ໂຄງການເຂື່ອນໄຟຟ້າໃນຈີນ ແລະລາວ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຢູ່ໃນລຸ່ມນ້ຳຂອງຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນຜົນກະທົບຕໍ່ການປະມົງໃນລາວ ແລະກຳປູເຈຍນັ້ນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານ ອຽນ ແບດ (Ian Baird) ສາສະດາຈານດ້ານພູມສາດ ມະຫາວິທະຍາໄລ ວິສຄອນຊິນ ແມດີສັນ ທີ່ໄດ້ສຶກສາ ວິໄຈກ່ຽວກັບຜົນກະທົບຈາກໂຄງການເຂື່ອນໄຟຟ້າໃນລຸ່ມແມ່ນ້ຳຂອງ ເປັນເວລາທີ່ຍາວນານກວ່າ 10 ປີ ໃຫ້ການຢືນຢັນວ່າ ໂຄງການເຂື່ອນເທິງແລວແມ່ນ້ຳຂອງໃນຈີນ ແລະໂຄງການເຂື່ອນໄຟຟ້າຕ່າງໆໃນລາວ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຕອນ ລຸ່ມຂອງແມ່ນ້ຳຂອງຮຸນແຮງຂຶ້ນນັບມື້ ໂດຍສະເພາະແມ່ນເຂດຊາຍແດນລາວກັບກຳປູເຈຍທີ່ສີ່ພັນດອນ-ຄອນພະເພັງນັ້ນຄືເຂດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ເພາະວ່າ ປະລິມານນ້ຳແລະລະດັບນ້ຳບໍ່ເປັນໄປຕາມລະດູການ ໂດຍມີສາເຫດມາຈາກການປ່ອຍນ້ຳຈາກເຂື່ອນຕ່າງໆໃນຈີນ ແລະລາວ ຊຶ່ງເຮັດໃຫ້ລະ ດັບນ້ຳທີ່ສູງເກີນປົກກະຕິ ຈຶ່ງສົ່ງຜົນກະທົບຕໍ່ສັດນ້ຳແລະພືດທີ່ເປັນແຫລ່ງອາຫານຂອງສັດນ້ຳດ້ວຍ ດັ່ງທີ່ທ່ານອຽນ ແບດ ໄດ້ໃຫ້ການອະທິບາຍວ່າ:
“ເປັນຫຍັງ ນໍ້າ ມັນຫຼາຍກວ່າເກົ່າ ມັນສິເປັນການປ່ຽນແປງຂອງອາກາດບໍ່ ໂລກຮ້ອນບໍ່ ຫຼືສິເປັນຍ້ອນໂຕນີ້ບໍ່ ມັນບໍ່ແມ່ນເດີ້ ມັນຍ້ອນເຂື່ອນໄຟຟ້າ ທີ່ຕັ້ງຢູ່ໃນປະ ເທດຈີນ ແລ້ວກະສ່ວນນຶ່ງຢູ່ ໃນປະເທດລາວ ຄືວ່າມັນສິມີເຂື່ອນຂະໜາດໃຫຍ່ Nuozhadu ອັນນີ້ເຂື່ອນນຶ່ງ ແລ້ວກະມີ Xiaowan ນີ້ທີ່ສາມາດເກັບນ້ຳຈຳນວນຫຼາຍ ແລ້ວກະສິມີເຂື່ອນຂະໜາດໃຫຍ່ຢູ່ໃນລາວ ນ້ຳເທີນ-2 ສາມາດເກັບນ້ຳໄດ້ໃນລະດູຝົນມາປ່ອຍໃນລະດູແລ້ງ ຊາວບ້ານອະທິບາຍວ່າ ນ້ຳສູງກວ່າເກົ່າລະຫວ່າງແມັດ 1 ຫາ 2 ແມັດ.”
ທາງດ້ານຜູ້ປະສານງານງານໃນຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ເປີດ ເຜີຍວ່າ ຄະນະຜູ້ແທນຂອງໄທ ໄດ້ສະເໜີໃຫ້ມີການສຶກສາວິໄຈເພື່ອການປ້ອງກັນຜົນກະທົບແບບຂ້າມພົມແດນໃນທຸກໂຄງການກໍ່ສ້າງເຂື່ອນເທິງແລວແມ່ນ້ຳຂອງ ທີ່ຈະນຳສະເໜີເຂົ້າສູ່ຂະບວນການປຶກສາຫາລືຮ່ວມກັນລະຫວ່າງປະເທດສະມາຊິກຂອງຄະນະກຳມາທິການແມ່ນ້ຳຂອງ (MRC) ກ່ອນທີ່ຈະລົງມືກໍ່ສ້າງຕົວຈິງ ແຕ່ວ່າ ຄະນະຜູ້ແທານຂອງລັດຖະບານລາວ ຍັງບໍ່ເຫັນດ້ວຍແລະສະເໜີໃຫ້ມີການເຈລະຈາໃນລາຍລະອຽດຢ່າງຮອບດ້ານເສຍກ່ອນ ຊຶ່ງການສະແດງທ່າທີດັ່ງກ່າວຂອງຄະນະຜູ້ແທນລັດຖະບານລາວ ກໍເພາະຢ້ານວ່າ ຈະສົ່ງຜົນກະທົບເຖິງເຂື່ອນໄຟຟ້າເທິງແມ່ນ້ຳຂອງ.
11 ແຫ່ງໃນຈີນ ທີ່ເປັນຮຸ້ນສ່ວນຍຸດທະສາດຂອງລາວດ້ວຍ ໂດຍສະເພາະໃນສ່ວນກ່ຽວກັບປະລິມານນ້ຳ ແລະການລະບາຍນ້ຳ ຈາກເຂື່ອນເທິງແລວນ້ຳຂອງ ທັງ 11 ໂຄງການໃນຈີນນັນ ດັ່ງທີ່ຜູ້ປະສານງານໃນຄະນະກຳມະການແມ່ນໍ້າຂອງແຫ່ງຊາດໄທ ໃຫ້ການຢືນຢັນວ່າ:
“ສິ່ງທີ່ເຮົາຕ້ອງການ ຄືລະບົບການບໍລິຫານ-ຈັດການ ທີ່ມັນເປັນທຳມາພິບານ ທີ່ມັນຮັບຜິດຊອບວ່າ ຊ່ວງໃດ? ນ້ຳຄວນຈະຫຼາກຖ້ວມຕາມທຳມະຊາດ ຊ່ວງໃດ? ນ້ຳຄວນຈະແຫ້ງຕາມລະດູການ ເຫຼົ່ານີ້ ຈະຕ້ອງຖືກນຳມາຍົກຂຶ້ນມາເວົ້າວ່າ ແລ້ວກໍນຳມາສູ່ການແກ້ໄຂບັນຫາ ຢ່າງທີ 1 ເຮົາຕ້ອງເລີກມອງວ່າ ນີ້ຄືຄອງສົ່ງນ້ຳ ຫຼືກ໊ອກນ້ຳ ທີ່ຈະມີປະຕູນ້ຳຢູ່ຂ້າງເທິງ ແລ້ວກໍກົດວ່າ ຈະໃຫ້ມັນໄຫລມາເທົ່າໃດ? ແຕ່ວ່າມັນຄື ລະບົບນິເວດ ທີ່ມັນບໍ່ແມ່ນແຕ່ພຽງແລວນ້ຳ ແຕ່ມັນໝາຍເຖິງໃຫ້ການມີສ່ວນຮ່ວມກັບພາກປະຊາຊົນ ແລ້ວກໍເຮົາຈະບໍລິຫານຈັດການຊັບພະຍາກອນຮ່ວມຢ່າງໃດ? ໃຫ້ເຮົາຢູ່ນຳກັນຢ່າງຜາສຸກ.”
ສ່ວນຜູ້ປະສານງານເຄືອຂ່າຍພາກປະຊາສັງຄົມແລະແມ່ນ້ຳເພື່ອຊີວິດ ຢືນຢັນວ່າ ອົງການເພື່ອການພັດທະນາສາກົນແຫ່ງອາເມຣິກາ (USAID) ຕົກລົງໃຫ້ການສະໜັບສະໜຸນເງິນທຶນ ຄິດເປັນມູນຄ່າ 10 ລ້ານ 6 ແສນໂດລາ ສຳລັບໂຄງການປົກປ້ອງແມ່ນ້ຳຂອງ (Mekong Safeguards) ໃນເຂດພາກເໜືອຂອງປະເທດໄທ ເມື່ອບໍ່ດົນມານີ້ ໂດຍຖືເປັນບາດກ້າວສຳຄັນທີ່ຈະສົ່ງຜົນດີຕໍ່ປະຊາຊົນທີ່ຢູ່ໃນລຸ່ມແມ່ນ້ຳຂອງ ເພາະໂຄງການໃຫ້ຄວາມສຳຄັນໃນການເສີມສ້າງບົດບາດການມີສ່ວນຮ່ວມຂອງພາກປະຊາສັງຄົມເພື່ອການອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງເປັນດ້ານຫຼັກ ເຊັ່ນ ການສົ່ງເສີມບົດບາດສະຕີເພື່ອການອະນຸລັກ ແລະໃຊ້ປະໂຫຍດຈາກແມ່ນ້ຳຂອງຢ່າງຍືນຍົງ ຂະນະທີ່ໂຄງການພັດທະນາອື່ນໆທີ່ຜ່ານມານັ້ນ ເປັນການຮ່ວມມືລະຫວ່າງພາກລັດເທົ່ານັ້ນ ແຕ່ກໍໄດ້ສ້າງຜົນກະທົບຢ່າງກວ້າງຂວາງ ຊຶ່ງຖືກກະທົບຈາກເຂື່ອນແລະເຮັດໃຫ້ສິ່ງແວດລ້ອມທຳມະຊາດປ່ຽນໄປຢ່າງສິ້ນເຊີງນັ້ນ.