ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໄດ້ໃຫ້ການອະນຸມັດ ຢາວັກຊີນກັນໂຄວິດ-19 ອັນທຳອິດ ທີ່ຜະລິດຢູ່ພາຍໃນປະເທດ


ພະນັກງານແພດຈີນຄົນນຶ່ງ ກຳລັງສັກຢາວັກຊີນ ກັນໂຄວິດ-19 ໃຫ້ຊາຍຄົນນຶ່ງ ຢູ່ໃນເມືອງເຮເຟີຍ (Hefei) ຂອງຈີນ.
ພະນັກງານແພດຈີນຄົນນຶ່ງ ກຳລັງສັກຢາວັກຊີນ ກັນໂຄວິດ-19 ໃຫ້ຊາຍຄົນນຶ່ງ ຢູ່ໃນເມືອງເຮເຟີຍ (Hefei) ຂອງຈີນ.

ຢາວັກຊີນກັນໂຄວິດ-19 ຜະລິດໂດຍຜູ້ຜະລິດຢາຂອງຈີນ ແມ່ນເປັນຢາວັກຊີນທຳອິດທີ່ໄດ້ຮັບການອະນຸມັດຢ່າງເປັນທາງການໂດຍລັດຖະບານຈີນ.

ກົມຮັບຜິດຊອບຜະລິດຕະພັນການແພດແຫ່ງຊາດຂອງລັດຖະບານ ໄດ້ປະກາດໃນວັນພະຫັດມື້ນີ້ ວ່າ ຕົນໄດ້ໃຫ້ການອະນຸມັດໂດຍມີເງື່ອນໄຂ ຕໍ່ຢາວັກຊີນທີ່ໄດ້ຜະລິດໂດຍ ສະຖາບັນຜະລິດຕະພັນຊີວະພາບຂອງປັກກິ່ງ ຊຶ່ງເປັນບໍລິສັດລັດວິສາຫະກິດຍ່ອຍ ຊີໂນຟາຣມ (Sinopharm). ອົງການຄຸ້ມຄອງດັ່ງກ່າວ ໄດ້ໃຫ້ການອະນຸມັດນຶ່ງວັນຫຼັງຈາກບໍລິສັດລັດວິສາຫະກິດ ຊີໂນຟາຣມ ໄດ້ກ່າວວ່າ ຢາວັກຊີນນັ້ນ ມີປະສິດທິພາບໃນອັດຕາ 79.3 ເປີເຊັນ ໃນການຕໍ່ຕ້ານໄວ ຣັສໂຄໂຣນາ ໃນການທົດລອງຂັ້ນສຸດທ້າຍຂະໜາດໃຫຍ່ ຢູ່ໃນຄລີນິກ.

ເຖິງຢ່າງໃດກໍດີ ບັນດານັກຊ່ຽວຊານຢູ່ພາຍນອກ ໄດ້ສອບຖາມ ການກ່າວອ້າງຂອງຊີໂນຟາຣມ ເມື່ອຕົນບໍ່ໄດ້ສະໜອງຂໍ້ມູນທີ່ຈຳເປັນເພື່ອທີ່ມັນສາມາດຈະຖືກຢັ້ງຢືນໄດ້ຢ່າງເປັນອິດສະຫລະ.

ຢາວັກຊີນທີ່ໄດ້ຮັບການອະນຸມັດໃໝ່ ແມ່ນນຶ່ງໃນຫ້າຢາວັກຊີນ ທີ່ໄດ້ຖືກຜະລິດໂດຍບັນດາບໍລິສັດຂອງຈີນ ທີ່ໄດ້ຖືກນຳໄປສັກພາຍໃຕ້ໂຄງການນຳໃຊ້ແບບສຸກເສີນແລ້ວ ໃນຂະນະທີ່ຍັງຢູ່ພາຍໃຕ້ການທົດລອງຂັ້ນທີ 3 ຢູ່. ຫຼາຍກວ່າ 4 ລ້ານ 5 ແສນໂດສ ໄດ້ຖືກສັກໃຫ້ແກ່ພວກພະນັກງານທີ່ຈຳເປັນ ແລະພວກຄົນທີ່ຖືວ່າ ມີຄວາມສ່ຽງສູງ ນັບແຕ່ເດືອນກໍລະກົດເປັນຕົ້ນມາ ລວມທັງ 3 ລ້ານໂດສ ນັບແຕ່ກາງເດືອນທັນວາ. ປັກກິ່ງ ແນເປົ້າໝາຍໃສ່ ການສັກຢາວັກຊີນໃຫ້ແກ່ປະຊາຊົນ ຫຼາຍເຖິງ 50 ລ້ານຄົນ ພາຍໃນກາງເດືອນກຸມພາປີໜ້ານີ້ ເມື່ອພົນລະເມືອງຈີນຫຼາຍຮ້ອຍລ້ານຄົນແມ່ນຄາດໝາຍວ່າ ຈະເດີນທາງໄປສະເຫຼີມ ສະຫຼອງວັນບຸນປີໃໝ່ນີ້.

ຈີນ ໄດ້ປະຕິຍານວ່າຈະສະໜອງຫຼາຍຮ້ອຍລ້ານໂດສຢາວັກຊີນທີ່ຜະລິດຢູ່ໃນປະເທດຂອງຕົນນັ້ນ ໃຫ້ແກ່ຫຼາຍໆປະເທດທີ່ກຳລັງພັດທະນາ ໃນທົ່ວໂລກ ເພື່ອສົ່ງເສີມການເຮັດດີຕໍ່ມະຫາຊົນຂອງໂລກ. ບັນດານັກສັງເກດການ ກ່າວວ່າ ການປະຕິຍານດັ່ງກ່າວ ເປັນຄວາມພະຍາຍາມຂອງປັກກິ່ງ ທີ່ຈະປົວແປງພາບພົດຂອງຕົນ ຫຼັງຈາກທີ່ບໍ່ໄດ້ແຈ້ງໃຫ້ໂລກຮູ້ກ່ຽວກັບຄວາມຈິງ ໃນສະພາບການຂອງໄວຣັສ ຊຶ່ງໄດ້ຖືກກວດພົບຄັ້ງທຳອິດຢູ່ໃນເມືອງວູຮານ ທາງພາກກາງຂອງຈີນ ເມື່ອນຶ່ງປີກ່ອນ.

ສະຫະລັດອາຣັບເອເມີເຣັສ ໄດ້ໃຫ້ການອະນຸມັດນຳໃຊ້ແບບສຸກເສີນຢາວັກຊີນທີ່ຜະລິດໂດຍຊີໂນຟາຣມ ເມື່ອຕົ້ນເດືອນນີ້ ຫຼັງຈາກທີ່ມັນໄດ້ສະແດງໃຫ້ເຫັນວ່າ ມີປະສິດທິພາບເຖິງ 86 ເປີເຊັນ ໃນການປ້ອງກັນກໍລະນີການເຈັບປ່ວຍປານກາງແລະໜັກຍ້ອນໄວຣັສ ໃນການທົດລອງຢູ່ທີ່ຄລີນິກຂັ້ນສຸດທ້າຍ ໃນເດືອນກັນຍາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG