ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເລີ້ມໂຈມຕີ ທາງອິນເຕີແນັດ ຕໍ່ບໍລິສັດ ສຫລ ຄືນອີກ


ຜູ້ຊາຍຄົນນຶ່ງ ພວມສະແດງໃຫ້ເບິ່ງ ຂໍ້ມູນທາງອິນເຕີແນັດ.
ຜູ້ຊາຍຄົນນຶ່ງ ພວມສະແດງໃຫ້ເບິ່ງ ຂໍ້ມູນທາງອິນເຕີແນັດ.
ບໍລິສັດຄຸ້ມຄອງຄວາມປອດໄພທາງຄອມພິວເຕີ້ຂອງສະຫະລັດ
ບໍລິສັດນຶ່ງກ່າວວ່າ ກອງທັບຈີນ ໄດ້ເລີ້ມທຳການໂຈມຕີທາງອິນ ເຕີແນັດຕໍ່ບັນດາບໍລິສັດອາເມຣິກັນຄືນອີກ ຫຼັງຈາກໄດ້ຢຸດເຊົາ
ມາຊົ່ວໄລຍະນຶ່ງ.

ບໍລິສັດ Mandiant ຊຶ່ງໄດ້ກ່າວຫາຈີນວ່າ ທຳການໂຈມຕີທາງ
ອິນເຕີແນັດຢູ່ໃນລາຍງານທີ່ນຳອອກເຜີຍແຜ່ເມື່ອເດືອນກຸມພາຜ່ານມານັ້ນເວົ້າວ່າ ເມື່ອ ໄວໆມານີ້ ພະແນກນຶ່ງ ຂອງກອງທັບຈີນໄດ້ໂຈມຕີ ຫຼືເຈາະເຂົ້າໄປໃນລະບົບຄອມພິວເຕີ້ ຂອງ 100 ກວ່າບໍລິສັດ ເພື່ອລັກຂະໂມຍເອົາຄວາມລັບທາງດ້ານການຄ້າ.

ບໍລິສັດ Mandiant ກ່າວວ່າ ການໂຈມຕີທີ່ວ່ານີ້ ເລີ້ມຂຶ້ນບໍ່ເທົ່າໃດມື້ຫລັງຈາກເຈົ້າໜ້າທີ່
ຈີນ ກ່າວຕໍ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ທີ່ກຸງປັກກິ່ງໃນ ເດືອນແລ້ວນີ້ວ່າ ຕົນເຕັມໃຈ ທີ່ຈະເປີດການເຈລະຈາ ກ່ຽວກັບຄວາມໝັ້ນຄົງທາງອິນເຕີ ແນັດກັບສະຫະລັດ. ແຕ່ຈີນໄດ້ປະຕິເສດວ່າ ຕົນບໍ່ໄດ້ພະຍາຍາມ ທີ່ຈະລັກຂະໂມຍເອົາ ຄວາມລັບ ທາງດ້ານການຄ້າໃດໆ ແລະເວົ້າວ່າ ຕົນແມ່ນຜູ້ເຄາະຮ້າຍ ຈາກການໂຈມຕີ ເຈາະເອົາຂໍ້ມູນທາງຄອມພິວເຕີ້ຂອງອາເມຣິກັນ.

ທ່ານ Richard Bejtlich ຫົວໜ້າດ້ານຄວາມປອດໄພຂອງບໍລິສັດ Mandiant ກ່າວວ່າ ຈີນໄດ້ໃຊ້ອຸບປະກອນ ແບບດຽວກັນ ກັບທີ່ເຄີຍໃຊ້ມາແລ້ວ ໃນການໂຈມຕີ ຄັ້ງກ່ອນໆ ຍ້ອນຫຼາຍໆບໍລິສັດຂອງສະຫະລັດຍັງບໍ່ການປ້ອງກັນອຸບປະກອນດັ່ງກ່າວເທື່ອ.

ທ່ານ Bejtlich ເວົ້າວ່າ ສະຫະລັດ ຈຳເປັນຕ້ອງໄດ້ທຳການລົງໂທດຄັ້ງໃໝ່ຕໍ່ຈີນ.
XS
SM
MD
LG