ຜູ້ພິພາກສາສູງສຸດຂອງຈີນ ປະຕິຍານວ່າຈະຫລຸດຜ່ອນຈຳນວນ
ຂອງການຕັດສິນທີ່ຜິດພາດ ໂດຍລະບົບຍຸດຕິທຳຂອງປະເທດ
ຊຶ່ງບັນດານັກວິຈານກ່າວວ່າ ໄດ້ມີການແຜ່ລະບາດຍ້ອນການສໍ້
ລາດບັງຫລວງມາ ເປັນເວລາດົນນານແລ້ວ ແລະການກາງຕໍ່ໃນ
ການບັງຄັບໃຫ້ຍອມສາລະພາບນັ້ນ.
ທ່ານ Zhou Qiang ຫົວໜ້າຜູ້ພິພາກສາ ສານປະຊາຊົນສູງສຸດຂອງຈີນ ກ່າວໃນວັນພະຫັດ
ມື້ນີ້ ຢູ່ທີ່ກອງປະຊຸມສະພາປະຈຳປີວ່າ ປັກກິ່ງຕ້ອງຮຽນ “ບົດຮຽນຕ່າງໆຢ່າງເລິກເຊິ່ງ” ຈາກອັນທີ່ທ່ານເອີ້ນວ່າ “ຄວາມຜິດພາດຕ່າງໆ ໃນດ້ານຄວາມຍຸດຕິທຳ” ທີ່ຜ່ານມາ.
ທ່ານ Zhou ເວົ້າວ່າ “ຍ້ອນຄວາມຜິດພາດຕ່າງໆ ໃນດ້ານຄວາມຍຸດຕິທຳ ພວກເຮົາ ຈຶ່ງໄດ້ຕຳໜິຕິຕຽນຕົນເອງຢ່າງເລິກເຊິ່ງ ແລະຮຽກຮ້ອງ ໃຫ້ສານຕ່າງໆ ໃນທຸກໆລະດັບ ຖອດຖອນບົດຮຽນຢ່າງເລິງເຊິ່ງ ແລະ ເສີມຂະຫຍາຍຄວາມເຂັ້ມແຂງ ໃຫ້
ແກ່ການປ້ອງກັນ ທີ່ມີປະສິດທິພາບ ຕໍ່ຄວາມບໍ່ຍຸດຕິທຳ ແລະ ຄະດີຕ່າງໆ ທີ່
ຜິດພາດ ແລະ ມີກົນໄກໃນການກວດແກ້ທັນກັບເວລາ.”
ທ່ານ Zhou ກ່າວອີກວ່າ ສານປະຊາຊົນສູງສຸດ ຈະເອົາບາດກ້າວຕ່າງໆ ເພື່ອປ້ອງກັນບໍ່ໃຫ້ ບັນດາເຈົ້າໜ້າທີ່ລັດຖະບານ ແຊກແຊງເຂົ້າໃນການດຳເນີນຄະດີ ຕາມກົດໝາຍຕ່າງໆ ຊຶ່ງໃນທາງປະຕິບັດ ທີ່ເຫັນໄດ້ວ່າ ເປັນໄປຕາມທຳມະດາໃນລະບົບສານ ທີ່ຄວບຄຸມໂດຍ
ພັກຄອມມິວນິສ.
ຄຳສັນຍາຕ່າງໆນີ້ ແມ່ນໄດ້ສະທ້ອນເຖິງຄຳເວົ້າຂອງບັນດາເຈົ້າໜ້າທີ່ລັດຖະບານຄົນອື່ນໆ ທີ່ເຄີຍໄດ້ໃຫ້ຄຳສັນຍາຜ່ານມາວ່າ ຈະອະນຸຍາດໃຫ້ບັນດາຜູ້ພິພາກສາ ສາມາດຕັດສິນໃຈດ້ວຍຕົວເອງ ແລະ ຍຸດຕິການນຳໃຊ້ການທໍລະມານ ເພື່ອບັງຄັບໃຫ້ ມີການສາລະພາບນັ້ນ.
China's top judge is vowing to reduce the number of wrongful convictions handed out by the country's judicial system, which critics say has long been plagued by corruption and a reliance on forced confessions.
Zhou Qiang, the chief justice of China's Supreme People's Court, said Thursday at an annual parliamentary session that Beijing must learn "profound lessons" from what he called past "miscarriages of justice"
"With regard to miscarriages of justice, we deeply reprove ourselves and demand that courts at all levels draw profound lessons, and further strengthen the effective prevention of unjust and false cases and timely correction mechanisms," he said.
Zhou said the SPC will take steps to prevent government officials from interfering in legal cases - a practice seen as commonplace in a court system controlled by the Communist Party.
The promises echoed those of other government officials, who in the past have pledged to allow judges to make their own decisions and to end the use of torture to extract confessions.