ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີຕ່າງປະເທດຈີນ ​ຢ້ຽມ​ຢາມສຣີລັງກາ ​ເພື່ອ​ຫາ​ລື​ກ່ຽວ​ກັບໂຄງການນຶ່ງແລວທາງນຶ່ງເສັ້ນທາງ 


ປະທານາທິບໍດີ ສຣີລັງກາ ທ່ານໂກຕາບາຢາ ຣາຈາປາກສາ (Gotabaya Rajapaksa) ຊ້າຍ ແລະລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢີ (Wang Yi) ໄປເຖິງທ່າເຮືອທີ່ຈີນໃຫ້ທຶນ ໃນນະ​ຄອນໂຄລອມໂບ ​ເມື່ອວັນທີ 9 ມັງກອນ 2022.
ປະທານາທິບໍດີ ສຣີລັງກາ ທ່ານໂກຕາບາຢາ ຣາຈາປາກສາ (Gotabaya Rajapaksa) ຊ້າຍ ແລະລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢີ (Wang Yi) ໄປເຖິງທ່າເຮືອທີ່ຈີນໃຫ້ທຶນ ໃນນະ​ຄອນໂຄລອມໂບ ​ເມື່ອວັນທີ 9 ມັງກອນ 2022.

ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢີ ​ໄປ​ຢ້ຽມ​ຢາມສຣີລັງກາ ​ເພື່ອຊອກຫາ​ຊ່ອງ​ທາງ​
ສ້າງຄວາມກ້າວໜ້າ ແກ່ຂໍ້ລິເລີ້ມນຶ່ງແລວທາງນຶ່ງເສັ້ນທາງທີກະຕື ລືລົ້ນຂອງປັກກິ່ງ ໃນ
ຂະນະທີີ່ປະເທດເກາະດອນດັ່ງກ່າວ ພະຍາຍາມກອບກູ້ຕົນເອງ ຈາກວິກິດການເງິນຕາ
ຕ່າງປະເທດ ແລະ “ໜີ້ສິນ ຊຶ່ງສ່ວນນຶ່ງແມ່ນ ມາຈາກພື້ນ​ຖານ​ໂຄງ​ລ່າງ ທີ່ສ້າງດ້ວຍ​ເງິນກູ້
ຢືມຈາກຈີນ ທີ່ບໍ່ສ້າງລາຍໄດ້.

ທ່ານຫວັງ ຢີ ໄດ້ເດີນທາງໄປເຖິງຈາກມາລດີບ ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່ ແຫ່ງ​ສຸດທ້າຍໃນການ
ເດີນທາງຢ້ຽມຢາມຫຼາຍປະເທດ ທີ່ໄດ້ນຳພາທ່ານ ໄປເອຣິເທຣຍ ເຄນຢາ ແລະໂກໂມຣົສ
ໃນອາຟຣິກາ. ທ່ານໄດ້ພົບປະກັບປະທານາທິບໍດີ ໂກຕາບາຢາ ຣາຈາປັກສາ (Gotabaya Rajapaksa) ແລະນາຍົກລັດຖະມົນຕີ ມາຮິນດາ ຣາຈາປັກສາ (Mahinda
Rajapaksa.) ທ່ານຫວັງ ຢີ ແລະນາ ຍົກລັດຖະມົນຕີ ມີກຳນົດຈະໂອ້ລົມກັນກ່ຽວກັບທ່າ
ກຳປັ່ນຢູ່ໂຄລອມໂບ ຊຶ່ງເປັນເກາະທຽມທີ່ໄດ້ພັດທະນາດ້ວຍການລົງທຶນຂອງຈີນ. ສຣີລັງ
ກາ ປະເຊີນໜ້າກັບນຶ່ງໃນວິກິດການທາງດ້ານເສດຖະກິດທີ່ຮ້າຍແຮງສຸດ ຊຶ່ງເງິນຕາສຳ
ຮອງຂອງຕ່າງປະເທດໄດ້ຫລຸດລົງເຫຼືອຢູ່ປະມານ 1 ພັນ 6 ຮ້ອຍລ້ານໂດລາ ພໍແຕ່ສຳລັບ
ນຳເຂົ້າສິນຄ້າສອງສາມອາທິດເທົ່ານັ້ນ.

Chinese Foreign Minister Wang Yi is in Sri Lanka seeking to advance Beijing’s ambitious Belt and Road Initiative as the island nation tries to rescue itself from a foreign currency and debt crisis, partly due to infrastructure built with Chinese loans that don’t generate revenue. Wang arrived from the Maldives on the last leg of a multi-city trip that has also taken him to Eritrea, Kenya and Comoros in Africa. He met with President Gotabaya Rajapaksa and Prime Minister Mahinda Rajapaksa. Wang and the prime minister are scheduled to speak at Colombo’s Port City, a reclaimed island developed with Chinese investment. Sri Lanka faces one of its worst economic crises, with foreign reserves down to around $1.6 billion, barely enough for a few weeks of imports.

XS
SM
MD
LG