ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກໍາລັງທໍາການ ປາບປາມ ການທຸດຈະລິດ ສໍ້ລາດບັງຫຼວງ ຢ່າງຕັ້ງໜ້າ (ວີດີໂອ)


China Crackdown Limits Waste but Lacks Independence
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໃນ​ປີ​ທໍາ​ອິດ​ຂອງ​ລັດຖະບານ​ຂອງ​ທ່ານ​ນັ້ນ ປະທານ​ປະ​ເທດຈີນ
ທ່ານ ຊີ ຈິນຜິ​ງ ​ໄດ້​ອວດອ້າງເຖິງ​ການ​ດໍາ​ເນີນ​ຄວາມພະຍາຍາມ
ເພື່ອກໍາຈັດ​ການ​ສໍ້​ລາດ​ບັງ​ຫຼວງໃນ​ກຸ່ມ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຂອງ​
ຈີນ. ຄວາມ​ພະຍາ​ຍາມ​ ເພື່ອ​ຕັດ​ຄວາມ​ຟຸມ​ເຟືອຍ ຂອງ​ລັດ​ຖະ
ບານລົງ ​ແລະ​ຈັດການ ກັບພວກ​ເຈົ້າ​ໜ້າ​ທີ່​ ລະດັບ​ສູງ ທີ່​ທຸດຈະ
ລິດນັ້ນໄດ້​ເຮັດ​ໃຫ້ທ່ານ​ໄດ້​ຮັບ​ຄໍາ​ຍ້ອງຍໍ ​ແລະ​ປະສົບ​ຜົນ​ສໍາ​ເລັດ​
ບາງ​ປະການ ​ແຕ່​ບາງ​ຄົນ​ກໍ​ເວົ້າ​ວ່າ ທ່ານ​ຍັງ​ຕ້ອງ​ ໄດ້ເຮັດອີກ
ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຢູ່. ຜູ້​ສື່​ຂ່າວ​ວີ​ໂອ​ເອ ບິ​ລ ​ໄອ ລາຍ​ງານ​ເລຶ່ອງ
ນີ້​ຈາກ​ປັກ​ກິ່ງ ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​
ຕໍ່​ໄປ


ທ່ານ He Bing ນັກວິຊາການ​ດ້ານ​ກົດໝາຍ ປະ​ຈໍາ​ມະ​ວິທະຍາ​ໄລ​ລັດຖະສາດການເມືອງ ​
ແລະ​ກົດໝາຍຂອງ​ຈີນ ​ເວົ້າ​ວ່າ ວິທີ​ທາງສໍາຄັນ​ຢ່າງ​ນຶ່ງ​ ທີ່​ປະທານ ຊີ ຈິນຜິ​ງ ພະຍາຍາມ
​ທີ່​ຈະ​ນໍາ​ເອົາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ມາສູ່ຖັ້ນ​ແຖວ​ຂອງ​ພວກ​ຄອມ​ມີ​ວນີສຈີນ ກໍ​ຄື​ການ​ຈັບ​ພວກ​ເຈົ້າໜ້າ​ທີ່​ທີ່​ສໍ້​ລາດ​ບັງ​ຫຼວງ​ທັງ​ຫຼາຍ​ ​ເຂົ້າ​ຄຸກ ຈາກ​ຕັ້ງ​ແຕ່ການ​ດໍາ​ເນີນຄະດີ
​ເຈົ້າໜ້າ​ທີ່​ລະດັບ​ສູງ ເຊັ່ນ​ທ່ານ Bo Xilai ​ລົງ​ໄປ​ຫາ​ເຈົ້າໜ້າ​ທີ່​ລະດັບ​ຕໍ່າໆ ຊຶ່ງ​ວິທີການຂອງ​
ທ່ານ ຊີ ນັ້ນ ​ແມ່ນແຕກ​ຕ່າງ​ກັບ​ການ​ປຸກ ລະດົມ​ຕໍ່ຕ້ານ​ການ​ສໍ້​ລາດບັງ​ຫຼວງ​ ​ໃນ​ເມື່ອກ່ອນ.

ທ່ານ ບິງ ​ເວົ້າ​ວ່າ: “​ໃນໄລຍະ​ນຶ່ງ​ປີຜ່ານມາ​ນີ້ ມີເຈົ້າໜ້າ​ທີ່​ລະດັບຮອງ​ລັດຖະມົນຕີ
ຫຼື​ສູງ​ກວ່າ​ນັ້ນ ປະມານ 10 ຫາ 20 ຄົນ ຖືກ​ຈັບ​ກຸມ. ນັບ​ວ່າ​ມັນ​ເປັນ​ກວດ​ລ້າງ​ທີ່
ຮຸນ​ແຮງ​ສົມຄວນ. ໃຜ​ຈະ​ເວົ້າ​ເລຶ່ອງການກວດ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງ​ກໍໄດ້​ ​
ແຕ່​ສິ່ງສໍາຄັນ ກໍ​ຄື​ຈັບ​ກຸມ​ພວກ​ໃດ​ທີ່​ສໍ້​ລາດ​ບັງ​ຫຼວງ​ໃຫ້​ໄດ້.”


ນອກ​ນີ້​ແລ້ວ ບັນດາ​ເຈົ້າໜ້າ​ທີ່​ຈີນ​ຍັງຕ້ອງ​ປະ​ເຊີນ ກັບ​ການຖືກ​ຈັບ​ຕາ​ເບິ່ງ​ໂດຍ​ປະຊາ
ຊົນ​ເພີ່ມ​ຂຶ້ນ. ລາຍ​ງານ​ຂອງສະຖານີໂທລະພາບ​ແຫ່ງນຶ່ງ​ຂອງ​ປັກ​ກິ່ງ ກ່ຽວກັບ​ການຈັດ ງານລ້ຽງ​ງານ​ແຕ່ງງານ ຢ່າງ​ເອີກ​ກະ​ເຫຼີ​ກ ​ສາມ​ມື້ຕິດ​ກັນ ​ໃຫ້​ລູກຊາຍ​ ຂອງເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຄົນນຶ່ງ ​ໄດ້​ຍັງ​ຜົນ​ໃຫ້​ມີ​ການ​ປ້ອຍ​ດ່າ​ຈາກ​ມະ​ຫາ​ຊົນ​ຢ່າງ​ກວ້າງຂວາງ ຊຶ່ງ​ໃນ​ເວລາ​ຕໍ່​ມາ ຜູ້ກ່ຽວ​ກໍ​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ.

​ແຫຼ່ງຂ່າວ​ບາງ​ແຫ່ງ ​ເຊັ່ນ ​ໂທລະພາບ​ຊ່ອງ Dragon TV ຂອງ​ເມືອງ ຊຽງ​ໄຮ້ ໄດ້​ປອມ ຕົວ​ໄປ​ສືບ​ຂ່າວ ​ເພື່ອສະ​ແດງ​ໃຫ້​ເຫັນ​ວ່າ​ ບັນດາ​ເຈົ້າໜ້າ​ທີ່​ທັງ​ຫຼາຍ​ຍັງ​ພາກັນ​ຊອກ​ຫາ​ວິທີ​ຕ່າງ​ໆ ​ເພື່ອຫຼີກລ່ຽງຂໍ້​ຫ້າມ​ຈັດງານ​ລ້ຽງໃຫຍ່​ໂຕ ​ແລະ​ໃຊ້​ເງິນ​ຫຼວງ​ຢ່າງ​ບໍ່​ຖືກ​ບໍ່​ຕ້ອງ ນັ້ນ ຊຶ່ງ​ທ່ານ He Bing ມີ​ຄວາມ​ເຫັນ​ອີກ​ວ່າ:

ທ່ານ ບິງ ​ເວົ້າ​ວ່າ: “​ເລຶ່ອງ​ການຍຸຕິ​ການ​ໃຊ້​ຈ່າຍ​ເງິນ​ຫຼວງຢ່າ​ງບໍ​ຖືກຕ້ອງ ​ແລະ​
ການຈັດງານ​ລ້ຽງນັ້ນ ​ແມ່ນ​ເປັນ​ບັນຫາ​ທີ່​ເຮັດບໍ່​ໄດ້ມາ​ດົນ​ນານ​ແລ້ວ ​ແຕ່ໃນ
ໄລຍະ​ນຶ່ງ​ປີຜ່າ​ນມາ​ນີ້ ​ເຮົາໄດ້ເຫັນ​ວ່າ​ມີ​ການ​ປັບປຸງ​ດີ​ຂຶ້ນ​ແດ່. ຕົວຢ່າງ ທຸລະ​
ກິດຂອງ​ພວກ​ຮ້ານ​ອາຫານ​ໃຫຍ່ໆ ​ໄດ້ຖືກ​ຕັດ​ລົງເກືອບ​ວ່າ​ເຄິ່ງນຶ່ງ.”


ຢູ່ຖະໜົນ Yuetan ຂອງ​ປັກ​ກິ່ງ ​ທີ່​ຮູ້​ກັນ​ອີກ​ຊື່​ນຶ່ງ​ວ່າ ຖະໜົນ​ກະຊວງ ຍ້ອນ​ວ່າມີ​ຕຶກ​ໂຮງ​
ການ​ລັດຖະບານຫຼາຍ​ແຫ່ງ​ ຕັ້ງລຽນ​ກັນ​ຢູ່​ນັ້ນ ພວກ​ຮ້ານ​ຂາຍ​ເຫຼົ້າ​ລາຄາ​ແພງໆ​ຂອງຈີນ
​ເວົ້າ​ວ່າ ປີ​ນີ້​ເຫຼົ້າບໍ່​ຄ່ອຍໄດ້​ຂາຍ​ດີ​ປານ​ໃດ. ຜູ້​ຈັດການ​ຮ້ານ​ອາຫານ​ຈັດງານ​ລ້ຽງລາຄາ​
ແພງ​ແຫ່ງ​ນຶ່ງ ​ບໍ່​ຍອມ​ໃຫ້ຖ່າຍ​ຮູບ ​ແຕ່​ກໍ​ເວົ້າ​ວ່າ ທຸລະ​ກິດ​ແມ່ນ​ຕົກ​ຕໍ່າ​ລົງ​ປະມານ 30 ​ເປີ​ເຊັນ
​ແລະ​ບັດ​ນີ້ ​ທາງ​ຮ້ານ​ອາ​ຫານ​ກໍໄດ້​ເອົາ​ຊັ້ນ​ເທິງ​ໃຫ້​ຄົນ​ເຊົ່າ.

ນັກ​ເສດຖະສາດ Hu Xingdou ​ເວົ້າ​ວ່າ ​ເສດຖະກິດທີ່​ຕຶງ​ຄຽດ​ແບບ​ນັ້ນ ​ເຖິງ​ແມ່ນ​ຈະ​ສ້າງຄວາມ​ເຈັບ​ປວດ​ໃຫ້​ແກ່​ບາງ​ພາກສ່ວນ ​ແຕ່​ກໍນັບ​ວ່າ​ເປັນ​ສິ່ງ​ທີ່​ດີ.

ທ່ານ ຫູ ຊິງ​ໂດ ​ເວົ້າ​ວ່າ​: “ຄ່າ​ໃຊ້​ຈ່າຍ​ດ້ານການ​ບໍລິຫານ​ປະ​ເທດ​ຂອງ​ຈີນ​ແມ່ນ​ສູງ​
ຫຼາຍ. ອີງຕາມ​ສະຖິຕິຂອງ​ທາງ​ການ​ນັ້ນ ປະມານ 25 ​ເປີ​ເຊັນ​ຂອງ​ລາຍ​ຮັບຂອງ
ລັດຖະບານ ແມ່ນເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ບໍລິຫານ​ປະ​ເທດ. ນັກວິຊາການ​ບາງ​
ຄົນ​ຄິດ​ວ່າ​ ຫຼາຍກວ່າ​ນັ້ນຊໍ້າ ຄື​ປະມານ 35 ​ເປີ​ເຊັນ​ ​ແລະ​ກໍ​ຍັງ​ຮອດ​ມີ​ຄົນ​ທີ່ຄິດ​
ວ່າ ​ຫຼາຍເຖິງ 50 ​ເປີ​ເຊັນ. ສະ​ນັ້ນ ກໍ​ໝາຍ​ຄວາມ​ວ່າ ​ເຄິ່ງນຶ່ງ​ ຫຼື​ປະມານ​ເຄິ່ງນຶ່ງ​
ຂອງ​ຄ່າ​ໃຊ້​ຈ່າຍທັງ​ໝົດຂອງຫຼວງ ແມ່ນເປັນ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ຂອງ​ລັດຖະບານ
ທັງ​ນັ້ນ.”


​ໃນ​ກອງ​ປະຊຸມ​ຫຼາຍ​ບັ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ບັນດາ​ຜູ້​ນໍາ​ຈີນ​ໄດ້​ເຫັນ​ພ້ອມ ​ທີ່ຈະປ່ອຍໃຫ້ມີ​ຄວາມ​ໂປ່​ງ​ໃສ​ຫຼາຍ​ຂຶ້ນ ​ໃນ​ດ້ານ​ການ​ເງິນ​ຂອງລັດຖະບານ ​ແຕ່ ທ່ານ Hu Xingdou ​ເວົ້າ​ວ່າ ຍັງຈໍາ​ເປັນ​ຕ້ອງ​ມີການ​ຄວບ​ຄຸມກໍາກັບ​ເບິ່ງ​ນໍາ ໂດນ​ກຸ່ມ​ທີ່ເປັນ​ອິດສະຫຼະ.

ທ່ານ Hu Xingdou ​ເວົ້າ​ວ່າ​: “ຍ້ອນ​ວ່າ​ລັດຖະບານ​ບໍ່​ສາມາດ​ລິ​ເລີ່​ມການປະຕິ​ຮູບ​
ການ​ເມືອງໃດໆໄດ້​ເທື່ອ​ນັ້ນ ມັນ​ກໍ​ເປັນເລຶ່ອງຍາກ​ທີ່​ສຸດ ​ທີ່​ຈະປະຕິ​ຮູບ​ລະບົບຕໍ່
ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້. ​ມັນຍາກທີ່​ຈະ​ມີອົງ​ກອນອິດສະຫຼະ ​ເພື່ອ​ຕິດຕາມ​
ຄວບ​ຄຸມເບິ່ງການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ເຈົ້າໜ້າທີ່​ຂອງ​ພັກ​ໄດ້ ມັນ ຍາກ​ທີ່​ຈະ​ມີ​
ເສລີພາບໃນ​ການ​ອອກ​ຂ່າວ ​ແລະ​ກໍ​ຍາກ​ທີ່​ຈະ​ມີ​ກົດໝາຍບັງຄັບ ​ໃຫ້ເປີດ​ເຜີຍ​
ຊັບສິນຂອງ​ເຈົ້າໜ້າ​ທີ່​.“


ພວກ​ນັກວິ​ເຄາະ​ເວົ້າ​ວ່າ ​ແທນ​ທີ່​ຈະໃຊ້​ວິທີປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງ ​ຕັ້ງ​ແຕ່​ເຈົ້າໜ້າ
​ທີ່​ຂັ້ນ​ເທິງ​ລົງ​ມາ​ ຂໍ້​ຈໍາ​ກັດ​ຮັດ​ແຄບ​ເສລີພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ​ກໍໜ້າ
ຈະຖືກ​ໂຍະຍານລົງ​ແດ່​ ​ເພື່ອ​ປ່ອຍ​ໃຫ້​ມະຫາຊົນ​ມີບົດບາດ​ຫຼາຍ​ຂຶ້ນ​ ​ໃນ​ການ​ຕິດຕາມ​
ເບິ່ງ​ແລະ​ຍັບ​ຍັ້ງ​ຄວາມ​ປະພຶດ​ອັນ​ບໍ່​ຖືກຕ້ອງ ຂອງ​ພວກເຈົ້າໜ້າ​ທີ່​ລັດຖະບານນັ້ນ.
XS
SM
MD
LG