ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເວົ້າວ່າ ຕ້ອງຮ່ວມກັນພະຍາຍາມສະກັດກັ້ນ ການແຜ່ລາມຂອງຄວາມຂາດສະຖຽນ ລະພາບ ຂອງອັຟການິສຖານ


ທ່ານຫວາງ ຢີ, ທີ່ປຶກສາຂອງລັດຖະບານ ແລະລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວຄໍາປາໄສໃນນະຄອນຫລວງ ປັກກິ່ງ ໃນວັນທີ 22 ກຸມພາ, 2021
ທ່ານຫວາງ ຢີ, ທີ່ປຶກສາຂອງລັດຖະບານ ແລະລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວຄໍາປາໄສໃນນະຄອນຫລວງ ປັກກິ່ງ ໃນວັນທີ 22 ກຸມພາ, 2021

ຈີນໄດ້ປະກາດກ່ຽວກັບອະນາຄົດຂອງຄວາມຂັດແຍ້ງທີ່ຮ້າຍແຮງຂຶ້ນຂອງອັຟການິສຖານວ່າ “ເປັນສິ່ງທ້າທາຍທີ່ເປັນຈິງ” ຕໍ່ບັນດາປະເທດໃກ້ຄຽງແລະໄດ້ເນັ້ນເຖິງຄວາມຈຳເປັນ ຕ້ອງມີການແກ້ໄຂຮ່ວມກັນເພື່ອຮັບປະກັນສັນຕິພາບໃນພາກພື້ນ.

ທ່ານຫວາງ ຢີ, ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວຄຳປາໄສໃນວິດີໂອທີ່ໄດ້ບັນທຶກໄວ້ກ່ອນໜ້ານີ້ ຕໍ່ກອງປະຊຸມສຳມະນາຢູ່ທີ່ນະຄອນຫຼວງປາກິສຖານ ທີ່ກ່ຽວຂ້ອງກັບວັນຄົບຮອບ 70 ປີ ແຫ່ງການພົວພັນທາງການທູດຂອງປັກກິ່ງກັບອິສລາມາບັດ.

ທ່ານຫວາງກ່າວວ່າ ຈີນພ້ອມກັບປາກິສຖານຈະສືບຕໍ່ສະໜັບສະໜູນບັນດາຝ່າຍຕ່າງໆ ຂອງອັຟການິສຖານທີ່ທໍາສົງຄາມຕໍ່ກັນ ໃນການຊອກຫາການແກ້ໄຂທາງການເມືອງ ໂດຍຜ່ານການເຈລະຈາສັນຕິພາບ ແລະການສ້າງຄວາມປອງດອງຊາດ ແລະສັນຕິພາບ “ທີ່ຍືນຍົງ".
“ພວກເຮົາຄວນຮ່ວມກັນໃນການປົກປ້ອງຄວາມສະຫງົບສຸກຂອງພາກພື້ນ. ອະນາຄົດຂອງບັນຫາອັຟການິສຖານແມ່ນສິ່ງທ້າທາຍທີ່ເປັນຈິງຕໍ່ທັງຈີນແລະປາກິສຖານ,” ນັ້ນຄືຄໍາເວົ້າຂອງຫົວໜ້ານັກການທູດຈີນທີ່ກ່າວຢູ່ໃນງານທີ່ຈັດຂື້ນໂດຍສະຖາບັນອິດສະຫຼະປາກິສຖານ-ຈີນທີ່ຕັ້ງຢູ່ນະຄອນຫລວງອິສລາມາບັດ.

ທ່ານຫວາງໄດ້ເນັ້ນໜັກວ່າ “ພວກເຮົາຈະຊຸກຍູ້ໃຫ້ປະເທດອື່ນທີ່ມີສ່ວນຮ່ວມໃຫ້ເພີ່ມຄວາມຫ້າວຫັນໃນການສື່ສານ ແລະການຮ່ວມມື, ປ້ອງກັນຢ່າງມີປະສິດທິຜົນບໍ່ໃຫ້ຄວາມສ່ຽງດ້ານຄວາມໝັ້ນຄົງແຜ່ອອກໄປຫາປະເທດອື່ນ, ແລະໂດຍສະເພາະແມ່ນປ້ອງກັນບໍ່ໃຫ້ກຳລັງກໍ່ການຮ້າຍໃນພາກພື້ນ ແລະສາກົນເກີດຄວາມວຸ້ນວາຍສ້າງຄວາມຫາຍຍະນະ ແລະມີຢູ່ທົ່ວໄປ.”
ການເປັນປໍລະປັກກັນລະຫວ່າງພວກກະບົດຕາລີບານ ແລະກຳລັງສະໜັບ ສະໜູນລັດຖະບານໃນອັຟການິສຖານໄດ້ຖີບຕົວສູງຂຶ້ນໃນລະດັບທີ່ບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ, ໃນເວລາທີ່ສະຫະລັດແລະເນໂຕ (NATO) ໄດ້ເລີ່ມຖອນທະຫານທີ່ຍັງເຫຼືອງວດສຸດທ້າຍຂອງພວກເຂົາເຈົ້າຢ່າງເປັນທາງການ ອອກຈາກປະເທດດັ່ງກ່າວ ພາຍໃຕ້ຄຳສັ່ງຂອງປະທານາທິບໍດີໂຈ ໄບເດັນ.

ສະພາບເສື່ອມໂຊມລົງຂອງຄວາມໝັ້ນຄົງ ໃນຂະນະທີ່ກຸ່ມຕາລີບານໄດ້ມີຄວາມກ້າວໄປຢູ່ທົ່ວອັຟການິສຖານ ໄດ້ສ້າງຄວາມກັງວົນໃຫ້ແກ່ບັນດາປະ ເທດເພື່ອນບ້ານນັ້ນ ລວມທັງປາກິສຖານ ແລະອີຣ່ານທີ່ເວົ້າວ່າ ຄື້ນຟອງອົບພະຍົບອັຟການິສຖານຄັ້ງໃໝ່ອາດຈະມາຫາເຂົາເຈົ້າກໍເປັນໄດ້ ຍ້ອນມີຄວາມວຸ້ນວາຍ.

ຄວາມຂາດສະຖຽນລະພາບຍັງໄດ້ສ້າງຄວາມຢ້ານກົວວ່າ ວິກິດການດັ່ງກ່າວອາດຈະກະຕຸ້ນໃຫ້ກຸ່ມກໍ່ການຮ້າຍຂ້າມຊາດ, ລວມທັງກຸ່ມກໍ່ການຮ້າຍລັດອິສລາມຂະຫຍາຍອິດທິພົນໃນປະເທດເອເຊຍໃຕ້ທີ່ຖືກສົງຄາມທໍາລາຍແຫ່ງນັ້ນ ແລະເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງສາກົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG