ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຮຽກຮ້ອງໃຫ້ສະຫະລັດ ຍຸຕິ 'ການແຊກແຊງ' ໃນກິລາໂອລິມປິກລະດູໜາວ


ແສງໄຟທີ່ແນມເຫັນ ຢູ່ສະໜາມກິລາຮັງນົກ ໃນລະຫວ່າງການຝຶກຊ້ອມສໍາລັບພິທີເປີດກິລາໂອລິມປິກລະດູໜາວປະຈໍາປີ 2022, ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 27 ມັງກອນ 2022.
ແສງໄຟທີ່ແນມເຫັນ ຢູ່ສະໜາມກິລາຮັງນົກ ໃນລະຫວ່າງການຝຶກຊ້ອມສໍາລັບພິທີເປີດກິລາໂອລິມປິກລະດູໜາວປະຈໍາປີ 2022, ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ວັນທີ 27 ມັງກອນ 2022.

ຈີນ ໄດ້ກ່າວຫາສະຫະລັດວ່າ “ແຊກແຊງ” ໃນກິລາໂອລິມປິກລະດູໜາວປັກກິ່ງ ແລະໄດ້ຮຽກຮ້ອງໃຫ້ສະຫະລັດຈົ່ງຍຸຕິ.

ລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ກ່າວຢູ່ໃນຖະແຫຼງການລຸນຫຼັງທີ່ໄດ້ໂອ້ລົມທາງໂທລະສັບ ກັບລັດຖະມົນຕີການຕ່າງປະເທດຂອງສະ ຫະລັດ ທ່ານແອນໂທນີ ບລິງເກັນ ໃນມື້ວັນພະຫັດວານນີ້ວ່າ “ຄວາມສໍາຄັນທີ່ຮີບດ່ວນທີ່ສຸດໃນຕອນນີ້ຄື ສະຫະລັດຕ້ອງຍຸຕິການແຊກແຊງເຂົ້າໃນກິລາໂອລິມປິກລະດູໜາວປັກກິ່ງ.”

ມີ​ການ​ອ້າງ​ຄຳ​ເວົ້າ​ຂອງທ່ານຫວັງ ທີ່ກ່າວວ່າ “ສະຫະລັດຍັງ​ສືບ​ຕໍ່ນຳ​ໃຊ້ຄໍາເວົ້າ ແລະການກະທໍາທີ່ບໍ່​ຖືກ​ຕ້ອງ ຕໍ່ຈີນ, ອັນໄດ້ກໍ່ໃຫ້ເກີດຄວາມຂັດແຍ້ງໃໝ່ໃນຄວາມສໍາພັນຂອງທັງສອງປະເທດ.”

ຂໍ້ກ່າວຫາຕໍ່ການແຊກແຊງຂອງຈີນນັ້ນ ເບິ່ງຄືວ່າ ຈະໝາຍເຖິງການຂວໍ້າບາດທາງການທູດຕໍ່ການ​ແຂ່ງ​ຂັນກິລາດັ່ງກ່າວ ເຊິ່ງ​ມີ​ກຳ​ນົດຈະເລີ້ມ​ຂຶ້ນ ໃນອາທິດ ໜ້ານີ້.

ຜົນຈາກການຂວໍ້າບາດນັ້ນ ສະຫະລັດຈະບໍ່ສົ່ງຄະນະຜູ້ແທນນັກ​ການ​ທູດເຂົ້າຮ່ວມໃນກິລາລະດູໜາວດັ່ງກ່າວ, ສະຫະລາດຊະອານາຈັກອັງກິດ ແລະອອສເຕຣເລຍກໍໄດ້ປະກາດການຂວໍ້າບາດທີ່ຄ້າຍຄືກັນນີ້ເຊັ່ນກັນ. ເມື່ອການຂວໍ້າບາດທາງການທູດໄດ້ປະກາດອອກໄປແລ້ວ, ປັກກິ່ງກໍໄດ້ຕອບໂຕ້ກັບ ໂດຍກ່າວວ່າວໍຊິງຕັນຄວນ “ຍຸດຕິການ​ໃຊ້​ກິ​ລາ​ເຂົ້າ​ເປັນ​ເລື້ອງການເມືອງ.”

ການຂວໍ້າບາດຄືການປະທ້ວງຕໍ່ຈີນ ທີ່ປະຕິບັດຕໍ່ຊົນກຸ່ມນ້ອຍມຸສລິມ​ວີເກີ ໃນແຂວງຊິນຈຽງ ທີ່ຢູ່ທາງພາກຕາເວັນຕົກສຽງເໜືອຂອງຈີນ. ຈີນໄດ້ຖືກກ່າວຫາວ່າຂ້າລ້າງເຜົ່າພັນ ແລະບັງຄັບໃຊ້ແຮງງານ, ແຕ່ພວກເຂົາເຈົ້າໄດ້ປະຕິເສດໃນຂໍ້ກ່າວຫາດັ່ງກ່າວ.

ກະຊວງການຕ່າງປະເທດໄດ້ກ່າວຢູ່ໃນເວັບໄຊທ໌ວ່າ ທ່ານບລິງເກັນ ແລະທ່ານ ຫວັງ ໄດ້ປຶກສາຫາລືກ່ຽວກັບຄວາມສ່ຽງທາງຍຸດທະສາດ, ຄວາມໝັ້ນຄົງທາງດ້ານສຸຂະພາບ ແລະການປ່ຽນແປງທາງສະພາບອາກາດ.

ໃນຖະແຫຼງການບໍ່ໄດ້ກ່າວເຖິງການແຊກແຊງຕໍ່ການ​ແຂ່ງ​ຂັນກິລາໂອລິມປິກແຕ່ຢ່າງໃດ.

ຢູ່ໃນຖະແຫຼງການກ່າວວ່າ ທ່ານບລິງເກັນ “ໄດ້ເນັ້ນຢໍ້າກ່ຽວກັບຄວາມໝັ້ນຄົງຂອງໂລກ ແລະຄວາມສ່ຽງຂອງລະບົບເສດຖະກິດ ອັນເນື່ອງມາຈາກການຮຸກຮານຂອງຣັດເຊຍ ຕໍ່ຢູເຄຣນ ແລະ​ໄດ້​ສະ​ແດງ​ຄວາມ​ເຫັນ​ວ່າ ການ​ຫລຸດ​ຜ່ອນ
ຄວາມ​ເຄັ່ງ​ຕຶງ ແລະການທູດ ແມ່ນຫົນທາງດຽວທີ່ເປັນ​ເສັ້ນ​ທາງ​ແບບ​ມີ​ຄວາ​ມຮັບ​ຜິດ​ຊອບ​ຕໍ່​ໄປຂ້າງໜ້າ.” ຣັດເຊຍໄດ້ປະຕິເສດວ່າ ຕົນບໍ່ໄດ້ມີເຈດຈໍານົງທີ່ຈະບຸກລຸກປະເທດເພື່ອນບ້ານແຕ່ຢ່າງໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG