ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນ ອະວະກາດຈີນ ຖ່າຍທອດສົດ ການສອນ ຈາກ ອະວະກາດ (ສະໄລດ໌/ວີດິໂອ)


ທ່ານນາງ Wang Yaping ນັກອະວະກາດຍິງຂອງຈີນ ທີ່ປະກົດຢູ່ໃນໜ້າຈໍ ໃນຂະນະຟັງຄໍາຖາມຂອງນັກຮຽນຍິງຜູ້ນຶ່ງ ໃນກຸງປັກກິ່ງ ທີ່ຖ່າຍທອດສົດ ຈາກສະຖານີອະວະກາດ ໃນວັນທີ 20 ມິຖຸນາ 2013.
ທ່ານນາງ Wang Yaping ນັກອະວະກາດຍິງຂອງຈີນ ທີ່ປະກົດຢູ່ໃນໜ້າຈໍ ໃນຂະນະຟັງຄໍາຖາມຂອງນັກຮຽນຍິງຜູ້ນຶ່ງ ໃນກຸງປັກກິ່ງ ທີ່ຖ່າຍທອດສົດ ຈາກສະຖານີອະວະກາດ ໃນວັນທີ 20 ມິຖຸນາ 2013.
ນັກບິນອະວະກາດຈີນຄົນນຶ່ງ ທີ່ໂຄຈອນໃນລະດັບຄວາມສູງ
340 ກິໂລແມັດ ຫ່າງຈາກໜ້າດິນ ໄດ້ຖ່າຍທອດສົດບົດຮຽນ
ເລື້ອງຄວາມດຶງດູດຂອງໂລກອອກທາງວີດິໂອ ໃຫ້ແກ່ນັກຮຽນ
ຢູ່ຕາມໂຮງຮຽນຕ່າງໆໃນຈີນໄດ້ເບິ່ງ ໃນວັນພະຫັດ ມື້ນີ້.

ທ່ານນາງ Wang Yaping ນັກອະວະກາດຍິງຜູ້ທີສອງຂອງ
ຈີນ ແມ່ນນຶ່ງໃນນັກບິນອະວະກາດສາມຄົນ ທີ່ຖືກສົ່ງຂຶ້ນໄປ
ຍັງອະວະກາດ ຢູ່ໃນຍານ Shenzhou-10 ໃນອາທິດແລ້ວນີ້.

ທ່ານນາງ Wang ໄດ້ສົ່ງການສອນບົດຮຽນຂອງຕົນ ຈາກ
ຫ້ອງທົດລອງອະວະກາດ Tiangong-1 ທີ່ຈີນຖືວ່າ ເປັນ
ຕົ້ນແບບໃນການສ້າງສະຖານີອະວະກາດ ຢ່າງເຕັມສ່ວນຂອງຕົນນັ້ນ.

ທ່ານນາງໄດ້ອະນຸຍາດໃຫ້ມີຊ່ວງຕັ້ງຄໍາຖາມແລະຕອບພວກນັກຮຽນ ທີ່ໂຮງຮຽນແຫ່ງ
ນຶ່ງ ຢູ່ກຸງປັກກິ່ງ. ນອກນັ້ນ ທ່ານນາງຍັງໄດ້ທຳການທົດລອງຈຳນວນນຶ່ງເພື່ອສາທິດໃຫ້
ເຫັນວ່າ ສິ່ງຂອງມີປະຕິກິລິຍາແບບໃດຕໍ່ສະພາບທີ່ ບໍ່ມີແຮງດຶງດູດຂອງໂລກ ຫຼືສູນອາ
ກາດ.

ອົງການຂ່າວສານຂອງທາງການຈີນເວົ້າວ່າ ຄາດກັນວ່າຈະມີນັກຮຽນ ແລະນາຍຄູ
ຫລາຍກວ່າ 60 ລ້ານຄົນ ເບິ່ງການສອນນີ້ ຊຶ່ງເປັນການສອນຄັ້ງທໍາອິດ ໃນປະເພດນີ້
ຢູ່ຈີນ.


ເຖິງແມ່ນວ່າ ຈະນໍາຫລັງສະຫະລັດ ແລະຣັດເຊຍກໍຕາມ ແຕ່ໂຄງການອະວະກາດຂອງ
ຈີນ ໄດ້ທໍາຄວາມກ້າວໜ້າຢ່າງໃຫຍ່ ໃນໄລຍະຂ້ອນຂ້າງສັ້ນໆ. ໃນປີ 2003 ຈີນໄດ້ສົ່ງ
ນັກບິນອະວະກາດຄົນທໍາອິດຂຶ້ນໄປຍັງອະວະກາດ. ຫ້າປີຕໍ່ມາ ຈີນໄດ້ສໍາເລັດການ
ອອກປະຕິບັດງານ ຢູ່ນອກຍານອະວະກາດເປັນຄັ້ງທໍາອິດ.

ກຸງປັກກິ່ງຖືວ່າການສົ່ງນັກບິນຂຶ້ນໄປອະວະກາດ ເປັນເວລາ 15 ວັນ ຄັ້ງຫລ້າສຸດ ຊຶ່ງ
ເປັນການປະຕິບັດງານໃນອະວະກາດ ດົນທີ່ສຸດໃນປະຫວັດສາດ ແລະເປັນບາດກ້າວ ອັນສໍາຄັນ ໄປສູ່ການສ້າງສະຖານີອະວະກາດຖາວອນ ທີ່ຈີນຫວັງວ່າ ຈະແລ້ວສໍາເລັດ ໃນ ປີ 2020.

ຈີນບໍ່ໄດ້ພົວພັນກັບໂຄງການສະຖານີອະວະກາດນາໆຊາດ ສ່ວນນຶ່ງກໍເປັນຍ້ອນວ່າ
ມີການຄັດຄ້ານຈາກກຸງວໍຊິງຕັນ ທີ່ຫລາຍຄົນເຫັນວ່າ ໂຄງການອະວະກາດ ທີ່ໄດ້
ຮັບການໜຸນຫລັງໂດຍທາງກອງທັບຂອງປັກກິ່ງ ເປັນທີ່ໜ້າສົງໄສ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG