ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມບໍລິສັດ ເອເວີແກຣນຂອງ ຈີນ ກຽມພ້ອມຊໍາລະໜີ້ ຕາມຂີດກໍານົດ ຫຼັງຈາກມີຄວາມສົງໄສ ໃນຄວາມສາມາດຂອງການຊໍາລະ


ແຟ້ມຮູບ- ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ທີ່ສໍານັກງານໃຫຍ່ຂອງກຸ່ມບໍລິສັດເອເວີແກຣນຂອງຈີນ ຢູ່ໃນຮົງກົງ, ວັນທີ 4 ຕຸລາ 2021.
ແຟ້ມຮູບ- ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຢູ່ທີ່ສໍານັກງານໃຫຍ່ຂອງກຸ່ມບໍລິສັດເອເວີແກຣນຂອງຈີນ ຢູ່ໃນຮົງກົງ, ວັນທີ 4 ຕຸລາ 2021.

ຫຼັງຈາກຫາກໍຜ່ານຜ່າເສັ້ນຕາຍຂອງການຊຳລະໜີ້ມາ, ກຸ່ມບໍລິສັດເອເວີແກຣນຂອງຈີນ ໄດ້ຕົກຢູ່ໃນພາວະຜິດສັນຍາໃນການຊໍາລະໜີ້ສິນອີກຄັ້ງ, ໂດຍມີຄວາມຄິດເຫັນຕ່າງໆໃນແງ່ລົບຈາກຜູ້ພັດທະນາອະສັງຫາລິມະຊັບ ທີ່ຄາດຫວັງໃນການມີສ່ວນຮ່ວມໂດຍກົງຂອງລັດຖະບານ ແລະການດໍາເນີນງານປັບປຸງໂຄງສ້າງໜີ້ສິນນັ້ນ, ອີງຕາມອົງການຂ່າວຣອຍເຕີ ທີ່ລາຍງານຈາກຮົງກົງໃນວັນທີ 6 ທັນວານີ້.

ຫຼັງຈາກໄດ້ຊໍາລະໜີ້ດ້ວຍພັນທະບັດ ໃນເວລາ 11 ໂມງ ສາມຄັ້ງໃນຊ່ວງໄລຍະສອງເດືອນທີ່ຜ່ານມາ, ກຸ່ມບໍລິສັດເອເວີແກຣນ ຈະຕ້ອງປະເຊີນກັບໄລຍະເວລາ 30 ມື້ທີ່ບໍ່ໄດ້ຈ່າຍໜີ້ ໃກ້ຈະສິ້ນສຸດອີກຄັ້ງ ໃນວັນຈັນມື້ນີ້, ໂດຍໃນຄັ້ງນີ້ເປັນຈໍານວນເງິນເຖິງ 82.5 ລ້ານໂດລາ.

ແຕ່ ອີງຕາມຖະແຫຼງການໃນຕອນແລງຂອງມື້ວັນສຸກທີ່ຜ່ານມາກ່າວວ່າ ເຈົ້າໜີ້ຕ້ອງການເງິນ 260 ລ້ານໂດລາ ແລະນັ້ນ ບໍ່ສາມາດຮັບປະກັນເງິນທຶນພຽງພໍສໍາລັບການຈ່າຍຄືນແບບພັນທະບັດ ອັນໄດ້ກະຕຸ້ນໃຫ້ທາງການຮ້ອງຫາປະທານຂອງບໍລິສັດ ແລະເຮັດໃຫ້ມູນຄ່າຂອງຫຸ້ນໃນຕະຫຼາດ ຫລຸດລົງຫຼາຍກວ່າ ນຶ່ງສ່ວນຫົກ ໃນວັນຈັນມື້ນີ້.

ກຸ່ມບໍລິສັດເອເວີແກຣນ ແມ່ນເຄີຍເປັນນັກພັດທະນາອະສັງຫາລິມະຊັບ ທີ່ຂາຍໄດ້ຍອດສູງທີ່ສຸດ, ແຕ່ປັດຈຸບັນ ກໍາລັງປະເຊີນກັບຈໍານວນໜີ້ສິນທີ່ມີຫຼາຍກວ່າ 300 ຕື້ໂດລາ, ເຊິ່ງໝາຍຄວາມວ່າ ການລົ້ມລະລາຍລົງ ອາດຈະສົ່ງຜົນກະທົບໄປທົ່ວພາກສ່ວນອະສັງຫາລິມະຊັບ ແລະພາກສ່ວນອື່ນໆກໍເປັນໄດ້.

ຖະແຫຼງການໃນມື້ວັນສຸກ ທີ່ຕິດຕາມໂດຍເຈົ້າໜ້າທີ່ໃນມົນທົນກວາງດົງ (Guangdong) ເຊິ່ງເປັນບ້ານເກີດຂອງຕົນນັ້ນກ່າວວ່າ ພວກເຂົາເຈົ້າຈະສົ່ງທີມໄປທີ່ກຸ່ມບໍລິສັດເອເວີແກຣນ ຕາມຄໍາຮຽກຮ້ອງຂອງຜູ້ພັດທະນາ ເພື່ອຄວບຄຸມກັບການຈັດການທີ່ມີຄວາມສ່ຽງ, ເສີມສ້າງຄວາມເຂັ້ມແຂງພາຍໃນ ແລະບໍາລຸງຮັກສາການປະຕິບັດງານຕ່າງໆ.

ທະນາຄານກາງ, ໜ່ວຍງານການຄວບຄຸມເບິ່ງແຍງດ້ານທະນາຄານ ແລະການປະກັນໄພ, ແລະຜູ້ຄວບຄຸມຄຸ້ມຄອງ ຍັງໄດ້ອອກຖະແຫຼງການ, ໂດຍກ່າວວ່າ ຄວາມສ່ຽງຕໍ່ພາກອະສັງຫາລິມະຊັບໃນວົງກ້ວາງ ສາມາດຄວບຄຸມໄດ້.

ທະນາຄານປະຊາຊົນຂອງຈີນ ກ່າວວ່າ ຄວາມສ່ຽງໄລຍະສັ້ນຈາກບໍລະສັດອະສັງຫາລິມະຊັບພຽງແຫ່ງດຽວ ຈະບໍ່ເປັນບ່ອນທໍາລາຍຕໍ່ຕະຫຼາດເງິນທຶນໃນໄລຍະກາງ ຫຼືຍາວໄດ້. ການຂາຍເຮືອນ, ການຊື້ທີ່ດິນ ແລະການຈັດຫາເງິນທຶນ “ແມ່ນໄດ້ກັບເຂົ້າສູ່ສະພາວະທີ່ເປັນປົກກະຕິແລ້ວ ຢູ່ໃນປະເທດຈີນ,” ພວກເຂົາເຈົ້າໄດ້ກ່າວ.

ນັກວິເຄາະກ່າວວ່າ ຄວາມພະຍາຍາມຮ່ວມກັນຂອງທາງການ ເປັນສັນຍານໃຫ້ກຸ່ມບໍລິສັດເອເວີແກຣນຄ່ອຍໆເຂົ້າສູ່ຂະບວນການປັບປຸງໂຄງສ້າງໜີ້ ທີ່ມີການຈັດການເພື່ອຫຼຸດຄວາມສ່ຽງຢ່າງເປັນລະບົບ.

HONG KONG, Dec 6 (Reuters) - After lurching from deadline to deadline, China Evergrande Group is again on the brink of default, with pessimistic comments from the property developer raising expectations of direct state involvement and a managed debt restructuring.

Having made three 11th-hour coupon payments in the past two months, Evergrande will again face the end of a 30-day grace period on Monday, with dues this time at $82.5 million.

But a statement late on Friday saying creditors had demanded $260 million and that it could not guarantee enough funds for coupon repayment prompted authorities to summon its chairman - and wiped over a sixth off its stock's market value on Monday.

Evergrande was once China's top-selling developer but is now grappling with more than $300 billion in liabilities, meaning a collapse could ripple through the property sector and beyond.

Its statement on Friday was followed by one from authorities in its home province of Guangdong, saying they would send a team to Evergrande at the developer's request to oversee risk management, strengthen internal control and maintain operations.

The central bank, banking and insurance regulator and securities regulator also released statements, saying risk to the broader property sector could be contained.

Short-term risk from a single real estate firm will not undermine market funding in the medium or long term, said the People's Bank of China. Housing sales, land purchases and financing "have already returned to normal in China", it said.

Analysts said authorities' concerted effort signaled Evergrande has likely already entered a managed debt-asset restructuring process to reduce systemic risk.

XS
SM
MD
LG