ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນໃຫ້ການຊ່ວຍເຫລືອ ດ້ານການພັດທະນາ ແກ່ຕ່າງປະເທດຫລາຍຂື້ນ


ປະທານທະນາຄານ BBVA ຂອງສະເປນ ທ່ານ Francisco Gonzalez (ຂວາ) ຈັບມືກັບ ຮອງປະທານ ທະນາຄານພັດທະນາຈີນ ທ່ານ Zheng Zhijie ຫລັງຈາກເຊັນສັນຍາການຄ້າກັບຈີນ ທີ່ນະຄອນຫລວງ Madrid, ວັນທີ 5 ມັງກອນ 2011.
ປະທານທະນາຄານ BBVA ຂອງສະເປນ ທ່ານ Francisco Gonzalez (ຂວາ) ຈັບມືກັບ ຮອງປະທານ ທະນາຄານພັດທະນາຈີນ ທ່ານ Zheng Zhijie ຫລັງຈາກເຊັນສັນຍາການຄ້າກັບຈີນ ທີ່ນະຄອນຫລວງ Madrid, ວັນທີ 5 ມັງກອນ 2011.

ພວກ​ຊ່ຽວຊານ​ດ້ານການ​ຊ່ວຍ​ເຫລືອ​ແລະ​ນັກ​ເສດຖະສາດ​ບາງ​ຄົນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າບໍ່​ໄດ້​ປະຫລາດ​ໃຈ​ຫຍັງເລີຍ ນໍາ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ເວົ້າວ່າ​ ຈີນ​ໄດ້​ໃຫ້​ເງິນ​ກູ້​ຢືມເພີ່ມຂຶ້ນ​ສຳລັບການ​ຊ່ວຍ​ເຫລືອ​ໃນການ​ພັດທະນາ​​ຢູ່ໃນ​ເຂດອາ​ຟຣິກາ ​ແລະອະ​ເມຣິກາ​ລາ​ຕິນ ​ໃນ​​ໄລຍະ​ສອງ​ປີຜ່ານມາ​ນີ້ ຫລາຍ​ກວ່າ​ທະນາຄານ​ໂລກນັ້ນ. ການໃຫ້ເງິນກູ້ຢືມເພີ່ມຂຶ້ນດັ່ງກ່າວ ແມ່ນເປັນຍ້ອນ​ເຫດຜົນ​ທີ່​ວ່າ​ ເວລາ​ນີ້​ ຈີນແມ່ນມີຄວາມ​ຕ້ອງການສູງຂຶ້ນ ສໍາລັບຊັບພະຍາ ກອນ​ທີ່​ຫາ​ຍາກ​ຕ່າງໆ​ນັ້ນ.

ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ປີ ຈີນ​ໄດ້​ໄຕ່​ເຕົ້າຈາກ​ການ​ເປັນ​ຜູ້​ໄດ້​ຮັບການ​ຊ່ວຍ​ເຫລືອ​ລາຍ​ໃຫຍ່​ທີ່​ສຸດ​ປະ​ເທດ​ນຶ່ງ ຂື້ນ​ມາ​ເປັນ ປະ​ເທດທີ່​ໃຫ້​ເງິນກູ້​ຢືມ ​ແລະ​ຜູ້​ໃຫ້​ບໍລິຈາກ​ດ້ານ​ການ​ຊ່ວຍ​ເຫລືອກ່ຽວກັບ​ການ​ພັດທະນາ​ລາຍ​ໃຫຍ່​ທີ່ສຸດ​ປະ​ເທດ​ນຶ່ງ.

ຈາກ​ສະຖິຕິ​ທີ່​ລວບ​ລວມ​ໂດຍ​ໜັງສືພິມ Financial Times ສະ​ແດງ​ໃຫ້ເຫັນ​ວ່າ ​ໃນ​ປີ 2009 ​ແລະ ປີ 2010 ຜ່ານ​ມາ​ນີ້ ທະນາຄານ​ພັດທະນາ ​ແລະ​ທະນາຄາ​ນສົ່ງອອກ-ສົ່ງ​ເຂົ້າຂອງ​ຈີນ ຕົກລົງ​ໃຫ້​ເງິນ​ກູ້​ຢືມ​ແກ່ຫລາຍໆ​ລັດຖະບານ​ແລະ​ບໍລິສັດ​ຕ່າງໆ​ເປັນ​ຈໍານວນ​ເງິນທັງໝົດ 110 ພັນ​ລ້ານ​ໂດ​ລາ ໃນ​ປະ​ເທດ​ທີ່​ກໍາລັງ​ພັດທະນາ.

ຈໍານວນ​ເງິນ​ໃຫ້​ຢືມ​ດັ່ງກ່າວ​ນີ້​ແມ່ນ​ຫລາຍ​ກວ່າ 100 ພັນ​ລ້ານ​ໂດ​ ຊຶ່ງເປັນຈຳນວນທີ່ສູງເປັນປະວັດການ ທີ່​ພະແນກ ການ​ຕ່າງໆ​ຂອງ​ທະນາຄານ​ໂລກ​ໄດ້ໃຫ້ກູ້ຢືມໄປໃນລະຫວ່າງ​ ໄລຍະ​ເກືອບປານໆກັນ ​ເພື່ອຮັບມືກັບ​ວິ​ກິດ​ການ​ການ​ເງິນ​ຂອງໂລກນັ້ນ.

ຂໍ້​ຕົກລົງຕ່າງໆ​ຂອງ​ຈີນ ​ແມ່ນ​ມີ​ໂຮມ​ທັງ​ເງິນ​ກູ້​ຢືມກ້ອນໃຫຍ່​ ກ່ຽວກັບສັນຍານໍ້າມັນ​ເຊື້ອໄຟກັບ ປະ​ເທດ​ບຣາຊິ​ລ ຣັດ​ເຊຍ ​ແລະ ​ເວ​ເນ​ຊູ​ເອລາ ພ້ອມ​ທັງ​ໂຄງການກໍ່ສ້າງ​ໂຄງ​ລ່າງ​ພື້ນຖານ ​ຕ່າງໆ ໃນປະ​ເທດ ອາ​ເຈັນ​ຕິ​ນາ ​ເບ​ລາ​ຣູສ ກາ​ນາ ​ແລະ​ໂມ​ຊໍາ​ບີ​ກ.

ທ່ານ Yukon Huang ອະດີດ​ຜູ້​ອໍາ​ນວຍ​ການທະນາຄານໂລກປະ​ຈໍາ​ປະ ​ເທດ​ຈີນ ກ່າວ​ວ່າ

"ເງິນກູ້ຢືມບາງສ່ວນ​ແມ່ນ​ຊ່ອຍພັດທະນາການເຂົ້າເຖິງຊັບພະຍາກອນທຳມະຊາດ ​
ແລະການຂຸດບໍ່ແຮ່ ນໍ້າມັນແລະແຫຼ່ງພະລັງງານ ແລະແມ່ນກະທັງໃນບາງກໍລະນີ ທີ່ດິນສຳລັບການກະເສດແລະຄວາມອາດສາມາດໃນການຜະລິດ ຊຶ່ງທັງໝົດນີ້ ແມ່ນມີຄວາມຈຳເປັນທີ່ສຸດສຳລັບຈີນ ຍ້ອນຈີນເປັນປະເທດ ທີ່ຂາດເຂີນຊັບຍາ
ກອນທຳມະຊາດເຫຼົ່ານີ້."

ປັດຈຸບັນ​ນີ້ ທ່ານ ຮວງ ທໍາ​ງານ​ຢູ່​ກັບ​ ອົງການຄົ້ນຄວ້າ Carnegie Endowment for International Peace ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ດີ​ຊີ ຊຶ່ງທ່ານຮວງ ກ່າວ​ຕໍ່​ໄປ​ວ່າ ​ເວລາ​ນີ້​ ຈີນ​ກໍາລັງ​ເພີ່ມ​ທະວີ​ການ​ນໍາ​ໃຊ້​ຊັບ​ສິນດ້ານການ​ເງິນ​ຈໍານວນ​ມະຫາສານທີ່​ໜ້າ​ຢ້ານ​ກົວນັ້ນ ​ເພື່ອ​ເສີມຂະ ຫຍາຍ​ຜົນ​ປະ​ໂຫຍດຕ່າງໆ ຂອງ​ຕົນ​ເອງ ​ເຊັ່ນ​ການ​ຂະຫຍາຍ​ການ​ສົ່ງ​ອອກ​ຂອງ​ຕົນ ​ແລະ​ຊຸກຍູ້ໃຫ້ນາໆຊາດໃຊ້ເງິນຕາ​ຂອງ​ຈີນ​ຫຼາຍຂຶ້ນ​ຢູ່​ໃນ​ທົ່ວ​ໂລກ ໃນເມື່ອ​ວ່າ​ເງິນ​ກູ້​ຢືມບາງ​ກ້ອນ​ນັ້ນ ​ບາງ​ສ່ວນ​ແລ້ວແມ່ນໃຫ້ເປັນ​ເງິນ​ຢວນ ​ແຕ່​ທ່ານຮວງກ່າວ​ຕື່ມ​ວ່າ ​ເລຶ່ອງນີ້​ບໍ່​ແມ່ນ​ເປັນ​ສິ່ງ​ທີ່​ຜິດ​ປົກກະຕິ​ແຕ່​ຢ່າງ​ໃດ.

"ເງິນກູ້ຢືມຂອງຍີ່ປຸ່ນແມ່ນໃຫ້ການສະໜັບສະໜຸນຕໍ່ເປົ້າໝາຍຂອງຍີ່ປຸ່ນ ສ່ວນ
ເງິນກູ້ຢືມຂອງສະຫະລັດ ກໍໃຫ້ການສະໜັບສະໜຸນຕໍ່ເປົ້າໝາຍຂອງສະຫະລັດ
ແລະສຳລັບເງິນກູ້ຢືມເຫຼົ່ານີ້ ແມ່ນໃຫ້ການສະໜັບສະນຸນຕໍ່ເປົ້າໝາຍຂອງຈີນ."

ທ່ານ ​ເຊິ່ນ ຈຽງ​ກວາງ ຫົວໜ້າ​ນັກ​ເສດຖະກິດ​ສາດ​ປະ​ຈໍາ​ບໍລິສັດຫລັກຊັບ Mizuho Securities Asia ກ່າວ​ວ່າ ອໍານາດ​ເສດຖະກິດ​ຂອງ​ຈີນ​ແມ່ນ​ໄດ້​ເຕີບ​ໂຕຂຶ້ນຫຼາຍ ​ແລະ​ປະ​ເທດ​ຈີນ​ໄດ້​ກ້າວ​ເຂົ້າສູ່ໃນອັນທີ່ທ່ານ ເອີ້ນວ່າ “ເວທີ​ໃໝ່” ທີ່​ຈີນ​ສາມາດ​ຂະຫຍາຍ​ການ​ມີໜ້າ​ຂອງຕົນ​ຢູ່​ໃນ​ຕ່າງປະ​ເທດ​ໄດ້ ຢ່າງສະບາຍໆ ຊຶ່ງ​ທ່ານ ​ເຊິ່ນ ກ່າວ​ຊີ້​ແຈງ​ຕື່ມ​ວ່າ:

"ຂ້າພະເຈົ້າຄິດວ່າ ສິ່ງທີ່ຈີນກຳລັງດຳເນີນຢູ່ໃນເວລານີ້ ແມ່ນບໍ່ຕ່າງຫຍັງກັນກັບ
ບັນດາປະເທດທີ່ມີເສດຖະກິດຈະເລີນກ້າວໜ້າອື່ນໆ ກໍ​ຄືສິ່ງທີ່ປະເທດເຫຼົ່ານັ້ນ​ໄດ້ດຳເນີນຕະຫຼອດມາຢູ່ໃນຕ່າງປະເທດ ດັ່ງນັ້ນ ການຊ່ອຍເຫຼືອທັງ​ໝົດທີ່ໃຫ້
ແກ່ບັນດາປະເທດທີ່ກຳລັງພັດທະນານັ້ນ ກໍ​ແມ່ນພົວພັນອຳນາດໃນການຊັກຈູງ
ຫຼື Soft Power ນຳດ້ວຍ ດ້ວຍເຫດນີ້ຂ້າພະເຈົ້າຈຶ່ງຄິດວ່າ ຈີນກໍພຽງແຕ່ດຳ
ເນີນການໃນສິ່ງທີ່ມີການປະຕິບັດກັນມາ ຢ່າງເປັນປົກກະຕິທຳມະດາຢູ່ແລ້ວ."

ໜັງສືພິມ Financial Times ​ເວົ້າວ່າ ທະນາຄານ​ຈີນ​ສອງ​ແຫ່ງ ​ແມ່ນວາງ​ເງຶ່​ອນ​ໄຂ​ຕ່າງໆ
ທີ່​ດີກ​ວ່າ​ທະນາຄານ​ໂລກ ​ແລະ​ຜູ້​ໃຫ້​ເງິນ​ກູ້​ຢືມ​ລາຍອື່ນໆ ​ໂດຍ​ສະ​ເພາະ​ແມ່ນຂໍ້ຕົກລົງ​ຕ່າງໆ​
ທີ່​ລັດຖະບານ​ປັກ​ກິ່ງ​ໃຫ້ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ​ນັ້ນ. ນອກ​ນີ້​ແລ້ວ ​ເງິ​ນກູ້​ຢືມ​ຂອງ​
ຈີນ​ຍັງມີເງື່ອນ​ໄຂ​ເງື່ອນໄຂກ່ຽວກັບຄວາມໂປ່​ງ​ໃສ​ຕ່າງໆ ບໍ່ເຄັ່່ງຄັດທໍ່ກັບທະນາຄານໂລກຫຼື ທະນາຄານອື່ນໆ.

ໃນ​ຖະ​ແຫລ​ງຂ່າວ​ບັ້ນ​ນຶ່ງ​ເມື່ອໄວໆມານີ້ ທ່ານ ຮົງ ​ເລ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຂອງ​ຈີນ​ຖືກ​ຊັກ​ຖາມ​ວ່າ ​ ​ຈີນໃນ​ເວລາ​ນີ້​ກໍາລັງ​ແຂ່ງຂັນ​ກັບທະນາ​ຄານ​ໂລກ​ຫລື​ບໍ່ ​ແຕ່​ໂຄສົກຮົງ ​ເລ ບໍ່​ໄດ້​ຕອບ​ຄໍາ​ຖາມໂດຍກົງ ​ແຕ່ ກໍ​ເວົ້າວ່າ ຈີນ​ຍັງ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ດ້ານການ ພັດທະນາແກ່​ປະ​ເທດຕ່າງໆ ຢູ່​ຕໍ່​ໄປ.

// ສຽງພາສາຈີນ //

ໂຄສົກ​ຮົງ ເລ ກ່າວ​ວ່າ ​ໃນ​ຂະນະ​ທີ່​ຈີນ​ຍັງ​ສືບ​ຕໍ່​ພັດທະນາ​ປະ​ເທດ​ຂອງ​ຕົນ​ໄປຢູ່​ນັ້ນ ຈີນ​ກໍ​ຍັງ​ຈະ​ສືບ​ຕໍ່ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ການ​ພັດທະນາ​ແກ່​ປະ​ເທດ​ອື່ນໆ​ຢູ່​ຕໍ່​ໄປ ຊຶ່ງ​ທ່ານ​ເວົ້າວ່າ ມັນ​ຄື​ຜົນ​ສະ​ທ້ອນ​ອັນ​ໜັກແໜ້ນ ໃນການປະ ກອບສ່ວນຂອງຈີນຕໍ່​ສັນຕິພາບ​ໂລກ.

ຢ່າງ​ໃດ​ກໍ​ຕາມ ຄວາມ​ພະຍາຍາມ​ໃນການໃຫ້ຄວາມ​ຊ່ວຍ​ເຫລື​ອຂອງ​ຈີນ​ດັ່ງກ່າວ​ນີ້ ​ໄດ້​ຖືກ​
ຕໍາ​ໜິຕິ​ຕຽນ​ໂດຍ​ບັນດາອົງການປົກປ້ອງ​ສິດທິມະນຸດ ແລະ​ອົງການ​ພັດທະນາ​ ຕະຫຼອດ
ທັງອົງການຈັດຕັ້ງ​ອື່ນໆ​ຢູ່​ໃນ​ທົ່ວ​ໂລກ. ນັກ​ເຄຶ່ອນ​ໄຫວ​ດ້ານ​ສິດທິ​ມະນຸດບາງ​ຄົນ​ກ່າວ​ວ່າ
ຂໍ້ຕົກລົງເລຶ່ອງການ​ຄ້າ ແລະ​ການ​ຊ່ວຍ​ເຫລືອ​ຂອງ​ຈີນ ໂດຍ​ສະ​ເພາະ​ຢູ່​ໃນ​ຂົງ​ເຂດ​ອາ​ຟຣິ
ກາ​ນັ້ນ ແມ່ນຊ່ວຍ​ສົ່ງ​ເສີມ​ພວກ​ລັດຖະບານ​ຊົ່ວ​ຮ້າຍ​ທັງຫລາຍ ​ແລະ​ສ້າງຜົນ​ປະ​ໂຫຍ​ດ​ໃຫ້​
ແກ່​ປະຊາຊົນທຳມະດາສາມັນ​ ແຕ່​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ. ພວກ​ຊ່ຽວຊານ​ດ້ານການ​ພັດ
ທະນາບາງຄົນເວົ້າວ່າ ປົກກະຕິ​ແລ້ວເງິນ​ກູ້​ຢືມແລະ​ເງິນ​ຊ່ອຍເຫຼືອລ້າ​ຂອງ​ຈີນ​ນັ້ນ ມັກຈະ
ບໍ່​ມີການຕິດຕາມຊິ້ງຊອມເບິ່ງ ກໍາກັບ​ບັນຊີລາຍ​ຈ່າຍ​ໃດໆ​ຢ່າງແຈ່ມ​ແຈ້ງ ເພື່ອ​ປ້ອງ​ກັນ​ບໍ່
ໃຫ້ມີການ​ສໍ້​ລາດ​ບັງ​ຫລວງ ຫລືບໍ່ ກໍຊ່ວຍລົດຄວາມທຸກ​ຈົນ ພຽງແຕ່ໜ້ອຍ​ດຽວເທົ່າ​ນັ້ນ.

ທະນາຄານ​ໂລກ​ໄດ້ປະຕິ​ເສດ​ບໍ່​ຍອມໃຫ້​ສໍາພາດ​ກ່ຽວກັບ​ລາຍ​ງານ​ທີ່ວ່າ​ນີ້ ​ແຕ່​ກໍໄດ້​ສົ່ງ​ຖະ
ແຫລ​ງຂ່າວໃຫ້​ສະບັບ​ນຶ່ງ​ທີ່​ເວົ້າວ່າ “​ເວລາ​ນີ້ ​ທະນາຄານ​ໂລກ​ກໍາລັງ​ດຳເນີນງານ​ຢ່າງ​ໃກ້​ຊິດ
ກັບ​ຈີນ​ຫລາຍ​ຂື້ນ ຊຶ່ງ​ທາງທະນາຄານ​ໂລກເອງ ​ກໍມີຄວາມຍິນດີນຳການ​ເປັນ​ພາຄີທີ່​ສໍາຄັນ
ແລະ​ພວມມີການເຕີບໂຕ ດັ່ງກ່າວນີ້.

XS
SM
MD
LG