ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວປະນາມ ຂໍ້ຕົກລົງ ປ້ອງກັນປະເທດ ຄັ້ງປະຫວັດສາດ ລະຫວ່າງ ອອສເຕຣເລຍ ກັບ ຍີ່ປຸ່ນ


ຜູ້ບັນຊາການຂອງກອງທັບນາວິກະໂຍທິນ ສະຫະລັດ ນາຍພົນ ເດວິດ ເບີເກີ, ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ, ນະຄອນຫຼວງ ໂຕກຽວ.
ຜູ້ບັນຊາການຂອງກອງທັບນາວິກະໂຍທິນ ສະຫະລັດ ນາຍພົນ ເດວິດ ເບີເກີ, ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ, ນະຄອນຫຼວງ ໂຕກຽວ.

ອອສເຕຣເລຍ ແລະ ຍີ່ປຸ່ນ ໄດ້ຕົກລົງກັນ ກ່ຽວກັບ ສົນທິສັນຍາປ້ອງກັນປະເທດ ຄັ້ງປະຫວັດສາດ ທີ່ຈະອະນຸຍາດໃຫ້ທັງສອງປະເທດຂະຫຍາຍສາຍພົວພັນທາງທະຫານຍ້ອນຄວາມເຄັ່ງຕຶງທີ່ເພີ່ມ ຂຶ້ນກັບ ຈີນ. ນັກຂ່າວວີ ໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ນີ້ແມ່ນການຕົກລົງຄັ້ງທຳອິດຂອງ ຍີ່ປຸ່ນ ເພື່ອຄຸ້ມຄອງການມີໜ້າຂອງກຳລັງທະຫານຕ່າງປະເທດໃນດິນແດນຂອງເຂົາເຈົ້າ ນັບຕັ້ງແຕ່ຂໍ້ຕົກລົງໃນປີ 1960 ທີ່ອະນຸຍາດໃຫ້ ສະຫະລັດ ຕັ້ງຖານທັບກຳລັງທະຫານ, ເຮືອບິນ ແລະ ກຳປັ່ນລົບໃນຍີ່ປຸ່ນ.

ສົນທິສັນຍາດັ່ງກ່າວຈະອະນຸຍາດໃຫ້ ເຈົ້າໜ້າທີ່ ຍີ່ປຸ່ນ ແລະ ອອສເຕຣເລຍ ເດີນທາງໄປມາຫາປະ ເທດຂອງກັນ ແລະ ກັນໄດ້ເພື່ອດຳເນີນການຝຶກຊ້ອມ ແລະ ການປະຕິບັດການຮ່ວມກັນ. ບັນດາເຈົ້າໜ້າທີ່ໄດ້ໃຊ້ເວລາ 6 ປີໃນການເຈລະຈາ ສົນທິສັນຍາດັ່ງກ່າວ. ບັນດາເຈົ້າໜ້າທີ່ ອອສເຕຣເລຍ ໄດ້ກ່າວວ່າມັນແມ່ນ “ຊ່ວງເວລາທີ່ສຳຄັນໃນປະຫວັດສາດຂອງສາຍພົວພັນ ຍີ່ປຸ່ນ ແລະ ອອສເຕຣເລຍ.”

ສົນທິສັນຍານີ້ ໃນທາງຫຼັກການແລ້ວໄດ້ຖືກເຮັດຂຶ້ນລະຫວ່າງນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດະ ຊູກະ ກັບຄູ່ຮ່ວມຕຳແໜ່ງຝ່າຍອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ, ຜູ້ທີ່ໄດ້ເດີນທາງໄປນະຄອນຫຼວງ ໂຕກຽວ. ສົນທິສັນຍາດັ່ງກ່າວຕ້ອງຖືກຮັບຮອງໂດຍສະພາແຫ່ງຊາດຂອງ ຍີ່ປຸ່ນ.

ທ່ານ ມໍຣິສສັນ, ຜູ້ທີ່ເປັນຜູ້ນຳຄົນທຳອິດທີ່ຖືກຕ້ອນຮັບໂດຍທ່ານ ຊູກະ ນັບຕັ້ງແຕ່ໄດ້ກາຍເປັນຜູ້ນຳຄົນໃໝ່ຂອງ ຍີ່ປຸ່ນ ໃນເດືອນກັນຍາທີ່ຜ່ານມາໄດ້ກ່າວວ່າສາຍພົວພັນສອງຝ່າຍແມ່ນສຳຄັນຫຼາຍ.

ທ່ານ ສກັອດ ມໍຣິສສັນ ນາຍົກລັດຖະມົນຕີ ອອສເຕຣເລຍ ກ່າວວ່າ “ຍີ່ປຸ່ນ ມີສາຍພົວພັນທີ່ພິເສດຫຼາຍກັບ ອອສເຕຣເລຍ. ມັນບໍ່ແມ່ນພຽງແຕ່ດ້ານເສດຖະກິດເທົ່ານັ້ນ, ມັນບໍ່ແມ່ນພຽງແຕ່ການຄ້າເທົ່ານັ້ນ, ມັນບໍ່ແມ່ນພຽງແຕ່ທາງວັດທະນະທຳ ແລະສັງຄົມເທົ່ານັ້ນ. ແຕ່ສຳຄັນຍິ່ງກວ່ານັ້ນ, ມັນແມ່ນແຜນຍຸດທະສາດ. ພວກເຮົາໄດ້ມີບົດບາດທີ່ສຳຄັນຫຼາຍຮ່ວມກັນ ໃນການເຮັດວຽກຮ່ວມກັນໃນພາກ ຕາເວັນຕົກສຽງໃຕ້ຂອງມະຫາສະໝຸດປາຊີຟິກ.”

ບັນດານັກວິເຄາະໄດ້ກ່າວວ່າ ການມີທ່າທີແບບຮຸກຮານຍິ່ງຂຶ້ນຂອງ ຈີນ, ລວມທັງຄວາມຂັດແຍ້ງ ເຂດແດນໃນທະເລຈີນໃຕ້ ແລະ ການປະຕິບັດຕໍ່ພວກປຸກລະດົມ ກ່ຽວກັບ ການສະໜັບສະໜູນປະ ຊາທິປະໄຕໃນ ຮົງກົງ, ຈະຄອບງຳການເຈລະຈາສ່ວນຕົວລະຫວ່າງ ບັນດາຜູ້ນຳຂອງ ອອສເຕຣເລຍ ແລະ ຍີ່ປຸ່ນ.

ສື່ມວນຊົນລັດຖະບານ ຈີນ ໄດ້ວິພາກວິຈານຂໍ້ຕົກລົງລະຫວ່າງ ອອສເຕຣເລຍ ແລະ ຍີ່ປຸ່ນ, ໂດຍຢືນຢັດວ່າມັນ “ແນເປົ້າໃສ່ ຈີນ ຢ່າງຊັດເຈນ” ແລະ “ຂະຫຍາຍການປະເຊີນໜ້າ ທີ່ຮຸນແຮງໃນພາກພື້ນເອເຊຍປາຊີຟິກຂຶ້ນຕື່ມ.”

ສາຍພົວພັນຂອງລັດຖະບານ ແຄນເບີຣາ ກັບ ປັກກິ່ງ ໄດ້ຊຸດໂຊມລົງ ຫຼັງຈາກ ການກ່າວຫາວ່າ ຈີນ ແຊກແຊງເຂົ້າໃນການເມືອງພາຍໃນຂອງ ອອສເຕຣເລຍ ແລະ ການຮຽກຮ້ອງສືບສວນສອບສວນຂອງໂລກ ກ່ຽວກັບ ແຫຼ່ງທີ່ມາຂອງໄວ ຣັສໂຄໂຣນາ, ເຊິ່ງຖືກພົບເຫັນຄັ້ງທຳອິດໃນ ຈີນ ເກືອບນຶ່ງປີທີ່ຜ່ານມາ.

ຜົນເສຍຫາຍທີ່ຕາມມາ ກໍແມ່ນມາດຕະການລົງໂທດທີ່ຖືກກຳນົດໂດຍ ຈີນ ໃນລາຍຊື່ສິນຄ້ານຳເຂົ້າທີ່ຂະຫຍາຍອອກຂອງ ອອສເຕຣເລຍ ທີ່ລວມມີເຫຼົ້າໄວນ໌, ເຂົ້າເບຼ ແລະ ຜະລິດຕະພັນກະສິກຳອື່ນໆ.

ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ, ໃນຂະນະທີ່ ຍີ່ປຸ່ນ ແມ່ນອັນດັບທີສອງ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG