ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

ຈີນ ພວມປະເຊີນໜ້າ ບັນດານັກການເມືອງຂອງຍີ່ປຸ່ນ ໃນຂໍ້ຂັດແຍ້ງຢູ່ບໍລິເວນ ທະເລຈີນຕາເວັນອອກ


ກໍາປັ່ນຍາມຝັ່ງຂອງຈີນ ແລ່ນເຂົ້າມາໃກ້ກັບກໍາປັ່ນຍາມຝັ່ງ ກາບິຣາ ຂອງ ຍີ່ປຸ່ນ ຢູ່ນອກຊາຍຝັ່ງຢູໂອະຊູຣິ, ເຊິ່ງເປັນໝູ່ເກາະທີ່ມີຂໍ້ພິພາດກັນ ທີ່ຖືກຮ້ອງວ່າ ໝູ່ເກາະ ເຊັນກາກຸ, ເຊິ່ງຮູ້ໃນອີກຊື່ນຶ່ງຂອງຈີນວ່າ ໝູ່ເກາະ ດຽວຢູ, ໃນຂົງເຂດທະເລຈີນຕາເວັນອອກ, ວັນທີ 27 ເມສາ 2024. (Kyodo/via Reuters)
ກໍາປັ່ນຍາມຝັ່ງຂອງຈີນ ແລ່ນເຂົ້າມາໃກ້ກັບກໍາປັ່ນຍາມຝັ່ງ ກາບິຣາ ຂອງ ຍີ່ປຸ່ນ ຢູ່ນອກຊາຍຝັ່ງຢູໂອະຊູຣິ, ເຊິ່ງເປັນໝູ່ເກາະທີ່ມີຂໍ້ພິພາດກັນ ທີ່ຖືກຮ້ອງວ່າ ໝູ່ເກາະ ເຊັນກາກຸ, ເຊິ່ງຮູ້ໃນອີກຊື່ນຶ່ງຂອງຈີນວ່າ ໝູ່ເກາະ ດຽວຢູ, ໃນຂົງເຂດທະເລຈີນຕາເວັນອອກ, ວັນທີ 27 ເມສາ 2024. (Kyodo/via Reuters)

ເຈົ້າ​ໜ້າ​ທີ່ຍາມ​ຝັ່ງ​ຂອງ​ຈີນ ​ໄດ້​ປະ​ທະ​ກັນ​ກັບ​ສະມາຊິກ​ສະພາ​ຍີ່ປຸ່ນ​ກ່ຽວກັບ​ເຂດ​ນ່ານ​ນ້ຳ​ທີ່​ທັງ​ສອງ​ປະ​ເທດ​ອ້າງ​ເອົາ​ກຳມະສິດ​ ຢູ່​ໃນທະ​ເລ​ຈີນ​ຕາ​ເວັນ​ອອກ, ສະຖານທູດ​ຈີນ​ປະຈຳ​ນະຄອນຫຼວງໂຕ​ກຽວ ​ແລະ ​ສື່​ມວນ​ຊົນຂອງ​ຍີ່ປຸ່ນ​ກ່າວ​ໃນ​ວັນ​ອາທິດ​ວານນີ້ ເຊິ່ງຖື​ເປັນ​ຂໍ້ພິພາດ​ທາງ​ທະ​ເລ​ຄັ້ງ​ຫຼ້າ​ສຸດ​ ທີ່​ກ່ຽວຂ້ອງ​ກັບ ​ຈີນ ​ແລະ​ບັນດາປະເທດເພື່ອນ​ບ້ານຂອງຕົນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ສະຖານທູດກ່າວໃນຖະແຫຼງການສະບັບນຶ່ງວ່າ ກໍາປັ່ນຂອງຈີນໄດ້ໃຊ້ມາດຕະການບັງຄັບໃຊ້ກົດໝາຍທີ່ບໍ່ໄດ້ຖືກລະບຸຢ່າງຈະແຈ້ງ, ໂດຍກ່າວຕື່ມວ່າ ຕົນໄດ້ຍື່ນຄຳຮ້ອງຢ່າງໜັກແໜ້ນໃນສິ່ງທີ່ຕົນຮ້ອງວ່າ “ການລະເມີດ ແລະການເກາະຜິດ” ໂດຍ ຍີ່ປຸ່ນ ໃກ້ກັບເກາະດອນນ້ອຍໆທີ່ບໍ່ມີຄົນອາໄສຢູ່ ເຊິ່ງປັກກິ່ງຮ້ອງວ່າເກາະ ດຽວຢູ (Diaoyu) ແລະໂຕກຽວຮ້ອງວ່າ ເກາະ ເຊັນກາກຸ (Senkaku).

ກຸ່ມຂອງຍີ່ປຸ່ນ, ເຊິ່ງມີອະດີດລັດຖະມົນຕີປ້ອງກັນປະເທດ ທ່ານໂຕໂມມິ ອິນາດະ (Tomomi Inada), ກຳລັງປະຕິບັດພາລະກິດກວດກາທີ່ຈັດຂຶ້ນໂດຍເມືອງ ອິຊິກາກິ (Ishigaki) ໃນແຂວງ ໂອກິນາວາ (Okinawa), ອີງຕາມສະຖານທູດຈີນ ແລະສະຖານີໂທລະພາບ NHK ຂອງຍີ່ປຸ່ນ.

ຍີ່ປຸ່ນ ​ແລະ ຈີນ ​ໄດ້​ປະ​ເຊີນ​ໜ້າ​ກັນ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ຢູ່​ອ້ອມຮອບບໍລິເວນ​ໝູ່​ເກາະ​ທີ່​ປົກຄອງ​ໂດຍ​ຍີ່ປຸ່ນ. ຈີນ ​ຍັງ​ໄດ້​ເພີ້ມ​ທະວີ​ການ​ເກາະຜິດ​ກັບ​ກອງທັບ​ເຮືອ​ຟີ​ລິບ​ປິນ​ໃນບໍລິເວນ​ທີ່ມີຂໍ້ພິພາດກັນ​ຢູ່ຂົງເຂດ​ທະ​ເລ​ຈີນ​ໃຕ້, ເຊິ່ງ​ການ​ອ້າງ​ເອົາ​ກຳມະສິດ​ທາງ​ທະ​ເລ​ຢ່າງ​ກວ້າງຂວາງ​ຂອງ​ປັກ​ກິ່ງ ​ໄດ້ສ້າງຄວາມ​ຂັດ​ແຍ້​ງກັບ​ຫຼາຍໆ​ປະ​ເທດ ໃນຂົງເຂດເອເຊຍຕາເວັນ​ອອກສຽງ​ໃຕ້ເຫຼົ່ານັ້ນ.

ສະຖານີໂທລະພາບ NHK ຂອງຍີ່ປຸ່ນ ກ່າວວ່າ ກຸ່ມຂອງ ທ່ານ ອິນາດະ ໄດ້ໃຊ້ເວລາສາມຊົ່ວໂມງໃກ້ກັບຫມູ່ເກາະດັ່ງກ່າວ ໃນວັນເສົາແລ້ວນີ້, ໂດຍໃຊ້ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ເພື່ອສຳຫຼວດເບິ່ງພື້ນທີ່ດັ່ງກ່າວ, ແລະກໍາປັ່ນຍາມຝັ່ງຂອງຍີ່ປຸ່ນ ໄດ້ພະຍາຍາມສະກັດກັ້ນໜ່ວຍຍາມຝັ່ງຂອງຈີນ ອອກໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG