ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໒ ຕຸລາ ໒໐໒໓

ຈີນເອົາ ກໍ່າປັ່ນບັນທຸກເຮືອບິນ ລໍາທໍາອິດຂອງຕົນ ເຂົ້າປະຈຳການ


ຮູບກໍ່າປັ່ນບັນທຸກເຮືອລົບຂອງຈີນ ລໍາທໍາອິດ ມີຊື່ວ່າ Lioaning ສ້າງໂດຍໂຊວຽດ ໄດ້ຖືກນໍາເຂົ້າປະຈຳການ ຢ່າງເປັນທາງການ ໃນວັນອັງຄານມື້ນີ້, ທີ 25 ກັນຍາ 2012.
ກໍ່າ​ປັ່ນ​ບັນທຸກເຮືອບິນ​ລໍາ​ທໍາ​ອິດຂອງຈີນ ​ໄດ້​ເລີ້ມເຂົ້າປະຈຳການ
ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ອັງຄາ​ນມື້​ນີ້ ທ່າມກາງ​ການ​ໂຕ້ຖຽງ ກ່ຽວ​
ກັບ​ເລື່ອງ​ເຂດ​ນໍ້າ​ແດນດີ​ນ ທີ່​ພວມ​ເພີ້ມທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ
ກັບຍີ່​ປຸ່ນແລະ​ຄວາ​ມ​ເປັນ​ຫ່ວງ​ຢູ່​ໃນ​ຂົງ​ເຂດ ທີ່​ປັກ​ກິ່ງພວມ​ເສີມ​
ສ້າງ​ແສນ​ຍານຸພາບດ້ານ​ກອງ​ທັບເຮືອຢ່າງ​ວ່ອງ​ໄວ​ນັ້ນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວໃນ​ຖະ​ແຫຼງການ​ສະບັບ​ນຶ່ງວ່າ ​ກໍ່າ​ປັ່ນບັນທຸກ​ເຮືອ​ບິນ​ລົບ ທີ່​ສ້າງ​ໂດຍໂຊ​ວຽດ ຊື່​ວ່າ Liaoning ​ຊຶ່ງເປັນ​ຊື່​ແຂວງໆ​ນຶ່ງ​ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ ​ໄດ້​ເປັນ​ບາດ​ກ້າວ​ອັນ​ສໍາຄັນ “ທີ່​ຍົກ​ລະດັບ​ປະສິດທິພາບ​ໃນ​ການ​ສູ້​ລົບ​ທັງ​ໝົດ” ຂອງ​ກອງ​ທັບ​ເຮືອ​ຂອງ​ຕົນ.

ກໍ່າ​ປັ່ນ​ລົບ ທີ່​ມີ​ຄວາມຍາວ 300 ​ແມັດ ​ໄດ້​ຊື້ຈາກ Ukrain ​ໃນ​ປີ 1998 ແລະ ມອບ​ໃຫ້ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ (PLA) ຢູ່​ພິທີ​ ທີ່​ທ່າ​ເຮືອ​ເມືອງ Dalian ບ່ອນ​ທີ່​ກໍ່າປັ່ນລຳ​ນີ້​ ໄດ້​ຮັບ​ການ​ສ້ອມ​ແປງ​ແລະ​ປັບປຸງ​ໃໝ່​ນັ້ນ.

ການເຄື່ອນ​ໄຫວ​ທີ່​ວ່າ​ນີ້ ມີຂື້ນໃນ​ຂະນະ​ທີ່​ຈີນກໍາລັງ​ພົວພັນ​ກັບ​ບັນຫາ​ໂຕ້​ຖຽງທີ່ ສຳຄັນ ທາງ​ການ​ທູດ​ກັບຍີ່​ປຸ່ນ ກ່ຽວ​ກັບໝູ່​ເກາະ​ໃນ​ເຂດທະ​ເລ​ຈີນ​ຕາ​ເວັນ​ອອກ ພ້ອມ​ທັງ​ການ​ໂຕ້​ຖຽງຂັດ​ແຍ້​ງກັບຫວຽດນາມ ​ແລະ​ຟິລິບ​ປີນ ກ່ຽວ​ກັບ​ການສຳ ຫຼວດ​ຄົ້ນ​ຫາບໍ່​ນໍ້າມັນ ​ແລະ​ແກັ​ສທຳ​ມະ​ຊາດ ​ໃນ​ເຂດທະ​ເລ​ຈີນ​ໃຕ້.
XS
SM
MD
LG