ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ຈີນ ຈະລົງທຶນກໍ່ສ້າງ ທາງດ່ວນທີ່ເຊື່ອມຕໍ່ ຫຼວງພະບາງ ກັບ ອຸດົມໄຊ


ກຳມະກອນປູທາງດ່ວນ ວຽງຈັນ-ວັງວຽງ.
ກຳມະກອນປູທາງດ່ວນ ວຽງຈັນ-ວັງວຽງ.

ບໍລິສັດ ຈີນ ຈະລົງທຶນກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ລະຫວ່າງ ຫຼວງພະບາງ ກັບ ອຸດົມໄຊ ຊຶ່ງເປັນສ່ວນນຶ່ງໃນໂຄງການກໍ່ສ້າງທາງດ່ວນທີ່ຄູ່ຂະໜານກັບທາງລົດໄຟເຊື່ອມຕໍ່ລະຫວ່າງ ລາວ ກັບ ຈີນ.


ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງຫຼວງພະບາງ ຖະແຫຼງວ່າການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງທາງດ່ວນທີ່ເຊື່ອມຕໍ່ລະຫວ່າງແຂວງ ຫຼວງພະບາງ ກັບ ແຂວງອຸດົມໄຊ ອັນເປັນສ່ວນນຶ່ງໃນໂຄງການກໍ່ສ້າງທາງດ່ວນທີ່ຄູ່ຂະໜານກັບທາງລົດໄຟ ລາວ-ຈີນ ນັ້ນໄດ້ດຳເນີນການສຳເລັດແລ້ວໃນຂະນະນີ້ ແລະ ຄາດວ່າບໍລິສັດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ຈະເລີ່ມລົງມືກໍ່ສ້າງໄດ້ໃນຕົ້ນປີ 2021 ໃນນີ້ຈະເປັນການກໍ່ສ້າງທາງດ່ວນໃນແຂວງ ຫຼວງພະບາງ 29.8 ກິໂລແມັດ ແລະ ຢູ່ໃນແຂວງອຸດົມໄຊ 84.1 ກິໂລແມັດດັ່ງທີ່ທ່ານ ສຸກັນ ໄດ້ໃຫ້ການຢືນຢັນວ່າ

“ຜ່ານການຄົ້ນຄວ້າປະກອບຄວາມເຫັນກອງປະຊຸມພວກເຮົາກໍໄດ້ເຫັນວ່າ ຕາມແລວງທາງຊຶ່ງເພິ່ນໄດ້ກຳນົດເປັນແລວ K ນັ້ນຖືວ່າຈະມີປະສິດທິຜົນ ຫຼືວ່າມີຂໍ້ດີຫຼາຍກວ່າຕາມແລວທີ່ເພິ່ນໄດ້ກຳນົດທາງນີ້ ຊຶ່ງໃນນັ້ນມັນຈະກວມຢູ່ດິນຂອງ 2 ແຂວງ, ດິນຂອງແຂວງຫຼວງພະບາງ ຈະມີຢູ່ 29.8 ກິໂລແມັດ ແລະ ສ່ວນດິນຂອງແຂວງອຸດົມໄຊ ຈະມີຢູ່ 84.1 ກິໂລແມັດ.”

ທັງນີ້ບໍລິສັດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ໄດ້ຮັບອະນຸຍາດສຳປະທານໃນໂຄງ ການກໍ່ສ້າງທາງດ່ວນທີ່ຄູ່ຂະໜານກັບທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປທີ່ບໍ່ເຕັນໃນແຂວງຫຼວງນໍ້າທາ ຈາກລັດຖະບານ ລາວ ນັບແຕ່ປີ 2018 ເປັນຕົ້ນມາ ແລະ ໄດ້ເລີ່ມດຳເນີນການກໍ່ສ້າງທາງດ່ວນໄລຍະທີ 1 ຈາກນະຄອນຫຼວງວຽງຈັນໄປວັງວຽງ ທີ່ໃນປັດຈຸບັນຄືບໜ້າໄປແລ້ວເກີນກວ່າ 80 ເປີເຊັນຂອງໂຄງການທີ່ມີໄລຍະທາງ 113.5 ກິໂລແມັດ ຈຶ່ງໝັ້ນໃຈວ່າການກໍ່ສ້າງຈະແລ້ວສຳເລັດ ແລະ ເປີດໃຊ້ທາງດ່ວນໃນຊ່ວງດັ່ງກ່າວນີ້ໄດ້ໃນວັນຊາດ ລາວ ທີ 2 ທັນວາ 2020 ນີ້ຢ່າງແນ່ນອນ.

ບໍລິສັດ ຢຸ່ນໜານ ກໍ່ສ້າງ ແລະ ການລົງທຶນຈາກ ຈີນ ໄດ້ໃຊ້ເງິນທຶນກວ່າ 1,300 ລ້ານໂດລາສຳລັບການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ນັບຈາກທ້າຍປີ 2018 ເປັນຕົ້ນມາ ແຕ່ກໍໄດ້ຈັດສັນຫຸ້ນໃນສັດສ່ວນ 5 ເປີເຊັນຂອງມູນຄ່າລົງທຶນທັງໝົດໃນໂຄງການໃຫ້ແກ່ລັດຖະບານ ລາວ ອັນຖືເປັນການຕອບແທນລັດຖະບານ ລາວ ທີ່ໄດ້ຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ແກ່ບໍລິສັດ ຈີນ ໃນຕະຫຼອດການກໍ່ສ້າງຫຼືຈົນກວ່າວ່າການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງຈະສຳເລັດສົມບູນນັ້ນເອງ.

ທັງນີ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຢືນຢັນວ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດ ຈີນ ເພື່ອຕອບສະໜອງໃຫ້ກັບໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ທີ່ຖືເປັນໄລຍະທີ 1​ໃນໂຄງການກໍ່ສ້າງທາງດ່ວນຈາກນະຄອນຫຼວງວຽງຈັນໄປເຖິງດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຖືເປັນພາກສ່ວນນຶ່ງທີ່ໄດ້ຮັບການສົ່ງເສີມການລົງທຶນຈາກລັດຖະບານ ລາວ ເພາະເປັນໂຄງການທີ່ຈະສ້າງຜົນປະໂຫຍດໃຫ້ກັບ ລາວ ໄດ້ຢ່າງຫຼວງຫຼາຍໃນໄລຍະຍາວ.

ແຕ່ຢ່າງໃດກໍຕາມ ບໍລິສັດ ຈີນ ຈະເປັນລາຍສຸດທ້າຍທີ່ໄດ້ຮັບການຍົກເວັ້ນພາສີການນຳເຂົ້ານໍ້າມັນດັ່ງກ່າວນີ້ ເພາະທາງການ ລາວ ໄດ້ປະກາດຢ່າງຄັກແນ່ແລ້ວວ່າ ຈະບໍ່ໃຫ້ການສົ່ງເສີມການລົງທຶນຈາກຕ່າງປະເທດດ້ວຍການຍົກເວັ້ນພາສີການນຳເຂົ້ານໍ້າມັນອີກຕໍ່ໄປ ນັບແຕ່ປີ 2019 ເປັນຕົ້ນມາແລ້ວ ແຕ່ການຍົກເວັ້ນພາສີການນຳເຂົ້ານໍ້າມັນໃຫ້ບໍລິສັດ ຈີນ ດັ່ງກ່າວເພາະເຫັນວ່າເປັນໂຄງການທີ່ໃຊ້ທຶນຫຼາຍ ທັງຍັງເປັນການກໍ່ສ້າງທາງໃໝ່ຕະຫຼອດເສັ້ນທາງໂດຍຜູ້ລົງທຶນຮັບຜິດຊອບຄ່າເວນຄືນທີ່ດິນ ແລະ ສິ່ງປູກສ້າງທັງໝົດອີກດ້ວຍ ໂດຍທີ່ຜ່ານມາກໍໄດ້ມີການຈ່າຍຄາ່ຊົດເຊີນໄປແລ້ວ 567 ລາຍຈາກທັງໝົດ 603 ລາຍຈຶ່ງຍັງເຫຼືອພຽງ 36 ລາຍເທົ່ານັ້ນທີ່ຈະຕ້ອງດຳເນີນການຕໍ່ໄປ ແລະ ເຊື່ອໝັ້ນວ່າຈະສາມາດຕົກລົງໄດ້ຢ່າງຄົບຖ້ວນໃນໄວໆນີ້ ໂດຍທາງດ່ວນວຽງຈັນ-ວັງວຽງຜ່ານເຂດ 20 ບ້ານຂອງເມືອງນາຊາຍທອງ ດ້ວຍໄລຍະທາງຍາວກວ່າ 31 ກິໂລແມັດ.

ທາງດ່ວນວຽງຈັນ-ວັງວຽງ ມີໄລຍະທາງຍາວ 113.5 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນ ທີ່ຄູ່ຂະໜານກັບຖະໜົນເລກ 13 ເໜືອ ແຕ່ແຍກສີເກີດ ເມືອງນາຊາຍທອງ ໄປເມືອງໂພນໂຮງ-ຫີນເຫີບ-ບ້ານທ່າເຮືອ-ວັງວຽງ ມີອາຍຸສຳປະທານ 50 ປີ ໂດຍຈະເກັບຄ່າທຳນຽບການໃຊ້ທາງໃນອັດຕາ 550 ກີບຕໍ່ກິໂລແມັດ ຫຼື 62,000 ໃນຕະຫຼອດເສັ້ນທາງ 113.5 ກິໂລແມັດນັ້ນ.

XS
SM
MD
LG