ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນຮ້ອງຂໍ ຄວາມເຂົ້າໃຈ ຈາກນາໆຊາດ ໃນການຕໍ່ສູ້ ກັບ ພວກກໍ່ການຮ້າຍ (ວີດີໂອ)


CHINA TERRORISM
please wait
Embed

No media source currently available

0:00 0:00:53 0:00
ຈີນຮຽກຮ້ອງຕໍ່ປະຊາຄົມນາໆຊາດ ເພື່ອ “ຂໍຄວາມເຂົ້າໃຈ
ແລະໃຫ້ການສະໜັບສະໜູນເພີ້ມຕື່ມ”
ໃນອັນທີ່ຈີນເອີ້ນ
ວ່າ ການຕໍ່ສູ້ກັບພວກກໍ່ການຮ້າຍນັ້ນ.

ການຮຽກຮ້ອງດັ່ງກ່າວ ມີຂຶ້ນຫຼັງຈາກທີ່​ໄດ້ມີການໂຈມຕີ
ດ້ວຍພວກຄົນຮ້າຍທີ່ປິດໜ້າ ແລະມີງ້າວເປັນອາວຸດ ທີ່ໄດ້
ສັງຫານ 29 ຄົນແລະບາດເຈັບຫຼາຍກວ່າ 130 ຄົນນັ້ນ
ຢູ່ສະຖານີລົດໄຟແຫ່ງນຶ່ງ ທີ່ເມືອງຄຸນໝິງ ທາງພາກຕາເວັນ
ຕົກສຽງ​ໃຕ້ຂອງປະເທດ ໃນວັນເສົາຜ່ານມານີ້.

ສະພາປະຊາຊົນແຫ່ງຊາດຂອງຈີນຈະເປີດກອງປະຊຸມ ໃນວັນ
ພຸດມື້ອື່ນນີ້ທ່າມກາງການຮັກສາຄວາມປອດໄພຢ່າງໜາແໜ້ນ ໃນກຸງປັກກິ່ງ.

ທ່ານນາງ Fu Ying ໂຄສົກສະພາປະຊາຊົນແຫ່ງຊາດຂອງຈີນ ໄດ້ຮຽກຮ້ອງຂໍຄວາມ
ເຂົ້າໃຈຈາກປະຊາຄົມນາໆຊາດ. ທ່ານນາງ Fu ກ່າວ​ວ່າ “ພວກກໍ່ການຮ້າຍນັ້ນ​
ແມ່ນ​ບໍ່​ມີ​ພົມ​ແດນ ຂອບ​ເຂດປະ​ເທດ. ພວກ​ເຮົາ​ປາດຖະໜາ​ແລະ​ຄາດຫວັງວ່າ
​ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ ທີ່​ຈະ​ທັບ​ມ້າງພວກກໍ່ການຮ້າຍ​ ຈະ​ໄດ້ຮັບ​
ຄວາມ​ເຂົ້າ​ໃຈ​ ແລະ​ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມນາໆ​ຊາດ ​ໃນ​ອະນາ​ຄົດ.”


ກຸງປັກກິ່ງ ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີ​ນີ້ ໃສ່ພວກ​ຫົວ​ຮຸນ​ແຮງ​ຈາກ​ເຂດ ​Xinjiang ທາງ
ພາກຕາ​ເວັນ​ຕົກ​ສຽງ​ເໜືອຂອງປະເທດ ບ່ອນ​ທີ່ຜູ້​ຄົນ​ສ່ວນ​ໃຫຍ່​ ​ເປັນພວກຊົນກຸ່ມ
ນ້ອຍ ​ຊາວ​ມຸສລິ​ມ ເຜົ່າ Uighur ທີ່​ຈົ່ມ​ທຸກ​ວ່າ​ ​ໄດ້​ຮັບ​ການ​ກີດ​ກັນ​ແລະ​ກົດ​ຂີ່​ ຈາກ​
ທາງ​ລັດຖະບານ​ຈີນ​ນັ້ນ.

ຄວາມ​ບໍ່​ສະ​ງົບ​ທີ່​ພົວພັນ​ກັບ​ຊາວ​ Uighur ນັ້ນ​ ບໍ່​ແມ່ນ​ເລື່ອງ​ທີ່ແປກ ​ໃນ​ເຂດ Xinjiang.

ລັດຖະບານ​ຈີນ ນັບເປັນ​ເວລາຫລາຍໆປີແລ້ວ ແມ່ນ​ໄດ້​ລະບຸໃນທັນທີວ່າ ການກໍ່ຄວາມ
ຮຸນ ແຮງໃດໆກໍຕາມ​ ແມ່ນແຕ່ຄວາມວຸ້ນວາຍຢູ່​ຕາມ​ຖະໜົນຫົນທາງ ຫຼື​ການ​ຍິງ​ກັນ​ກາງ
​ແຈ້ງ​ໃນ​ລະຫວ່າງທີ່​ພວກ​ຕຳຫຼວດບຸກເຂົ້າໄປກວດຄົ້ນນັ້ນ ​ເປັນ​ການ​ໂຈມຕີຂອງພວກກໍ່​
ການ​ຮ້າຍ.
XS
SM
MD
LG