ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອັງກິດຈະໃຫ້ຈີນ ຖືຮຸ້ນສ່ວນ ໃນໂຄງການ ພະລັງໄຟຟ້າ ນິວເຄລຍຂອງຕົນ


ເຕົາທໍາຄວາມເຢັນ ຂອງໂຮງງານໄຟຟ້ານິວເຄລຍ.
ເຕົາທໍາຄວາມເຢັນ ຂອງໂຮງງານໄຟຟ້ານິວເຄລຍ.
ອັງກິດກ່າວ​ວ່າ ຕົນ​ຈະອະນຸຍາດ ໃຫ້ບໍລິສັດ​ຈີນຖື​ຮຸ້ນສ່ວນ​ໃຫຍ່​
ໃນ​ໂຄງການພະລັງນີວ​ເຄລຍຂອງ​ຕົນໃນ​ຖານະ​ເປັນພາກສ່ວນ
​ນຶ່ງ​ຂອງ​ຄວາມ​ພະຍາຍາມ ເພື່ອ​ເລັ່ງລັດສະມັດຖະພາບ​ໃນ​ການ
ຜະລິດ​ໄຟຟ້າ​ພະລັງ​ນີວ​ເຄລຍຂອງ​ກຸງ​ລອນ​ດອນ​ນັ້ນ.

ທ່ານ George Osborne ລັດຖະມຸນຕີ​ການ​ເງິນອັງກິດ ​ໄດ້​ປະ
ກາດ​ຂ່າວ​ນີ້​ໃຫ້​ຊາບໃນ​ວັນພະຫັດ​ມື້​ນີ້ ​ໃນ​ລະຫວ່າງ​ທຳ​ການ​ຢ້ຽມ
ຢາມ​ຈີນ ຊຶ່ງ​ທ່ານ​ເວົ້າ​ວ່າ ສອງ​ປະ​ເທດ​ໄດ້​ລົງ​ນາມໃນ​ບັນທຶກ
​ຄວາມເຂົ້າ​ໃຈ ວ່າດ້ວຍຄວາມ​ຮ່ວມ​ມື​ດ້ານ​ນີວ​ເຄລຍ.

ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ເງິນ​ຂອງ​ອັງກິດ​ກ່າວ​ວ່າ ການ​ລົງທຶນ​ຂັ້ນ​ທຳ​ອິດ​ຂອງ​ຈີນ
​ໃນ​ໂຄງການພະລັງ​ນີວ​ເຄລຍ ມີ​ທ່າ​ທາງ​ວ່າ ​ເປັນ​ການຖື​ຮຸ້ນ​ໃນ​ລະດັບນ້ອຍ ​ແຕ່​ການຖືຮຸ້ນ​
ໃນ​ລະດັບໃຫຍ່​ນັ້ນ ​ມີ​ທາງເປັນ​ໄປ​ໄດ້ ໃນ​ອະນາຄົດ.

​ໃນ​ຕົ້ນ​ສັບປະດາ​ນີ້ ກຸງ​ລອນ​ດອນ​ກ່າວ​ວ່າ ຕົນ​ໃກ້​ຈະ​ຕົກລົງ​ກັນ​ໄດ້​ ກັບ​ກຸ່ມ​ບໍລິສັດ General Nuclear Power ຂອງ​ຈີນ ​ແລະ​ບໍລິສັດ​ນີວ​ເຄລຍຂອງຝຣັ່ງ EDF ກ່ຽວ​ກັບ​ການສ້າງ​ໂຮງ​ໄຟ​ຟ້ານີວ​ເຄລຍ​ແຫ່ງ​ທຳ​ອິດ​ຂອງ​ອັງກິດ ຕັ້ງ​ແຕ່​ປີ 1995 ​ເປັນ​ຕົ້ນ​ມາ.

ອັງກິດ​ກຳລັງ​ພະຍາຍາມ​ຢ່າງ​ໜັກ​ ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດເຂົ້າໃນ​
ໂຄງ​ລ່າງ​ພື້ນຖານ​ຂະໜາດໃຫຍ່​ຂອງ​ຕົນ. ​ໂດຍ​ສະ​ເພາະ​ແລ້ວ ອັງກິດ​ກ່າວ​ວ່າ ຕົນ​ຕ້ອງ
ການໂຮງ​ໄຟຟ້າ​ນີວ​ເຄລຍຕື່ມ​ອີກ ​ເພື່ອ​ຊ່ອຍ​ແກ້​ໄຂ​ອັນ​ທີ່​ຕົນ​ກ່າວ​ວ່າ ຄວາມສ່ຽງທີ່ກຳລັງ
​ເພີ່ມ​ຂຶ້ນນັບ​ມື້ ຕໍ່​ການ​ຂາດ​ເຂີນພະລັງ​ໄຟຟ້າ ​ໃນອີກ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ​ນີ້.

XS
SM
MD
LG