ຈີນຫ້າມໄຕ້ຫວັນ ຈາກການເຂົ້າຮ່ວມກອງປະຊຸມອະນາໄມໂລກ ເປັນເວລາສາມປີຕິດ
ຕໍ່ກັນ.ໄຕ້ຫວັນກຳລັງປະທ້ວງ ການຕັດສິນໃຈຂອງຈີນ ທີ່ບໍ່ໃຫ້ປະເທດເກາະດອນດັ່ງ
ກ່າວເຂົ້າຮ່ວມ ຢູ່ໃນກອງປະຊຸມປະຈຳປີອົງການອະນາໄມໂລກ ຫລື WHO ໂດຍຮ້ອງ
ການກະທຳນັ້ນວ່າ ເປັນການເຄື່ອນໄຫວທາງການເມືອງ ທີ່ບໍ່ມີເຫດຜົນ ຊຶ່ງອາດຈະ
ເປັນໄພອັນຕະລາຍຕໍ່ສຸຂະອະນາໄມຢູ່ໃນທົ່ວໂລກ. ລີຊາ ສະລາຍ ນັກຂ່າວ ວີໂອເອ
ລາຍງງານມາຈາກນະຄອນເຈນີວາ ຊຶ່ງກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາສະ
ເໜີທ່ານ.
ຈີນຖືໄຕ້ຫວັນວ່າ ເປັນແຂວງນື່ງທີ່ແຍກອອກຈາກຕົນ ທີ່ຈະຕ້ອງເຕົ້າໂຮມກັບແຜ່ນດິນ
ໃຫຍ່ ເຖິງແມ່ນຈະຕ້ອງໃຊ້ກຳລັງກໍຕາມ. ວິທີນຶ່ງທີ່ຈີນໄດ້ສະແດງຄວາມບໍ່ພໍໃຈ ກັບ
ການເປັນເອກກະລາດຂອງໄຕ້ຫວັນ ກໍຄືປ້ອງກັນບໍ່ໃຫ້ພວກເຈົ້າໜ້າທີ່ຂອງເກາະດອນ
ດັ່ງກ່າວເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກ.
ການເຄື່ອນໄຫວ ໂດຍສະເພາະໃນປີນີ້ ເປັນການຂັດແຍ້ງໃນຂະນະທີ່ຫົວຂໍ້ກອງປະຊຸມ
ແມ່ນເວົ້າກ່ຽວກັບການຮັກສາສຸຂະພາບສາກົນ. ລະບົບຮັກສາສຸຂະພາບ ແຫ່ງຊາດ
ຂອງໄຕ້ຫວັນ ໄດ້ຖືກຮັບຮູ້ກັນຢ່າງກວ້າງຂວາງວ່າ ເປັນນຶ່ງໃນລະບົບ ທີ່ດີທີ່ສຸດຢູ່ໃນ
ໂລກ. ລັດຖະມົນຕີກະຊວງສາທາລະນະສຸກ ແລະສະຫວັດດີການ ຂອງໄຕ້ຫວັນ ທ່ານ
ຊີ-ຈັງ ເຈັນ ກ່າວວ່າ ປະເທດດັ່ງກ່າວພ້ອມແລ້ວທີ່ຈະແບ່ງປັນປະສົບການຂອງຕົນ
ກ່ຽວກັບເຮັດຈັ່ງໃດຈຶ່ງຈະມີລະບົບຮັກສາສຸຂະພາບລາ ຄາຖືກ ມີປະສິດທິຜົນ ສຳລັບ
ປະຊາຄົມຢູ່ໃນທົ່ວໂລກ.
ທ່ານເຈັນ ກ່າວວ່າ “ເຖິງຢ່າງໃດກໍດີ ພາຍໃຕ້ຄວາມກົດດັນ ຂອງສາທາລະນະລັດ
ປະຊາຊົນຈີນ ປັດຈຸບັນນີ້ໄຕ້ຫວັນ ຖືກຫ້າມບໍ່ໃຫ້ເຂົ້າຮ່ວມ ໃນລະບົບຮັກສາສຸຂະ
ພາບໂລກຂອງອົງການ WHO. ການເຊີນໃຫ້ໄຕ້ຫວັນເຂົ້າຮ່ວມຢູ່ໃນກອງປະຊຸມ
ອະນາໄມໂລກຈະເປັນການສອດຄ່ອງກັບນະໂຍບາຍ ການໄດ້ຮັບການປິ່ນປົວສຸ
ຂະພາບສຳລັບທຸກຄົນຂອງອົງການ WHO.”
ລັດຖະມົນຕີ ກະຊວງສາທາລະນະສຸກໄຕ້ຫວັນ ໃຫ້ຂໍ້ສັງເກດວ່າ ການບໍ່ໃຫ້ໄຕ້ຫວັນ
ເຂົ້າຮ່ວມປະຊຸມນັ້ນ ເປັນການສ່ຽງໃນການຮັກສາສຸຂະພາບຂອງທຸກໆຄົນ. ທ່ານເຈັນ
ກ່າວວ່າ ພະຍາດຕ່າງໆບໍ່ຢຸດຢູ່ຊາຍແດນ. ທ່ານຍັງກ່າວວ່າການຮ່ວມມືສາກົນເປັນສິ່ງ
ທີ່ຈຳເປັນເພື່ອຕໍ່ສູ້ກັບການລະບາດທີ່ອາດສາມາດແຜ່ລາມໄປທົ່ວທຸກມູມໂລກ.
ທ່ານເຈັນກ່າວຕໍ່ ວີໂອເອ ວ່າທ່ານໄດ້ຂຽນໜັງສືຫຼາຍສະບັບ ໄປຫາຫົວໜ້າອົງ ການ
ອະນາໄມໂລກ ຫຼື WHO ທ່ານເຕໂດຣສ໌ ອັດດານົມ ເກເບີຣີເຢຊຸສ ເພື່ອປະທ້ວງ ທີ່ບໍ່
ໃຫ້ໄຕ້ຫວັນ ເຂົ້າຮ່ວມກອງປະຊຸມອົງການອະນາມໄມໂລກ ແລະສະແດງຄວາມເປັນ
ຫ່ວງ. ທ່ານເຈັນກ່າວວ່າ ທ່ານບໍ່ໄດ້ຮັບຄຳຕອບເທື່ອ. ທ່ານກ່າວວ່າ ອົງການ WHO
ໄດ້ປະຕິເສດແມ່ນແຕ່ການສະເໜີຂອງໄຕ້ຫວັນທີ່ຈະຊ່ວຍເຫຼືອ ໃນການຕໍ່ສູ້ຕ້ານກັບ
ການລະບາດອີໂບລາ ຢູ່ໃນພາກຕາເວັນອອກຂອງສາທາລະນະລັດປະຊາທິປະໄຕ
ຄອງໂກ.
ທ່ານເຈັນ ກ່າວອີກວ່າ “ປະທານາທິບໍດີຂອງພວກເຮົາໄດ້ປະກາດທີ່ຈະບໍລິຈາກ 1
ລ້ານໂດລາສະຫະລັດ ເພື່ອຕໍ່ສູ້ກັບອີໂບລາ ແຕ່ການບໍລິຈາກນີ້ ແມ່ນແຕ່ການບໍລິ
ຈາກດັ່ງກ່າວ ບໍ່ໄດ້ຖືກຮັບເອົາໂດຍອົງການ WHO. ເພາະສະນັ້ນ ນີ້ເປັນສະພາບ
ທີ່ໜ້າສົງສານສຳລັບພວກເຮົາ. ພວກເຮົາຢາກເຮັດສິ່ງໃດສິ່ງນຶ່ງ ແຕ່ອົງການ
WHO ບໍ່ຍອມໃຫ້ພວກເຮົາເຮັດສິ່ງໃດສິ່ງນຶ່ງສຳລັບໂລກ.”
ອົງການ WHO ຄາດຄະເນວ່າ ຕົນຕ້ອງການເງິນ 98 ລ້ານໂດລາ ເພື່ອການປະຕິບັດ
ງານຕ້ານອີໂບລາ ຊຶ່ງອົງການດັ່ງກ່າວກຳລັງປະເຊີນໜ້າກັບການຂາດງົບປະມານ ຈຳ
ນວນ 63 ລ້ານໂດລາ.
ເຖິງແມ່ນມີຄວາມກົດດັນຈາກຈີນ ບັນດາເຈົ້າໜ້າທີ່ໄຕ້ຫວັນກ່າວວ່າ ເຂົາເຈົ້າໄດ້ຮັບ
ການສະໜັບສະໜູນ ໃນການພະຍາຍາມເຂົ້າຮ່ວມອົງການ WHO ຈາກບັນ ດາປະ
ເທດຈຳນວນນຶ່ງ ທີ່ຮວມທັງ ສະຫະລັດ ຍີ່ປຸ່ນ ເຢຍຣະມັນແລະອອສເຕຣເລຍ.