ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຂໍຮ້ອງ ໃຫ້ພົນລະເມືອງຂອງຕົນ ອອກໄປຈາກເມືອງຢູ່ຊາຍແດນມຽນມາ ໂດຍອ້າງເຫດ​ຜົນຄວາມປອດໄພ


ແຟ້ມພາບ - ພາບຖ່າຍເມື່ອວັນທີ 9 ທັນວາ 2023 ນີ້, ສະແດງໃຫ້ເຫັນ ສະມາຊິກທະຫານແມ່ຍິງຂອງກອງກຳລັງ ປ້ອງກັນປະຊາຊົນມັນດາເລ (MDY-PDF) ຢືນຍາມຄ້າຍຂອງພວກເຂົາເຈົ້າຢູ່ໃນປ່າໃກ້ກັບເມືອງນາມສານ ໃນເຂດລັດສານ ທາງພາກເໜືອຂອງມຽນມາ.
ແຟ້ມພາບ - ພາບຖ່າຍເມື່ອວັນທີ 9 ທັນວາ 2023 ນີ້, ສະແດງໃຫ້ເຫັນ ສະມາຊິກທະຫານແມ່ຍິງຂອງກອງກຳລັງ ປ້ອງກັນປະຊາຊົນມັນດາເລ (MDY-PDF) ຢືນຍາມຄ້າຍຂອງພວກເຂົາເຈົ້າຢູ່ໃນປ່າໃກ້ກັບເມືອງນາມສານ ໃນເຂດລັດສານ ທາງພາກເໜືອຂອງມຽນມາ.

ສະຖານທູດຈີນປະຈຳມຽນມາ ໃນວັນພະຫັດນີ້ ໄດ້ຂໍຮ້ອງໃຫ້ພົນລະເມືອງຂອງຕົນ ອອກໄປຈາກເມືອງທາງພາກເໜືອ ຢູ່ຕາມຊາຍແດນຕິດກັບປະເທດອື່ນໆ ໂດຍອ້າງເຖິງຄວາມສ່ຽງດ້ານຄວາມປອດໄພທີ່ເພີ້ມສູງຂຶ້ນຂະນະທີ່ຊົນເຜົ່າກຸ່ມນ້ອຍຕິດອາ​ວຸດຕ່າງໆ ກຳລັງສູ້ລົບກັບລັດຖະບານທະຫານຢູ່ນັ້ນ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ການປະທະກັນຫຼາຍຄັ້ງໄດ້ຮຸນແຮງຂຶ້ນນັບຕັ້ງແຕ່ເດືອນຕຸລາ ຢູ່ທົ່ວລັດສານທາງພາກເໜືອຂອງປະເທດ ຫຼັງຈາກກອງທັບອາຣາຄານ ຫຼື AA, ກອງທັບພັນທະມິດເພື່ອປະຊາທິປະໄຕແຫ່ງຊາດມຽນມາ ຫຼື MNDAA ແລະກອງທັບປົດປ່ອຍແຫ່ງຊາດ ຕາອັງ ຫຼື TNLA ໄດ້ເລີ້ມການບຸກໂຈມຕີ ຕໍ່ຕ້ານກອງທັບມຽນມາ.

ກຸ່ມເຫຼົ່ານັ້ນ ໄດ້ຢຶດຫົວເມືອງຕ່າງໆຈຳນວນນຶ່ງ ແລະສູນກາງການຄ້າທີ່ສຳຄັນ ຕິດກັບຊາຍແດນຈີນ ໃນສິ່ງທີ່ບັນດານັກວິເຄາະກ່າວວ່າ ເປັນການທ້າທາຍດ້ານການທະຫານທີ່ໃຫຍ່ສຸດຕໍ່ລັດຖະບານທະຫານຂອງມຽນມານັບຕັ້ງແຕ່ໄດ້ເຂົ້າຢຶດອຳນາດ ໃນປີ 2021.

ກຸ່ມ MNDAA ໄດ້ປະຕິຍານທີ່ຈະຢຶດເອົາເມືອງ ລາວກາຍ (Laukhai) ຄືນມາ ທີ່ຕັ້ງຢູ່ໃນເຂດຊາຍແດນຕິດກັບຈີນ ທີ່ຄຸ້ມຄອງໂດຍພວກທະຫານບ້ານທີ່ຕິດພັນກັບກອງທັບມຽນມາ ແລະມີຊື່ສຽງດ້ານການພະນັນ ໂສເພນີ ແລະການຕົົວະຕົ້ມຫຼອກລວງທາງອິນເຕີເນັດ.

“ບັນຫາຂັດແຍ້ງທັງຫຼາຍໃນເມືອງລາວກາຍ ຂອງຂົງເຂດໂກກັງທາງພາກເໜືອຂອງມຽນມາ ຍັງມີຢູ່ຕໍ່ເນື່ອງ ແລະມີຄວາມສ່ຽງດ້ານຄວາມປອດໄພຕ່າງໆ ໄດ້ທະວີຂຶ້ນສຳລັບພວກຄົນທີ່ຕິດຄ້າງຢູ່ທີ່ແຫ່ງນັ້ນ” ສະຖານທູດຈີນ ໄດ້ກ່າວຢູ່ໃນບັນຊີ ວີແຊັຕ (WeChat) ຂອງຕົນ.

ສະຖານທູດ ກ່າວອີກວ່າ “ສະຖານທູດຂອງຈີນໃນມຽນມາ​ຂໍຢ້ຳເຕືອນອີກເທື່ອນຶ່ງ ຕໍ່ພົນລະເມືອງຈີນ ໃນເມືອງລາວກາຍ ໃຫ້ຍົກຍ້າຍອອກ ໄວທີ່ສຸດເທົ່າທີ່ເປັນໄປໄດ້.”

China's embassy in Myanmar on Thursday asked its citizens to leave a northern district along the countries' shared border, citing heightened security risks as ethnic minority armed groups battle the junta.

Clashes have raged since October across Myanmar's northern Shan state after the Arakan Army (AA), the Myanmar National Democratic Alliance Army (MNDAA) and the Ta'ang National Liberation Army (TNLA) launched an offensive against the military.

The groups have seized several towns and border hubs vital for trade with China in what analysts say is the biggest military challenge to the junta since it seized power in 2021.

The MNDAA has vowed to recapture Laukkai town, located in a district bordering China that is run by a military-aligned militia and notorious for gambling, prostitution and online scams.

"The conflicts in Laukkai district of Kokang, northern Myanmar continue, and safety risks have escalated for people stranded there," the embassy said on its WeChat account.

"The Chinese Embassy in Myanmar once again reminds Chinese citizens in Laukkai district to evacuate as soon as possible."

XS
SM
MD
LG