ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ຈີນ ປ່ອຍໃຫ້ເງິນຢວນ ຂອງຕົນ ຕົກລາຄາ ອີກມື້ໜຶ່ງ


ແມ່ຍິງຄົນໜຶ່ງ ຍ່າງຜ່ານ ເຄື່ອງໝາຍ ຂອງເງິນຢວນ (ຊ້າຍ) ແລະ ເຄື່ອງໝາຍຂອງເງິນ ໂດລາ ສະຫະລັດ (ຂວາ) ໃນ ຮົງກົງ, ວັນທີ 13 ສິງຫາ 2015.

ຈີນ​ໄດ້​ອະນຸຍາດ​ໃຫ້​ມູນ​ຄ່າ​ຂອງ​ເງິນ​ຢວນອ່ອນ​ລາຄາ​ຕໍ່​ເງິນ​
ໂດ​ລາ​ລົງ ​ເປັນມື້ທີ​ສາມລຽນຕິດ.

ທະ​ຄານ​ກາງ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ຕັ້ງຈຸດ​ປຽບທຽບ​ມູນ​ຄ່າ
​ໃຫ້​ຕ່ຳລົງ​ 1 ​ເປີ​ເຊັນ ຈາກ​ມື້ກ່ອນ​ນີ້ ຊຶ່ງຢູ່ທີ່ 6.4 ​ຢວນຕໍ່
1 ​ໂດ​ລາ.

ປັກ​ກິ່ງ​ໄດ້​ຄວບ​ຄຸມ​ເງິນ​ຢວນຢ່າງ​ເຂັ້ມງວດ ​ໂດຍ​ອະນຸຍາດ​
ໃຫ້​ເງິນ​ນັ້ນ ຊື້​ຂາຍ​ໄດ້​ໃນ​ຂອບ​ເຂດ​ຢູ່​ເໜືອ 2 ​ເປີ​ເຊັນ ຫຼື ຕ່ຳ​ກວ່າ
ຈຸດ​ປຽບທຽບ​ດັ່ງກ່າວ ຊຶ່ງ​ພວກ​ເຂົາ​ໄດ້​ຕັ້ງຂຶ້ນສຳ​ຫລັບ​ປະຈຳ​ວັນ.

ມາ​ເຖິງ​ເວລາ​ນີ້ ​ເງິນຢວນ​ນັ້ນ​ໄດ້​ເສຍ​ລາຄາ​ປະມານ​ສີ່​ເປີ​ເຊັນ ຕັ້ງ​ແຕ່ມີ ​ການປ່ຽນ​ແປງ​
ໃນ​ເບື້ອງ​ຕົ້ນ​ ຢູ່ໃນໄລຍະ​ກາງຂອງ​ຕະຫຼາດ.

ພະນັກງານຄົນໜຶ່ງ ຍ່າງຜ່ານ ຈໍພາບທີ່ສະແດງໃຫ້ເຫັນ ອັດຕາການແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງ ຕະຫຼາດຈີນ ແລະ ເກົາຫຼີໃຕ້ ຢູ່ທີ່ທະນາຄານແຫ່ງໜຶ່ງ ໃນນະຄອນ ໂຊລ, ວັນທີ 13 ສິງຫາ 2015.
ພະນັກງານຄົນໜຶ່ງ ຍ່າງຜ່ານ ຈໍພາບທີ່ສະແດງໃຫ້ເຫັນ ອັດຕາການແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງ ຕະຫຼາດຈີນ ແລະ ເກົາຫຼີໃຕ້ ຢູ່ທີ່ທະນາຄານແຫ່ງໜຶ່ງ ໃນນະຄອນ ໂຊລ, ວັນທີ 13 ສິງຫາ 2015.

​ບັນດາ​ເຈົ້າໜ້າ​ທີ່ ທະນາຄານ​ກາງ ​ໃນ​ວັນ​ພະ​ຫັດ​ມື້​ນີ້ ​ໄດ້​ພະຍາຍາມ​ທີ່ຈະ​ຜ່ອນຄາຍ​ຄວາມ​ຢ້ານ​ກົວ ຂອງ​ການ​ລຸດລາຄາ​ເງິນ​ຢວນ​ເພີ້​ມ​ເຕີມ ​ໂດຍ​ກ່າວ​ວ່າ ​ເງິນ​ຢວນ ຕອນ​ນີ້ ​ແມ່ນ​ຢູ່​ໃກ້​ກັບ​ “ລະດັບ​ຂອງ​ຕະຫຼາດ​” ແລ້ວ.

ອີງ​ຕາມອົງການຂ່າວ​ຊີນ​ຫົວ ທີ່​ອ້າງ​ເຖິງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ຢູ່​ທີ່​ທະນາຄານ​ແຫ່ງ​ປະຊາຊົນ​ຈີນ ວ່າ “ການ ​ປັບ​ຕົວ​ເພື່ອຫຍໍ້​ຊ່ອງວ່າງ​ເຂົ້າ ລະຫວ່າງ​ອັດຕາ​ຄວາມ​ສະ​ເໝີ​ພາບ​ສູນ​ກາງ ​ແລະ ອັດ​ຕາ​ການ​ຊື້​ຂາຍ​ເງິນຕາ​ຂອງ​ຈີນ​ອັນ​ແທ້​ຈິງ ນັ້ນ ​ໂດຍ​ພື້ນຖານ​ ໄດ້​ເສັດ​ສົມບູນ​ແລ້ວ.”

ຫຼັງຈາກ​ຄຳ​ຖະ​ແຫລ​ງຂອງ​ ທະນາຄານ​ກາງ​ແລ້ວ ການຄ້າໃນ​ທົ່ວ​ເອ​ເຊຍ ກໍ​ປາກົດ​ວ່າ ບໍ່​ມີ​ຄວາມ​ແນ່ນອນ. ການ​ເຄື່ອນ​ໄຫວ​ໃນ​ເບື້ອງ​ຕົ້ນຂອງ​ທາງ​ຈີນ ​ໄດ້​ເຮັດ​ໃຫ້​ມີ​ການ​ຕົກ​ຕ່ຳ​ຢ່າງ​ໃຫຍ່ ​ເປັນ​ເວລາສອງ​ມື້ ​ໃນ​ຕະຫຼາດຫລັກ​ຊັບໃຫຍ່​ຂອງ​ໂລກ.

ນັກ​ລົງທຶນຫຼາຍຄົນ​ ​ເປັນ​ຫ່ວງກັບ​ການ​ແຊກ​ແຊງ ​ທີ່​ເປັນ​ສັນຍານ ຕໍ່​ການ​ຂະຫຍາຍ​ໂຕ​ຂອງ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກ​ນັ້ນ ກຳລັງ​ຊ້າ​ລົງ ຫຼາຍກວ່າ ທີ່​ຄິດ​ກັນ​ໄວ້
​ໃນ​ເບື້ອງ​ຕົ້ນ.

ຍັງ​ຄວາມ​ກັງວົນ​ອີກ​ວ່າ ມັນ​ອາດ​ເຮັດ​ໃຫ້​ບັດ​ດາ​ປະ​ເທດ​ອື່ນ ລຸດມູນ​ຄ່າເງິນ​ຂອງ​ພວກ​ເຂົາ​
ລົງ ​ໃນ​ເມື່ອ ມູນ​ຄ່າ​ເງິນ​ຢວນອ່ອນ​ກວ່ານັ້ນ ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ຂອງຈີນ ​ສາມາດ​ເປັນ​ທີ່​ແຂ່ງຂັນ​ໄດ້​ຂຶ້ນຕື່ມ​ ສຳ​ຫລັບ​ຜູ້ນຳ​ເຂົ້າຕ່າງປະ​ເທດ.

China Currency
please wait
Embed

No media source currently available

0:00 0:00:50 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG