ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນພະຍາຍາມປັບປຸງ ພາບພົດຂອງຕົນ ໃນອາຟຣິກາ ໃຫ້ດີຂຶ້ນ (ວີດິໂອ)


ປະທານປະເທດຈີນຄົນໃໝ່ ທ່ານ ຊີ ຈິນຝິງ ຂະນະຢ້ຽມຢາມ ຂົງເຂດອາຟຣິກາ
ປະທານປະເທດຈີນຄົນໃໝ່ ທ່ານ ຊີ ຈິນຝິງ ຂະນະຢ້ຽມຢາມ ຂົງເຂດອາຟຣິກາ
ກິດຈະກໍາຕ່າງໆຂອງຈີນຢູ່ໃນຂົງເຂດອາຟຣິກາ ແມ່ນໄດ້ຕົກ
​ເປັນ​ເປົ້າ​ຂອງ​ການ​ວິພາກ​ວິຈານ​ ແລະຕໍາໜິຕິຕຽນມາ​ເປັນ
​ເວລາດົນນານແລ້ວ ກໍຄືການທີ່ຈີນ​ໃຫ້ການສະໜັບສະໜຸນ​ແກ່
ບັນດາຜູ້ນໍາ ທີ່​ເປັນ​ຫົວ​ຂໍ້ຂັດແຍ້ງກັນ ຢູ່​ໃນທະວີບອາຟຣິກາ
ບວກກັບຄວາມກະຫາຍຊັບພະຍາກອນຢ່າງຫຼວງຫຼາຍ ຂອງ​
ຈີນນັ້ນພາ​ໃຫ້ບາງ​ຄົນຕັ້ງຄໍາຖາມຂຶ້ນມາ ກ່ຽວ​ກັບເຈດຕະນາ
ຂອງຈີນ ແຕ່ຕາມທີ່ ບິລໄອດ໌ ຜູ້ສື່ຂ່າວວີໂອເອ ລາຍງານມາ
ຈາກປັກກິ່ງນັ້ນ ກໍແມ່ນວ່າ ການປ່ຽນແປງຄວາມເຂົ້າໃຈດັ່ງ
ກ່າວ ເປັນຫົວຂໍ້ສໍາຄັນຂອງ ການຢ້ຽມຢາມຂົງເຂດອາຟຣິກາ
ຂອງປະທານປະ​ເທດຈີນ ທ່ານຊີ ຈີນ ຜິງ ໃນເດືອນແລ້ວນີ້. ທອງປານມີເລຶ່ອງນີ້ມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

China Works to Improve Image in Africa
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ

ຂໍ້ຄວາມທີ່ສໍາຄັນຢ່າງນຶ່ງ ທີ່ປະທານປະເທດຈີນ ທ່ານ ຊີ ຈິນຜິງ ນໍາໄປຝາກບອກ​ຊາວ​
ອາ​ຟຣິກາ ໃນການໄປຢ້ຽມຢາມຂົງເຂດດັ່ງກ່າວນັ້ນ ກໍຄືວ່າຈີນແລະອາຟຣິກາແມ່ນມີ
ຄວາມສະເໝີພາບກັນ. ທ່ານປະທານ ຊີ ຈິນຜິງ ຍັງເວົ້າອີກວ່າຄວາມ​ເຕັມ​ໃຈຂອງປັກ
ກິ່ງ​ໃນ​ການສະໜອງການຊ່ວຍເຫຼືອ​ໃຫ້​ແກ່​ອາ​ຟຣິກາໂດຍບໍ່ມີເງື່ອນໄຂທາງການເມືອງ
ໃດໆ ເລີຍນັ້ນ ​ແມ່ນ​ຈະ ດໍາ​ເນີນ​ສືບ​ຕໍ່​ໄປ.

ທ່ານ Adams Bodomo ອາຈານສອນ ທີ່ມະຫາວິທະຍາໄລຮົງ​ກົງ ຫຼື University of Hongkong ເວົ້າວ່າ ມາ​ຮອດປັດຈຸບັນ ທ່ານ ຊີ ແມ່ນໄດ້​ໃຊ້ຄໍາ​ເວົ້າທີ່​ຖືກຕ້ອງ​ເໝາະ​ສົມ ກ່ຽວກັບຄວາມສໍາພັນກັນນັ້ນ. ທ່ານ ໂບໂດໂມ ເວົ້າວ່າ:

“ພວກຄໍາ​ເວົ້າຕ່າງໆ ເຊັ່ນ ພະລາດອນພາບ, ເອກກະລາດ, ພວກເຮົາຈະ
ເຄົາລົບນັບຖື
ຄວາມຄົບ​ຖ້ວນສົມບູນແລະອະທິປະໄຕຂອງທ່ານ.. ຄໍາເວົ້າ
ເຫຼົ່ານີ້ແມ່ນສໍາຄັນຫຼາຍຕໍ່ຂົງເຂດອາຟຣິກາ
. ແຕກຕ່າງຈາກພາກສ່ວນອື່ນໆ
ຂອງໂລກ ບ່ອນທີ່ຜູ້ນໍາທັງຫຼາຍມາຢ້ຽມຢາມ ແລ້ວພາກັນເວົ້າວ່າ ອາຟຣິກາ
ຕ້ອງເຮັດແນວນັ້ນແນວນີ້
. ການໃຊ້ຄໍາວ່າ “ຕ້ອງເຮັດແນວນີ້” ມັນຄືວ່າບັງ
ຄັບກັນຫຼາຍກວ່າ.
​ແຕ່ທ່ານ ຊີ ໃຊ້ພາສາທີ່ຊາວອາຟຣິກາມັກ ເພາະວ່າມັນ
​ເຮັດ​ໃຫ້
ພວກເຂົາເຈົ້າຮູ້ສຶກວ່າ ຜູ້​ທີ່​ໃຊ້​ຄໍາ​ເວົ້າ​ນັ້ນ ເຄົາລົບນັບຖືພວກເຂົາ
ເຈົ້າ ເຫັນວ່າພວກເຂົາເຈົ້າເປັນ
ພາຄີ ທີ່ສະເໝີພາບກັນ. ນັ້ນຄືສິ່ງນຶ່ງທີ່
ຊາວອາຟຣິກາ
ມອງ​ຫາ.

ການຄ້າຂອງຈີນກັບຂົງເຂດອາຟຣິກາ ແມ່ນມີປະລິມານມະຫາສານ ຄືມີມູນຄ່າລວມທັງ
ໝົດ ປະມານ 200 ພັນລ້ານໂດລ່າ ສະເພາະ​ແຕ່ປີຜ່ານມາພຽງປີດຽວ ​ໂດຍ​ທີ່​ຈີນ​ເປັນ
ຝ່າຍ​ໄດ້​ປຽບ ຢ່າງຫລວງຫລາຍ.

ເມື່ອຕົ້ນເດືອນ​ແລ້ວນີ້ ຜູ້ວ່າທະນາຄານກາງຂອງໄນຈີເຣຍ ໄດ້ເຕືອນບັນດາປະເທດອາ
ຟຣິກາທັງຫຼາຍ ຈົ່ງປະຖິ້ມທັດສະນະທີ່ອອນຊອນຮັກແພງຈີນນັ້ນໄດ້ແລ້ວ ໂດຍກ່າວວ່າ
ຈີນເປັນຄູ່ແຂ່ງ ຫຼາຍເທົ່າໆກັບເປັນພາຄີ.

ທ່ານ ຊີ ຮູ້ດີເຖິງຄວາມເຂົ້າໃຈເຊັ່ນນັ້ນ ແລະໄດ້ກ່າວ​ເຖິງ​ເລື້ອງ​ນີ້ ໃນລະຫວ່າງການ
ກ່າວຄໍາປາໄສທີ່ສໍາຄັນ ຢູ່ປະເທດແທນຊາເນຍ ກ່ຽວກັບນະໂຍບາຍຂອງຈີນຕໍ່ຂົງເຂດ ອາຟຣິການັ້ນ. ປະທານ ຊີ ຈິນຜິງ ເວົ້າວ່າ:

“ເວລາສະແຫວງຫາການພັດທະນາຂອງຕົນເອງນັ້ນ ຍາມໃດຈີນກໍໄດ້
ສະ
​ເໜີ​ໃຫ້ການຊ່ວຍເຫຼືອແລະການສະໜັບສະໜຸນຕໍ່ປະຊາຊົນອາຟຣິ
ກາ
ເທົ່າທີ່ຈະເຮັດໄດ້. ໂດຍສະເພາະໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ຈີນໄດ້ຍົກລະດັບຄວາມພະຍາຍາມຂອງຕົນ ເພື່ອຊ່ວຍເຫຼືອແລະໃຫ້
ການຮ່ວມມືກັບອາຟຣິກາ
ນັ້ນ​ ຫລາຍຂຶ້ນ. ​ແລະຈີນຈະປະຕິບັດາມ ຄວາມໝັ້ນໝາຍຂອງຕົນ ຕໍ່ຂົງເຂດອາຟຣິການັ້ນ ຢ່າງເຂັ້ມງວດ.”

ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ຈີນໄດ້ໃຫ້ຄໍາໝັ້ນສັນຍາ ຈະສະໜອງການເຝິກອົບລົມ
ແບບມືອາຊີບໃຫ້ປະຊາຊົນຫຼາຍໝື່ນຄົນ ຈະຊ່ວຍສ້າງສາຄວາມສາມາດດ້ານການຜະລິດ
ຂອງປະເທດອາຟຣິກາທັງຫຼາຍ ແລະມອບທຶນ ການສຶກສາ​ໃຫ້ຊາວອາຟຣິກາ ຢູ່ໃນຈີນ.

ນັກເສດຖະກິດ Aly-Khan Satchu ເວົ້າວ່າ ໃນຂະນະດຽວກັນ ບັນດາປະເທດໃນຂົງ ເຂດອາຟຣິກາ ກໍຈະຕ້ອງມີຄວາມສະຫຼາດສ່ອງໃສຫຼາຍຂຶ້ນ ກ່ຽວກັບວ່າພວກເຂົາເຈົ້າ ຢາກໄດ້ຫຍັງແດ່ ຈາກຈີນ. ທ່ານ Satchu ເວົ້າວ່າ:

“ບັນຫາກັບຂົງເຂດອາຟຣິກາ ກໍຄືວ່າ ບໍ່ມີໝາຍເລກໂທລະສັບ ເລກນຶ່ງ​ເລກ​
ດຽວ
ທີ່ຜູ້ນໍາຈີນຈະໂທເວົ້າກັບອາຟຣິກາ ​ເພາະວ່າມັນມີຫຼາຍໆປະ​ເທດ ບໍ່ມີຕູ້ສົ່ງຈົດໝາຍບ່ອນນຶ່ງບ່ອນ​ດຽວ. ສະນັ້ນ ໃນຫຼາຍຮູານແລ້ວ ພວກ ເຮົາແມ່ນມີຄວາມຫຼາກຫຼາຍ ຫຼາຍເກີນໄປ. ພວກເຮົາຕ້ອງທ້ອມໂຮມກັນ ເຂົ້າໃຈໃນສິ່ງທີ່ພວກເຮົາຕ້ອງການຈາກຈີນ ແລ້ວກໍໄປເຈລະຈາກັບພວກ
ເຂົາເຈົ້າ
ດ້ວຍສຽງດຽວກັນ. ຂ້າພະເຈົ້າຄິດວ່າ ນັ້ນກໍໜ້າຈະມີປະໂຫຍດ
ຫຼາຍ ແລະ
ເປັນສິ່ງນຶ່ງທີ່ພວກເຮົາຄວນຈະສຶກສາເບິ່ງ ເພື່ອປະຕິບັດ.”

ບັນດານັກວິເຄາະເວົ້າວ່າ ເຖິງແມ່ນວ່າ ຄວາມສ່ຽງຍັງມີຢູ່ກໍຕາມ ແຕ່ກໍມີທາງນຶ່ງທີ່ຈີນ ແຕກຕ່າງໄປຈາກພວກອໍານາດລ່າຫົວເມືອງຂຶ້ນ ໃນເມື່ອກ່ອນນັ້ນກໍຄື ຄວາມພະຍາຍາມ
ຂອງຈີນເພື່ອສ້າງສາໂຄງລ່າງພື້ນຖານຂອງທະວີບອາຟຣິກາ ແລະກໍ​ບໍ່​ແມ່ນ​ແຕ່​ພຽງ​ເທົ່າ​
ນັ້ນ. ຈີນເວົ້າວ່າ ຕົນຈະສະໜອງສິນເຊື່ອ ​ໃນ​ຈໍານວນ 20 ພັນລ້ານໂດລ່າ ແກ່ຂົງເຂດ
ອາຟຣິກາ ສໍາລັບໄລຍະສາມປີຕໍ່ໜ້ານີ້.

ວີດິໂອ: ຊາວຈີນພາກັນໄປເຮັດວຽກ ໃນອາຟຣິກາຫລາຍຂຶ້ນ ເພື່ອຫາເງິນ:

Chinese Pursue Volunteer Opportunities in Africa
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ
XS
SM
MD
LG