ພວກນັກວິທະຍາສາດເວົ້າວ່າ ເຂົາເຈົ້າໄດ້ພົບແຫລ່ງທີ່ມາຂອງສານເຄມີ ທີ່ຖືກເກືອດຫ້າມທົ່ວໂລກທີ່ໄດ້ທຳລາຍຊັ້ນໂອໂຊນຊຶ່ງປົກປ້ອງໜ່ວຍໂລກໄວ້ນັ້ນ ວ່າແມ່ນຈີນ.
ໃນບົດລາຍງານ ທີ່ໄດ້ພິມເຜີຍແຜ່ອອກມາ ໃນວັນພຸດວານນີ້ ຢູ່ວາລະສານ
Nature ນັ້ນ ພວກນັກວິທະຍາສາດທີ່ຕິດຕາມເບິ່ງຊັ້ນບັນຍາກາດຂອງໜ່ວຍໂລກ ເວົ້າວ່າ ການປ່ອຍສານເຄມີ CFC-11 ທີ່ເຮັດໃຫ້ຊັ້ນໂອໂຊນໝົດສິ້ນໄປ ເພີ້ມຂຶ້ນເມື່ອມໍ່ໆມານີ້ ໄດ້ພາໃຫ້ນຳຮ່ອງຮອຍໄປຫາສອງແຂວງໃນພາກຕາເວັນອອກຂອງຈີນ.
ການຜະລິດ ແລະໃຊ້ສານ CFC-11 ໃດໆ ກໍຕາມ ແມ່ນເປັນການລະເມີດຕໍ່ລະບຽບການມົງເຕຣໂອລ ຫລື Montreal Protocol, ຊຶ່ງເປັນຂໍ້ຕົກລົງ ປີ 1987 ເພື່ອຫລຸດທາດຄລໍໂຣຟລູອໍໂຣຄາຣ໌ບອນ ທີ່ທຳລາຍຊັ້ນໂອໂຊນລົງນັ້ນ.
ໂອໂຊນມີຄວາມສຳຄັນຕໍ່ສິ່ງມີຊີວິດຫລາຍທີ່ສຸດ, ມັນຈຳກັດປະລິມານຂອງລັງສີອາລຕຣາໄວໂອເລດ ຈາກຕາເວັນທີ່ເປັນອັນຕະລາຍ ທີ່ສ່ອງລົງມາເຖິງພື້ນຜິວຂອງໂລກນັ້ນ ໃຫ້ໜ້ອຍລົງ. ການຟື້ນຟູຄືນຂອງຊັ້ນໂອໂຊນຖືກັນວ່າເປັນເລື້ອງແຫ່ງຜົນສຳເລັດທາງດ້ານສິ່ງແວດລ້ອມ. ແຕ່ວ່າ ນັບແຕ່ປີ 2012 ເປັນຕົ້ນມາ, ຕົວຢ່າງຂອງອາກາດໄດ້ສະແດງໃຫ້ເຫັນວ່າ ປະລິມານຂອງທາດ CFC-11 ທີ່ເປັນບັນຫານັ້ນ ແມ່ນມີຢູ່ໃນອາກາດຕົວຢ່າງເຫລົ່ານັ້ນ. ເນື່ອງຈາກວ່າ ທາດເຄມີດັ່ງກ່າວບໍ່ໄດ້ເກີດຂຶ້ນຢູ່ໃນທຳມະຊາດ ມັນໄດ້ສະແດງໃຫ້ເຫັນວ່າ ມີການໃຊ້ທາດເຄມີນັ້ນ ຢ່າຜິດກົດໝາຍ.
ໃນສອງປີຜ່ານມາ ພວກນັກວິທະຍາສາດໄດ້ໃຊ້ສະຖານີຕິດຕາມວັດແທກອາກາດຕ່າງໆ ຢູ່ຍີ່ປຸ່ນ ແລະເກົາຫລີໃຕ້ ພ້ອມກັນກັບການສຶກສາຄົ້ນຄວ້ານ້ຳເພື່ອຊອກນຳຫາຜູ້ທີ່ລະເມີດລະບຽບການນັ້ນ ຊຶ່ງໄດ້ພົບວ່າ ແມ່ນໂຮງງານຜະລິດໂຟມຢູ່ແຂວງ ຊານດົງ (Shandong) ແລະແຂວງເຮເບ (Hebei) ໃນພາກຕາເວັນອອກຂອງຈີນ.
ພວກນັກວິທະຍາສາດເວົ້າວ່າ ບົດລາຍງານດັ່ງກ່າວ ຈະຊ່ວຍໃຫ້ພວກເຈົ້າໜ້າທີ່ຈີນ ຊອກຫາແຫລ່ງທີ່ມາຢ່າງຊັດເຈນ ແລະຍຸຕິການປ່ອຍທາດເຄມີກ່ອນທີ່ພວກເຂົາເຈົ້າຈະແກ້ໄຂສະພາບການຖອຍຫລັງຢ່າງໃຫຍ່ ຕໍ່ການຟື້ນຟູຄືນຊ່ອງຫວ່າງໃນຊັ້ນໂອໂຊນ.