ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໗ ກັນຍາ ໒໐໒໔

ຟີລິບປິນ ແລະ ຈີນ ກ່າວຫາກັນ ລຸນຫຼັງການປະທະກັນລະຫວ່າງກໍາປັ່ນທັງສອງປະເທດ ໃນຂົງເຂດທະເລຈີນໃຕ້


ຮູບພາບທີ່ສະໜອງໃຫ້ໂດຍໜ່ວຍຍາມຝັ່ງຟີລິບປິນ, ສະແດງໃຫ້ເຫັນຄວາມເສຍຫາຍຂອງຫ້ອງເສີມ ທາງດ້ານຂ້າງ ໃກ້ກັບສ່ວນຂອງເຄື່ອງຈັກຂອງກໍາປັ່ນຍາມຝັ່ງຟີລິບປິນ BRP Bagacay ລຸນຫຼັງການປະທະກັນກັບກໍາປັ່ນຍາມຝັ່ງຂອງຈີນ ວັນທີ 19 ສິງຫາ 2024 ໃນຂົງເຂດທະເລຈີນໃຕ້.
ຮູບພາບທີ່ສະໜອງໃຫ້ໂດຍໜ່ວຍຍາມຝັ່ງຟີລິບປິນ, ສະແດງໃຫ້ເຫັນຄວາມເສຍຫາຍຂອງຫ້ອງເສີມ ທາງດ້ານຂ້າງ ໃກ້ກັບສ່ວນຂອງເຄື່ອງຈັກຂອງກໍາປັ່ນຍາມຝັ່ງຟີລິບປິນ BRP Bagacay ລຸນຫຼັງການປະທະກັນກັບກໍາປັ່ນຍາມຝັ່ງຂອງຈີນ ວັນທີ 19 ສິງຫາ 2024 ໃນຂົງເຂດທະເລຈີນໃຕ້.

ຟີ​ລິບ​ປິນ ​ແລະ ຈີນ ​ໄດ້​ກ່າວ​ຫາກັນ ແລະກັນ ​ໃນ​ວັນ​ຈັນ​ມື້​ນີ້ ​ກ່ຽວກັບ​ການ​ບຸກ​ໂຈມ​ຕີຂະບວນ​ກຳ​ປັ່ນ ​ແລະ ປະຕິບັດການ​ຊ້ອມ​ລົບ​ທີ່​ອັນຕະລາຍ​ຢູ່ຂົງເຂດ​ທະ​ເລ​ຈີນ​ໃຕ້, ເຊິ່ງ​ເປັນ​ເຫດການຮ້ອນແຮງ​ຄັ້ງ​ຫຼ້າ​ສຸດ ຫຼັງ​ຈາກ​ສອງ​ປະ​ເທດ​ໄດ້ທໍາການ​ຕົກລົງກັນ​ ​ເພື່ອ​ພະຍາຍາມ​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້​ງຢູ່ຂົງເຂດທະເລ ໃນເດືອນແລ້ວນີ້.

ໜ່ວຍຍາມຝັ່ງຂອງຈີນ ກ່າວໃນຖະແຫຼງການສະບັບນຶ່ງວ່າ ກໍາປັ່ນລໍານຶ່ງຂອງ ຟີລິບປິນ ບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຕືອນຊ້ຳແລ້ວຊ້ຳອີກຂອງຕົນ ໂດຍມີ “ເຈດຕະ ນາທີ່ຈະປະທະກັນ” ກັບກຳປັ່ນຂອງ ຈີນ ໃນລັກສະນະທີ່ “ບໍ່ເປັນວິຊາການ ແລະ ເປັນອັນຕະລາຍ” ຢູ່ບໍລິເວນເສັ້ນທາງນ້ຳທີ່ມີຂໍ້ພິພາດກັນ ໃນຕອນເຊົ້າ ວັນຈັນມື້ນີ້ (ຕາມເວລາຢູ່ໃນທ້ອງຖິ່ນ).

ຟີ​ລິບ​ປິນ​ ໄດ້ຕອບໂຕ້ຕໍ່ການສະແດງຄວາມເຫັນ​ຂອງ ​ປັກ​ກິ່ງ ​ແລະ​ໄດ້​ກ່າວ ໂທດປັກກິ່ງວ່າ “ຈົ່ງເອົາ​ວິໄສທັດອັນແທ້ຈິງ​ຂອງ​ຕົນ​ອອກ​ມາ.” ພວກເຂົາກ່າວ ວ່າ ກຳປັ່ນປ້ອງກັນຊາຍຝັ່ງສອງລຳຂອງຕົນ “ໄດ້ປະເຊີນໜ້າ ແລະຖືກຮຸກຮານ ຈາກການຊ້ອມລົບທີ່ຜິດກົດໝາຍ” ຂອງຂະບວນກຳປັ່ນ ຈີນ ໃກ້ກັບ ຊາຍຫາດ ຊາບີນາ (Sabina Shoal), ໃນຂະນະທີ່ພວກເຂົາເຈົ້າກຳລັງເດີນທາງໄປ ສະໜອງ ສະ​ບຽງໃຫ້ແກ່ພະນັກງານຟີລິບປິນ ທີ່ປະຈຳການຢູ່ໃນສອງເກາະທີ່ ພວກເຂົາຄອບຄອງຢູ່.

ທ່ານ ໂຈນາທານ ມາລາຢາ (Jonathan Malaya), ໂຄສົກຂອງສະພາ ຄວາມໝັ້ນຄົງແຫ່ງຊາດ ແລະກອງກໍາລັງພິເສດຢູ່ຂົງເຂດທະເລຈີນໃຕ້ຂອງ ມະນີລາ ກ່າວວ່າ “ການຊ້ອມລົບທີ່ເປັນອັນຕະລາຍເຫຼົ່ານີ້ ສົ່ງຜົນໃຫ້ເກີດການ ປະທະກັນ, ເຮັດໃຫ້ໂຄງສ້າງຂອງກໍາປັ່ນ PCG ເຊິ່ງເປັນກໍາປັ່ນຍາມຝັ່ງ ຟີລິບປິນສອງລໍາ ໄດ້ຮັບຄວາມເສຍຫາຍ.”

ໃນ​ການຖະແຫຼງຂ່າວ​ທົ່ວໄປ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານນາງ ໝາວ ໜິງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ຈີນ ​ຍົງຄົງຈະ​ສືບ​ຕໍ່​ດຳ​ເນີນ​ມາດ​ຕະການ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງເດັດຂາດ “ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ແລະ ສິດຢູ່ເທິງດິນແດນ ​ພ້ອມທັງຜົນ​ປະ​ໂຫຍ​ດທາງ​ທະ​ເລຂອງຕົນ.”

ທ່ານນາງ ໝາວ ກ່າວໂດຍ “​ຫວັງ​ວ່າ ​ຟີ​ລິບ​ປິນ ຈະ​ສາມາດ​ຮັກສາ​ຄຳ​ໝັ້ນ​ ແລະປະຕິບັດຕາມສັນຍາຂອງຕົນ​ຢ່າງ​ຈິງ​ໃຈ ​ຕໍ່​ການ​ຈັດ​ຕັ້ງ​ຊົ່ວຄາວ​ທີ່​ໄດ້ບັນລຸ​ໄວ້ກັບ ​ຈີນ.”

ສະຫະລັດ ​ໄດ້ອອກມາ​ປະນາມຕໍ່ການ​ກະທຳ​ເຫຼົ່ານັ້ນຂອງ​ ຈີນ, ໂດຍ ທ່ານ​ນາງ ມາຣີເຄ ຄອລຣ໌ຊັນ (MaryKay Carlson) ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະຫະລັດ​ປະ​ຈຳ​ນະ​ຄອນ​ຫຼວງ​ມະ​ນີ​ລາກ່າວ​ໃນ​ສື່ສັງຄົມ X ວ່າ ສະ​ຫະ​ລັດ “ຢືນ​ຢູ່​ກັບ ​ຟີ​ລິບ​ປິນ ​ໃນ​ການ​ປະ​ນາມ​ການ​ຊ້ອມ​ລົບທີ່ເປັນ​ອັນ​ຕະ​ລາຍ​ຂອງກໍາປັ່ນ​ຍາມ​ຝັ່ງຈີນ,” ເຊິ່ງ​ເປັນອັນຕະລາຍເຖິງຊີວິດ ແລະໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້ແກ່ຂະບວນ​ກຳ​ປັ່ນ​ຍາມ​ຝັ່ງຂອງ ຟີລິບປິນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG