ຢູ່ໃນສະຫະລັດ ພວກເດັກນ້ອຍອົບພະຍົບ ມັກຈະເຕີບໃຫຍ່ມາໂດຍບໍ່ມີໂອກາດ ໃນຂະນະທີ່ພໍ່ແມ່ເຂົາເຈົ້າພາກັນດິ້ນລົນ ປັບໂຕໃຫ້ເຂົ້າກັບຊີວິດໃໝ່ ແລະຊຸກຍູ້ຄອບຄົວ. ນັ້ນແມ່ນເລື້ອງຄວາມເປັນມາ ຂອງນາງ Xiao Hoa Michelle Ching.
ພໍ່ແມ່ຂອງນາງ Ching ເປັນອົບພະຍົບມາຈາກປະເທດລາວ. ເຂົາເຈົ້າໄດ້ນຳ ພາລູກສາວສອງຄົນມາຢູ່ສະຫະລັດ. ນາງ Ching ລູກສາວຜູ້ທີ່ສາມແລະເປັນ ລູກສາວຫລ້າ ແມ່ນຜູ້ດຽວເທົ່ານັ້ນ ທີ່ເກີດຢູ່ໃນສະຫະລັດ. ນາງກ່າວວ່າ ການເອົາໂຕລອດຢູ່ໃນສະຫະລັດ ບໍ່ແມ່ນຂອງງ່າຍໆສຳລັບພໍ່ແມ່ຂອງນາງເລີຍ.
ນາງກ່າວວ່າ “ເຂົາເຈົ້າມາທີ່ນີ້ ແລະເຂົາເຈົ້າໄດ້ດິ້ນລົນແທ້ໆ. ດິ້ນລົນຈົນເທົ່າ ທຸກວັນນີ້ ບໍ່ມີຫລາຍສິ່ງຫລາຍຢ່າງ ບໍ່ມີຊັບສົມບັດໃດໆ ບໍ່ມີສິ່ງຂອງມີຄ່າທີ່ຈະອ້າງອວດ ເພື່ອຈະເວົ້າວ່າ ພວກເຮົາໄດ້ສ້າງຄວາມຮັ່ງມີ ຫລືສ້າງໝັ້ນຄົງຂອງ ພວກເຮົາແລ້ວ.”
ໃນຂະນະທີ່ພວມເຕີບໃຫຍ່ຢູ່ນັ້ນ ນາງ Ching ເອື້ອຍຂອງນາງສອງຄົນ ແລະພໍ່ແມ່ໄດ້ຍົກ ຍ້າຍຫລາຍເທື່ອ ໄປຢູ່ຫລາຍເມືອງໃນສະຫະລັດ. ນາງຈື່ໄດ້ວ່າມັນໄດ້ມີຄວາມຍາກລຳ ບາກພຽງໃດກັບໂຮງຮຽນຂອງນາງ.
ນາງກ່າວວ່າ “ສິ່ງແວດລ້ອມຄືກັນກັບຢູ່ໃນຄຸກ. ມີດິ້ວເຫລັກຢູ່ທຸກໆປ່ອງຢ້ຽມ. ພວກນາຍຄູມັກຈະບໍ່ມາປາກົດໂຕໃນໂຮງຮຽນ.”
ນາງ Ching ກ່າວວ່າ ນາງຕ້ອງການຢ່າກເຮັດໃຫ້ມີຄວາມແຕກຕ່າງ ເພາະສະນັ້ນນາງໄດ້ເລືອກເອົາການສອນຢູ່ໂຮງຮຽນຢູ່ໃນເທດສະບານ. ຢູ່ທີ່ນີ້ ນາງໄດ້ເຫັນການທ້າທາຍ ທີ່ພວກນາຍຄູປະເຊີນໜ້າກັບການເຮັດໃຫ້ບັນດານັກຮຽນໄດ້ຮັບການສຶຶກສາຂອງເຂົາເຈົ້າຫລາຍທີ່ສຸດ.
ນາງກ່າວວ່າ “ຫລາຍໆໂຮງຮຽນຍັງພາກັນສິດສອນໂດຍການໃຊ້ແບບແຜນຈາກໂຮງງານ ບ່ອນທີ່ບົດຮຽນດຽວສອນໝົດຫ້ອງ ເຖິງແມ່ນວ່ານັກຮຽນແຕ່ລະຄົນມີຄວາມແຕກຕ່າງ ກັນ.”
ນາຍຄູຊັ້ນ ປ. ສີ່ ຍານາງ Chasmin Moses ກ່າວວ່າ “ພວກນັກຮຽນຢູ່ໃນຫ້ອງຮຽນຂອງຂ້າພະເຈົ້າ ພາກັນອ່ານຈາກຊັ້ນອານຸບານຈົນຮອດຊັ້ນ ປ. ຫ້າ” ມັນຫຍຸ້ງຍາກຫຼາຍທີ່ຈະເປັນນາຍຄູທີ່ດີເລີດສາມາດເທົ່າທີ່ເຮັດໄດ້ສຳລັບບັນດານັກຮຽນເຫລົ່ານີ້ ທີ່ອ່ານຢູ່ໃນລະດັບແຕກຕ່າງກັນ.
ຍານາງ Moses ຜູ້ທີ່ເຮັດວຽກໃນເມືອງ Oakland ບ່ອນທີ່ສ່ວນໃຫຍ່ ຂອງ ພວກນັກຮຽນເປັນຄົນຜີວດຳຫລືຄົນມາຈາກອາເມຣິກາກາງແລະອາເມຣິກາໃຕ້ ແລະມາຈາກຄອບຄົວທີ່ມີລາຍໄດ້ຕໍ່າ ກ່າວວ່າ “ການສອນປີທຳອິດຂອງຂ້ອຍນັ້ນ ຂ້ອຍບໍ່ຮູ້ຈັກວ່າຈະເຮັດຫຍັງ.”
ຄຳຕອບຂອງນາງ Ching ກໍຄື Mobile application ທີ່ມີໜ້າທີ່ເປັນຄືກັນກັບຄູຝຶກຫລືຜູ້ຊ່ອຍສ່ວນຕົວສຳລັບພວກນາຍຄູ ຂະນະທີ່ພວກເຂົາເຈົ້າເຮັດວຽກກັບ ນັກຮຽນທີ່ກຳລັງຮຽນອ່ານ.
ໂດຍມີຄວາມຄິດຢ່າງຫຼວງຫຼາຍແຕ່ບໍ່ມີພື້ນຖານທາງດ້ານເທັກນິກ ນາງ Ching ຈຶ່ງໄດ້ຈຶ່ງຮ່ວມສົມທົບກັບພວກນັກຊ່ຽວຊານດ້ານເທັກນິກຈາກ Silicon Valley ເພື່ອສ້າງ app ເອີ້ນວ່າ Literator ຊຶ່ງ app ດັ່ງກ່າວຈະສະໜອງຄຳແນະນຳ ຕໍ່ພວກນັກຮຽນເປັນສ່ວນບຸກຄົນ ອີງຕາມຄວາມສາມາດໃນການອ່ານຂອງພວກເຂົາ ແລະໄດ້ສະແດງໃຫ້ພວກນາຍຄູແຕ່ລະຄົນເຫັນເຖິງຈຸດອ່ອນແລະຈຸດແຂງ ຂອງພວກນັກຮຽນ.