ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແກ້ໄຂບັນຫາຊາຍແດນກັບ ຈີນ ເຮັດໃຫ້ບາງຄົນ ຢູ່ໃນ ອິນເດຍ ມີຄວາມບໍ່ພໍໃຈ


ແຟ້ມ-ຮູບພາບທີ່ຈັດໃຫ້ໂດຍກອງທັບອິນເດຍນີ້ ເປີດເຜີຍໃຫ້ເຫັນກອງກໍາລັງຂອງ ຈີນ ກໍາລັງມ້າງບ່ອນລົບໄພຂອງພວກເຂົາເຈົ້າ ຢູ່ໃນພູມິພາກ ພັນກົງ ໂຊ (Pangong Tso), ໃນບໍລິເວນເຂດລາເດັກ (Ladakh) ຢູ່ຕາມຊາຍແດນ ອິນເດຍ-ຈີນ, ວັນທີ 15 ກຸມພາ 2021.
ແຟ້ມ-ຮູບພາບທີ່ຈັດໃຫ້ໂດຍກອງທັບອິນເດຍນີ້ ເປີດເຜີຍໃຫ້ເຫັນກອງກໍາລັງຂອງ ຈີນ ກໍາລັງມ້າງບ່ອນລົບໄພຂອງພວກເຂົາເຈົ້າ ຢູ່ໃນພູມິພາກ ພັນກົງ ໂຊ (Pangong Tso), ໃນບໍລິເວນເຂດລາເດັກ (Ladakh) ຢູ່ຕາມຊາຍແດນ ອິນເດຍ-ຈີນ, ວັນທີ 15 ກຸມພາ 2021.

ການແກ້ໄຂບັນຫາທາງຊາຍແດນທີ່ມີຄວາມຂັດແຍ້ງມາເປັນເວລາສອງປີ ລະຫວ່າງ ຈີນ ແລະ ອິນເດຍ ໄດ້ມີຄວາມສະດວກຂຶ້ນໃນການບັນເທົາຄວາມເຄັ່ງຕຶງລະຫວ່າງຍັກໃຫຍ່ຂອງເອເຊຍ, ແຕ່ເຮັດໃຫ້ນັກວິຈານຂອງອິນເດຍກ່າວວ່າ ລັດຖະບານຂອງພວກເຂົາເຈົ້າ ຍອມຜ່າຍແພ້ງ່າຍເກີນໄປ, ເຮັດໃຫ້ຊາວກະສິກອນລ້ຽງສັດພາກັນຈົ່ມວ່າກ່ຽວກັບການສູນເສຍທົ່ງລ້ຽງສັດ ເຊິ່ງນັກວິເຄາະກໍາລັງເຕືອນວ່າ ຄວາມເຄັ່ງຕຶງຄັ້ງໃໝ່ ອາດຈະເພີ້ມຂຶ້ນອີກຄັ້ງໃນທຸກໆເວລາ.

ກອງກໍາລັງຂອງທັງສອງປະເທດ ໄດ້ພາກັນຖອຍອອກຈາກບໍລິເວນຊາຍແດນ ຢູ່ໃນພູມິພາກ ໂກກຣາ-ຮັອດທ໌ ສປຣິງສ໌ (Gogra-Hot Springs) ຢູ່ທາງທິດຕາເວັນອອກຂອງຂົງເຂດ ລາເດັກ (Ladakh), ອີງຕາມຂໍ້ຕົກລົງທີ່ໄດ້ເຫັນດີນໍາກັນເມື່ອເດືອນກັນຍາທີ່ຜ່ານມາ, ອັນເປັນການແກ້ໄຂນຶ່ງໃນຫຼາຍຂໍ້ພິພາດທີ່ຟົດເດືອດຮຸນແຮງຢູ່ໃນຊາຍແດນ ທີ່ເຮັດໃຫ້ທັງສອງປະເທດຍັງຄົງປະເຊີນຢູ່.

ການຖອນກອງກໍາລັງອອກຂອງຈີນ ໄດ້ຮັບການຢັ້ງຢືນຈາກຮູບພາບດາວທຽມ ທີ່ໄດ້ເອົາລົງໃນທວິດເຕີ້ໂດຍນັກວິເຄາະທີ່ເປີດເຜີຍແຫຼ່ງຂ່າວ ທ່ານດາມຽນ ໄຊມອນ (Damien Symon), ເຊິ່ງໄດ້ທວິດຂໍ້ຄວາມວ່າ “ຮູບທາງເບື້ອງ ຈີນ ນັ້ນຢືນຢັນວ່າ ສະຖານທີ່ທີ່ເຄີຍໃຊ້ເປັນຄ້າຍພັກ ແມ່ນໄດ້ຍ້າຍອອກໄປແລ້ວ, ຢ່າງໃດກໍຕາມ ການດໍາເນີນງານທີ່ເລິກເຊິ່ງນັ້ນຍັງຄົງມີຢູ່.”

ແຕ່ທ່ານປຣາວິນ ຊອລເນ (Pravin Sawhney), ອະດີດເຈົ້າໜ້າທີ່ທາງທະຫານຂອງອິນເດຍ, ແລະເປັນນັກວິເຄາະທາງດ້ານຄວາມໝັ້ນຄົງທີ່ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ ໄດ້ໂຕ້ຖຽງໃນເວລາໃຫ້ສໍາພາດວ່າ ກອງທັບປົດປ່ອຍປະຊາຊົນຈີນ “ຈະບໍ່ຖອຍກັບຄືນແມ່ນແຕ່ໜ້ອຍດຽວ” ຈາກດິນແດນທີ່ພວກເຂົາເຈົ້າເຂົ້າຢຶດຄອງມາເປັນເວລາຫຼາຍກວ່າສອງປີແລ້ວ. ທ່ານຊອລເນກ່າວວ່າ “ການແຍກບໍລິເວນທີ່ເປັນອິດສະຫຼະ ແລະຂົງເຂດປ້ອງກັນນັ້ນ ໄດ້ສ້າງຂຶ້ນມາປະມານ 6 ກິໂລແມັດຢູ່ໃນດິນແດນຂອງ ອິນເດຍ.”

ທ່ານຊອລເນ ຍັງໄດ້ເນັ້ນວ່າ ກອງທັບຂອງ ຈີນ ຍັງຄົງຕັ້ງຢູ່ໃນດິນແດນທີ່ໄດ້ອ້າງສິດໂດຍອິນເດຍ ຢູ່ໃນຂົງເຂດທີ່ມີຄວາມຂັດແຍ້ງຮຸນແຮງຕ່າງໆຂອງຊາຍແດນພູມິພາກຮິມາລາຢາ (Himalayan), ລວມທັງທົ່ງຫຍ້າເດັບຊັງ (Depsang) ເຊິ່ງຢູ່ຕິດກັບທານນໍ້າແຂງເຊຍເຊັນ (Siachen) ທີ່ເປັນພື້ນທີ່ທີ່ມີຄວາມອ່ອນໄຫວທາງທະຫານລະຫວ່າງ ອິນເດຍ, ຈີນ ແລະປາກິສຖານ.

ທ່ານຊອລເນກ່າວວ່າ “ໃນກໍລະນີເກີດສົງຄາມ, ທົ່ງຫຍ້າເດັບຊັງ ຈະກາຍມາເປັນສະຖານທີ່ທີ່ມີຄວາມສໍາຄັນຫຼາຍ ເນື່ອງຈາກມັນສາມາດອໍານວຍຄວາມສະດວກໃນການເສີມກໍາລັງແນວໜ້າດ້ານດຽວສໍາລັບການເຮັດສົງຄາມກັບ ຈີນ ແລະ ປາກິສຖານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG