ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດຈີນ ເພັ່ງເລັງໃສ່ການລົງທຶນພາກກະສິກໍາ, ພະລັງງານ ແລະຂຸດຄົ້ນແຮ່ທາດໃນກຸ່ມອາຊຽນເພີ້ມຂຶ້ນ


ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ໃນ ສ​ປ​ປ ລ​າວ
ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ໃນ ສ​ປ​ປ ລ​າວ

ບັນດາບໍລິສັດຈີນ ເພັ່ງເລັງໃສ່ການລົງທຶນພາກກະສິກໍາ, ພະລັງງານ ແລະຂຸດຄົ້ນແຮ່ທາດໃນກຸ່ມອາຊຽນເພີ້ມຂຶ້ນ ໂດຍຈະເລັ່ງເຊື່ອມຕໍ່ທາງລົດໄຟ ລາວ-ຈີນ ໄປ ໄທ-ມາເລເຊຍ-ສິງກະໂປ ໃຫ້ໄວທີ່ສຸດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ດຣ. ສົມພົບ ມານະຣັງສັນ, ອະທິການບໍດີ ສະຖາບັນການຈັດການປັນຍາພິວັດ-ຜູ້ຊ່ຽວຊານໃນດ້ານເສດຖະກິດລະຫວ່າງປະເທດຂອງຈີນ ໃຫ້ທັດສະນະວ່າ: ໃນ 5 ປີຕໍ່ໄປນີ້ ທາງການຈີນຈະໃຫ້ຄວາມສໍາຄັນເປັນພິເສດໃນການຂະຫຍາຍການລົງທຶນໃນກຸ່ມອາຊຽນຫຼາຍຂຶ້ນໃນ 3 ດ້ານກໍຄື ດ້ານສະບຽງອາຫານ, ດ້ານພະລັງງານ, ແລະດ້ານເທັກໂນໂລຈີ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ເພື່ອຕອບສະໜອງ ໃຫ້ກັບການພັດທະນາ Semi-conductor ທີ່ຈີນຕ້ອງການຈະເພິ່ນຕົນເອງໃຫ້ໄດ້ຫຼາຍຂຶ້ນນັບມື້ນັ້ນ ຖືເປັນປັດໃຈສໍາຄັນທີ່ສຸດຕໍ່ຄວາມໝັ້ນຄົງແຫ່ງຊາດຈີນ, ດັ່ງທີ່ ດຣ. ສົມພົບ ໄດ້ຢືນຢັນວ່າ:

“3 ດ້ານນີ້ປະກອບໄປດ້ວຍ 1. ຄວາມໝັ້ນຄົງທາງດ້ານພະລັງງານ, 2. ຄວາມໝັ້ນຄົງທາງດ້ານອາຫານ, ແລະ 3. ຄວາມໝັ້ນຄົງທາງດ້ານເທັກໂນໂລຈີ ໂດຍສະເພາະຢ່າງຍິ່ງ Semi-conductor, ຂ້າພະເຈົ້າວ່າ 5 ປີຕໍ່ໜ້ານີ້ ຈະເປັນເລື້ອງທີ່ຈີນ ທີ່ມຸ່ງໃສ່ focus ໄປໃນ 3 ເລື້ອງນີ້ຢ່າງເຕັມພະລັງ ເພາະເລັງເຫັນແລ້ວວ່າ ຖ້າເມື່ອບໍ່ມີຄວາມພ້ອມໃນສາມດ້ານນີ້, ຖ້າເມື່ອເກີດບັນຫາຄວາມຂັດແຍ້ງໃນໂລກນີ້ ຈົນມັນແຜ່ລາມ ການບໍລິຫານປະເທດກໍຄົງຈະຍາກລໍາບາກຂຶ້ນ, ດັ່ງນັ້ນ ເມື່ອໃນປະເທດບໍ່ພຽງພໍຕໍ່ການໃຊ້ ເຂົາເຈົ້າກໍຕ້ອງອອກໄປຮ່ວມມືກັບຕ່າງປະເທດເຊັ່ນ ການສ້າງ Infrastructures ນີ້ ເຊັ່ນທາງລົດໄຟມາເຊື່ອມກັບລາວ.”

ທັງນີ້ ສໍານັກງານພາສີການຄ້າປະຈໍາເຂດ 12 ພັນນາໃນແຂວງຢຸນນານຂອງຈີນລາຍງານວ່າ ໃນຊ່ວງເດືອນທັນວາປີ 2021 ເຖິງເດືອນກຸມພາປີ 2023 ລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າຕ່າງໆຄິດເປັນປະລິມານລວມຫຼາຍກວ່າ 12 ລ້ານໂຕນ ແລະໃຫ້ບໍລິການແກ່ຜູ້ໂດຍສານຫຼາຍກວ່າ 10 ລ້ານຄົນ, ໃນນີ້ ເປັນການຂົນສົ່ງສິນຄ້າຂ້າມຊາຍແດນ ລາວ-ຈີນຫຼາຍກວ່າ 3 ລ້ານໂຕນ ແລະໃຫ້ບໍລິການແກ່ຜູ້ໂດຍສານ 8.8 ລ້ານຄົນໃນຈີນ ກັບ 1.6 ລ້ານກວ່າຄົນໃນລາວ ແລະຄາດວ່າ ການຂົນສົ່ງສິນຄ້າຈະເພີ້ມຂຶ້ນເປັນຫຼາຍກວ່າ 13 ລ້ານໂຕນ ແລະໃຫ້ບໍລິການແກ່ຜູ້ໂດຍສານໃນ ຈີນ ແລະໃນ ລາວ ຫຼາຍກວ່າ 12 ລ້ານຄົນໃນຕະຫຼອດປີ 2023 ນີ້.

ສ່ວນນັກທຸລະກິດລາວໃນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດເປີດເຜີຍວ່າ ທາງລົດໄຟ ລາວ-ຈີນ ຈະເຊື່ອມຕໍ່ໄປໄທໄດ້ຢ່າງສົມບູນໃນປີ 2030 ແລະຄາດວ່າ ຈະເຊື່ອມຕໍ່ໄປ ມາເລເຊຍ-ສິງກະໂປ ໄດ້ຢ່າງຄົບຖ້ວນໃນປີ 2035 ເຊິ່ງໃນຊ່ວງດຽວກັນນີ້ ກໍມີແຜນການສ້າງທາງລົດໄຟໃນລາວເພີ້ມຂຶ້ນເຊັ່ນກັນ ໂດຍເປັນໂຄງການບູລິມະສິດທີ່ຈະເພີ້ມການຮ່ວມມືລະຫວ່າງ ຈີນ-ລາວ-ໄທ-ຫວຽດນາມ ກໍຄືການກໍ່ສ້າງທາງລົດໄຟຈາກນະຄອນຫຼວງວຽງຈັນໄປສະຫວັນນະເຂດ ເພື່ອເຊື່ອມຕໍ່ ໄທ ກັບ ຫວຽດນາມ ໂດຍວາງເປົ້າໝາຍຈະດໍາເນີນການສຶກສາຄວາມເປັນໄປໄດ້ໃຫ້ສໍາເລັດໃນ 2 ປີ ແລະໃຊ້ເວລາອີກ 3 ປີ ສໍາລັບການກໍ່ສ້າງໃຫ້ສໍາເລັດ, ດັ່ງທີ່ນັກທຸລະກິດລາວ ໃຫ້ການຢືນຢັນວ່າ.

“ໂຄງການໂຕນີ້ ມັນຈະເປັນການເຊື່ອມຈອດລະຫວ່າງ 3 ປະເທດ, ນື່ງນີ້ ລາວຈະເຊື່ອມຈອດກັບໄທ-ມຸກດາຫານ ໄປຫາບ້ານໄຜ່ ນະຄອນພະນົມ, ສອງນີ້ ເຊື່ອມຈອດໃສ່ທ່າເຮືອ My Thuy Port ຂອງຫວຽດນາມ ຖືວ່າ ເພິ່ນໄດ້ຮັບຮອງເອົາເສັ້ນທາງໂຕນີ້ແລ້ວໃນກອງປະຊຸມ ສິງກະໂປ-ຄຸນໝິງ ເພາະວ່າມັນເປັນເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມຈອດໃສ່ສາມປະເທດ, ທາງຫວຽດນາມ ເຮົາກໍຈະໄປລົງຢູ່ທ່າ My Thuy Port, ສໍາລັບໄທ ເພິ່ນກໍຈະເຮັດສໍາຫຼວດມາມຸກດາຫານ-ບ້ານໄຜ່-ນະຄອນພະນົມ ແລ້ວສໍາຫຼວດນີ້ປະມານ 2 ປີ ແລະກໍກໍ່ສ້າງອີ 3 ປີ ເປັນ 5 ປີ,ມູນຄ່າລົງທຶນປະມານ 5 ​ຕື້ໂດລາ.”

ນອກຈາກນີ້ ລັດຖະບານລາວຍັງໄດ້ອະນຸຍາດໃຫ້ສໍາປະທານແກ່ 2 ບໍລິສັດຈາກຈີນກໍຄື ບໍລິສັດ China Yunnan Sunny Road ແລະບໍລິສັດ China Road and Bridge ເພື່ອໃຫ້ເປັນຜູ້ລົງທຶນກໍ່ສ້າງທາງດ່ວນທີ່ຕໍ່ເນື່ອງກັບທາງລົດໄຟ ລາວ-ຈີນ ໃນລາວ 3 ເສັ້ນທາງດ້ວຍກັນຄື ເສັ້ນທາງນະຄອນຫຼວງວຽງຈັນ-ວັງວຽ-ຫຼວງພະບາງ-ອຸດົມໄຊ-ບໍ່ເຕັນ ກັບເສັ້ນທາງຈາກ ນະຄອນຫຼວງວຽງຈັນ-ສະຫວັນນະເຂດ-ປາກເຊ ແລະເສັ້ນທາງຈາກບໍ່ເຕັນໃນແຂວງຫຼວງນໍ້າທາ ໄປຫາເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ ໂດຍສໍາລັບທາງດ່ວນຈາກ ນະຄອນຫຼວງວຽງຈັນ-ວັງວຽງ ມີໄລຍະທາງ 113 ກິໂລແມັດນັ້ນ ກໍ່ສ້າງສໍາເລັດ ແລະເປີດນໍາໃຊ້ໃນທ້າຍປີ 2020, ສ່ວນທີ່ເຊື່ອມຕໍ່ຈາກ ວັງວຽງ-ບໍ່ເຕັນ ຈະກໍ່ສ້າງສໍາເລັດໃນປີ 2035 ເຊັ່ນດຽວກັບເສັ້ນທາງ ບໍ່ເຕັນ-ຫ້ວຍຊາຍ ແລະ ນະຄອນວຽງຈັນ-ປາກເຊ ໂດຍສອງບໍລິສັດຈີນ ມີເວລາເກັບຜົນປະໂຫຍດ 50 ປີໃນທຸກເສັ້ນທາງ ທີ່ຈະໃຊ້ເງິນລົງທຶນລວມເກີນກວ່າ 15,000 ລ້ານໂດລາ.

XS
SM
MD
LG