ລິ້ງ ສຳຫລັບເຂົ້າຫາ

logo-print

ຈີນ ແລະກໍາປູເຈຍ ຖືກຮຽກຮ້ອງ ໃຫ້ທົບທວນຄືນ ກ່ຽວກັບຊຸດຈ່າຍເງິນຊົດເຊີຍ ແກ່ການສ້າງເຂື່ອນ


ພາບລວມຂອງເຂື່ອນເຊສານ 2 ທີ່ມີຄວາມສາມາດຜະລິດໄຟຟ້າ 400 ເມກາວັດ ຢູ່ແຂວງສຕຣຶງ ແຕຣງ (Stung Treng) ຂອງກໍາປູເຈຍ, ວັນທີ 17 ທັນວາ, 2018

ບໍລິສັດໄຟຟ້າຈີນ ແລະລັດຖະບານກໍາປູເຈຍກັບລັດຖະບານຈີນກໍາລັງຖືກຮຽກຮ້ອງໃຫ້ທົບທວນຄືນການຊົດເຊີຍແກ່ປະຊາຄົມພື້ນເມືອງແລະຊົນກຸ່ມນ້ອຍ ຫຼັງຈາກມີລາຍງານຂອງກຸ່ມປົກປ້ອງສິດທິມະນຸດພົບວ່າ ຊີວິດການເປັນຢູ່ ຂອງເຂົາເຈົ້າຖືກກະທົບໂດຍການສ້າງເຂື່ອນ. Luke Hunt ມີລາຍງານຈາກພະນົມເປັນ, ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ບົດລາຍງານທີ່ຍາວ 138 ໜ້າ ທີ່ມີຫົວຂໍ້ຂຽນວາ “ຢູ່ໃຕ້ພື້ນນໍ້າ: ຜົນກະທົບດ້ານສິດທິມະນຸດຂອງໂຄງການນຶ່ງແລວນຶ່ງເສັ້ນທາງຂອງຈີນຢູ່ໃນກຳປູເຈຍ,” ໄດ້ພົບວ່າ ອຳນາດການປົກຄອງທ້ອງຖິ່ນ ແລະກຸ່ມບໍລິສັດລັດວິສາຫະກິດຮວງ ແນງ (Huaneng) ຂອງຈີນ ສ່ວນໃຫຍ່ແລ້ວ ບໍ່ໄດ້ສົນໃຈ ກັບຄວາມກັງວົນໃຈຂອງປະຊາຄົມ ຕໍ່ການກໍ່ສ້າງເຂື່ອນໄຟຟ້າເຊສານ II ເລີຍ.

ທ່ານຈອນ ຊິຟຕັນ (John Sifton), ຜູ້ອຳນວຍການຝ່າຍສະແຫວງຫາການສະ ໜັບສະໜຸນຂອງອົງການປົກປ້ອງສິດທິມະນຸດ Human Rights Watch ປະຈຳຂົງເຂດເອເຊຍກ່າວວ່າ “ເຂື່ອນໄຟຟ້າເຊສານ II ຕອນລຸ່ມ ໄດ້ທຳລາຍຊີ ວິດການເປັນຢູ່ຂອງປະຊາຄົມຊົນເຜົ່າພື້ນເມືອງ ແລະຊົນກຸ່ມສ່ວນນ້ອຍ ທີ່ເຄີຍດຳລົງຊີວິດຢູ່ຮ່ວມກັນແບບຊຸມຊົນ ແລະສ່ວນຫຼາຍແມ່ນຫາລ້ຽງຊີບແບບກຸ້ມຕົນເອງຈາກການຫາປາ, ການເກັບຜັກ ແລະອາຫານຈາກປ່າ ແລະການກະສິກຳ.”

ຊົນເຜົ່າພື້ນເມືອງດັ້ງເດີມ ແລະຊົນກຸ່ມນ້ອຍອື່ນໆ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຢູ່ທາງທິດຕາເວັນອອກສຽງເໜືອຂອງກໍາປູເຈຍ ລວມມີປະຊາຊົນໃນປະຊາຄົມຂອງຊົນເຜົ່າບູນອງ (Bunong), ບຣາວ (Brao), ກູອອຍ (Kuoy), ລາວ (Lao), ຈະຣາຍ (Jarai), ເກຣີງ (Kreung), ກະແວັດ (Kavet), ຕໍາປວນ (Tampuan), ແລະ ກະຈັອກ (Kachok).

ທ່ານຈອນ ຊິຟຕັນ (John Sifton), ຜູ້ຂຽນບົດລາຍງານນີ້ ກ່າວວ່າ ປະຊາຊົນໄດ້ຖືກບັງຄັບໃຫ້ຍອມຮັບການຊົດເຊີຍທີ່ບໍ່ພຽງພໍສໍາລັບຊັບສິນ ແລະລາຍຮັບທີ່ສູນຫາຍໄປ ແລະໄດ້ສະໜອງທີ່ພັກອາໄສ ແລະການບໍລິການທີ່ບໍ່ດີ ຢູ່ໃນບ່ອນຈັດສັນສໍາລັບຄົນຍົກຍ້າຍຖິ່ນຖານ, ແລະພວກເຂົາເຈົ້າບໍ່ໄດ້ຮັບການຝຶກອົບຮົມ ຫຼືການຊ່ວຍເຫຼືອ ເພື່ອຮັບປະກັນການດໍາລົງຊີວິດໃໝ່ເລີຍ.

ທ່ານກ່າວວ່າ "ອຳນາດການປົກຄອງກຳປູເຈຍຕ້ອງທົບທວນຄືນການຊົດເຊີຍ, ວິທີການຍົກຍ້າຍຈັດສັນ ແລະການຟື້ນຟູຊີວິດການເປັນຢູ່ຂອງໂຄງການນີ້ຢ່າງຮີບດ່ວນ ແລະຮັບປະກັນວ່າ ໂຄງການຕ່າງໆ ໃນອະນາຄົດ ຈະບໍ່ມີການລ່ວງລະເມີດທີ່ຄ້າຍຄືກັນນີ້".

ໂຄສົກຂອງລັດຖະບານປະຕິເສດທີ່ຈະໃຫ້ຄໍາເຫັນໃດໆ ຕໍ່ບົດລາຍງານດັ່ງກ່າວ, ເຊິ່ງເປັນນຶ່ງ ໃນຫຼາຍໂຄງການທີ່ຕິດຕາມໄປ ກັບການກໍ່ສ້າງເຂື່ອນ - ເຊິ່ງເປັນເຂື່ອນໃຫຍ່ທີ່ສຸດກວ່າເຂື່ອນອື່ນໆ ຫລາຍ ຢູ່ໃນກຳປູເຈຍ - ເຊິ່ງເຮັດໃຫ້ພື້ນທີ່ຢູ່ທາງພາກເໜືອຂອງແມ່ນໍ້າເຊສານ ແລະແມ່ນໍ້າເຊຣປົກຖືກນໍ້າຖ້ວມ ຊຶ່ງທັງສອງແມ່ນໍ້ານີ້ ເປັນສາຂາຂອງແມ່ນໍ້າຂອງ.

ແນວໃດກໍ່ຕາມ ເຈົ້າໜ້າທີ່ກຳປູເຈຍ ແລະຈີນໄດ້ປະຕິເສດ ການວິພາກວິຈານຢ່າງວ່ອງໄວ ໂດຍໃຫ້ເຫດຜົນວ່າ ເຂື່ອນໄຟຟ້າເຊສານ II ໄດ້ສະໜອງວຽກເຮັດງານທຳ, ການເຂົ້າເຖິງຖະໜົນຫົນທາງ ໃຫ້ກັບຊຸມຊົນທີ່ຢູ່ແບບໂດດດ່ຽວ ແລະຕ້ອງການໄຟຟ້າເພື່ອປັບປຸງມາດຕະຖານການດຳລົງຊີວິດຢູ່ໃນປະເທດທີ່ກຳລັງພັດທະນາແຫ່ງນຶ່ງ.

ທ່ານ ເຊຣັງ ຊາຕະໂຣ (Sreng Sataro) ທີ່ປຶກສາຂັ້ນສູງ ຂອງສະຖານທູດ ກຳປູເຈຍປະຈຳຈີນ ໄດ້ບອກກັບໜັງສືພິມ Global Times ຂອງຈີນເມື່ອບໍ່ດົນມານີ້ວ່າ ຊາວກຳປູເຈຍໄດ້ຮັບຜົນປະໂຫຍດຈາກ 55 ໂຄງການ ທີ່ໄດ້ລິເລີ່ມມາຈາກການສ້າງເຂື່ອນທີ່ສະໜັບສະໜູນກິດຈະກຳ ຫຼາຍຢ່າງໃນຂົງເຂດ ລວມທັງການພັດທະນາຊົນນະບົດ, ແຫຼ່ງນໍ້າ, ກະສິກຳ ແລະການສຶກສາ.

ທ່ານກ່າວວ່າ "ມັນຍັງນໍາເອົາເສັ້ນທາງທີ່ພາໃຫ້ເຂົາເຈົ້າໄປຫາຕະຫຼາດ ຫຼືພາລູກຂອງເຂົາເຈົ້າໄປເຂົ້າໂຮງຮຽນທີ່ດີກວ່າໄດ້ກໍຍ້ອນມີໂຄງການ. ແຕ່ ພວກເຂົາເຈົ້າ ຫລາຍຄົນ ແມ່ນບໍ່ມີການສຶກສາສູງ ຈຶ່ງຖືກຕົວຍົວະໄດ້ງ່າຍໂດຍອົງການທີ່ບໍ່ຂຶ້ນ ກັບລັດຖະບານຫລື NGO ທີ່ໄດ້ຮັບການສະໜັບສະໜຸນໂດຍປະເທດຕາເວັນຕົກ ທີ່ມີແຕ່ເຜີຍແຜ່ສິ່ງທີ່ບໍ່ດີ.”

ທ່ານກ່າວຕໍ່ໄປອີກວ່າ "ເຂົາເຈົ້າບໍ່ຮູ້ຈັກວ່າໂຄງການພື້ນຖານໂຄງລ່າງເຫຼົ່ານີ້ໄດ້ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກຄືແນວໃດ ແລະໄດ້ໃຫ້ຜົນປະ ໂຫຍດຕົວຈິງ ແກ່ເຂົາເຈົ້າຄືແນວໃດ".

ເຂື່ອນໄຟຟ້າເຊຊານ II ຕອນລຸ່ມ ໄດ້ສ້າງສໍາເລັດໂດຍຜູ້ປະກອບການ ຮວງ ແນັງ (Huaneng) ຂອງຈີນ ໃນປີ 2018 ດ້ວຍມູນຄ່າ 782 ລ້ານໂດລາ, ໂດຍທີ່ທະນາຄານຂອງລັດຖະບານຈີນ ໃຫ້ການສະໜອງທຶນໃຫ້ເກືອບທັງໝົດ. ກຸ່ມບໍລິສັດໂຣຢອລ (Royal) ຂອງກຳປູເຈຍ ແລະບໍລິສັດໄຟຟ້າຂອງລັດ EVN ຂອງຫວຽດນາມ ເປັນເຈົ້າຂອງຫຸ້ນນ້ອຍໆ.

ລາຍງານກ່າວວ່າ ຜູ້ຂຽນໄດ້ບັນທຶກການລະເມີດສິດທິທາງດ້ານເສດຖະກິດ, ສັງຄົມ ແລະວັດທະນະທໍາທີ່ເປັນຜົນເນື່ອງມາຈາກການຍົກຍ້າຍປະຊາຊົນ ເກືອບ 5,000 ຄົນ ທີ່ຄອບຄົວຂອງເຂົາເຈົ້າໄດ້ອາໄສຢູ່ໃນພື້ນທີ່ດັ່ງກ່າວ ມາເປັນເວລາຫຼາຍລຸ້ນຄົນ, ພ້ອມທັງສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຫຼາຍສິບພັນຄົນ ຢູ່ເຂດຕອນເທິງ ແລະຕອນລຸ່ມຂອງນໍ້າເຊດັ່ງກ່າວ.

ບົດລາຍງານນີ້ ລວມມີການສໍາພາດກັບສະມາຊິກຊຸມຊົນ ຫຼາຍກວ່າ 60 ຄົນ, ຜູ້ນໍາອົງການຈັດຕັ້ງທາງສັງຄົມ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະຜູ້ອື່ນທີ່ຄົ້ນຄວ້າກ່ຽວກັບໂຄງການນີ້, ແລະມັນໄດ້ທົບທວນຄືນການສຶກສາຄົ້ນຄວ້າທາງວິຊາການ, ບັນທຶກທາງທຸລະກິດ ແລະການຄົ້ນຄວ້າໂດຍອົງການ NGO ແລະແຫຼ່ງອື່ນໆ ອີກດ້ວຍ.

ບົດລາຍງານເວົ້າອີກວ່າ ລາຍຮັບຈາກການຫາປາໄດ້ໝົດໄປຍ້ອນຜົນຜະລິດຫຼຸດລົງ ແລະການກະສິກໍາກໍ່ປະສົບກັບຄວາມຫຍຸ້ງຍາກ ຫຼັງຈາກປະຊາຄົມຖືກຍ້າຍໄປຢູ່ບ່ອນທີ່ດິນມີຄວາມອຸດົມສົມບູນໜ້ອຍກວ່າ. ນໍ້າສ້າງ ຢູ່ບ່ອນຈັດສັນໃຫ້ຄົນຍົກຍ້າຍຖິ່ນຖານ ສ່ວນໃຫຍ່ແລ້ວ ແມ່ນຖືກປົນເປື້ອນ ແລະບໍ່ສາມາດດື່ມໄດ້.

ລາຍງານພົບອີກວ່າ ບໍລິສັດຮວງແນັງ (Huaneng) ຂອງຈີນ ບໍ່ໄດ້ສ້າງກົນໄກການຮ້ອງທຸກທີ່ມີປະສິດທິພາບ ເພື່ອແກ້ໄຂຂໍ້ຂັດແຍ້ງ, ແລະເຈົ້າໜ້າທີ່ໄດ້ປະຕິ ເສດຕໍ່ຄວາມກັງວົນຂອງຊຸມຊົນ. ບາງຄົນທີ່ຄັດຄ້ານ ຖືກຂົ່ມຂູ່ຫຼືແມ່ນກະທັງຕິດຄຸກກໍມີ.

ທ່ານຊິຟຕັນ (Sifton) ກ່າວວ່າ ຊຸມຊົນຢູ່ທາງເທິງແລະລຸ່ມແມ່ນນໍ້າຂອງເຂື່ອນນັ້ນ ຍັງບໍ່ທັນໄດ້ຮັບການຊົດເຊີຍ ຫຼືການຊ່ວຍເຫຼືອ, ແລະລາວໄດ້ຮຽກຮ້ອງໃຫ້ລັດຖະບານຈີນດໍາເນີນການປະຕິຮູບຢ່າງເປັນລະບົບຫຼາຍຂຶ້ນ ເພື່ອຫຼີກເວັ້ນການລ່ວງລະເມີດໃນໂຄງການໃນອະນາຄົດ ທີ່ກ່ຽວຂ້ອງກັບໂຄງການລິເລີ່ມນຶ່ງແລວ ນຶ່ງເສັ້ນທາງ ຫລື BRI.

ທ່ານກ່າວວ່າ "ລັດຖະບານຈີນຕ້ອງໄດ້ປະຕິຮູບການລົງທຶນພັດທະນາພື້ນຖານໂຄງລ່າງຂອງໂຄງການນຶ່ງແລວ ນຶ່ງເສັ້ນທາງຢ່າງຫລວງຫລາຍ ເພື່ອປ້ອງກັນການລ່ວງລະເມີດໃນໂຄງການອື່ນໆ ທີ່ດໍາເນີນໄປຢູ່ໃນປະເທດເຊັ່ນ: ກຳປູເຈຍ, ບ່ອນທີ່ລັດຖະບານມີປະຫວັດມາແຕ່ດົນແລ້ວໃນການລ່ວງລະເມີດສິດທິຂອງພົນລະເມືອງ."

ທ່ານແບຣດດີ ເມີກ (Bradley Murg), ນັກຄົ້ນຄວ້າອາວຸໂສ ຢູ່ທີ່ສະຖາບັນເພື່ອການຮ່ວມມື ແລະສັນຕິພາບຂອງກໍາປູເຈຍ, ກ່າວວ່າ ນັກວິຊາການແມ່ນ ມີຄວາມເຫັນແຕກຕ່າງກັນວ່າ ເຂື່ອນໄຟຟ້າເຊສານ II ຕອນລຸ່ມ ແມ່ນສ່ວນນຶ່ງຂອງ BRI ຫລືບໍ່, ເນື່ອງຈາກວ່າ ການກໍ່ສ້າງໄດ້ເລີ່ມຂຶ້ນສອງປີກ່ອນທີ່ປະທານປະເທດຈີນທ່ານສີ ຈິ້ນຜິງ (Xi Jinping) ໄດ້ເລີ່ມມີໂຄງການລິເລີ່ມທີ່ວ່ານີ້.

ທ່ານ ເມີກກ່າວອີກວ່າ "ໂດຍທົ່ວໄປແລ້ວ, ສິ່ງທີ່ພວກເຮົາໄດ້ເຫັນ ກໍແມ່ນວ່າ ຄວາມຮັບຜິດຊອບຕໍ່ເລື່ອງນີ້ ແມ່ນຂຶ້ນຢູ່ກັບບໍລິສັດຈີນ, ຊຶ່ງເປັນບໍລິສັດທີ່ດໍາເນີນໂຄງການເອງ ຫຼາຍກວ່າລັດຖະບານ, ເຖິງແມ່ນວ່າ ຈະມີຂໍ້ຕົກລົງອັນໃດຢູ່ກໍ່ຕາມ. ແລະພວກເຮົາໄດ້ເຫັນຫຼັກຖານກ່ອນໜ້ານີ້ ຢູ່ໃນກໍລະນີອື່ນ--ໃນກໍລະນີທີ່ເກີດຂຶ້ນຫຼັງຈາກນັ້ນ-ທີ່ບໍ່ໄດ້ມີການປະຕິບັດຕາມຄໍາສັນຍາທີ່ໄດ້ໃຫ້ໄວ້ກັບປະຊາຊົນທ້ອງຖິ່ນກ່ຽວກັບການຊົດເຊີຍ ແລະການຍົກຍ້າຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG