ທາງການຈີນວາງບົດບາດໃຫ້ ສປປ ລາວ ເປັນແຫຼ່ງຜະລິດສະບຽງອາຫານເພື່ອຕອບສະຫນອງຄວາມຕ້ອງການບໍລິໂພກຂອງປະຊາຊົນຈີນ ເປັນສໍາຄັນ ໂດຍສະເພາະແມ່ນຜົນຜະລິດກະສິກຳ ແລະ ລ້ຽງສັດນັ້ນ. ຊົງລິດ ໂພນເງິນ ມີລາຍງານນີ້ມາຈາກບາງກອກ.
ທ່ານບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້ ຖະແຫຼງຢືນຢັນວ່າການສົ່ງອອກສິນຄ້າກະສິກໍາຂອງລາວໄປຈີນ ໂດຍເສັ້ນທາງລົດໄຟລາວ-ຈີນນັ້ນ ມີທ່າອ່ຽງທີ່ຈະຂະຫຍາຍຕົວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍທີ່ ນອກຈາກຈະເປັນຜົນຈາກຂໍ້ຕົກລົງທີ່ທາງການຈີນຈະຊື້ສິນຄ້າກະສິກຳຈາກລາວ ຕື່ມອີກ 13 ຊະນິດແລ້ວ ກໍຍັງເປັນຜົນມາຈາກການທີ່ລັດຖະບານຈີນໄດ້ວາງບົດບາດໃຫ້ ສປປ ລາວ ເປັນແຫຼ່ງຜະລິດ ສະບຽງອາຫານ ເພື່ອຕອບສະຫນອງຄວາມຕ້ອງການບໍລິໂພກຂອງປະຊາຊົນຈີນເປັນຫລັກອີກດ້ວຍ.
ແຕ່ວ່າຊາວກະສິກອນໃນລາວຈະໄດ້ຮັບຜົນປະໂຫຍດຈາກການຮັບຊື້ສິນຄ້າກະສິກຳທັງ 13 ປະເພດດັ່ງກ່າວກໍຈະຕ້ອງເປັນຜົນຜະລິດທີ່ໄດ້ມາດຕະຖານຄວາມປອດໄພດ້ານສຸຂະອະນາໄມ ທີ່ລັດຖະບານຈີນກຳນົດໄວ້ຢ່າງຄົບ ຖ້ວນ, ດັ່ງທີ່ທ່ານບຸນຈັນ ໄດ້ຢືນຢັນວ່າ:
“ລັດຖະບານ ສປ ຈີນ ໄດ້ປະກາດເອົາ ສປປ ລາວ ເປັນນຶ່ງຢູ່ໃນເຂດຜະລິດສະບຽງອາຫານສະໜອງໃຫ້ ຜູ້ບໍລິໂພກໃນ ສປ ຈີນ ດ້ວຍຄວາມສະອາດ ແລະ ປອດໄພ. ເພາະສະນັ້ນໂຕນີ້ ກໍເປັນໂອກາດຊຸກຍູ້ຜູ້ຜະລິດ ຫລືຊາວກະສິກອນໃຫ້ຜະລິດແບບມີຄຸນນະພາບເພື່ອສະໜອງໃຫ້ຕະຫຼາດ ສປ ຈີນ, ອັນນີ້ ລັດຖະບານຈີນແລະລັດຖະບານລາວກະໄດ້ເຊັນອານຸສັນຍາກ່ຽວກັບພືດຈາກ ສປປ ລາວ ສົ່ງໄປ ສປ ຈີນ 13 ຊະນິດ ເພາະສະນັ້ນຫລະ ຂໍຝາກຜູ້ຜະລິດ ຜູ້ປະກອບການນີ້ໃຫ້ເຮັດເພື່ອຮັບປະກັນການຜະລິດທີ່ມີຄຸນນະພາບ."
ສ່ວນທ່ານເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະປ່າໄມ້ ຢືນຢັນວ່າ ການສົ່ງອອກສິນຄ້າກະສິກຳໃນ
ປີ 2021 ມີມວນຄ່າລວມ 1.2 ຕື້ໂດລາ, ໃນນີ້ 80 ເປີເຊັນ ແມ່ນສົ່ງອອກໄປຈີນ, ທີ່ໃຫ້ໂຄ ຕ້າພິເສດໃນການຮັບ ຊື້ສິນຄ້າກະສິກຳ 14 ຊະນິດຈາກລາວຄືເຂົ້າ, ສາລີ, ມັນຕົ້ນ, ໝາກກ້ວຍ, ໝາກໂມ, ມັນດ້າງ, ຖົ່ວຝັກຍາວ, ຖົ່ວ ເຫຼືອງ, ຖົ່ວເບີ, ໝາກໜອດ, ຫມາກກ້ຽງ, ໜາກນາວ, ງົວ-ຄວາຍ. ສ່ວນໃນປີ 2022, ລັດຖະບານລາວ ຍັງຈະ ຂໍໃຫ້ລັດຖະບານຈີນ ເພີ່ມໂຄຕ້າການຊື້ສິນຄ້າສິນຄ້າກະສິກຳຈາກລາວຕື່ມອີກ 91 ຊະນິດ ເຊິ່ງຄາດວ່າ ທາງດານຈີນຈະຕົກລົງໃຫ້ໂຄຕ້າເພີ່ມອີກ 20 ຊະນິດ ໃນໄວໆນີ້ ໂດຍເມື່ອສົມທົບເຂົ້າກັບການເດີນລົດໄຟລາວ-ຈີນ ເລີ່ມ ແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາແລ້ວ ກໍຍ່ອມຈະສົ່ງຜົນດີ ຕໍ່ລາວໃນຫຼາຍດ້ານ ໂດຍສະເພາະແມ່ນ ທາງດ້ານ ການຂົນສົ່ງ ແລະໂລຈິສຕິກ ໃນເຂດແມ່ນ້ຳຂອງທີ່ລາວ ເປັນສູນກາງເຊື່ອມຕໍ່ນັ້ນ ຍັງເປັນປັດໄຈສໍາຄັນທີ່ຈະຊຸກຍູ້ການຜະລິດສິນຄ້າກະສິກຳຂອງລາວ ເພື່ອສົ່ງ ອອກໄປຍັງຈີນ ແລະປະເທດໃນເຂດລຸ່ມແມ່ນໍ້າຂອງເພີ້ມຂຶ້ນອີກດ້ວຍ. ທັງນີ້ ລັດຖະບານລາວ ຈະສົ່ງເສີມ ການລົງທຶນໃນການຜະລິດສິນຄ້າກະສິກຳໃຫ້ຂະຫຍາຍຕົວເພີ້ມຂຶ້ນ 2.7 ເປີເຊັນ ຕໍ່ປີໂດຍສະເພາະແມ່ນພື້ນທີ່ຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນນັ້ນ.
ທັງນີ້ຄາດວ່າຈະມີສິນຄ້າກະສິກຳຈາກແຂວງຫຼວງນໍ້າທາສົ່ງໄປຈີນ 1,651,830 ໂຕນ, ແຂວງຜົ້ງສາລີ 248,455 ໂຕນ, ແຂວງໄຊຍະບູລີ 195,650 ໂຕນ, ແຂວງອຸດົມໄຊ 88,873 ໂຕນ ກັບແຂວງຫຼວງ ພະບາງອີກເກີນກວ່າ 24,586 ໂຕນ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະຄາດວ່າ ຈະເພີ້ມຂຶ້ນອີກ 1 ເທົ່າໃນ 6 ເດືອນທ້າຍປີ 2022 ຖ້າບໍ່ມີບັນຫາຊັກຊ້າໃນການຂົນສົ່ງຈາກມາດຕະການສະກັດກັ້ນ ໂຄວິດ-19 ຂອງລັດຖະບານຈີນ.
ທາງການລາວກັບຈີນ ໄດ້ຕົກລົງຮ່ວມມືດ້ານການຄ້າຜົນຜະລິດກະສິກຳລະຫວ່າງ 2 ປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ຊຶ່ງໃນດ້ານນຶ່ງ ກໍເຮັດໃຫ້ລາວ ສາມາດສົ່ງສິນຄ້າກະສິກຳ ໄປຍັງຈີນໄດ້ເພີ້ມຂຶ້ນນັບມື້ ຫາກແຕ່ ໃນ ອີກດ້ານນຶ່ງ ກໍເຮັດໃຫ້ບັນດາບໍລິສັດຈາກຈີນ ໄດ້ພາກັນຫລັ່ງໄຫຼເຂົ້າມາລົງທຶນໃນພາກກະສິກຳໃນລາວ ເພີ້ມ ຂຶ້ນຢ່າງຕໍ່ເນື່ອງເຊັ່ນກັນ ເພາະວ່າ ການຜະລິດກະສິກຳສ່ວນຫຼາຍໃນລາວຍັງບໍ່ໄດ້ມາດຕະຖານຕາມຄວາມ ຕ້ອງການຂອງຕະຫຼາດໃນປະເທດຈີນ.
ໂດຍຫລ້າສຸດ ບໍລິສັດ AIDC Lao ຈຳກັດ ກັບບໍລິສັດ Zhengzhou ອຸດສາຫະກຳສະບຽງອາຫານຈຳກັດ ຈາກຈີນ ກໍໄດ້ຕົກລົງຮ່ວມມືດຳເນີນການຈັດຊື້ສິນຄ້າປຸງແຕ່ງກະສິກຳໃນລາວ ເພື່ອສົ່ງອອກໄປຍັງຈີນ ເພີ້ມຂຶ້ນ ໂດຍສິນຄ້າ ປຸງແຕ່ງກະສິກຳທີ່ຈີນຕ້ອງການນຳເຂົ້າຈາກລາວ ຕາມການຕົກລົງຄັ້ງນີ້ ປະກອບມີ 9 ຊະນິດ ກໍຄືຖົ່ວດິນ ຖົ່ວເຫຼືອງ ແປ້ງມັນຕົ້ນ ກ້ວຍຫອມ ນໍ້າຕານ ໝາກມ່ວງ ໝາກມ່ວງຫິມະພານ ທຸລຽນ ແລະຊີ້ນງົວແຊ່ແຂງ ທີ່ຄິດເປັນມູນ ຄ່າລວມ 1,500 ລ້ານໂດລາ ໃນປີ 2021-2025 ໂດຍຄາດວ່າ ຈະສ້າງວຽກງານ ແລະລາຍໄດ້ໃຫ້ກະສິກອນລາວ ຫຼາຍກວ່າ 1 ແສນຄອບຄົວທີ່ຢູ່ຕາມແລວທາງລົດໄຟ ລາວ-ຈີນ ສ່ວນການຮ່ວມມືລະຫວ່າງ ກອງທັບປະຊາຊົນ ລາວກັບບໍລິສັດສາງຈຽງການລົງທຶນຈາກຈີນໃນການ ສ້າງຕັ້ງບໍລິສັດຮ່ວມທຶນກະສິກຳຄົບວົງຈອນໃນມູນຄ່າ 300 ລ້ານໂດລາ ເພື່ອດຳເນີນກິດຈະການ 30 ປີ ທີ່ຕໍ່ສັນຍາໄດ້ 2 ຄັ້ງໆລະ 30 ປີນັ້ນ ກໍແນ່ໃສ່ການຜະລິດ ແລະສົ່ງງົວ ໄປຈີນ ໃຫ້ໄດ້ເຖິງ 4 ແສນໂຕ ກໍຄື 80 ເປີເຊັນຂອງໂຄຕາທັງໝົດ ທີ່ລັດຖະບານຈີນ ໄດ້ຕົກລົງຮັບຊື້ງົວຈາກລາວ ຈຳນວນ 5 ແສນໂຕ ໃນແຕ່ລະປີນັ້ນເອງ.