ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ອາດປະເຊີນກັບວິກິດການເງິນຝືດ ເນື່ອງຈາກການເຕີບໂຕ ໃນການເພີ້ມການຜະລິດ ​ຢຸດ​ຊະ​ງັກ


ແຟ້ມຮູບ-ປະຊາຊົນພາກັນຍ່າງຢູ່ໃນຫ້າງຊັບພະສິນຄ້າ ໃນນະຄອນຫຼວງປັກກິ່ງ, ວັນທີ 15 ມິຖຸນາ 2023.
ແຟ້ມຮູບ-ປະຊາຊົນພາກັນຍ່າງຢູ່ໃນຫ້າງຊັບພະສິນຄ້າ ໃນນະຄອນຫຼວງປັກກິ່ງ, ວັນທີ 15 ມິຖຸນາ 2023.

ໃນຂະນະທີ່ສ່ວນ​ໃຫຍ່​ຂອງບັນດາປະເທດໃນໂລກຕາເວັນຕົກ ຍັງຄົງຕໍ່ສູ້ກັບອັດຕາເງິນເຟີ້ທີ່ສູງກວ່າປົກກະຕິ, ຈີນ ຊໍ້າພັດປະເຊີນກັບບັນຫາທີ່ມີຄວາມແຕກຕ່າງຢ່າງຫຼວງຫຼາຍເຊັ່ນ ​ຄວາມ​ເປັນ​ໄປ​ໄດ້ໃນການຫຼຸດລົງຂອງລາຄາ, ເຊິ່ງສາມາດເປັນສັນຍານຕໍ່ບັນຫາຂອງລະບົບເສດຖະກິດທີ່​ຮ້າຍ​ແຮງໃນອະນາຄົດ.

ໃນວັນຈັນວານນີ້, ຂໍ້ມູນທາງການໄດ້ສະແດງໃຫ້ເຫັນວ່າ ລາຄາຜູ້ບໍລິໂພກໃນເດືອນມິຖຸນາ ແມ່ນເພີ້ມຂຶ້ນໜ້ອຍຫຼາຍ ເມື່ອສົມທຽບໃສ່ນຶ່ງປີໃນກ່ອນໜ້ານັ້ນ, ໂດຍບໍ່ລວມພາກອາຫານ ແລະພະລັງງານ ທີ່ມີ​ຄວາມ​ຫຼໍ່​ແຫຼມ ອັດ​ຕາເງິນ​ເຟີ້ ຍັງຄົງຕໍ່າແບບ​ບໍ່​ໜ້າ​ເຊື່ອ, ເຊິ່ງຢູ່ໃນລະດັບ 0.4 ເປີເຊັນຕໍ່ປີ.

ໃນເວລາດຽວກັນ, ດັດຊະນີລາຄາຜູ້ຜະລິດຂອງຈີນ ເຊິ່ງວັດແທກຈາກອັນທີ່ຜູ້ຜະລິດຄິດໄລ່ລາຄາສໍາລັບສິນຄ້າຂອງພວກເຂົາເຈົ້າ ໄດ້ສະແດງໃຫ້ເຫັນວ່າຫຼຸດລົງມາຢ່າງຫຼວງຫຼາຍ 5.4 ເປີເຊັນເມື່ອທຽບກັບປີ ຕໍ່ ປີ. ສັນຍານໃນການ​ຕົກລາຄາຂາຍສົ່ງປາກົດວ່າ ສົ່ງຜົນຕໍ່ຄວາມຕ້ອງການທີ່ຫຼຸດລົງ, ເຊິ່ງເປັນລາງສັງຫອນທີ່ບໍດີ ສໍາຫຼັບຜູ້ຜະລິດຊາວຈີນ.

ໃນລະຫວ່າງທີ່ລາຄາສໍາລັບສິນຄ້າຫຼຸດລົງ ເບິ່ງຄືວ່າຈະເປັນຂ່າວດີສໍາລັບຜູ້ບໍລິໂພກ, ການຫຼຸດລົງຂອງລາຄາໃນວົງກວ້າງ ອາດເປັນຂ່າວຮ້າຍຕໍ່ລະບົບເສດຖະກິດໂດຍລວມໄດ້.

ເງິນເຟີ້ທີ່ເພີ້ມຂຶ້ນສູງຢູ່ໃນປັດຈຸບັນ ແມ່ນບັນຫາທີ່ແທ້ຈິງສໍາລັບຜູ້ບໍລິໂພກ, ແຕ່ນັກເສດຖະສາດເຊື່ອວ່າ ອັດ​ຕາ​ເງິນ​ເຟີ້​ໃນ​ລະ​ດັບຕໍ່າ ແຕ່ຢູ່ໃນ​ສະ​ພາບທີ່ສະໝໍ່າສະເໜີ ຄືຄວາມຈໍາເປັນຕໍ່ລະບົບເສດຖະກິດທີ່ເຂັ້ມແຂງ. ສະຫະລັດ ແລະບັນ ດາປະເທດຕາເວັນຕົກທີ່ມີຄວາມກ້າວໜ້າທາງເສດຖະກິດ ໂດຍທົ່ວໄປແລ້ວ ແມ່ນແນເປົ້າໝາຍໃສ່ອັດຕາເງິນເຟີ້ 2 ເປີເຊັນຕໍ່ປີ.ຝືດ

ອັດ​ຕາ​ເງິນ​ເຟີ້​ທີ່ຕໍ່າ​ຫຼື ຫຼື ເງິນທີ່ຝືດນັ້ນ, ເມື່ອລາຄາເລີ້ມຫຼຸດລົງທົ່ວລະບົບເສດ ຖະກິດໃນວົງກວ້າງ ກໍສາມາດຂັດຂວາງ ຕໍ່ການເຕີບ​ໂຕທີ່ສໍາຄັນຂອງລະບົບເສດຖະກິດໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG