ໃນບໍ່ຊ້ານີ້ ຈີນ ຈະອະນຸຍາດໃຫ້ ຕໍາຫລວດຊາຍແດນ ຂື້ນ
ກວດບັນດາເຮືອຕ່າງປະເທດ ທີ່ເດີນທາງເຂົ້າໄປ ໃນເຂດ
ທີ່ປັກກິ່ງຖືວ່າ ເປັນນ່ານນໍ້າຂອງຕົນ ຢູ່ໃນເຂດທະເລຈີນໃຕ້.
ໃນການເຄື່ອນໄຫວດັ່ງກ່າວອາດຈະເຮັດໃຫ້ເກີດຄວາມເຄັ່ງຕຶງຢູ່ໃນຂົງເຂດນີ້ ສື່ມວນຊົນລັດຖະບານຈີນ ກ່າວວ່າ ຕໍາຫລວດທີ່ແຂວງ Hainan ທາງພາກໃຕ້ຂອງຈີນ ໃນບໍ່ຊ້ານີ້ຈະໄດ້ຮັບອະນຸຍາດໃຫ້ “ຂື້ນໄປເທິງເຮືອ ຄົ້ນຫາ ຍຶດເອົາ ແລະຂັບໄລ່ເຮືອຕ່າງປະເທດ ທີ່ເຂົ້າໄປໃນຂົງເຂດດັ່ງກ່າວແບບຜິດກົດໝາຍ.
ໜັງສືພິມ China Daily ຂອງທາງການຈີນກ່າວວ່າ ການເຄື່ອນໄຫວທີ່ “ຜິດກົດໝາຍ” ຕ່າງໆ ຮວມທັງການເຂົ້າໄປໃນເຂດນ່ານນໍ້າຂອງແຂວງ ທີ່ບໍ່ໄດ້ຮັບອະນຸຍາດ ແລະ “ພົວພັນຢ່າງເປັນການເປີດເຜີຍທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດຂອງຈີນ.” ຈີນ ກ່າວວ່າ ກົດລະບຽບໃໝ່ຈະເລີ້ມອອກນໍາໃຊ້ໃນວັນທີ 1 ເດືອນມັງກອນ ຈະມາເຖິງນີ້.
Hainan ແມ່ນແຂວງຢູ່ໃຕ້ສຸດຂອງຈີນ ຊຶ່ງເປັນຜູ້ປົກຄອງພື້ນທີ່ທາງທະເລເກືອບສອງລ້ານກິໂລແມັດມົນທົນ.
ໃນເດືອນກໍລະກົດ ທີ່ຜ່ານມາ ກອງທັບຈີນ ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ບັນດາເພື່ອນບ້ານ ໂດຍຕັ້ງຄ້າຍທະຫານຂຶ້ນທີ່ເມືອງ Sansha ຂອງແຂວງໄຮນັງ ໃນຄວາມພະຍາຍາມທີ່ຈະໃຫ້ມີການບັງຄັບກ່ຽວກັບການອ້າງກຳມະສິດຂອງຕົນ.
ບັນດາປະເທດທີ່ອ້າງກຳມະສິດແຂ່ງກັບຈີນທັງຫລາຍ ຮວມທັງ ຟິລິບປີນ ຫວຽດນາມ ບຣູນາຍ ມາເລເຊຍ ແລະໄຕ້ຫວັນ ພາກັນມີຄວາມເປັນຫ່ວງກ່ຽວກັບສິ່ງທີເຂົາເຈົ້າເຫັນວ່າ ເປັນການດຳເນີນການເພີີ້ມຂຶ້ນ ຂອງປັກກິ່ງ ໃນການປ້ອງກັນ ການອ້າງກຳມະສິດຂອງຕົນໃນ ເຂດທະເລຈີນໃຕ້ ທີ່ອຸດົມສົມບຸນໄປດ້ວຍພະລັງງານ.