ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວຫາວໍຊິງຕັນວ່າ ມີການສອດແນມທາງໄຊເບີ້ ​ຢູ່ມະຫາວິທະຍາໄລ


ພາບທີ່ຖ່າຍຈາກເວັບໄຊຂອງມະຫາວິທະຍາໄລນີ້ ແມ່ນພາບຂອງມະຫາວິທະຍາໄລ ນອດທ໌ເວັສເທິນ ໂພລີເທັກນິກ.
ພາບທີ່ຖ່າຍຈາກເວັບໄຊຂອງມະຫາວິທະຍາໄລນີ້ ແມ່ນພາບຂອງມະຫາວິທະຍາໄລ ນອດທ໌ເວັສເທິນ ໂພລີເທັກນິກ.

ຈີນ ກໍາລັງກ່າວຫາວໍຊິງຕັນ ກ່ຽວກັບການລັກເຈາະ​ຂໍ້​ມູນໃນລະບົບຄອມພິວເຕີ ຢູ່ທີ່ມະຫາວິທະຍາໄລ ທີ່ເຈົ້າ​ໜ້າ​ທີ່ສະຫະລັດກ່າວວ່າດໍາເນີນການຄົ້ນຄວ້າທາງທະຫານ, ເຊິ່ງໄດ້ເຮັດໃຫ້ມີການຮ້ອງຮຽນ ໂດຍຖະບານທັງສອງ ກ່ຽວກັບການສອດແນມທາງອອນລາຍເຊິ່ງກັນແລະກັນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າວ​ເອ​ພີ.

ສູນກາງການຮັບມືສຸກເສີນ ກ່ຽວກັບໄວຣັສທາງຄອມພິວເຕີແຫ່ງຊາດ ຂອງ​ຈີນກ່າວວ່າ ມະຫາວິທະຍາໄລນອດທ໌ເວັສເທິນ ໂພລີເທັກນິກ (Northwestern Polytechnic) ໄດ້ລາຍງານການລັກເຈາະຂໍ້ມູນດັ່ງກ່າວໃນເດືອນມິຖຸນາ. ທາງສູນກາງກ່າວວ່າ ພວກເຂົາເຈົ້າໄດ້ຖືກຕິດຕາມໄປຮອດໜ່ວຍງານຄວາມໝັ້ນຄົງແຫ່ງຊາດ, ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆເພີ້ມເຕີມວ່າ ການດໍາເນີນການດັ່ງກ່າວນັ້ນເປັນໄປແນວໃດ.

ສະຫະລັດ ແລະ ຈີນ ລວມທັງ ຣັດເຊຍ, ຖືເປັນຜູ້ນໍາໃນການຄົ້ນຄວ້າກ່ຽວກັບດ້ານໄຊເບີ້. ວໍຊິງຕັນກ່າວຫາປັກກິ່ງວ່າ ນໍາໃຊ້ຄວາມອາດສາມາດຂອງຕົນໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອລັກເຈາະເອົາຄວາມລັບຕ່າງໆທາງດ້ານການຄ້າ.

ຈີນຕ້ອງຕິ ສະຫະລັດ ທີ່ເຂົ້າ​ໄປສອດແນມມະຫາວິທະຍາໄລ ແລະເປົ້າໝາຍ ອື່ນໆຢ່າງບໍ່ຖືກຕ້ອງ ແລະບໍ່ສົມຄວນ. ສະຖານທູດສະຫະລັດ ປະຈໍານະຄອນ ຫຼວງປັກກິ່ງ ບໍ່ໄດ້ສະແດງຄວາມຄິດເຫັນໃດໆກ່ຽວກັບເລື້ອງນີ້.

China is accusing Washington of breaking into computers at a university that U.S. officials say does military research, adding to complaints by both governments of rampant online spying against each other. The National Computer Virus Emergency Response Center said Northwestern Polytechnical University reported break-ins in June. The center said they were traced to the National Security Agency but gave no details of how that was done. China and the United States are, along with Russia, regarded as leaders in cyberwarfare research. Washington accuses Beijing of misusing its capabilities to steal commercial secrets. China complains the United States improperly spies on universities and other targets. The American Embassy in Beijing didn’t respond to a request for comment.

XS
SM
MD
LG