ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເດັກ​ນ້ອຍ 8 ຄົນ​ເສຍ​ຊີ​ວິດ​ ​ຍ້ອນເຮືອ​ຫລົ້ມ ຢູ່​​ແມ່​ນ້ຳ​ຂອງ ໃນປະ​ເທດ​ກຳ​ປ​ູ​ເຈຍ


​ແມ່ ຂອງ​ລູກ​ຊາຍ​ຊື່​ໂສ​ພັດ ທີ່​ເປັນ​ຜູ້​ເຄາະ​ຮ້າຍ​ຍ້ອນເຮືອ​ຫລົ້ມ ຮ້ອງ​​ໄຫ້​ຢູ່​ສົບ​ຂອງ​ລູກ ລະ​ຫວ່າງ​ພິ​ທີ​ສົ່ງ​ສະ​ການ ຢູ່​ບ້ານ ກໍ ຈ​ຳ​ເລີນ ​ທາງພາກ​ຕາ​ເວັນ​ອອກ​ຂອງນະ​ຄອນ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ ວັນ​ທີ 14 ຕຸ​ລາ​ 2022
​ແມ່ ຂອງ​ລູກ​ຊາຍ​ຊື່​ໂສ​ພັດ ທີ່​ເປັນ​ຜູ້​ເຄາະ​ຮ້າຍ​ຍ້ອນເຮືອ​ຫລົ້ມ ຮ້ອງ​​ໄຫ້​ຢູ່​ສົບ​ຂອງ​ລູກ ລະ​ຫວ່າງ​ພິ​ທີ​ສົ່ງ​ສະ​ການ ຢູ່​ບ້ານ ກໍ ຈ​ຳ​ເລີນ ​ທາງພາກ​ຕາ​ເວັນ​ອອກ​ຂອງນະ​ຄອນ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ ວັນ​ທີ 14 ຕຸ​ລາ​ 2022

ມີ​ເດັກ​ນ້ອຍຢ່າງ​ໜ້ອຍ​ແປດ​ຄົນ ​ໄດ້​ເສຍ​ຊີ​ວິດໃນ​ວັນ​ພະ​ຫັດ​ວານ​ນີ້ ​ຢູ່​ກຳ​ປູ​ເຈຍ ເວ​ລາ​ເຮືອ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຢູ່​ນັ້ນ​ ໄດ້​ຫລົ້ມ​ຢູ່ໃນ​ແມ່​ນ້ຳ​ຂອງ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຂອງ​ນະ​ຄອນ​ຫຼວງພະ​ນົມ​ເປັນ.

​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ມີສີ່​ຄົນ ​ຊຶ່ງ​ເປັນເດັກ​ນ້ອຍ​ສອງຄົນ ແລະ​ລູກ​ເຮືອ​ສອງ​ຄົນ ໄດ້​ຖືກຊ່ວຍ​ຊີ​ວິດໄວ້​ໄດ້.

​ພວກ​ເດັກນ້ອຍ ​ມີ​ອາ​ຍຸ​ລະ​ຫວ່າງ 12 ຫາ 15 ​ປີ.

ມີ​ຢ່າງ​ໜ້ອຍ​ນັກ​ຮຽນ​ສອງ​ຄົນ ​ຍັງ​ຫາຍ​ສາບ​ສູນ ​ໃນ​ວັນ​ສຸກ​ມື້​ນີ້.

ອົງ​ການ​ຂ່າວ​ຝ​ຣັ່ງ​ລາຍ​ງານ​ວ່າ ​ເຮືອ​ລຳ​ດັ່ງ​ກ່າວໄດ້​ນຳເດັກ​ນ້ອຍ​ກັບ​ບ້ານ ຫລັງ​ຈາກ​ພວກ​ນັກ​ຮຽນ​ໄດ້​ພາ​ກັນ​ໄປ​ຮຽນ​ພາ​ສາ​ອັງ​ກິດ.

ເຈົ້າ​ຂອງ​ເຮືອ ແລະ​ພວກ​ລູກ​ເຮືອ​ໄດ້​ເຂົ້າ​ໂຮ​ງໝໍ ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ ແລະ​ເຂົາ​ເຈົ້າ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາ.

ອຸ​ບັດ​ຕິ​ເຫດ​ທາງ​ເຮືອມັກ​ເກີດ​ຂຶ້ນ​ເລື້ອຍໆ ​ໃນ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ດັ່ງ​ກ່າວນີ້.

At least eight children died Thursday in Cambodia when the boat they were traveling in capsized on the Mekong River southeast of Phenom Penh.

Officials say four people – two children and two crew members – were rescued.

The children were between the ages of 12 and 15.

At least two students remained missing Friday.

The French News Agency reports the boat was ferrying the children back home after the students had attended an English class.

The boat’s owner and crew members were hospitalized, according to The Associated Press, and they will face charges.

Boat accidents are common in Southeast Asia.

XS
SM
MD
LG