຊັບສິນ ​ແມ່ນເປັນບາດກ້າວໄປໃນ
ທິດທາງທີ່ຖືກຕ້ອງ​ແລ້ວ.

ຊາຍ​ຄົນ​ນີ້ ເວົ້າວ່າ: “ເບິ່ງອໍານາດທີ່ພວກເຈົ້າໜ້າທີ່ມີນັ້ນ ມັນເປັນໜ້າຢ້ານຫຼາຍ. ພວກເພິ່ນຕ້ອງເປີດເຜີຍຊັບສິນທີ່ມີ ​ໃຫ້​ຮູ້.”

ແມ່ຍິງຄົນ​ນີ້ມີ​ຄວາມເຫັນວ່າ: “ຂ້ອຍຄິດວ່າ ມັນເປັນນະໂຍບາຍທີ່ດີ ຄືຢ່າງໜ້ອຍ
ທີ່ສຸດນັ້ນ ປະຊາາຊົນກໍຈະໄດ້ເຫັນຄວາມໂປ່ງໃສຫຼາຍຂຶ້ນ.”


ນັກຮຽນຄົນນີ້ ເວົ້າວ່າ: “ຂ້ອຍຄິດວ່າ ຈີນ​ແມ່ນພ້ອມທີ່ຈະມີນະໂຍບາຍແບບນີ້
ໄດ້ແລ້ວ ແລະກໍຄວນຈະອຸທິດຕົນເອງໃສ່ຄວາມພະຍາຍາມນີ້ຢ່າງຈິງຈັງ.”


ສ່ວນຊາຍຈີນຄົນນີ້ ກໍເວົ້າວ່າ: “ນະໂຍບາຍເຫຼົ່ານີ້ ຈະຊ່ວຍແກ້ໄຂບັນຫາການ
ສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ໄດ້ຢູ່ ແຕ່ການເຜີຍຊັບສິນພຽງຢ່າງດຽວນັ້ນ
ຈະບໍ່ແກ້ໄຂບັນຫາທີ່ເປັນລະບົບນີ້ ໄດ້ດອກ.”


ສາມຂົງເຂດໃນແຂວງກວາງຕຸ້ງ ມີກໍານົດທີ່ຈະທົດລອງນະໂຍບາຍໃໝ່ດັ່ງກ່າວນີ້.
ເຂດ ນຶ່ງກໍຄື Nansha ຊຶ່ງເປັນເຂດເສດຖະກິດພິເສດແຫ່ງໃໝ່ ຂອງເມືອງກວາງໂຈ.

Ni Xing ອາຈານສອນວິຊາການປົກຄອງ ທີ່​ມະຫາວິທະຍາ​ໄລ ຊຸນ​ຢັດ​ເຊັນ ເວົ້າວ່າ
ໂຄງການເປີດເຜີຍຊັບ​ສິນຂອງເຂດເສດຖະກິດພິເສດ Nansha ນີ້ ​ແມ່ນແນເປົ້າໝາຍ
ໃສ່ເຈົ້າໜ້າທີ່ລະດັບສູງຂອງເມືອງ.

ອາຈານ Ni Xing ເວົ້າວ່າ: “ຊັບສິນ​ແມ່ນໂຮມທັງ ເງິນເດືອນ ເງິນຝາກ​ປະ​ຫຍັດ
ແລະການລົງທຶນ ແຕ່ນອກເໜືອຈາກນີ້ແລ້ວ ກໍມີສິ່ງອື່ນໆ​ອີກ​ບາງ​ຢ່າງທີ່ສໍາຄັນ ​
ແລະຕ້ອງໄດ້ເປີດເຜີຍນໍາຄືກັນ ແລະນະໂຍບາຍຂອງເມືອງ Nansha ນີ້ ຈະ
ໂຮມເອົາ​ເລື່ອງ​ອື່ນໆນໍາ ເຊັ່ນ ສະຖານະພາບການແຕ່ງງານ ການເດີນທາງໄປ​
ໄສ ລູກເມຍເຮັດຫຍັງລ້ຽງຊີບ ແລະພວກເຂົາມີຮຸ້ນຫຍັງ​ແດ່ແລະຄ້າຂາຍຮຸ້ນໃດ
ເປັນຕົ້ນ.”


ເມືອງ Nansha ມີພື້ນທີ່ຫຼາຍກວ່າ 800 ກິໂລແມັດມົນທົນ ຖືກຕັ້ງໃຫ້ເປັນເຂດເສດຖະ
ກິດພິເສດເມື່ອປີຜ່ານມາ ​ແລະທາງ​ການ​ກໍາລັງ​ກໍ່ສ້າງໃຫ້​ເປັນມະຫາ​ນະຄອນແຫ່ງ​ນຶ່ງທີ່
ເມືອງກວາງໂຈຫວັງວ່າ ຈະຊ່ວຍ​ສົ່ງ​ເສີມຄວາມ​ສາມາດ​ໃນ​ການແຂ່ງຂັນດ້ານເສດຖະ ກິດຂອງຕົນຢ່າງໃຫຍ່.

ທ່ານ Ni Xing ເວົ້າອີກວ່າ ການເປີດເຜີຍຊັບສິນນັ້ນ ບໍ່ແມ່ນ​ເປັນພຽງ ການກວດລ້າງ
ການສໍ້ລາດບັງຫຼວງ ແລະປ້ອງກັນການກິນສິນບົນເທົ່ານັ້ນ.

ທ່ານ Ni Xing ເວົ້າວ່າ: “ຂ້າພະເຈົ້າເຊື່ອວ່າ ນຶ່ງໃນຫຼາຍເຫດຜົນທີ່ວ່າເປັນຫຍັງ
ເລຶ່ອງນີ້ຈຶ່ງເກີດມີຂຶ້ນມາ ໃນລະຫວ່າງການຊັບຊ້ອນຄະນະນໍາພາ ກໍຍ້ອນວ່າ
ການປົກຄອງທີ່ສະອາດໂປ່ງໃສ ​ແມ່ນເປັນຫົນທາງ​ສໍາຄັນ ​ໄປ​ສູ່ການຍົກລະດັບ
ການແຂ່ງຂັນດ້ານເສດຖະກິດຂອງຂົງເຂດ.”


ແຕ່ວ່າໃນຂະນະທີ່ລັດຖະບານເລີ່ມດໍາເນີນ​ໂຄງການທົດລອງຂັ້ນນ້ອຍໆ ຢູ່​ໃນພາກໃຕ້
ນີ້ ກໍມີພວກອື່ນໆທີ່ຮຽກຮ້ອງໃຫ້ດໍາເນີນການ ໄກອອກໄປອີກ.

Sun Hanhui ເປັນສ່ວນນຶ່ງຂອງຂະບວນການເຄຶ່ອນໄຫວລະ​ດັບຮາກຫຍ້າໃນຈີນ ທີ່
ຕ້ອງການໃຫ້ເຈົ້າໜ້າທີ່ລະດັບສູງສຸດ ໃນລັດຖະບານກາງເປີດເຜີຍຊັບສິນຂອງພວກ
ເຂົາເຈົ້າ ຕໍ່ມະຫາຊົນນັ້ນນໍາ.

ທ່ານ Hanhui ເວົ້າວ່າ: “ການເປີດເຜີຍຊັບສິນ ຄືວິທີການທີ່ເປັນລະບົບຢ່າງນຶ່ງ
ເພື່ອຫາ​ທາງ​ຍັບ​ຍັ້ງບັນຫາການສໍ້ລາດບັງຫຼວງ. ມັນເປັນຕົວແບບສາກົນ ທີ່ໄດ້
ເລີ່ມນໍາມາໃຊ້ ໄດ້ຫຼາຍກວ່າ 200 ປີ​ແລ້ວ ທີ່ປະເທດສະວີເດັນ ໄດ້ນໍາໃຊ້ໃນອັງ
ກິດ ແລະສະຫະລັດ ແຕ່ຖ້າ​ຈະໃຫ້ຕົວ​ແບບ​ນີ້ມີຄວາມໝາຍ​ແລະ​ໄດ້ຜົນແທ້ໆນັ້ນ
ມັນຕ້ອງໄດ້ເລີ່ມມາຈາກຂັ້ນສູງ.”


ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ບັນດາຜູ້ນໍາຈີນໃນປັກກິ່ງ ກຽມພ້ອມ​ຈະດໍາເນີນໂຄງການທົດລອງ
ນີ້ ໄປ​ໄກ​ສໍ່າ​ໃດ. ເຖິງແມ່ນວ່າ ​ໄດ້​ມີເຈົ້າໜ້າທີ່ບາງຄົນພາກັນອອກສຽງສະໜັບສະໜຸນ
ນະໂຍບາຍໃໝ່ນີ້ກໍຕາມ ແຕ່ພວກອື່ນໆກໍໂຕ້ແຍ້ງວ່າ ມັນເປັນການລະເມີດສິດທິສ່ວນ
ຕົວຂອງພວກເຂົາເຈົ້າ.

ເບິ່ງວີດິໂອລາຍງານເລື້ອງນີ້ ເປັນພາສາອັງກິດ:

Chinese City Begins Slowly Unveiling Officials’ Assets
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG