ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ສະໜອງວັກຊິນ ກັນໂຄວິດ19 ໃຫ້ແກ່ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.

ນໄດ້ສະໜອງ ຜູ້ນຳເກົາຫຼີເໜືອ ທ່່ານກິມ ຈົງ ອຶນ ແລະຄອບຄົວຂອງທ່ານ ດ້ວຍຢາວັກ
ຊິນທົດລອງ ກັນໄວຣັສໂຄໂຣນາ ນັ້ນຄືຄຳເວົ້າຂອງນັກວິເຄາະສະ ຫະລັດທ່ານນຶ່ງ ໃນ
ວັນອັງຄານມື້ນີ້ ໂດຍອ້າງແຫຼ່ງຂ່າວສືບລັບຍີ່ປຸ່ນທີ່ບໍ່ໄດ້ລະ ບຸຊື່ສອງແຫຼ່ງ ອີງຕາມລາຍ
ງານຂອງອົງການຂ່າວຣອຍເຕີ້.

ທ່ານແຮຣີ ກາຊິອານິສ (Harry Kazianis) ຜູ້ຊ່ຽວຊານເກົາຫຼີເໜືອ ຢູ່ສູນກາງ ວິໄຈຜົນ
ປະໂຫຍດແຫ່ງຊາດ ໃນນະຄອນຫຼວງວຊິງຕັນ ກ່າວວ່າ ຄອບຄົວທ່ານກິມ ແລະບັນດາ
ເຈົ້າໜ້າທີ່ອາວຸໂສຂອງເກົາຫຼີິເໜືອຈຳນວນນຶ່ງ ໄດ້ຮັບການສັກ ຢາວັກຊີນເປັນທີ່ຮຽບ
ຮ້ອຍແລ້ວ.

ທ່ານໄດ້ກ່າວເພີ້ມວ່າ ບໍ່ເປັນທີ່ຈະແຈ້ງເທື່ອວ່າ ແມ່ນບໍລິສັດໃດທີ່ໃຫ້ຢາແກ່ຄອບຄົວທ່ານ
ກິມ ແລະມັນໄດ້ພິສູດໃຫ້ເຫັນວ່າມີຄວາມປອດໄພຫຼືບໍ່.

ທ່ານກາຊິອານິສ ຂຽນຢູ່ໃນບົດຄວາມທີ່ພິມເຜີຍແຜ່ທາງອິນເຕີແນັດ ທີ່ມີຊື່ວ່າ
19FortyFive ໂດຍເວົ້າວ່າ “ທ່ານກິມຈົງ ອຶນ ແລະບັນດາເຈົ້າໜ້າທີ່ຂັ້ນສູງ ອີກຫຼາຍຄົນ
ໃນລະຫວ່າງຄອບຄົວຂອງທ່ານກິມ ແລະຕາໜ່າງນຳພາໄດ້ຮັບ ການສັກຢາກັນໄວຣັສ
ໂຄໂຣນາ ລະຫ່ວາງສອງສາມອາທິດທີ່ຜ່ານມາ ຍ້ອນ ຢາວັກຊີນ ທີ່ສະໜອງໃຫ້ໂດຍລັດ
ຖະບານຈີນ.”

ໂດຍກ່າວອ້ງເຖິງນັກວິທະຍາສາດການແພດສະຫະລັດ ທ່ານປີເຕີ ເຈ ໂຮເຕສ (Peter J. Hotez) ທ່ານກ່າວວ່າ ມີຢ່າງໜ້ອຍບໍລິສັດຈີນ 3 ບໍລິສັດ ໄດ້ພັດ ທະນາຢາວັກຊີນ
ກັນໄວຣັສໂຄໂຣນາ ຮວມທັງຊີໂນແວັກ ໄບໂອເທັກ ຈຳກັດ (Sinovac Biotech Ltd)
ແຄນຊິໂນໄບໂອ (CanSiniBio) ແລະກຸ່່ມຊິໂນ ຟຣາມ (Sinophram Group.)

China has provided North Korean leader Kim Jong Un and his family with an experimental coronavirus vaccine, a U.S. analyst said Tuesday, citing two unidentified Japanese intelligence sources.

Harry Kazianis, a North Korea expert at the Center for the National Interest think tank in Washington, said the Kims and several senior North Korean officials had been vaccinated.

It was unclear which company had supplied its drug candidate to the Kims and whether it had proven to be safe, he added.

"Kim Jong Un and multiple other high-ranking officials within the Kim family and leadership network have been vaccinated for coronavirus within the last two to three weeks thanks to a vaccine candidate supplied by the Chinese government," Kazianis wrote in an article for online outlet 19FortyFive.

Citing U.S. medical scientist Peter J. Hotez, he said at least three Chinese companies were developing a coronavirus vaccine, including Sinovac Biotech Ltd, CanSinoBio and Sinophram Group.

XS
SM
MD
LG