ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປະນາມຕໍ່ຂໍ້ຕົກລົງສາມຝ່າຍ ກ່ຽວກັບເຮືອດໍານໍ້າພະລັງງານນິວເຄລຍ AUKUS


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ແລະນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ຖະແຫຼງກ່ຽວກັບພັນທະມິດ AUKUS ລຸນຫຼັງກອງປະຊຸມສາມຝ່າຍ ຢູ່ທີ່ຖານທັບເຮືອ Point Loma ໃນນະຄອນແຊນດີເອໂກ, ລັດຄາລິຟໍເນຍ, ວັນທີ 13 ມີນາ 2023.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ແລະນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ຖະແຫຼງກ່ຽວກັບພັນທະມິດ AUKUS ລຸນຫຼັງກອງປະຊຸມສາມຝ່າຍ ຢູ່ທີ່ຖານທັບເຮືອ Point Loma ໃນນະຄອນແຊນດີເອໂກ, ລັດຄາລິຟໍເນຍ, ວັນທີ 13 ມີນາ 2023.

ກະຊວງການຕ່າງປະເທດຂອງຈີນໄດ້ກ່າວຫາອອສເຕຣເລຍວ່າ ລະ​ເມີດຕໍ່ກົດລະບຽບໂລກ ໃນການແຜ່​ຜາຍອາວຸດນິວເຄລຍ ນັ້ນ​ມີ​ຂຶ້ນ ລຸນ​ຫຼັງການປະ ກາດ ໃນວັນຈັນທີ່ຜ່ານມາ ກ່ຽວ​ກັບລາຍລະອຽດຂອງເຮືອດໍານໍ້າພະລັງງານນິວເຄລຍ ພາຍໃຕ້ຂໍ້ຕົກລົງທາງດ້ານຄວາມໝັ້ນຄົງ AUKUS ສາມຝ່າຍລະຫວ່າງ ອອສເຕຣເລຍ, ສະຫະລັດ ແລະອັງກິດ. ຟີລ ເມີເຊີ ມີລາຍງານເລື້ອງນີ້ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈີນ ໄດ້ກ່າວຫາບັນດາປະເທດພັນທະມິດ AUKUS ວ່າ ເລີ້ມດຳ​ເນີນ​ການ​ໃນ “ຄວາມຜິດພາດ ແລະເປັນອັນຕະລາຍ.”

ໃນວັນຈັນທີ່ຜ່ານມາ, ບັນດາຜູ້ນໍາຂອງສະຫະລັດ, ອັງກິດ ແລະອອສເຕຣເລຍ ໄດ້ປະກາດຂໍ້ຕົກລົງ ກ່ຽວກັບເຮືອດໍານໍ້າໂຈມ​ຕີພະລັງງານນິວເຄລຍ ເຊິ່ງ​ຍັງຈະມີເຮືອດໍານໍ້າພະລັງງານນິວເຄລຍຂອງສະຫະລັດ ແລະອັງກິດ ເຂົ້າໄປປະຕິບັດງານ ຢູ່ໃນ​ເຂດນ່ານນໍ້າຂອງອອສເຕຣເລຍ ເລີ້ມ​ແຕ່ປີ 2027 ເປັນ​ຕົ້ນ​ໄປ.

ຂໍ້ຕົກລົງສາມຝ່າຍ ທີ່ມີມູນຄ່າຫຼາຍພັນລ້ານໂດລາ ຈະສົ່ງຜົນເຮັດໃຫ້ໃຫ້ອອສເຕຣເລຍ ມີເຮືອດໍານໍ້າຕິດອາວຸດທໍາມະດາທີ່ຜະລິດໂດຍສະຫະລັດຢ່າງໜ້ອຍສາມລໍາ. ພ້ອມກັນນັ້ນ ປະເທດພັນທະມິດທັງສາມຈະຍັງດໍາເນີນງານຮ່ວມກັນ ເພື່ອສ້າງກອງ​ທັບ​ເຮືອ​ດຳ​ນ້ຳ​ໃໝ່ ທີ່ນໍາໃຊ້ເທັກໂນໂລຈີທີ່ກ້າວໜ້າຂຶ້ນມາ.

ໃນການຖະແຫຼງຂ່າວ ຢູ່ໃນນະຄອນຫຼວງປັກກິ່ງ ໃນວັນອັງຄານທີ່ຜ່ານມານີ້, ໂຄສົກຂອງກະຊວງການຕ່າງປະເທດຈີນ ທ່ານຫວັງ ເຫວັນບິນ ກ່າວວ່າ ພັນ ທະມິດ AUKUS ມີຂຶ້ນມາ “ເພື່ອເຫັນແກ່ປະໂຫຍດ ທາງດ້ານພູມສາດການ ເມືອງຂອງພວກເຂົາເຈົ້າເອງ” ໂດຍບໍ່ສົນໃຈຕໍ່ “ຄວາມກັງວົນຕ່າງໆ ຂອງປະ
ຊາ​ຄົມສາກົນອື່ນໆ” ເລີຍ.

ທີ່ຜ່ານມາ, ຈີນ ເຄີຍກ່າວຫາລັດຖະບານວໍຊິງຕັນ, ລອນດອນ ແລະແຄນເບີຣາ ກ່ຽວກັບວ່າ “ມີຄວາມຄິດໃນການສ້າງສົງຄາມເຢັນ.”

ບັນດາລັດຖະມົນຕີຂັ້ນສູງຂອງລັດຖະບານອອສເຕຣເລຍ ໄດ້ຕິດຕໍ່ຫາບັນດາປະເທດພັນທະມິດຂອງພວກເຂົາເຈົ້າຜ່ານທາງໂທລະສັບ ຫຼາຍກວ່າ 60 ປະ ເທດ ໃນບໍ່ເທົ່າໃດມື້ກ່ອນການປະກາດຂໍ້ຕົກລົງ AUKUS ໃນມື້ວັນຈັນທີ່ຜ່ານມາ ເພື່ອຫຼຸດຜ່ອນຄວາມກັງວົນຕ່າງໆ ກ່ຽວກັບການແຜ່​ຜາຍອາວຸດນິວເຄລຍ. ຢ່າງໃດກໍຕາມ, ຈົນເຖິງປັດຈຸບັນນີ້ ຈີນໄດ້ປະຕິເສດທີ່ຈະຟັງ​ການຖະແຫຼງໃດໆ.

ລັດຖະມົນຕີກະຊວງການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ບອກກັບສະຖານີໂທລະພາບຂອງອອສເຕຣເລຍວ່າ ລັດຖະບານຂອງທ່ານນາງ ຕ້ອງການຄວາມແຈ່ມແຈ້ງ ຫຼາຍກວ່າລັດຖະບານຂອງອະດີດນາ ຍົກລັດຖະມົນສກັອດ ມໍຣິຊັນ ຜູ້ທີ່ໄດ້ເຊັນຂໍ້ຕົກລົງ AUKUS ໃນເດືອນກັນ
ຍາ ປີ 2021, ເຊິ່ງ ທ່ານນາງ ໄດ້ກ່າວວ່າ:

“ພວກເຮົາຕ້ອງການມີຄວາມສໍາພັນທີ່ໝັ້ນຄົງກັບປະເທດຈີນ, ແລະພວກເຮົາກໍຕ້ອງການສ້າງສາຍສໍາພັນທີ່ເລິກເຊິ່ງ ກັບບັນດາປະເທດ ຢູ່ໃນພູມິພາກແຫ່ງນີ້ຄືນໃໝ່. ພວກເຮົາພະຍາຍາມທີ່ຈະດໍາເນີນການໃນສອງສິ່ງເຫຼົ່ານີ້ ລວມທັງທິດທາງຂອງຂໍ້ຕົກລົງ ກັບການປະກາດ AUKUS ເຊິ່ງພວກເຮົາ ຈະໄດ້ສ້າງສາຍສໍາພັນທີ່ໃກ້ຊິດກັບບັນດາປະເທດຢູ່ໃນພູມິພາກຂອງພວກເຮົາ ໃນການນໍາໄປສູ່ສິ່ງດັ່ງກ່າວມານີ້, ແລະກໍຈະເຮັດໃຫ້ໝັ້ນໃຈວ່າ ພວກເຂົາເຈົ້າ ຈະບໍ່ຢູ່ໃນເບື້ອງທີ່ມືດບອດ ໃນທິດທາງທີ່ຢູ່ພາຍໃຕ້ລັດຖະບານຂອງທ່ານມໍຣິຊັນ. ຂ້າພະເຈົ້າໄດ້ກ່າວວ່າ ພວກເຮົາມີຄວາມຕ້ອງການທີ່ຈະດໍາເນີນງານຮ່ວມກັບປະເທດຈີນ ເທົ່າທີ່ພວກເຮົາສາມາດປະຕິບັດໄດ້, ພວກເຮົາຈະສະແດງຄວາມຂັດແຍ້ງ ໃນສິ່ງທີ່ພວກເຮົາຈໍາເປັນ, ແລະພວກເຮົາ ຈະມີສ່ວນຮ່ວມໃນຜົນປະໂຫຍດຕ່າງໆຂອງປະເທດພວກເຮົາ.”

ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວວ່າ ຄວາມທະເຍີທະຍານ ທັງການຮ່ວມມືທາງທະຫານກັບສະຫະລັດ ທີ່ເພີ້ມຂຶ້ນ ແລະຄວາມສໍາພັນທີ່ໃກ້ຊິດກັບຈີນ ເຊິ່ງເປັນປະເທດຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງພວກເຂົາເຈົ້ານັ້ນ ບໍ່ແມ່ນ “ທ່າທີຂອງຄວາມຂັດແຍ້ງກັນ.”

ຄວາມສໍາພັນທາງການທູດຂອງລັດຖະບານແຄນເບີຣາ ແລະລັດຖະບານປັກກິ່ງ ມີຄວາມເຄັ່ງຕຶງ ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້ ກ່ຽວກັບຂໍ້ພິພາດຕ່າງໆ ທາງດ້ານການເມືອງ ແລະດ້ານການຄ້າ, ແຕ່ ລັດຖະບານເປັນກາງອ່ຽງຊ້າຍຂອງ ທ່ານອາລບານີສ ໄດ້ຍົກລະດັບກ່ຽວກັບການປັບປຸງຄວາມສໍາພັນ ໃຫ້ເປັນສິ່ງສໍາຄັນ.

ນາຍົກລັດຖະມົນຕີຂອງປະເທດອອສເຕຣເລຍ ພົບປະກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ຢູ່ດ້ານນອກກອງປະຊຸມສຸດຍອດຂອງ​ກຸ່ມ G-20 ທີ່ຈັດຂຶ້ນຢູ່ປະເທດອິນໂດເນເຊຍ ໃນເດືອນພະຈິກທີ່ຜ່ານມາ.

ທ່ານອາລບານີສ ເດີນທາງໄປຢ້ຽມຢາມປະເທດຟີຈິ ໃນວັນພຸດທີ່ຜ່ານມາ ເພື່ອໂອ້ລົມເຈລະຈາກ່ຽວກັບຄວາມໝັ້ນຄົງ, ການປ່ຽນແປງຂອງສະພາບອາກາດ ແລະລະບົບເສດຖະກິດພູມິພາກ ກັບຄູ່ຕຳ​ແໜ່ງຂອງທ່ານ, ທ່ານຊີຕີເວນີ ຣາບູກາ (Sitiveni Rabuka).

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG