ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເສດຖະກິດຈີນ ພວມສະແດງ ຮ່ອງຮອຍ ໃນການຊັກຊ້າລົງ (ວີດິໂອລາວກັບອັງກິດ)


ກໍ່າປັ່ນບັນທຸກສິນຄ້າຈີນ
ກໍ່າປັ່ນບັນທຸກສິນຄ້າຈີນ
ເສດຖະກິດຈີນ ຊຶ່ງຄັ້ງນຶ່ງເຄີຍເຕີບໂຕຢ່າງ​ໄວ​ນັ້ນ ກໍາລັງສະ
ແດງໃຫ້ເຫັນ ຮ່ອງຮອຍຂອງ ການຊັກຊ້າລົງ ແລະກໍາລັງຈະ
ເຂົ້າສູ່ສະພາວະການເຕີບໂຕ ທີ່ຂີ້ຮ້າຍທີ່ສຸດໃນໄລຍະ ຫຼາຍ
ກວ່ານຶ່ງທົດສະວັດ. ການນໍາພາເສດຖະກິດ ຂອງປະເທດໄປ
ໃນທິດທາງທີ່ຖືກຕ້ອງນັ້ນແມ່ນ​ເປັນ​ນຶ່ງ​ໃນການທ້າທາຍ ຫຼາຍ
ຢ່າງ​ທີ່​ສໍາຄັນ ທີ່ປະເຊີນໜ້າຄະນະນໍາພາຊຸດໃໝ່ ຂອງຈີນ ທີ່​ກໍາລັງດໍາ​ເນີນການປ່ຽນແປງ ທີ່ມີຂຶ້ນຄັ້ງນຶ່ງໃນທຸກໆສິບປີ ທີ່ ເລີ່ມມາ​ແຕ່ວັນທີ່ 8 ເດືອນພະຈິກ ອາທິດ​ແລ້ວ​ນີ້.

ຫຼາຍໆຫົວເມືອງທີ່ທັນສະໄໝຂອງຈີນ ແມ່ນໄດ້ຖືກສ້າງຂຶ້ນມາ ໃນຂະ​ໜາດ ສ່ວນທີ່ໃຫຍ່ ໂຕທີ່ສຸດ ​ໂດຍ​ໃຊ້ສະຖາປັດຕະຍະ​ກໍາທີ່ກ້າວໜ້າ ​ແຫວກ​ແນວ ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ເຊັ່ນ ຕຶກ​ພວກ​ນີ້
ຢູ່​ນະຄອນຫລວງປັກກິ່ງ ແຕ່ທ່ານ Patrick Chovanec ນັກເສດຖະສາດທີ່ ມີສໍານັກງານ ຢູ່ປັກກິ່ງ ກ່າວວ່າ ຢູ່ຕາມມຸມຖະໜົນສາຍຕ່າງໆ ທີ່ຄັບຄັ່ງອັ່ງ​ອໍ​ໄປດ້ວຍລົດ​ລາແລະຜູ້ຄົນ ຄື ຮ່ອງຮອຍ ແຫ່ງໄພຂົ່ມຂູ່ທີ່ເສດຖະກິດຈີນກໍາລັງປະເຊີນຢູ່ໃນຂະນະນີ້ ນັ້ນ​ກໍ​ຄື​ຕຶກ​ທີ່​ເປົ່າ​ຫວ່າງ.

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:


ທ່ານ ​ໂຊວາເນັກ ກ່າວວ່າ: “ຂ້າພະເຈົ້າຄິດວ່າ ພວກຕຶກທີ່ຫວ່າງເປົ່າທັງຫຼາຍທີ່ເຮົາເຫັນນັ້ນ ແມ່ນສະທ້ອນໃຫ້ເຫັນເຖິງແກ່ນແທ້ຂອງວິທີການທີ່ຈີນໄດ້ຂັບດັນ ການເຕີບໂຕຂອງເສດ
ຖະກິດ ຕະຫຼອດໄລຍະຊຸມປີບໍ່​ດົນຜ່ານ ມານີ້. ຄືມັນເປັນການລົງທຶນຢ່າງຫຼວງຫຼາຍ
ແລະສະນັ້ນ ຈີນແມ່ນໄດ້ ຂັບດັນການເຕີບ​ໂຕຂອງເສດຖະກິດຕົນ ດ້ວຍການສ້າງສາ
ບໍລິມາດ ບໍລິ​ມາດ​ຂອງບ້ານຢູ່ອາໄສຂອງໂຄງລ່າງພື້ນຖານ ຂອງການຜະລິດ ແລະ ເພື່ອໃຫ້ການເຕີບໂຕເປັນຈິງໄດ້ກໍຕ້ອງມີຜູ້ຊົມໃຊ້ ແລະນັ້ນຫຼ່ະຄືສິ່ງທ້າທາຍທີ່ໜັກໜ່ວງ ກໍຄືວ່າພວກຊົມໃຊ້ຈະມາຈາກໃສ?”


ເວລາເກີດວິກິດການການເງິນໂລກໃນປີ 2008 ຜ່ານມານັ້ນ ຈີນໄດ້ປົກປ້ອງຕົນເອງຈາກ ສະພາວະເສດຖະກິດຖົດຖອຍ ດ້ວຍການທຸ່ມເງິນກະຕຸກ ຊຸກຍູ້ເສດຖະກິດຈໍານວນເກືອບ 590 ພັນລ້ານໂດລາ ແຕ່ມາບັດນີ້ ຕໍ່​ໜ້າ ການຄາດຄະ​ເນ​ກັນວ່າ ການເຕີບໂຕປະຈໍາປີ ຂອງເສດຖະກິດ ຈະຊັກຊ້າ ລົງຕໍ່າກວ່າ 8 ເປີເຊັນໃນປີນີ້ນັ້ນ ບັນດານັກເສດຖະສາດ ທັງຫຼາຍເຕືອນ ວ່າ ຍຸດທະສາດແບບດຽວກັນນັ້ນ ຈະໃຊ້ການບໍ່ໄດ້.

ທ່ານ ໂຊວາເນັກ ກ່າວວ່າ: “ການລົງທຶນຢ່າງ​ມະຫາສານ ທີ່ໄດ້ເຮັດໃຫ້ເສດຖະກິດ ຂອງຈີນສືບ​ຕໍ່​ຂະ​ຫຍາຍໂຕ ຕໍ່ໜ້າສະພາວະເສດຖະກິດຖົດ ຖອຍຢູ່​ໃນ​ທົ່ວໂລກ ການລົງທຶນ​ດັ່ງກ່າວນັ້ນກໍກໍາລັງແຕກຫັກລົງ ຍ້ອນນໍ້າ ໜັກຂອງມັນເອງ. ໜີ້ສິນ
ບໍ່ດີແລະສາ​ເຫດ​ສ່ວນ​ນຶ່ງ​ກໍ​ຄື ເງິນເຟີ້ທີ່ເກີດຂຶ້ນ ຍ້ອນການທຸ່ມເທເງິນຫຼາຍເກີນໄປ
ເຂົ້າໃສ່ໃນເສດຖະກິດນັ້ນ ​ໄດ້​ກໍ່ໃຫ້ເກີດສະຖານະການທີ່ບໍ່ຍືນຍົງຂຶ້ນ.”


ບັນດານັກເສດຖະສາດກ່າວວ່າ ປະມານ 80 ເປີເຊັນຂອງເງິນກະຕຸກຊຸກຍູ້ເສດຖະກິດ ຈໍານວນມະຫາສານ​ໃນປີ 2008 ຂອງຈີນນັ້ນ ແມ່ນໄດ້ທຸ່ມ​ເທ​ເຂົ້າ​ໃສ່ບັນດາ​ລັດວິສາຫະ ກິດທັງຫຼາຍ ທີ່ຍັງຄອບງໍາເສດຖະກິດຂອງປະ ເທດຢູ່ນັ້ນ. ທ່ານ Hu Xingdou ສາສະດາ ຈານວິຊາເສດຖະສາດ ກ່າວ ວ່າ ການ​ເຮັດ​ໃຫ້ອິດທິພົນຂອງພວກ​ລັດ​ວິ​ສະຫະ​ກິດ​ເຫລົ່າ​ນັ້ນ ອ່ອນແອລົງ ຄືສິ່ງທ້າທ້າຍສໍາຄັນປະການນຶ່ງສໍາລັບບັນດາຜູ້ນໍາຊຸດໃໝ່ຂອງຈີນ. ທ່ານກ່າວ​ຕໍ່​ໄປ​ວ່າ ພວກ​ບໍລິສັດ​ລັດວິສາຫະກິດນັ້ນ ປະກອບເປັນປະມານນຶ່ງສ່ວນສາມ ຂອງເສດຖະ ກິດທັງໝົດຂອງຈີນ.

ສາສະດາຈານ ຊິງ​ໂດ ກ່າວວ່າ: “ແມ່ນ​ແຕ່ໃນສັດສ່ວນບໍ່​ຫລາຍ​ດັ່ງກ່າວ​ນັ້ນ ພວກ​ບໍລິ​ສັດເຫລົ່າ​ນັ້ນກໍຍັງ​ເປັນ​ພາກສ່ວນ​ທີ່ນໍາພາເສດຖະກິດຈີນ. ເຖິງ ພວກເຂົາ ປະກອບ​ເປັນພຽງ 30-40 ເປີເຊັນຂອງເສດຖະກິດຈີນ ກໍຕາມ ​ແຕ່​ພວກ​ເຂົາ​ກໍຄວບຄຸມເສດຖະກິດຂອງຈີນ ແລະພາກສ່ວນຕ່າງໆທັງໝົດທີ່ສ້າງຜົນກໍາໄລ.”

ການທີ່ຈະທັບ​ມ້າງການຜູກຂາດ​ເສດຖະກິດຈີນ ຂອງພວກ​ບໍລິ​ສັດລັດວິ​ສາ​ຫະກິດນັ້ນ ຈະບໍ່ແມ່ນເລຶ່ອງງ່າຍ ໂດຍສະເພາະຍ້ອນວ່າພວກເຂົາເຈົ້າຍັງ ມີອໍານາດທາງການເມືອງ ແລະອິດທິພົນຢູ່.

ທ່ານ ຊິງ​ໂດ ກ່າວອີກວ່າ: “ຍ້ອນວ່າມັນມີສອງບັນຫາໃຫຍ່ສອງຢ່າງກັບເສດຖະກິດຈີນ. ຢ່າງນຶ່ງນັ້ນກໍຄືວ່າ ຝ່າຍມີອໍານາດແມ່ນເຂົ້າໄປຫຍຸ້ງກ່ຽວ ກັບບັນຫາເສດຖະກິດຫຼາຍ
ເກີນໄປ. ປະການທີ່ສອງ ບັນຫາກໍເປັນ​ເລື້ອງ​ການຜູກຂາດ ແລະຜົນກະທົບທີ່ການ
​ຜູກຂາດ​ ມີ​ຕໍ່ໂຄງສ້າງຂອງເສດຖະກິດ.”


ເວລານີ້ ຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ ບັນດາຜູ້ນໍາຊຸດໃໝ່ຂອງຈີນ ມີແຜນການຫຍັງແດ່ ສໍາລັບພວກ​ລັດວິສາຫະກິດທັງຫລາຍນັ້ນ ແຕ່ການເດີມພັນ ແມ່ນສູງ. ການຮັກສາເສດ ຖະກິດໃຫ້ທຸ່ນທ່ຽງໄວ້ຢູ່ຕໍ່ໄປນັ້ນ ຄືເຫດຜົນຫຼັກ ທີ່ປະຊາຊົນຈີນຍັງເຕັມໃຈຍອມປ່ອຍ​ໃຫ້ ​ພັກ​ຄອມ​ມິ​ວນິສຈີນຜູກຂາດ ອໍານາດທາງການເມືອງສືບຕໍ່ໄປຢູ່.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

XS
SM
MD
LG